ອະນຸລັກເສີມຂະຫຍາຍຄຸນຄ່າ ເຂດອະນຸສອນສະຖານປະທານໂຮ່ຈິມິນ ໃນບໍລິເວນທຳນຽບປະທານປະເທດ

(VOVWORLD) -              ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດຕັ້ງຢູ່ເຮືອນເລກທີ 1 ຖະໜົນ ແບັກຖ໋າວ  ເມືອງ ບາດິ່ງ ຮ່າໂນ້ຍ ເຊິ່ງແມ່ນບ່ອນຢູ່ ແລະ ເຮັດວຽກຂອງປະທານ ໂຮ່ຈີມິນ ນັບແຕ່ພາຍຫຼັງວັນປົດປ່ອຍ ນະຄອນຫຼວງຮ່າໂນ້ຍ ເມື່ອປີ 1954. ນີ້ກໍ່ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ໄດ້ສິ້ນລົມຫາຍໃຈໃນປີ 1969. ພາຍຫຼັງທີ່ປະທານ ໂຮ່ຈີມິນ ໄດ້ລ່ວງຫຼັບໄປເມື່ອວັນທີ 2 ກັນຍາ ປີ 1969, ລັດຖະບານ ຫວຽດນາມ ໄດ້ຕົກລົງອະນຸລັກບ່ອນຢູ່ ແລະ ເຮັດວຽກຂອງເພິ່ນ ຢູ່ທຳນຽບປະທານປະເທດ ແລະ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນເຂົ້າມາຢ້ຽມຊົມ ທັດສະນະສຶກສາ
ອະນຸລັກເສີມຂະຫຍາຍຄຸນຄ່າ ເຂດອະນຸສອນສະຖານປະທານໂຮ່ຈິມິນ ໃນບໍລິເວນທຳນຽບປະທານປະເທດ - ảnh 1ເຮືອນຮ້ານຂອງປະທານ ໂຮ່ຈີມິນ ເຊິ່ງແມ່ນບ່ອນຢູ່ ແລະ ເຮັດວຽກຂອງເພິ່ນໃນແຕ່ລະວັນ 

ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດ ແມ່ນຮູບການຫໍພິພິທະພັນ ອະນຸສອນກ່ຽວກັບຊີວິດ ພາລະກິດຂອງປະທານ ໂຮ່ຈີມິນ ເຊິ່ງແມ່ນຜູ້ນຳການປະຕິວັດ ທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ ເປັນນັກວັດທະນະທຳທີ່ມີຊື່ສຽງຂອງໂລກ. ວັນທີ 12 ສິງຫາ ປີ 2009 ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນຂໍ້ຕົກລົງຈັດເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດ ແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ.

               ດ້ວຍເນື້ອທີ່ກວ້າງປະມານ 14 ເຮັກຕາ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ລວມມີກຸ່ມຮ່ອງຮອຍສະຖານຫຼາຍແຫ່ງ, ວັດຖຸພັນທັງໝົດ ໃນປັດຈຸບັນແມ່ນ 1. 745 ຢ່າງ. ກຸ່ມເຂດອະນຸສອນສະຖານລວມມີ: ເຮືອນຮ້ານຂອງປະທານ ໂຮ່ຈີມິນ; ເຂດ BK1 ເຊິ່ງແມ່ນບ່ອນທີ່ເພິ່ນເຄີຍຕ້ອນຮັບພະນັກງານ ແລະ ເຊັນບັນດາລັດຖະດຳລັດ; ເຮືອນຄົວ A ເຊິ່ງແມ່ນບ່ອນຮັບໃຊ້ການກິນປະຈຳວັນຂອງປະທານ ໂຮ່ຈີມິນ ແລະ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ; ເຂດ H66 ເຊິ່ງແມ່ນຂຸມຫຼົບໄພ; ເຂດ H69 ເຊິ່ງແມ່ນບ່ອນປະຊຸມຂອງກົມການເມືອງ ແລະ ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ນອນປິ່ນປົວພະຍາດ ແລະ ໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 2 ກັນຍາ ປີ 1969… ນາງ ຫວຽນທິຊວັນ ຫົວໜ້າພະແນກຮັກສາຮ່ອງຮອຍສະຖານ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃຫ້ຮູ້ວ່າ:

