ອະນຸລັກ, ເສີມຂະຫຍາຍຄຸນຄ່າເອກະສານເກົ່າໃນສາລາໝູ່ບ້ານຂອງ ເຫ້ວ

   

ອະນຸລັກ, ເສີມຂະຫຍາຍຄຸນຄ່າເອກະສານເກົ່າໃນສາລາໝູ່ບ້ານຂອງ ເຫ້ວ - ảnh 1
ພະ​ລາຊະ​ດຳລັດແຕ່ງຕັ້ງນາຍບ້ານ ເລືອງກວານທີ່ນະຄອນ ເຫ້ວ
(ພາບ:baomoi.com)


   ປະຈຸບັນແຂວງ ເທື່ອທຽນເຫ້ວ ມີສາລາທີ່ເກົ່າແກ່ 150 ແຫ່ງ. ນອກຈາກບັນດາ ບັນດາຄຸນຄ່າ​ດ້ານ​ປະຫວັດສາດ, ສິລະ​ປະ​ດ້ານສະຖາປັດຕະຍະກຳ​ແລ້ວ, ນີ້​ຍັງ​ແມ່ນ​ແຫ່ງ​ເກ​ັບຮັກສາ​ເອກະສານ, ວັດຖຸ​​ບູຮານ​ທີ່​ມີ​ຄຸນຄ່າ​ດ້​ານ ວັດທະນະທຳ, ຊຶ່ງ​ເປັນ​ພະຍານ​ຫຼັກ​ຖານ​ຢັ້ງຢືນວິວັດທະນາ​ການສ້າງ​ຕັ້ງ​ໝູ່​ບ້ານ ​ແລະ ສ້າງ​ອາຊີບ​ຂອງ​ວົງ​ຄະນະ​ຍາດ​ຊາວ​ຫວຽດ​ນາມຢູ່​ພາກ​ກາງ. ດັ່ງ​ນັ້ນ ການ​ອະນຸລັກ​ເສີມ​ຂະຫຍາຍ​ຄຸນຄ່າ​ດ້ານ​ວັດທະນະທຳ​ສາລາ​​ໃນ​ໝູ່​ບ້ານ​ທີ່​ເກົ່າ​ແກ່​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ ແຂວງເທື່ອທຽນເຫ້ວ.

    ​ໂດຍ​ຖືກ​ຕັ້ງ​ຢູ່ພາກ​ກາງ​ຫວຽ​ດນາມ, ແຂວງເທື່ອທຽນເຫ້ວ​ແມ່ນ​ເຂດ​ດິນ​ທີ່​ເກົ່າ​ແກ່. ສະພາບ​ພູມິ​ສັນຖານ​ທີ່​ທຸລະກັນດານ​ໄດ້​ເຮັດ​ໃຫ້ ແຂວງເທື່ອທຽນເຫ້ວ​ມີ​ທີ່​ຕັ້ງ​ພິ​ເສດ​ໃນ​ປະຫວັດສາດ​ຫວຽດນາມ.ຢູ່​ແຫ່ງ​ນີ້, ​ເຈົ້າ​ພະຍາຫງວຽນ​ຮ່ວາງໄດ້ເລືອກ​ເຟັ້ນ​ເອົາ​ເປັນ​ເມືອງ​ຫຼວງ​ຂອງ​ເຂດ​ພາກ​ເໜືອ (ເມື່ອ​ປີ 1558) ​ແລະ ​ໃນ​ໄລຍະ​ກ່ວາ 400 ປີ, ແຂວງເທື່ອທຽນເຫ້ວ​ໄດ້​ກາຍ​ເປັນ​ສູນ​ກາງ​ການ​ເມືອງ​ວັດທະນະທຳ​ຂອງ​ລັດສັກດີນາ. ຍ້ອນ​ເຫດ​ນີ້​ເອງ, ຢູ່​ແຫ່ງ​ນີ້​ຍັງ​ສາມາດ​ຮັກສາ​ປູຊະນີຍະສະຖານ​ປະ​ຫວັດ​ສາດວັດທະນະທຳ​ທີ່​ລື່ຊື່​ນັບ​ຮ້ອຍ​ແຫ່ງ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ກ່ວາໝູ່ ​ແມ່ນ​ກຸ່ມ 300 ກິດຈະກຳສະຖາປັດຕະຍະກຳ ຊຶ່ງ​ປະກອບ​ດ້ວຍ​ລະບົບ​ກຳ​ແພງ, ພະລາດ​ຊະ​ວັງ, ສຸສານ, ຫໍ​ໂຮງ​ບູຊາ​​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ​ແລະ ສາລາ​ຂອງ​ໝູ່​ບ້ານ​ຕ່າງໆ ຊຶ່ງ​​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ. ສະ​ເພາະ​ບໍລິ​ເວນນະຄອນ​ເຫ້ວ​ໃນ​ປະຈຸ​ບັນ ກໍ​ມີສາລາທີ່​ເກົ່າ​ແກ່​ປະມານ 50 ​ແຫ່ງ​ທີ່​ຍັງ​ຄົງ​ສາມາດ​ຮັກສາ​ໄວ້​ເກືອບ​ເໝືອນ​ເດີ​ມ. ໝູ່​ບ້ານ ກື​ແຈ້ງ​ທີ່​ຂຶ້ນ​ກັບ​ເມືອງ​ເຮືອງ​ຖີ ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ນະຄອນ​ເຫ້ວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 1558 ຊຶ່ງ​ໄດ້​ຮັບ​ຖື​ວ່າ​​ແມ່ນ​ໜຶ່ງ​ໃນ​ບັນດາ​ໝູ່​ບ້ານ​ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ ແຂວງເທື່ອທຽນເຫ້ວ. ​ເຖິງ​ວ່າ​ໄດ້​ຜ່່ານການເວລາ​ແຫ່ງ​ປະຫວັດສາດ, ​ໄດ້​ຮັບ​ການ​ບູລະນະ​ປະຕິສັງຂອນ​ຫຼາຍ​ຄັງ​ກໍ​ຕາມ, ​ແຕ່​ບັນດາ​ເອກະສານ​ວັດຖຸ​ພັນ, ບັນດາ​ແຜ່ນ​ຄຳ​ພະ​ຫຍາ​, ຮູບ​ປັ້ນ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ເໝືອນ​ເດີມ, ພິ​ເສດແມ່ນ ພິທີ​​ໄຫ້​ວບູຊາ​ອາ​ໄລ​ຫາ​ບັນພະບຸລຸດ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ ກື​ແຈ້ງ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ ​ແລະ ຈັດ​ຕັ້ງ​ໃນ​ແຕ່ລະ​ປີ. ລຸງ Nguyen Ngoc Ket ຊາວ​ບ້ານກື​ແຈ້ງ ​ໃຫ້​ຮູ້​ວ່າ :

