ອະນຸລັກເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານລະດັບຊາດ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ

(VOVWORLD) -ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແມ່ນກຸ່ມມໍລະດົກປະກອບດ້ວຍ ປູຊະນີຍະສະຖານປະເພດຕ່າງໆຫຼາຍກວ່າ 100 ແຫ່ງ, ມີເຮືອນເກົ່ານັບພັນຫຼັງ ທີ່ມີຄຸນຄ່າທາງດ້ານສະຖາປັດຕະຍາກຳ. ປີ 2004 ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດ. ນັບຕັ້ງແຕ່ຈຸດເວລານີ້ ວຽກງານຄົ້ນຄວ້າລົງທຶນ ຊອກຫາວິທີອະນຸລັກເສີມຂະຫບາຍຄຸນຄ່າ ໄດ້ຮັບການຜັນຂະຫຍາຍຢ່າງຄົບສຸດ
ອະນຸລັກເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານລະດັບຊາດ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ - ảnh 1ວິຫານແບກມ້າທີ່ຄຸ້ມຖະໜົນເກົ່າຮ່າໂນ້ຍ 

ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ມີເນື້ອທີ່ປະມານ 82 ເຮັກຕາ  ນອນຢູ່ທາງທິດເໜືອຂອງເມືອງ ຮວ່ານກ໊ຽມ. ຄຸ້ມຖະໜົນເກົ່າ ໄດ້ຮັບຖືວ່າ ແມ່ນແກ້ວມະນີໃນສາງມໍລະດົກວັດທະນະທຳຂອງນະຄອນຫຼວງ. ມາຮອດປັດຈຸບັນ ຄຸ້ມຖະໜົນເກົ່າ ມີປູຊະນີຍະສະຖານ 121 ແຫ່ງ ໃນນັ້ນມີປູຊະນີຍະສະຖານປະຫວັດສາດວັດທະນະທຳ 83 ແຫ່ງ, ປູຊະນີຍະສະຖານປະຫວັດສາດປະຕິວັດ 30 ແຫ່ງ ພ້ອມດ້ວຍປູຊະນີຍະສະຖານອື່ນໆອີກ 8 ແຫ່ງ ປະກອບດ້ວຍບັນດາຮູບການສາສະໜາ, ການເຫຼື້ອມໃສຢ່າງຄົບຖ້ວນຄື  ສາລາ, ວິຫານ, ວັດວາອາຮາມ, ໂບດອິດສະລາມ ຫໍໂຮງບູຊາ… ໃນໄລຍະມໍ່ໆມານີ້ ເມືອງ ຮວ່ານກ໊ຽມ ໄດ້ບູລະນະປະຕິສັງຂອນໄດ້ກວ່າ 20 ກິດຈະກຳປູຊະນີຍະສະຖານຄື ວິຫານ ແບັກໝ໊າ, ວິຫານ ກວານເດ໊ ສູນຂໍ້ມູນຂ່າວສານມໍລະດົກຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ສູນພົບປະແລກປ່ຽນຄຸ້ມຖະໜົນເກົ່າ ຮ່າໂນ້ຍ,  ວິຫານ ກີມເງິນ, ວັດຫຼີກວັກຊື. ທ່ານນາງ ເຈິ່ມທິຖຸຍລານ ຮອງຫົວໜ້າຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃຫ້ຮູ້ວ່າ:

       “ມາຮອດປັດຈຸບັນ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ມີປູຊະນີຍະສະຖານ 25 ແຫ່ງໄດ້ຮັບການຢັ້ງຢືນ ປູຊະນີຍະສະຖານລະດັບຊາດ ລວມມີ: ສາລາ ກີມເງິນ, ສາລາ ຕູ໊ທິ, ສາລາ ດົ່ງຫຼາກ, ວິຫານ ກວານເດ໊… ສຳລັບວຽກງານອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ເມືອງ ຮວ່ານກ໊ຽມ ໄດ້ສົມທົບກັບສະມາຄົມມໍລະດົກວັດທະນະທຳ ທັງລອງ - ຮ່າໂນ້ຍ ສ້າງແຜນ “ຄົ້ນຄວ້າ, ຈັດຕັ້ງງານບຸນປະເພນີໃນຄຸ້ມຖະໜົນເກົ່າ ແລະ ບໍລິເວນໜອງ ຮວ່ານກ໊ຽມ”. ຜ່ານນັ້ນ ກໍ່ໄດ້ອະນຸລັກຟື້ນຟູງານບຸນ 14 ງານບຸນ, ອັນໄດ້ດຶງດູດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ”.

