ອະນຸລັກສິລະປະຂັບຫໍ່ຄວານເລະຖຸ໋ຍ

(VOVWORLD) -ຂັບຫໍ່ຄວານເມືອງເລະຖຸ໋ຍແຂວງກວ໋າງບິ່ງແມ່ນທຳນອງເພງພື້ນເມືອງທີ່ມີພະລັງຊີວິດອັນແຮງກ້າອັນໄດ້ດຶງດູດໃຈຂອງມະນຸດ. ວັນທີ່ 8 ພຶດສະພາປີ 2017 ຂັບຫໍ່ຄວານເລະຖຸ໋ຍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາແລະທ່ອງທ່ຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.ຈາກນັ້ນ ໄດ້ກາຍເປັນກຳລັງໜູນເພື່ອໃຫ້ຊາວເມືອງເລະຖຸ໋ຍຮັກສາອະນຸລັກທຳນອງເພງພື້ນເມືອງນີ້. 
ອະນຸລັກສິລະປະຂັບຫໍ່ຄວານເລະຖຸ໋ຍ - ảnh 1ວັນທີ 8 ພຶດສະພາປີ 2017 ຂັບຫໍ່ຄວານເລະຖຸ໋ຍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາແລະທ່ອງທ່ຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

    ບໍ່ຮູ້ຈັກວ່າໄດ້ມີມາແຕ່ຍາມໃດແຕ່ໃນຈິດວິນຍານຂອງຊາວເລະຖຸ໋ຍຍາມໃດກໍ່ຝັງເລິກດ້ວຍທຳນອງເພງຫໍຄວານທີລຽບງ່າຍເລິກເຊິ່ງແລະເຮັດໃຫ້ມະນຸດມີຄວາມຫຼົງໄຫຼບໍ່ພຽງແຕ່ແມ່ນຮູບການສະແດງພື້ນເມືອງເທົ່ານັ້ນ, ຂັບຫໍຄວານເລະຖຸ໋ຍ ຍັງແມ່ນການດຳເນີນຊີວິດວັດທະນະທຳສິລະປະພື້ນເມືອງທີ່ເປັນເອກະລັກຂອງຊາວເລະຖຸ໋ຍ ເວົ້າສະເພາະແລະຊາວແຂວງກວ໋າງບິ່ງເວົ້າລວມ. ຂັບຫໍຄວານ ແມ່ນຮູບການດຳເນີນຊີວິດວັດທະນະທຳຊຸມຊົນລັກສະນະສະແດງບົນເວທີ ໃນຍາມມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ.ຄວາມເປັນເອກະລັກຂອງຂັບຫໍ່ຄວານເລະຖຸ໋ຍແມ່ນພຽງແຕ່ໃນກໍລະນີທຳການສະແດງຫຼືໃນງານປະກວດຈຶ່ງນຳໃຊ້ເຄື່ອງດົນຕີພື້ນເມືອງຄືຊໍຂຸ່ຍກອງ... ທຳມະດາເຄື່ອງດົນຕີໃນການສະແດງຂັບຫໍ່ຄວານພຽງແຕ່ແມ່ນບັນດາເຄື່ອງມືໃນການອອກແຮງງານຄືສາກຕຳເຂົ້າ, ໄມ້ຄ້ອນ, ພາເຂົ້າ, ຈອກ... ນາງດັ້ງທິເຫີຍ ຢູ່ຕາແສງລົກຖຸ໋ຍເມືອງເລະຖຸ໋ຍໃຫ້ຮູ້ວ່າ:

     “ຂັບຫໍ່ຄວານເລະຖຸ໋ຍຕົ້ນຕໍແມ່ນເລີ່ມມາຈາກຊີວິດອອກແຮງງານແລະການດຳລົງຊີວິດຂອງຊາວເລະຖຸ໋ຍດັ່ງນັ້ນເຄື່ອງດົນຕີເພື່ອຮັບໃຊ້ ໃຫ້ແກ່ການຂັບເຫາະຄວານກໍ່ແມ່ນບັນດາເຄື່ອງມືທີ່ເລີ່ມມາຈາກເຄື່ອງມືຮັບໃຊ້ການອອກແຮງງານ”.

       ຂັບຫໍ່ຄວານເລະຖຸ໋ຍກໍ່ມີຫຼາຍທຳນອງທີ່ແຕກຕ່າງກັນ, ມັນອີງຕາມຈຸດພິເສດສະເພາະຂອງແຕ່ລະເຂດແຄວ້ນຈຶ່ງໃຫ້ກຳເນີດທຳນອງເພງທີ່ມີສີສັນສະເພາະ.ຫຼາຍປີມານີ້ວຽກງານອະນຸລັກແລະເສີມຂະຫຍາຍຄຸນຄ່າສິລະປະຂັບຫໍຄວາມນເລະຖຸ໊ຍຍາມໃດກໍ່ໄດ້ຖືກນຳເຂົ້າມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງເລະຖຸ໋ຍ. ຢູ່ເມືອງເລະຖຸ໋ຍ  ໄດ້ໃຫ້ສ້າງຕັ້ງສະໂມສອນຂັບຫໍຄວານຫຼາຍແຫ່ງ. ພິເສດທຳນອງເພງພື້ນເມືອງນີ້ ໄດ້ຖືກນຳເຂົ້າຫຼັກສູດການສອນຢູ່ໂຮງຮຽນໃນເມືອງເລະຖຸ໋ຍ ອັນໄດ້ນຳມາເຊິ່ງປະສິດທິຜົນສູງແລະກາຍເປັນຂະບວນການວັດທະນະທຳສິລະປະວັນນະຄະດີຢ່າງກວ້າງເລິກ. ທ່ານເຢືອງວັນບິ່ງຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງເລະຖຸ໋ຍໃຫ້ຮູ້ວ່າ:

