ອະນຸລັກຮັກສາອາຊີບເຮັດຮູບປັ້ນ ເປັນປະເພນີ

(VOVWORLD) -ເມື່ອເວົ້າເຖິງອາຊີບເຮັດຮູບປັ້ນ ແມ່ນຕ້ອງເວົ້າເຖິງບ້ານ ດົງເຄ ຕາແສງ ຊອງໂຮ່ ເມືອງ ທ້ວນແທັ່ງ ແຂວງ ບັກນິງ, ເພາະວ່ານີ້ແມ່ນໜຶ່ງໃນບັນດາສະຖານທີ່ເຮັດຮູບປັ້ນດິນ ມີຊື່ສຽງໃນທົ່ວປະເທດ. ກ່ອນນີ້, ຊາວບ້ານ ດົງເຄ ເກືອບທັງໝົດ ລ້ວນແຕ່ປະກອບອາຊີບນີ້ ແຕ່ໃນປັດຈຸບັນ ຢູ່ໃນບ້ານມີພຽງແຕ່ຄອບຄົວນັກສິລະປະການ ຟຸ່ງດິງຢ໊າບ ຕິດພັນກັບອາຊີບນີ້ເທົ່ານັ້ນ
ອະນຸລັກຮັກສາອາຊີບເຮັດຮູບປັ້ນ ເປັນປະເພນີ  - ảnh 1 ນັກສິລະປະການ ຟຸ່ງດິງຢ໊າບ ກັບອາຊີບເຮັດຮູບປັ້ນດິນ

     ຮູບປັ້ນດິນ ບໍ່ພຽງແຕ່ແມ່ນເຄື່ອງຫຼິ້ນຂອງເດັກ ແລະ ຖືກນຳໃຊ້ຢູ່ບັນດາວັດວາອາຮາມເທົ່ານັ້ນ ຫາກຍັງເກັບຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ເຊິ່ງສະແດງໃຫ້ເຫັນວິນຍານຂອງໝູ່ບ້ານເຂດບ້ານນາ ຫວຽດນາມ ອີກດ້ວຍ. ພິເສດ ຮູບປັ້ນດິນ ພຽງຖືກວາງຂາຍໃນໂອກາດບຸນໄຫວ້ພະຈັນ ຫຼື ບຸນເຕັດໃນແຕ່ລະປີເທົ່ານັ້ນ.        ບໍ່ມີໃຜຮູ້ແຈ້ງວ່າ ອາຊີບເຮັດຮູບປັ້ນດິນ ໄດ້ມີມາແຕ່ຍາມໃດ ແຕ່ຕາມການຄາດຄະເນວ່າ ອາຊີບນີ້ໄດ້ມີມາແຕ່ດົນນານຄື ກ່ອນນີ້ນັບຮ້ອຍປີ. ໃນຄວາມຊົງຈຳຂອງຊາວ ຫວຽດນາມ ບໍ່ຈັກວ່າເທົ່າໃດຄົນ, ພາເຂົ້າໃນຍາມບຸນໄຫວ້ພະຈັນນັ້ນ ນອກຈາກມີໝາກໄມ້ ເຂົ້າໝົມແລ້ວ, ກໍ່ຕ້ອງມີຊຸດຮູບປັ້ນ, ທ່ານ ປະລິນຍາເອກ ແລະ ໂຄມໄຟ. ຜ່ານຊຸດຮູບປັ້ນດິນ, ປູ່ຍ່າຕາຍາຍໄດ້ຝາກຝັງສິ່ງທີ່ດີ ທີ່ງາມ ແລະ ນັບທັງບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ມີມາແຕ່ດົນນານ ເພື່ອຕັກເຕືອນໃຫ້ລູກຫຼານ ກ່ຽວກັບວິຖິຊີວິດ ແລະ ຫຼັກສິນທຳເປັນມະນຸດ.