       ຄຸ້ມຖະໜົນເກົ່າ ແມ່ນແຫ່ງເກັບຮັກສາຈິດວິນຍານຂອງວັດທະນະທຳ ທັງລອງ - ແກ໋ເຈິ ເມື່ອກ່ອນນີ້. ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແມ່ນມໍລະດົກຕົວເມືອງ ທີ່ມີສະຖາປັດຕະຍາກຳເປັນເອກະລັກ ດ້ວຍບັນດາຖະໜົນອາຊີບຫັດຖະກຳ, ພ້ອມກັບບັນດາປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ - ສະຖາປັດຕະຍາກຳທີ່ອຸດົມສົມບູນຫຼາຍຮູບຫຼາຍສີ ແລະ ໄດ້ເຕົ້າໂຮມສິ່ງທີ່ຍອດຍິ່ງທາງດ້ານອາຫານການກິນຮ່າໂນ້ຍ. ນີ້ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງນະຄອນຫຼວງ ຮ່າໂນ້ຍ. ເພື່ອອະນຸລັກເສີມຂະຫຍາຍຄຸນຄ່າ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ນັ້ນ, ວຽກງານທຳອິດແມ່ນ ການວາງແຜນຜັງ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃຫ້ກາຍເປັນຄຸ້ມຖະໜົນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ເພີ່ມເຕີມເຂດສາທາລະນະຕື່ມອີກ. ເຮັດໃຫ້ຄຸ້ມຖະໜົນຍ່າງມີຊີວິດຊີວາຫຼາຍຂຶ້ນ  ດ້ວຍການສົມທົບບັນດາການເຄື່ອນໄຫວ ຄ້າຂາຍໃນຕອນກາງຄືນ ພ້ອມກັບການເຄື່ອນໄຫວສະແດງສິລະປະ. ທ່ານນາງ ຮອງສາດາຈານ ປອ ໂດ໊ທິຫາວ ຮອງປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຮ່າໂນ້ຍ ຖືວ່າ:

      “ສະເໜີໃຫ້ສຳຫຼວດກວດຄືນ ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ  ທີ່ມີຢູ່ໃນຄຸ້ມຖະໜົນເກົ່າ. ຍົກຕົວຢ່າງຄື ພະລາຊະດຳລັດ, ແຜ່ນສີລາ, ວິຫານວັດວາອາຮາມ… ດຳເນີນການແປ ແລະ ປະກາດຢ່າງກວ້າງຂວາງໃຫ້ແກ່ປະຊາຊົນຮູ້ຈັກ ເປັນຕົ້ນແມ່ນແຂກທ່ອງທ່ຽວ. ຍູ້ແຮງການສ້າງຄອບຄົວວັດທະນະທຳ ວິຖີຊີວິດວັດທະນະທຳໃນຄຸ້ມຖະໜົນເກົ່າ, ສ້າງຕັ້ງຫໍພິພິທະພັນສິລະປະຫັດຖະກຳຢູ່ຄຸ້ມຖະໜົນເກົ່າ”.

       ຄະນະຄຸ້ມຄອງເຂດປູຊະນີຍະສະຖານຄຸ້ມຖະໜົນເກົ່າ ຮ່າໂນ້ຍ ພວມຄົ້ນຄວ້າສ້າງສາງຂໍ້ມູນ 3D ໃຫ້ແກ່ມໍລະດົກທີ່ສຳຄັນທັງໝົດ. ນີ້ແມ່ນວຽກງານອັນຈຳເປັນ ເພາະວ່າດ້ວຍລະດັບການອະນຸລັກຄືໃນປັດຈຸບັນ ຖ້າບໍ່ຫັນເປັນດີຈີຕອນໂດຍໄວນັ້ນ ກໍ່ບໍ່ເຫຼືອເອກະສານຕົ້ນສະບັບ ເພື່ອອາດຈະບູລະນະປະຕິສັນຂອນ. ບົນພື້ນຖານສຳຫຼວດກວດຄືນ ຕີລາຄາສັງລວມເຂດປູຊະນີຍະສະຖານຄຸ້ມຖະໜົນເກົ່າ ຮ່າໂນ້ຍ ກໍ່ສາມາດຍົກລະດັບຄຸນຄ່າເຂດປູຊະນີຍະສະຖານແຫ່ງນີ.  ຮອງສາດສະດາຈານ ປອ ດັ້ງວັນບ່າຍ ສັງກັດສະພາມໍລະດົກວັດທະນະທຳແຫ່ງຊາດ ໃຫ້ຮູ້ວ່າ:

    “ຄຸ້ມຖະໜົນເກົ່າ ແມ່ນຊັບພະຍາກອນທ່ອງທ່ຽວທີ່ມີຄຸນຄ່າສູງ ແລະ ດູດດື່ມ. ພວກເຮົາອາດຈະເຊື່ອມຕໍ່ຄຸ້ມຖະໜົນເກົ່າ ກັບມໍລະດົກໂລກ ພະລາດຊະວັງທັງລອງ, ເພາະວ່າຄຸ້ມຖະໜົນເກົ່າ ແມ່ນສວ່ນໜຶ່ງສ້າງເປັນໂຄງປະກອບຂອງພະລາດຊະວັງ ທັງລອງ ເພື່ອຍື່ນສະເໜີ Unesco ເຊີດຊູພະລາດຊະວັງ ທັງລອງ ເປັນຄັ້ງທີສອງ ຕິດພັນກັບຄຸ້ມຖະໜົນເກົ່າ ຮ່າໂນ້ຍ”.

      ໃນໄລຍະທີ່ຈະມາເຖິງ ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ສືບຕໍ່ຟື້ນຟູບັນດາງານບຸນ, ການດຳເນີນຊີວິດ ທາງສາສະໜາ ການເຫຼື້ອມໃສຂອງປະຊາຊົນ ແລະ ຫັນບັນດາຮູບການວັດທະນະທຳສິລະປະເປັນຫຼາຍຮູບຫຼາຍສີ ເພື່ອໃຫ້ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ກາຍເປັນສູນວັດທະນະທຳໃນທົ່ວປະເທດ ກ້າວໄປເຖິງສ້າງສຳເນົາເອກະສານ ຢື່ນສະເໜີ Unesco ເຊີດຊູຄຸ້ມຖະໜົນເກົ່າ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