ອະນຸລັກຮັກສາພິນສົບເພື່ອປະກອບສ່ວນເຊີດຊູວັດທະນະທຳຫວຽດນາມ

ອະນຸລັກຮັກສາພິນສົບເພື່ອປະກອບສ່ວນເຊີດຊູວັດທະນະທຳຫວຽດນາມ - ảnh 1
ພິນ​ສົບຂອງ​ ພໍ່​ແມ່​ພີ​ນ້ອງ​ເຜົ່າ​ມົ້ງ​ໃນ​ແຂວງ​ຮ່າ​ຢາງສາມາດ​ ຫຼິ້ນເປັນສຽງ​ສູງ, ສຽງ​ຕ່ຳ​ທີ່​ໜ້າ​ຈັບ​ໃຈ(ພາບ: vanhoadoisong)


  ໃນ​ວົງ​ຄະ​ນະ​ຍາດ​ບັນດາ​ເຜົ່າ​ຢູ່​ຫວຽດນາມ, ພິນ​ສົບ​ແມ່ນ​ເຄື່ອງ​ດົນຕີ​ປະ​ເພດ​ໜຶ່ງຊຶ່ງ​ໄດ້ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ. ພິນ​ສົບ​ຢູ່​ຫວຽດນາມແມ່ນສາມາດ​ຊອກ​ເຫັນ​ຢູ່​ເຂດ​ໄຕ​ງວຽນ, ​ແຕ່ເປັນເອກະລັກ ສະເພາະທີ່​ສຸດ​ ຍັງ​ຄົງ​ແມ່ນ ພິນ​ສົບ​ຂອງ​ຊາວ​ເຜົ່າ​ມົ້ງຢູ່​ແຂວງ​ຮ່າ​ຢາງ. ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ມົ້ງ, ພິນ​ສົບບໍ່​ພຽງ​ແຕ່ແມ່ນ​​ເຄື່ອງ​ດົນຕີ​ເພື່ອ​ຫຼິ້ນ​ໃນ​ເວລາພັກຜ່ອນຢອ່ນ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຄື​ອ່ງດົນຕີ​ທີ່​ພວກ​ບາ​ວ ສາວບັນດາ​ເຜົ່າ​ມັກ​ໃຊ້​ເພື່ອ​ສະ​ແດງ​ຄວາມ​ໃນ​ໃຈ, ສະ​ແດງ​ຄວາມ​ຮັກ​ຕໍ່​ກັນ​ອີກ​ດ້ວຍ. ​

