ຫຼີຫວຽດຮຸ່ງ - ຜູ້ສຸມຈິດສຸມໃຈປະພັນເພງກ່ຽວກັບນັກຮົບ

(VOVWORLD) -ໂດຍແມ່ນນັກປະພັນເພງຖືເອົາຫົວເລື່ອງນັກຮົບ ແລະ ສົງຄາມປະຕິວັດ ເປັນແຫຼ່ງບັນດານໃຈ ເພື່ອປະພັນເປັນຕົ້ນຕໍ, ພັນເອກ  ທ່ານໝໍ ຫຼີຫວຽດຮຸ່ງ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງ ໃນວົງການຜູ້ນິຍົມດົນຕີພື້ນເມືອງ ເວົ້າລວມ, ເຂດທາງທິດຕາເວັນຕົກພາກໃຕ້ເວົ້າສະເພາະ ດ້ວຍເພງພື້ນເມືອງເກືອບ 100 ບົດ. ປະຈຸບັນຢູ່ໃນເກນອາຍຸ 70 ປີແລ້ວກໍ່ຕາມ ແຕ່ທ່ານຍັງຄົງເມົາມົວກັບການປະພັນເພງ ກ່ຽວກັບຫົວເລື່ອງບ້ານເກີດເມືອງນອນປະເທດຊາດ ກໍ່ຄືນ້ຳໃຈຄວາມຮັກແພງເພື່ອນຮ່ວມກົມກອງ ໃນສະໄໝສັນຕິພາບ
ຫຼີຫວຽດຮຸ່ງ - ຜູ້ສຸມຈິດສຸມໃຈປະພັນເພງກ່ຽວກັບນັກຮົບ - ảnh 1 ນັກປະພັນເພງພື້ນເມືອງ ຫຼີຫວຽດຮຸ່ງ ພ້ອມກັບເມຍ

ນັກປະພັນເພງພື້ນເມືອງ ຫຼີຫວຽດຮຸ່ງ ໄດ້ກຳເນີດຂຶ້ນເມື່ອປີ 1950 ແລະ ເຕີບໃຫຍ່ຢູ່ຕາແສງ ຫງວຽນຟີກ ເມືອງ ອູມິງ ແຂວງ ກ່າເມົາ. ນັບແຕ່ຄາວຍັງນ້ອຍ ສຽງຂັບລຳທຳເພງພື້ນເມືອງ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງທ່ານ. ດັ່ງນັ້ນພາຍຫຼັງທີ່ເຂົ້າຖັນແຖວກອງທັບ ເມື່ອມີອາຍຸ 17 ປີ, ພ້ອມກັບການເຄື່ອນໄຫວທາງດ້ານວິຊາສະເພາະການແພດ, ປີ 1969 ທ່ານໄດ້ເລີ່ມປະພັນເພງ ກ່ຽວກັບບັນດາເພື່ອນຮ່ວມກົມກອງຂອງຕົນ. ໃນເບື້ອງຕົ້ນບັນດາບົດເພງຂອງທ່ານ ພຽງໄດ້ເຂົ້າຮ່ວມໃນຂະບວນການຂັບລຳທຳເພງສະໝັກຫຼິ້ນຂອງກົມກອງເທົ່ານັ້ນ. ພາຍຫຼັງປົດປ່ອຍ ທ່ານໄດ້ປະພັນ ຫຼາຍກວ່າເກົ່າ ແລະ ບົດເພງຂອງທ່ານໄດ້ຖືກອອກອາກາດທາງວິທະຍຸ ແລະ ໂທລະພາບຂອງສູນກາງ ກໍ່ຄືທ້ອງຖິ່ນ.  ນັກປະພັນເພງ ຫຼີຫວຽດຮຸ່ງ ເລົ່າຄືນສູ່ຟັງວ່າ:

      “ປົດປ່ອຍພາກໃຕ້ ທ້ອນໂຮມປະເທດເປັນເອກະພາບ ນັ້ນແມ່ນຄວາມເບີກຍານມ່ວນຊື່ນທີ່ບໍ່ມີຫຍັງສາມາດພັນລະນາໄດ້, ເປັນຕົ້ນແມ່ນເຮົາແມ່ນຜູ້ເຂົ້າຮ່ວມຕົວຈິງ. ໃນໄລຍະປະຫວັດສາດ ນັ້ນ ຂ້າພະເຈົ້າກໍ່ໄດ້ແຕ່ງບົດເພງ, ແລ້ວກໍ່ໃນໄລຍະຕໍ່ມາ ເຮົາກໍ່ໄດ້ທົບທວນຄືນ ພ້ອມທັງກໍ່ໄດ້ແຕ່ງບົດເພງ ແລະ ໄດ້ເອົາເນື້ອໃນຂອງໄຊຊະນະປະສານເຂົ້າໃນບົດເພງນັ້ນ”.