  “ ຂ້າພະ​ເຈົ້າ​ແມ່ນ​ລູກ​ຮັກ​ຂອງ​ໝູ່​ບ້ານ, ​ໂດຍ​ໄດ້ຮັບການ​ກຳ​ເນີ​ດ​ໃນ​ໝູ່​ບ້ານ ​ແລະ ດຳລົງ​ຊີວິດ​ມາ​ແຕ່​ນ້ອຍ, ບາດ​ໃຫຍ່​ມາ, ຍ້ອນ​ຕ້ອງໄປ​ທຳ​ມາ​ຫາ​ກິນ, ດັ່ງ​ນັ້ນ​ຕ້ອງ​ຢູ່​ຫ່່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ຕໍ່ມາ, ​ເມື່ອ​ມີ​ໂອກາດ​ໄດ້​ກັບ​ຄືນມາຢາມ​ໝູ່​ບ້ານ​ໃນ​ແຕ່ລະ​ເທື່ອ, ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ​ຊາວບ້ານ​ມີ​ຄວາມ​ສາ​ມັກ​ຄີ​ກັນ ​ໄດ້​ບູລະນະ​ປະຕິສັງ​ຂອນສາລາ​ຂອງ​ໝູ່​ບ້ານ​ຊຶ່ງ​ແມ່ນ​ບ່ອນ​ບູຊາ​ບັນພະບຸລຸດ​ໃຫ້​ນັບ​ມື້​ນັບ​ໃຫຍ່​ໂຕ​ໂອ​ຖົງ​ກວ່າ​ເກົ່າ. ຮອດ​ເດືອນ 7 ​ໂດຍ​ໄລ​ຕາມ​ຈັນທະ​ປະຕິທິນ​ໃນ​ແຕ່ລະ​ປີ, ລູກ​ຮັກ ຫຼານ​ແພງ ຊາວບ້ານ​ໄດ້​ພາກັນ​ມາ​ເຕົ້າ​ໂຮ​ມຢູ່​ທີ່​ນີ້​ເພື່ອຈັດ ພິທີ​​ໄຫ້​ວບູຊາ​ອາ​ໄລ​ຫາ​ບັນພະບຸລຸດ  ”