     ພິນ​ສົບຕາມ​ພາສາ​ຫວຽດ​ເອີ້ນ​ວ່າ “ດານ​ໂມ​ຍ” ​ແມ່ນ​ເຄື່ອງ​ດົນຕີ​ປະ​ເພດ​ໜຶ່ງທີ່​ເປັນ​ເອກະລັກ​ສະ​ເພາະ ຊຶ່ງ​ມັກ​ນຳ​ໃຊ້​ຢູ່​ເກືອບ​ທຸກໆ​ທະວີບ​ໃນ​ໂລກ ​ແລະ ມີ​ຫຼາຍ​ຊະນິດ​ທີ່​ແຕກ​ຕ່າງ​ກັນ. ພິນ​ສົບຢູ່​ຫວຽດນາມ​ແມ່ນ​ມີ​ມາ​ແຕ່​ດົນ​ນານ ​ແລະ ​ແມ່ນ​ເຄື່ອງ​ດົນຕີ​ພື້ນເມືອງທີ່ນັບມື້ ໄດ້ຮັບຄວາມສົນ​ໃຈ​ຈາກ​ມວນ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ຕັ້ງ​ແຕ່​ເວລາ​ນັກ​ສິລະ​ປິນ Nguyen Minh Duc ​ໄດ້​ຮັບ​ລາງວັນນັກ​ເສບ​ພິນ​ສົບ​ທີ່​ດີ​ເດັ່ນ​ໃນ​ງານ Festival ພິນ​ສົບສາກົນ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ໂຮ​ນລັງ​ເມື່ໍ່ໍ່ອປີ 2006. ຢູ່​ຫວຽດນາມ, ພິນ​ສົບຊະນິດທີ່ເຮັດ​ດ້ວຍ​ໂລຫະ ​ແລະ ​ເຮັດ​ດ້ວຍ​ໄມ້​ໄຜ່ ​ແມ່ນ​ສາມາດ​ຊອກ​ເຫັນ​ຢູ່​ເຂດ​ປະຊາຊົນ​ບັນດາ​ເຜົ່າ ຢາ​ລາຍ, ບານ​າ, ​ເອ​ເດ ທີ່​ເຂດ​ໄຕ​ງວຽນ. ສ່ວນພິນ​ສົບ​ຊະນິດ​ເຮັດ​ດ້ວຍ​ທອງ​ແດງ ​ແມ່ນ​ເຄີຍ​ປະກົດ​ມີ​ຢູ່​ເຂດ​ຊາວ​ເຜົ່າ​ມົ້ງທີ່​ແຂວງ ຮ່າ​ຢາງ, ລາວ​ກາຍ... ປະຈຸ​ບັນ, ຢູ່​ຫວຽດນາມ​ມີພິນ​ສົບ​ເຖິງ 10 ຊະນິດ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ, ພິນ​ສົບຂອງ​ ພໍ່​ແມ່​ພີ​ນ້ອງ​ເຜົ່າ​ມົ້ງ​ໃນ​ແຂວງ​ຮ່າ​ຢາງ​ນັ້ນ, ​ແມ່ນ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ໂລກ​ກ່ຽວ​ກັບ​ຮູບ​ຮ່າງທີ່​ສວຍ​ງາມ ​ແລະ ສາມາດ​ຫຼິ້ນເປັນສຽງ​ສູງ, ສຽງ​ຕ່ຳ​ທີ່​ໜ້າ​ຈັບ​ໃຈ. ພິນ​ສົບຢູ່ແຂວງຮ່າຢາງ ແມ່ນຖືກ​ເຮັດ​ດ້ວຍ​ທອງ​ແດງ, ມີ​ຄວາມ​ຍາວ​ປະມານ 7 ຊັງ​ຕິ​ແມດ ປະກອບ​ດ້ວຍ 2 ສ່ວນ​ຄື : ສ່ວນ​ຕົວພິນ ​ແລະ ສ່ວນ​ລີ້ນປີ​ຂອງ​ພິນ​ທີ່​ເອີ້​ນວ່າ “ລີ້ນ​ໄກ່” ​ເພື່ອ​ລາກ​ສຽງ. ​ເມື່ອ​ເສບ​ເຄື່ອງ​ດົນຕີພິນ​ສົບ, ນັກ​ເສບ​ຕ້ອງ​ຕັ້ງພິນ​​ໃສ່​ສົບ, ​ແລ້ວ​ໃຊ້​ນິ້ວຊີ້​ຂອງ​ມືຂວາ ດີດໃສ່ລີ້ນໄກ່ຂອງພິນສົບ ພ້ອມທັງເຄື່ອນໄປມາລະຫວ່າງ 2 ຮິມສົບ, ຈາກນັ້ນ ຈະເກີດມີສຽງ​ສູງ, ສຽງ​ຕ່ຳ​ທີ່​ອ່ອນ​ຊ້ອຍ ຈັບ​ອົກ​ຈັບໃຈ. ທ່ານ Pham Hong Thai ຜູ້​ໄດ້​ທຳ​ການຄົ້ນ​ຄ້ວາ​ກ່ຽວ​ກັບພິນ​ສົບມາ​ເປັນ​ເວລາ 10 ປີ​ມາ​ນີ້ ​ແລະ ປະຈຸ​ບັນ​ເປັນ​ເຈົ້າ​ຂອງ​ຮ້ານ​ຄ້າ Thai Khue ຜະລິດ​ສະ​ເພາະ​ແຕ່ພິນ​ສົບ​ຢູ່​ຖະໜົນ ຮ່າງ​​ແມ່ງ - ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