     ພາຍຫຼັງປົດປ່ອຍ, ນັກປະພັນເພງ ຫຼີຫວຽດຮຸ່ງ ໄດ້ຖືກຈັດສົ່ງໄປເຂົ້າຮ່ວມຮັບເອົາ ຄຸ້ມຄອງໂຮງໝໍ ຟານແທັງຢ່ານ  ປັດຈຸບັນແມ່ນໂຮງໝໍ 121 ຂອງທະຫານເຂດ 9 ຢູ່ແຂວງ ເກິ່ນເທີ, ທ່ານຍັງຄົງປະພັນເພງຢ່າງສະເໝີກ່ຽວກັບນັກຮົບ ພ້ອມກັບບັນດາຫົວເລື່ອງອື່ນໆຄື:  ບ້ານເກີດເມຶອງນອນ, ຂະແໜງແພດສາດ, ຄວາມຮັກຄູ່ບ່າວສາວ, ປະເທດຊາດໃນໄລຍະປ່ຽນແປງໃໝ່… ປີ 2001 ທ່ານໄດ້ຖືກສະມາຄົມ ວັນນະຄະດີສິລະປະແຂວງ ເກິ່ນເທີ ໃຫ້ຈຳໜ່າຍຊຸດເພງພື້ນເມືອງ “ບ້ານເກີດເມືອງນອນ ແລະ ອ້າຍທະຫານ”, ມີຫຼາຍບົດເພງຖືກຈຳໜ່າຍໃນຊຸດເພງພື້ນເມືອງ, ວາລະສານວັນນະສິນ, ໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທ່ານກໍ່ໄດ້ໃຫ້ຈຳໜ່າຍແຜ່ນຊີດີ, ວີຊີດີ ກ່ຽວກັບເພງພື້ນເມືອງ ທີ່ມີຫົວເລື່ອງ “ບ້ານເກີດເມືອງນອນ ແລະ ນັກຮົບ, ເຮືອງຈ່າມ”. ຕີລາຄາກ່ຽວກັບນັກປະພັນເພງ ຫຼີຫວຽດຮຸ່ງ, ນັກປະພັນ ເຍິມຮຸ່ງ ສັງກັດສະຫະສະມາຄົມ ວັນນະຄະດີສິລະປະແຂວງ ເກິ່ນເທີ ແບ່ງປັນວ່າ:

     “ຫຼີຫວຽດຮຸ່ງ ໄດ້ແຕ່ງບົດເພງມີລັກສະນະວັນນະຄະດີຢ່າງຈະແຈ້ງ. ຈາກໂຄງປະກອບຂອງບົດເພງ ຕະຫຼອດຮອດການນຳໃຊ້ຄຳປະໂຫຍກ ພາສາ, ລາວກໍ່ມີວິທີນຳໃຊ້ຢ່າງລະອຽດ, ຍ້ອນເຫດນີ້ເອງ, ບົດເພງຂອງລາວ ໄດ້ເຂົ້າສູ່ຈິດໃຈຂອງຜູ້ນິຍົມສິລະປະ, ເມື່ອຂັບຮ້ອງບົດເພງ ນັກສິລະປິນກໍ່ຂັບຮ້ອງໄດ້ຢ່າງງ່າຍດາຍ, ມວນຊົນເມື່ອໄດ້ຮັບຟັງ ຕ່າງກໍ່ມີຄວາມສະດຸ້ງໃຈ”.

       ດ້ວຍຄວາມລຽບງ່າຍ ແລະ ເປັນຕາໜ້າຮັກ ຫຼີຫວຽດຮຸ່ງ ໄດ້ຮັບຄວາມຮັກແພງ ແລະ ນັບຖືຈາກບັນດາເພື່ອນຮ່ວມອາຊີບ ແລະ ວົງການນັກສິລະປິນ. ຄວາມຮັກແພງນັ້ນ ກໍ່ເລີ່ມມາຈາກຄວາມກະຕືລືລົ້ນຂອງຜູ້ເປັນທະຫານ ເປັນແພດໝໍທີ່ມີຈັນຍາບັນ ໃນການປະກອບອາຊີບ ພ້ອມກັບລັກສະນະເພີນຈິດ ໃນບົດເພງຂອງນັກປະພັນນັກສິລະປິນ. ສິລະປິນໜຸ່ມ ຫວໍຮົ່ງຖຸ໋ຍ ສັງກັດໂຮງລະຄອນ ເຕິຍໂດ ເກິ່ນເທີ ເວົ້າວ່າ:

     “ອາວ ຫຼີຫວຽດຮຸ່ງ ໄດ້ປະພັນເພງກ່ຽວກັບນັກຮົບ ເຊິ່ງເຮັດໃຫ້ຫຼາຍຄົນມີຄວາມສະດຸ້ງໃຈ. ໃນຄາວເກີດສົງຄາມ, ເຂົາເຈົ້າໄດ້ເສຍສະຫຼະເລືອດເນື້ອ ເພື່ອ ຍາດຊີງເອົາເອກະລາດ, ໃນປັດຈຸບັນແມ່ນໄລຍະສັນຕິພາບ ເຮົາກໍ່ຕ້ອງພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອນຳສຽງເພງຮັບໃຊ້ມວນຊົນ ກໍ່ຄືປະຊາຊົນໃນທົ່ວປະເທດ”.

      ດ້ວຍຄວາມເມົາມົວສິລະປະພື້ນເມືອງ, ມວນຊົນຈະໄດ້ຮັບຟັງບັນດາບົດເພງທີ່ມ່ວນໆ ຂອງນັກປະພັນເພງ ຫຼີຫວຽດຮຸ່ງ ຄືດັ່ງຄຳເວົ້າຂອງທ່ານທີ່ວ່າ: “ຂ້າພະເຈົ້າໄດ້ປະພັນເພງ ເພື່ອສະແດງຄວາມຄິດຮອດຄິດເຖິງ ບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດ ເພື່ອພາລະກິດປົດປ່ອຍຊາດ, ກ່ຽວກັບໄລຍະໜຶ່ງທີ່ໄດ້ຜ່ານພົ້ນໄປ ແລະ ບັນດາຄວາມຄາດຫວັງ ເພື່ອ ອະນາຄົດທີ່ສະຫວ່າງສະໄຫວ ຂອງບ້ານເກີດເມືອງນອນໃນພາຍພາກໜ້າ”

ຕອບກັບ

ຂ່າວ/ບົດ​ອື່ນ