       “ພາຍຫຼັງທີ່ຂັບຫໍຄວານເລະຖຸ໋ຍໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍໃນໂຮງຮຽນຄື: ພວກນ້ອງກັບສິລະປະຂັບຫໍຄວານ. ບັນດາຮູບແບບສະແດງບົນເວທີ, ບັນດາງານປະກວດໄດ້ຖືກຂະແໜງສຶກສາຜັນຂະຫຍາຍໃນແຕ່ລະປີເຊິ່ງມີລັກສະນະສຶກສາອົບຮົມມູນເຊື້ອ ແລະບໍ່ປະໃຫ້ຂັບຫໍໍ່ຄວານເລະຖຸ໋ຍຖືກສູນຫາຍໄປ. ຢູ່ເມືອງກໍ່ມີສະໂມສອນຂັບຫໍ່ຄວານເລະຖຸ໋ຍລວມມີບັນດານັກສິລະປິນທີ່ສຸດຈິດສຸດໃຈຕໍ່ທຳນອງເພງພື້ນເມືອງນີ້. ທາງເມືອງໄດ້ກຳນົດວ່ານີ້ແມ່ນເນື້ອໃນເພື່ອຜູກຮັດຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ ເລະຖຸຸ໋ຍ”.

     ປີ 2019 ສະໂມສອນຂັບຫໍ່ຄວານເລະຖຸ໋ຍໄດ້ຮັບການສ້າງຕັ້ງຂຶ້ນໂດຍນັກສິລະປະການຫ໋າຍຫຼີເປັນຫົວໜ້າ.ຕໍ່ຈາກນັ້ນ ນາງຫ໋າຍຫຼີໄດ້ເຊື້ອເຊີນບັນດານັກສິລະປິນຂັບຫໍ່ຄວານພ້ອມກັນເຂົ້າຮ່ວມສະໂມສອນດ້ວຍຄວາມຫວັງ ຢາກອະນຸລັກຮັກສາສິລະປະຂັບຫໍໍ່ຄວານເລະຖຸ໋ຍພ້ອມທັງຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງ. ນັກສິລະປະການດີເດັ່ນຫ໋າຍຫຼີເລົ່າສູ່ຟັງວ່າ:

      “ຂັບຫໍໍ່ຄວານປຽບເໝືອນອາຫານທາງດ້ານຈິດໃຈຂອງບ້ານເກີດເມືອງນອນເລະຖຸ່ຍ. ພິເສດທ່ານພົນເອກ ຫວໍງວຽນຢາບມີຄວາມຊົມຊອບທຳນອງເພງນີ້ທີ່ສຸດ. ເປັນຄັ້ງທຳອິດໄດ້ພົບກັບທ່ານພົນເອກຫວໍງວຽນຢາບໃນຄາວນັ້ນຂ້າພະເຈົ້າຍັງເປັນໄວໜຸ່ມ, ທ່ານພົນເອກໄດ້ສັ່ງສອນໃຫ້ທຸກໆຄົນໆວ່າເລະຖຸ໋ຍມີທຳນອງເພງຂັບຫໍ່ຄວານມວນທີ່ສຸດພວກຫານຕ້ອງຮັກສາອະນຸລັກມັນໄວ້. ເພື່ອປະຕິບັດຕາມຄຳສັ່ງສອນຂອງທ່ານພົນເອກພວກຂ້າພະເຈົ້າພະຍາຍາມອະນຸຮັກສາທຳນອງເພງຂັບຫໍຄວານເລະຖຸ໋ຍໄວ້”.

         ສິລະປະຂັບຫໍ່ຄວານເລະຖຸ໋ຍໄດ້ຮັບການກັ່ນຕອງຜ່າບັນດາໄລຍະປະຫວັດສາດແຕ່ທຳນອງເພງຂັບຫໍຄວານຍັງຄົງຮັກສາຫຼັກການທີ່ເຄັ່ງຄັດບໍ່ປ່ຽນແປງແຕ່ຢ່າງໃດ.  ຂັບຫໍ່ຄວານເລະຖຸ໋ຍ ໄດ້ຮັບການເຊີດຊູແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດແມ່ນໝາກຜົນຂອງຂະບວນວິວັດ ແຫ່ງການອະນຸລັກຮັກສາພັດທະນາມໍລະດົກຂອງອຳນາດການປົກຄອງ ແລະ ຂະແໜງວັດທະນະທຳທ້ອງຖິ່ນໃນນັ້ນມີຄວາມສຸມຈິດສຸມໃຈແລະຄວາມກະຕືລືລົ້ນຂອງບັນດານັກສິລະປະການນັກສິລະປິນເພື່ອໃຫ້ທຳນອງເພງພື້ນເມືອງນີ້ຍຶນຍົງຄົງຕົວຕະຫຼອດການ 

ຕອບກັບ

ຂ່າວ/ບົດ​ອື່ນ