       “ໃນ 50 ປີທີ່ຜ່ານມາ, ວຽກງານຮັກສາວັດຖຸພັນ ກໍ່ໄດ້ຮັບການປະຕິບັດຢ່າງຄົບຊຸດ. ສຳລັບຮ່ອງຮອຍສະຖານ ອະສັງຫາລິມະຊັບ, ວຽກງານອະນຸລັກ ໄດ້ຖືກປະຕິບັດຕາມລະບອບຮັກສາໃນແຕ່ລະໄລຍະ, ໄລຍະຍາວ, ໄລຍະສັ້ນ. ແຕ່ລະປິເຂດອະນຸສອນສະຖານ ກໍ່ລ້ວນແຕ່ມີແຜນການບູລະນະປະຕິສັງຂອນ, ນຳໃຊ້ເຕັກນິກທີ່ທັນສະໄໝ ເພື່ອຮັກສາຮ່ອງຮອຍສະຖານ, ວັດຖຸພັນຕ່າງໆ”.

       ຮ່ອງຮອຍສະຖານພິເສດ ແລະ ສຳຄັນໃນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ໄດ້ຮັບຖືວ່າແມ່ນຫົວໃຈຂອງເຂດນີ້ ກໍ່ແມ່ນເຮືອນຮ້ານຂອງປະທານ ໂຮ່ຈີມິນ ເຊິ່ງແມ່ນບ່ອນຢູ່ ແລະ ເຮັດວຽກຂອງເພິ່ນໃນແຕ່ລະວັນ. ຢູ່ອ້ອມເຮືອນຮ້ານກໍ່ມີສະປາ, ປູກຕົ້ນໄມ້ປະດັບ, ດອກໄມ້, ຕົ້ນໄມ້ກິນໝາກຫຼາຍຊະນິດ. ເຮືອນຮ້ານຂອງປະທານ ໂຮ່ຈີມິນ ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີສາກົນ ພ້ອມທັງສະແດງໃຫ້ເຫັນຄຸນສົມບັດ, ວິຖີຊີວິດທີ່ລຽບງ່າຍ ແລະ ສູງສົ່ງຂອງປະທານ ໂຮ່ຈີມິນ. ທ່ານ ໂດ໊ຮວ່າງລິງ ຮອງອຳນວຍການເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃຫ້ຮູ້ວ່າ:

    “ບ່ອນຢູ່ ແລະ ເຮັດວຽກຂອງປະທານ ໂຮ່ຈີມິນ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ ຫວຽດນາມ ແລະ ມີຄວາມໝາຍອັນໃຫຍ່ຫຼວງສຳລັບສາກົນ. ມີແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນ ໄດ້ມາທີ່ນີ້ສະແດງຄວາມໃນໃຈ ອາລົມຈິດ ຢ່າງຈິງໃຈເມື່ອມາຢ້ຽມຢາມບ່ອນຢູ່ ແລະ ເຮັດວຽກຂອງເພິ່ນ. ບັນດາປະມຸກລັດ ໄດ້ຖືວ່າ ເມື່ອມາແຫ່ງນີ້ກໍ່ຮູ້ສຶກປຽບເໝືອນ ຢູ່ບ່ອນທີ່ເຂັ້ມຂົ້ນທີ່ສຸດທາງດ້ານປະຫວັດສາດ ແລະ ອາລົມຈິດ, ຄວາມຮັກແພງຂອງຊາວ ຫວຽດນາມ, ເຫັນໄດ້ເຖິງອັນ ຍິ່ງໃຫຍ່ ແລະ ລຽບງ່າຍຂອງປະທານ ໂຮ່ຈີມິນ”.

      ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ກໍ່ເຄີຍສົມທົບກັບບັນດາອົງການສື່ມວນຊົນ ສ້າງຮູບເງົາສາລະຄະດີ, ຮູບເງົາເອກະສານກ່ຽວກັບເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແລະ ບັນດາການເຄື່ອນໄຫວຂອງເພິ່ນ ໃນໄລຍະ 15 ປີທີ່ເພິ່ນດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້. ພ້ອມກັນນັ້ນກໍ່ຍັງຈັດຕັ້ງການເສັງຊອກຮູ້ ກ່ຽວກັບປະທານ ໂຮ່ຈີມິນ, ພິທີແຈ້ງຜົນງານ, ພິທີຮັບເອົາສະມາຊິກພັກ, ໂອ້ລົມກ່ຽວກັບຫົວເລື່ອງ, ງານວາງສະແດງຮູບຖ່າຍກ່ຽວກັບປະທານ ໂຮ່ຈີມິນ… ນາງ ຟ້າມຮວ່າງຫຽບ ຮອງຫົວໜ້າພະແນກໂຄສະນາສຶກສາອົບຮົມ  ເລົ່າສູ່ຟັງວ່າ:

      “ນັບແຕ່ເວລາກົມການເມືອງ ໄດ້ປຸກລະດົມບັ້ນຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ ໃນທົ່ວພັກ ທົ່ວປວງຊົນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ກໍ່ໄດ້ກາຍເປັນສະຖານທີ່ແດງ, ເປັນໂຮງຮຽນໃຫຍ່ ໃຫ້ແກ່ບັນດາອົງການສຳນັກງານ ໂຮງຮຽນ ມະຫາຊົນ ມາຄົ້ນຄວ້າຮ່ຳຮຽນ”.

     ບໍ່ພຽງແຕ່ເກັບຮັກສາວັດຖຸພັນ ເອກະສານຢູ່ພາຍໃນປະເທດເທົ່ານັ້ນ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຍັງແຕ່ງຕັ້ງພະນັກງານ ໄປເກັບກຳເອກະສານວັດຖຸພັນ ຢູ່ປະເທດຕ່າງໆທີ່ເພິ່ນເຄີຍດຳລົງຊີວິດ ແລະ ເຄື່ອນໄຫວປະຕິວັດຄືຢູ່ ຝະລັ່ງ ຈີນ ລັດເຊຍ ໄທ…ອີກດ້ວຍ, ນາງ ຈິ້ງທິຖຸຍ ຮອງລັດຖະມົນຕີ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ:

     “ໃນມໍ່ໆມານີ້ ກໍ່ມີຫໍພິພິທະພັນ ເຂດອະນຸສອນສະຖານບາງແຫ່ງ ຢູ່ຕ່າງປະເທດ ໄດ້ມາຮ່ວມມືແລກປ່ຽນບົດຮຽນກັບ ເຂດອະນຸສອນສະຖານປະທານ ໂຮ່ຈີມິນ. ຜ່ານ 50 ປີທີ່ຜ່ານມາ, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຍາມໃດກໍ່ເສີມຂະຫຍາຍ ແລະ ຮັກສາບົດບາດນຳໜ້າ ໃນລະບົບຮ່ອງຮອຍສະຖານອະນຸສອນຂອງປະທານ ໂຮ່ຈີມິນ ໃນທົ່ວປະເທດ ອັນໄດ້ປະກອບສ່ວນໂຄສະນາ ແນວຄິດ ຄຸນສົມບັດ ແລະ ວິຖີຊີວິດຂອງປະທານ ໂຮ່ຈີມິນ ໃຫ້ແກ່ປະຊາຊົນ ແລະ ເພື່ອນມິດສາກົນ”.

       50 ປີທີ່ຜ່ານມາ ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໄດ້ກາຍເປັນບ່ອນເຕົ້າໂຮມອາລົມຈິດ ຄວາມຮັກແພງຂອງປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ທັງແມ່ນສະຖານທີ່ເພື່ອມາຢ້ຽມຊົມ ທັດສະນະສຶກສາ ທີ່ດູດດື່ມ ແລະ ມີຄວາມໝາຍສຳລັບແຂກທ່ອງທ່ຽວສາກົນ ເມື່ອມາຢ້ຽມຢາມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