    ພິ​ເສດ​ບັນດາ​ກິດຈະກຳສະຖາປັດຕະຍະກຳສາລາ​ໝູ່​ບ້ານ​ຢູ່ ແຂວງເທື່ອທຽນ ເຫ້ວ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສາງ​ເອກະ​ສານວັດຖຸ​ພັນ​ທີ່​ມີຄຸນຄ່າ, ສ່ອງ​ແສງມູນ​ເຊື້ອ​ວັດທະນະທຳ​ປະຫວັດສາດ​ຂອງ​ເຂດ​ດິນ​ເມືອງ​ຫຼວງ​ເກົ່າ. ​ໃນ​ນັ້ນ​ມີ​ສາລາ​ເກົ່າ​ແກ່​ຫຼາຍ​ແຫ່ງຍັງ​ສາມາດ​ເກັບ​ຮັກສາ​ຮອງ​ຮອຍ​ສະຖານ,ວັດຖຸ​ພັນ,ເອກະສານເປັນພາ ສາ​ ຈີນ-ນົມ (ໝາຍ​ເຖິງ​ພາສາ​ຫວຽດ​ເດີມ) ທີ່​ມີ​ຄຸນຄ່າ​ຫາ​ຍາກ ຊຶ່ງ​ໄດ້​ສ່ອງ​ແສງ​​ເຖິງວິວັດ​ການ​ຕໍ່ສູ້, ບຸກ​ເບີກ​ພື້ນ​ທີ ສ້າງສາ​ປະ​ເທດ​ຊາດ, ຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ວັດທະນະທຳ, ປະຫວັດສາດ, ​ເສດຖະກິດ ສັງຄົມ​ຂອງ​ຊາດ.

     

ອະນຸລັກ, ເສີມຂະຫຍາຍຄຸນຄ່າເອກະສານເກົ່າໃນສາລາໝູ່ບ້ານຂອງ ເຫ້ວ - ảnh 2
ສາລາ​ໝູ່​ບ້ານ ມີ້​ເລີ້​ຍ- ແຫ່ງທີ່ຍັງຄົງເກັບຮັກສາເອກະສານ​ພາສາ​ຈີນ-ນົມ ເປັນຈຳນວນຫຼວງຫຼາຍ  (ພາບ: baomoi.com)


   ຍົກ​ຕົວຢ່າງຄື​ຢູ່ສາລາ​ບ້ານ ມີ້​ເລີ້​ຍ ທີ່​ຂຶ້ນ​ກັບ​ຕາ​ແສງ ວິ​ງມີ້ ​ເມືອງ​ຟູ້​ໂລກ ​ໄດ້​ຮັບ​ການ​ປຸກ​ສ້າງ​ກ່ອນ​ນີ້​ກ່ວາ 450 ປີ ຍັງ​ສາມາດ​ເກັບ​ຮັກສາ​ເອກະສານ​ພາສາ​ຈີນ-ນົມ​ລວມ 1000 ໜ້າເຈ້ຍທີ່ມີຄຸນຄ່າດ້ານປະຫວັດສາດທີ່ສຳຄັນຂອງ ປະເທດຊາດ, ​ໃນ​ນັ້ນ​ມີ​ເອກະສານ​ສະບັບ​ໜຶ່ງ​ຊຶ່ງ​ຂຽນດ້ວຍ​ພາສາ​ຈີນ​ກ່ອນ​ນີ້ 250 ປີ, ມີ​ເນື້ອ​ໃນ​ຢັ້ງຢືນ​ອະທິປະ​ໄຕ​ຜືນ​ແຜນ​ດິນ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ຂອງ​ຫວຽດນາມ. ​ເນື້ອ​ໃນ​ຂອງ​ເອກະສານ​ສະບັບ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ກ່ອນ​ນີ້ 250 ປີ, ລາດ​ຊະ​ວົງ​ຫວຽນ​ໄດ້​ຈັດ​ສົ່ງ​ກຳລັງ​ທະຫານ​ໄປ​ເວນ​ຍາມ​ປົກ​ປັກ​ຮັກສາ​ໝູ່​ເກາະ ຮ່ວາງ​ຊາ. ​ເອກະສານ​ສະບັບ​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ເພື່ອ​ເພີ່ມ​ເຕີມ​ໃສ່​ສຳ​ເນົາ​ເອກະສານ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ໝູ່​ເກາະ ຮ່ວາງ​ຊາ ​ແລະ ສາລາ​ໝູ່​ບ້ານ ມີ້​ເລີ້​ຍ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ປູຊະນີຍະສະຖານ​ປະຫວັດສາດ-ວັດທະນະທຳ-ສະຖາປັດຕະຍະກຳ​ລະດັບ​ຊາດ​ເມື່ອ​ເດືອນ 6/1996. ນະຄອນ​ເຫ້ວຍັງ​ມີ​ສາລາ​ໝູ່​ບ້ານ​ຫຼາຍ​ແຫ່ງ​ຍັງ​ຄົງ​ສາມາດ​ຮັກສາ​ບັນດາ​ເອກະສານ​ເປັນພາສາ ຈີນ-ນົມ​ທີ່​ມີ​ຄຸນຄ່າ​ຫາ​ຍາກ​ທີ່​ສຸດ ຄື​ສາລາ​ໝູ່​ບ້ານເລືອງກວານ ​ ຢູ່​ຕາ​ແສງ​ ຖີບຽວ ຍັງ​ເກັບ​ຮັກສາ​ພະ​ລາຊະ​ດຳລັດຂອງ​ເຈົ້າ​ຊີວິດ Dong Khanh ​ເມື່ອ​ປີ 1887 ກ່ຽວ​ກັບ​ການ​ເລື່ອນ​ຕ່ຳ​ແໜ່​ງ​ໃຫ້​ແກ່​ເຈົ້າ​ເສນາ 2 ທ່ານ​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ສ້າງ​ຕັ້ງ​ໝູ່​ບ້ານ​ນັບ​ຕັ້ງ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ Le Thanh Tong . ທ່ານ Dang Van Thiep ນາຍບ້ານໆ ເລື່ອງ​ກ້ວານ​ໃຫ້​ຮູ້​ວ່າ :