   “ ​ແຂກ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ແຂກ​ຝະລັ່ງ ​ແລະ ​ເຢັຍລະ​ມັນ ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບພິນ​ສົບ​ຂອງ​ຫວຽດນາມ​ທີ່​ສຸດ, ຈາກພິນ​ສົບ​ຊະນິດ​ເຮັດ​ດ້ວຍ​ໄມ້​ໄຜ່, ຕະຫຼອດ​ຮອດພິນ​ສົບ​ຊະນິດ​ເຮັດ​ດ້ວຍ​ທອງ​ແດງ. ​ແຕ່​ເຂົາ​ເຈົ້າ​ຊົມ​ຊອບ​ກ່ວາ​ໝູ່​ແມ່ນພິນ​ສົບ​ຊະນິດ​ນ້ອຍ​ທີ່​ມີ​ຕົ້ນ​ກຳ​ເນີ​ດຂອງ​ຊາວ​​ເຜົ່າ​ມົ້ງ, ​ເພາະວ່າ​ນີ້​ແມ່ນພິນ​ສົບ​ຊະນິດທີ່​ສາມ​າດໃຊ້​ໄດ້​ຢ່າງ​ງ່າຍ​ດາຍ ​ແລະ ມີ​ສຽງ​ມ່ວນກ່ວາພິນ​ສົບ​ຂອງ​ບັນດາ​ປະ​ເທ​ດ​ເອີ​ລົບ ”

      ມີນັກຄົ້ນ​ຄ້ວາ​ວັດທະນະທຳ ​ແລະ ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ທີ່ີມາ​ຢ້ຽມຢາມ​ຫວຽດນາມ, ລ້ວນ​ແຕ່​ມັກ​ຊອກ​ຮູ້​ກ່ຽວ​ກັບວັດທະນະທຳ ​ແລະ ວິທີ​ນຳ​ໃຊ້ພິນ​ສົບຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫວຽດນາມ. ປະຈຸ​ບັນ, ພໍ່​ແມ່​ປະຊາຊົນ​ເຜົ່າ​ມົ້ງຢູ່​ເມືອງ​ກວາງ​ບະ ​ແຂວງ​ຮ່າ​ຢາງ ຫຼື​ເມືອງ​ຊາ​ບາ, ບັກ​ຮ່າ ​ແຂວງ​ລາວ​ກາຍ​ຍັງ​ຄົງ​ນິຍົມ​ຫຼິ້ນພິນ​ສົບ​ຄື​ດັ່ງ​ເຄື່ອງມື​ທີ່​ເປັນ​ເອກະລັກ​ສະ​ເພາະ​ເພື່ອ​ສະ​ແດງ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ລະຫວ່າງ​ບາ​ວສາວ. ຜູ້​ຊາຍ​ເຜົ່າ​ມົ້ງມັກ​ຖື​ຂຸ່ຍ ​ແລະ ພິນ​ສົບ​ຕິດ​ໂຕ​ເມື່ອອອກ​ຈາກ​ບ້ານ. ​ໃນ​ຊີວິດ​ປະຈຳ​ວັນ, ​ໃນ​ຊຸມ​ວັນ​ບຸນ ຫຼື​ໃນ​ຊຸມ​ຄ່ຳ​ຄືນ​ທີ່​ພະຈັນ​ເຕັມ​ດວງ​ຢູ່​ເຂດ​ພູ​ສູງ, ສຽງພິນ​ສົບ​ປຽບ​ເໝືອນ​ຄຳ​ເວົ້າສະ​ແດງ​ຄວາມ​ຮັກ​ຂອງ​ພວກ​ອ້າຍ​ບາ​ວຕໍ່​ພວກ​ນາງ​ສາວ. ສຽງ​ຂອງພິນ​ສົບ​ແມ່ນ​ອີງ​ໃສ່​ບັນດາ​ທຳນອງ​ຂອງ​ຊາວ​ເຜົ່າມົ້ງ, ສ້າງ​ເປັນ​ພາສາ​ດ້ານ​ດົນຕີ​ທີ່​ເປັນ​ເອກະ​ລັດສະ​ເພາະ. ສິລະ​ປະການ​ນຳ​ໃຊ້ພິນ​ສົບ​ຜ່ານ​ການ​ເວລາ​ໄດ້​ກາຍ​ເປັນຈຸດ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນນານຂອງ​ເຜົ່າ​ມົ້ງ. ​ໃນ​ຊີວິດ​​ແບບ​ທັນ​ມະ​ໄໝ​ຄື​ປະຈຸ​ບັນ, ການ​ປະກົດ​ຕົວ​ຂອງ ພິນ​ສົບນັບ​ມື້​ນັບ​ຫຼຸດ​ໜ້ອຍ​ລົງ. ນີ້​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ໃນ​ການ​ອະນຸລັກ, ຮັກ​ສາ​ຈຸດ​ວັດທະນະທຳ​ທີ່​ດີງາມ​ນີ້. ທ່ານ Hung Dinh Quy ນັກ​ຄົ້ນ​ຄ້ວາວັດທະ​ນະ​ທຳ​ໃຫ້​ຮູ້​ວ່າ :