     ຮູບປັ້ນດິນຖືກເຮັດດ້ວຍດິນດາກ ແລະ ເຈ້ຍສາ. ສິ່ງທີ່ພິເສດ ແມ່ນຮູບປັ້ນບໍ່ຖືກເຜົາດ້ວຍໄຟ ແຕ່ກໍ່ຍັງຄົງມີຄວາມທົນທານດີ. ຮູບປັ້ນດິນມີຮູບນອກງ່າຍດາຍ ແຕ່ເມື່ອບເຮັດຮູບປັ້ນກໍ່ຕ້ອງການມີສີມືດີ ໃນການປັ້ນດິນຢ່າງລະອຽດອອ່ນ. ນັກສິລະປະການ ຟຸ່ງດິງຢ໊າບ ໃຫ້ຮູ້ວ່າ:

    “ເມື່ອເຮັດຊຸດຮູບປັ້ນດິນ ເບິ່ງຄືຊິເຮັດງ່າຍດາຍຢູ່ ແຕ່ຕ້ອງມີຄວາມລະອຽດລະອໍ ແລະ ເສຍເວລາຫຼາຍ. ຂັ້ນຕອນຍາກທີ່ສຸດ ແມ່ນຊອກຫາດິນດາກ, ການປັ້ນຮູບ ແລະ ແຕ້ມ. ດິນດາກແມ່ນຕ້ອງຂຸດດ້ວຍຄວາມເລິກແຕ່ 2,5 ຫາ 3 ແມັດຈຶ່ງຈະມີດິນດີ. ພາຍຫຼັງທີ່ໄດ້ເອົາດິນໄປຕາກໃຫ້ແຫ້ງແລ້ວ, ກໍ່ເກັບມ້ຽນຈົບຮອດຍາມບຸນໄຫວ້ພະຈັນ  ວັນເພງເດືອນ 8 ຈຶ່ງເອົາມາໃສ່ຄົກ ເພື່ອຕຳໃຫ້ແຫຼກ. ຕໍ່ຈາກນັ້ນ ແມ່ນເອົາເຈ້ຍສາຫມ່າໃສ່ນ້ຳເປັນເວລາໜຶ່ງອາທິດ ຫຼັງຈາກນັ້ນກໍ່ເອົາເຈ້ຍສາປົນກັບດິນດາກ ແລ້ວກໍ່ເອົາມາຕຳໃຫ້ແຫຼກ ແລະ ຈົນຮອດເວລາຮູ້ສຶກບໍ່ໜຽວ ຈຶ່ງສາມາດຮັບປະກັນຄຸນນະພາບຂອງດິນໄດ້ດີ ເພື່ອປັ້ນຮູບ. ແລ້ວກໍ່ປັ້ນຮູບຕາມຄວາມຕ້ອງການ ຫຼັງຈາກນັ້ນກໍ່ເອົາໄປຕາກແດດ. ພາຍຫຼັງຕາກໃຫ້ແຫ້ງແລ້ວ ກໍ່ເຄືອບສີເຄືອບອີກເທື່ອໜຶ່ງ ແລ້ວຈຶ່ງແຕ້ມດ້ວຍນ້ຳສີ”.