    “ ຢູ່​ສາລາ​ໝູ່​ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ, ຍັງ​ສາມາດ​ເກັບ​ຮັກສາ​ພະ​ລາຊະ​ດຳລັດ​ຂອງ​ເຈົ້າຊີວິດ​ຫຼາຍ​ສະບັບ, ປະຈຸບັນມີ ພະ​ລາຊະ​ດຳລັດ 9 ສະບັບພວມ ໄດ້ຮັບການຮັກສາໄວ້. ຫວ່າງແລ້ວນີ້ ພວກຂ້າພະເຈົ້າໄດ້ຈັດພິທີແຫ່ ພະ​ລາຊະ​ດຳລັດຢ່າງສົມກຽດ. ອັນໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ”  

      ຜ່ານໄລຍະເວລາແຫ່ງປະຫວັດສາດ, ຄວາມຮ້າຍແຮງຂອງທຳມະຊາດໄດ້ ທຳລາຍສ່ວນໜຶ່ງໃນຈຳນວນ ເອກະສານເປັນພາສາ ຈີນ-ນົມ ໃນສາລາ ໝູ່ບ້ານທີ່ເກົ່າແກ່ຕ່າງໆ. ແຕ່ໃນເວລາທີ່ຜ່ານມາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫ້ວ ຫາກໍຈັດຕັ້ງດຳເນີນການ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ເອກະສານເປັນພາສາ ຈີນ-ນົມດ້ວຍການເກັບກຳ, ຮັກສາ, ອະນຸລັກ ແລະ ແຕ່ງເອກະສານເກົ່າເປັນເອກະສານໃໝ່, ພ້ອມກັນນັ້ນ ກໍສົມທົບກັບບັນດານັກຄົ້ນຄ້ວາ, ລະບົບຫໍສະໝຸດໃນທົ່ວປະເທດ ເພື່ອແປ ແລະ ຮຽບຮຽງເປັນ ເອກະສານ ທີ່ຄຸນຄ່າ. ນັບແຕ່ປີ 2009 ມາຮອດປະຈຸບັນ, ຫໍສະໝຸດສັງລວມແຂວງເທື່ອທຽນເຫ້ວ ໄດ້ສົມທົບ ກັບບັນດາຄະນະ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍ, ຄົ້ນຄ້ວາບັນດາພະ​ລາຊະ​ດຳລັດ, ເອກະສານທີ່ມີມາແຕ່ສະໄໝເກົ່າຢູ່ສາລາໝູ່ບ້ານຫຼາຍແຫ່ງ. ຜ່ານນັ້ນໄດ້ເກັບ ຮັກສາ ​ແລະ ຈັດ​ເປັນກ່ວາ 300 ​ປະ​ເພດ​ປະກອບ​ດ້ວຍ 70 000 ໜ້າ​ເຈ້ຍ​ເປັນ​ພາສາ​ຈີນ-ນົມ. ນອກຈາກ​ນັ້ນ, ຫໍສະໝຸດສັງລວມແຂວງເທື່ອທຽນເຫ້ວ ຍັງ​ແຕ່ງ​ເອກະສານ​ເປັນ​ພາສາ​ຈີນ-ນົມ​ເປັນ​ປື້​ມ​ເອ​ເລັກ​ໂຕ​ນິກ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ແກ່​ຜູ້​ອ່ານ​ຜ່່ານລະບົບ Internet ​ແລະ ສາມາດ​ເກັບ​ຮັກສາ​ໄວ້ໄດ້​ຢ່າງ​  ຍາ​ວນານ.

ຕອບກັບ

ຂ່າວ/ບົດ​ອື່ນ