        “ ​ເພື່ອ​ອະນຸລັກ​ຮັກສາ​ຈຸດ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງພິນ​ສົບ​ຂອງ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ມົ້ງນັ້ນ, ພວກ​ເຮົາ​ຄວນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ງານ​ບຸນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ພິ​ເສດ​ແມ່ນ​ຊ່ວຍ​ພວກ​ຍິງຊາຍ​ເຜົ່າ​ມົ້ງ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ໝາຍ​ຂອງພິນ​ສົບ​ໃນ​ການ​ດຳລົງ​ຊີ​ວິດ. ​ເພື່ອ​ຮັກສາ​ຄວາມ​ງາມ​ດ້ານວັດທະນະທຳ​ຂອງພິນ​ສົບ, ກໍ​ຄວນ​ເປີດ​ຊຸດ​ຟຶກອົບຮົມ​ໃຫ້​ແກ່​ຊາວ​ໜຸ່ມ​ເພື່ອອະນຸລັກຮັກສາຄຸນຄ່າ​ດ້ານ​ວັດທະນະທຳ​ຂອງ​ເຜົ່າ​ຕົນ ”

     ພິນ​ສົບ​ແມ່ນ​ໜຶ່ງ​ໃນ​ບັນດາ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ທີ່​ສຸດ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ອຸດົມສົມບູນ​ຂອງ​ດົນຕີ​ພື້ນ​ເມືອງ​ຫວຽດນາມ. ເພື່ອອະນຸລັກຮັກສາ ຄຸນຄ່າ​ດ້ານ​ວັດທະນະທຳນີ້, ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ, ຫຼາຍ​ທ້ອງ​ຖິ່ນ​ຢູ່​ບັນດາ​ແຂວງ​ເຂດ​ໄຕ​ງວຽນ ​ແລະ ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສຽ່ງ​ເໜືອ ​ໄດ້​ປະຕິບັດ​ບັນດາ​ໂຄງການ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວລະອຽດ​ຄື ​ເປີດ​ຊຸດ​ບຳລຸງ​ເພື່ອ​ດຶງ​ດູດ​ນັກຮຽນ​ໜຸ່ມ, ຈັດ​ການ​ປະ​ກວດ “ ນັກ​ເສບພິນ​ສົບມ່ວນ​ທີ່​ສຸດ ” ​ແລະ ອື່ນໆ. ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ໄຫວ​ພິບດັ່ງກ່່າວ, ສິລະ​ປະ​ເຄື່ອງດົນຕີ ພິນ​ສົບ, ​ບໍ່ພຽງ​ແຕ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ເພີ່ມ​ຄວາມ​ອຸດົມສົມບູນ, ທັງ​ເປັນ​ການ​ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດທະນະ​ທຳ, ປະກອບສ່ວນພັດທະນາ​ດ້ານ​ທ່ອງ​ທ່ຽວຢູ່​ຫວຽດນາມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