      ຕາມປະເພນີແລ້ວ ຊຸດຮູບປັ້ນດິນ ໃນຍາມບຸນໄຫວ້ພະຈັນລວມມີ 5 ຢ່າງຄື ຮູບປັ້ນນົກ ສະແດງໃຫ້ເຫັນຄວາມຄາດຫວັງມີສັນຕິພາບ, ຮູບປັ້ນເຕົ່າ ສະແດງໃຫ້ເຫັນຄວາມສັກກາລະບູຊາຂອງຊາວ ຫວຽດນາມ, ຮູບປັ້ນຜູ້ເຖົ້າ ແລະ ເດັກນ້ອຍ ສະແດງໃຫ້ເຫັນການສືບທອດກັນມາຕາມປະເພນີ, ຕັ້ງຢູ່ຈຸດໃຈກາງໃນຊຸດຮູບປັ້ນ 5 ຢ່າງນັ້ນ ແມ່ນຮູບປັ້ນພະສັນກະຈາຍ ທີ່ມີຄວາມໝາຍທາງດ້ານຈິດວິນຍານ ແລະ ສຶກສາອົບຮົມລູກຫຼານ ໃຫ້ຢູ່ໃນສິນກິນໃນທຳ. ຕາມການເວລາ ພ້ອມກັບການພັດທະນາຂອງ ຕະຫຼາດເຄື່ອງຫຼິ້ນທັນສະໄໝ, ບັນດາຮູບປັ້ນດິນໄດ້ຄ່ອຍໆຖືກຫຼົງລືມໄປ. ຈຳນວນຜູ້ປະກອບອາຊີບເຮັດຮູບປັ້ນດິນ ນັບມື້ນັບໜ້ອຍລົງ ເພາະວ່ານີ້ແມ່ນປະເພດສິນຄ້າທີ່ໃຊ້ຢ່າງໜ້ອຍທີ່ສຸດໃນປີ ແລະ ໃຫ້ລາຍຮັບບໍ່ສູງ. ນັກສິລະປະການ ຟຸ່ງດິງຢ໊າບ ຢາກປະກອບເຫື່ອແຮງ ເພື່ອສາມາດຮັກສາ ແລະ ສືບທອດ ວັດທະນະທຳອັນດີງາມຂອງຊາດ ໃຫ້ແກ່ລູກຫຼານໃນພາຍພາກໜ້າ. ຫຼານ ຟຸ່ງແຄັ໊ງລິງ ເຊິ່ງແມ່ນຫຼານຄີງຂອງລຸງ ຟຸ່ງດິງຢ໊າບ ເປີດເຜີຍວ່າ:

     “ຫຼານຊົມຊອບອາຊີບເຮັດຮູບປັ້ນດິນຂອງປູ່ທີ່ສຸດ. ແຕ່ລະເທື່ອເມື່ອປູ່ເຮັດຮູບປັ້ນດິນ, ຫຼານກໍ່ເຄີຍໄປຊົມ ແລະ ຮຽນປັ້ນຕາມ. ໃນພາຍພາກໜ້າ ຫຼານກໍ່ຢາກເດີນຕາມອາຊີບຂອງປູ່ ເພື່ອພັດທະນາອາຊີບເຮັດຮູບປັ້ນດິນຂອງປູ່ຍ່າປະໄວ້ໃຫ້”.

      ຍ້ອນປະສິດທິຜົນທາງດ້ານເສດຖະກິດບໍ່ສູງ ດັ່ງນັ້ນໄດ້ເຮັດໃຫ້ອາຊີບເຮັດຮູບປັ້ນດິນຄ່ອຍໆສູນຫາຍໄປ. ແຕ່ເຖິງຢ່າງໃດກໍ່ຕາມ ອາຊີບເຮັດຮູບປັ້ນດິນ ຍັງຄົງມີທີ່ຕັ້ງສຳຄັນໃນຈິດໃຈ ຂອງບັນດາຜູ້ຖະຫນຸຖະໜອມ ແລະ ຊົມຊອບສິລະປະພື້ນເມືອງ. ເພາະວ່າມັນບໍ່ພຽງແຕ່ແມ່ນສ່ວນໜຶ່ງ ໃນຄວາມຊົງຈຳ ຂອງຄາວເຍົາໄວເທົ່ານັ້ນ ຫາກຍັງເກັບຮັກສາຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານອີກດ້ວຍ. ອາຊີບເຮັດຮູບປັ້ນດິນຢູ່ບ້ານ ດົງເຄ ຕາແສງ ຊອງໂຮ່ ເມືອງ ທ້ວນແທັ່ງ ແຂວງ ບັກນິງ ໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳພື້ນເມືອງ ອັນໄດ້ປະກອບສ່ວນສຶກສາອົບຮົມລຸ້ນໜຸ່ມ ກ່ຽວກັບປະຫວັດສາດ ແລະ ສີສັນວັດທະນະທຳຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