ອາຊີບຕີເຫຼັກຂອງຊາວເຜົ່ານຸ່ງຢູ່ແຂວງກາວບັງ

ອາຊີບຕີເຫຼັກຂອງຊາວເຜົ່ານຸ່ງຢູ່ແຂວງກາວບັງ - ảnh 1
ຮາກ​ຖານ​ຕີ​ເຫຼັກ​​ແຫ່ງ​ໜຶ່່ງຢູ່ຕາ​​ແສງ ຟຸກ​ແຊນ (ພາບ: baocaobang)

   ຈາກ​ກີ່ວ ມ້າ​ຟຸກ, ຂີ່​ລົດ​ໄປ​ຕາມ​ທາງ​ຫຼວງ​ເລກ 3 ປະມານ 10 ກິໂລແມດ, ບັນດາເຮືອນຮ້ານຂອງຊາວ​ເຜົ່າ​ນຸ່ງ ໄດ້ປະກົດຂຶ້ນໃນທ່າມກາງນ້ຳໝອກກິ້ວ. ແຕ່ຫົວທາງ, ສຽງຕີເຫຼັກໄດ້ດັງກ້ອງກັງວານຂຶ້ນ ໄປ ທົ່ວບໍລິເວນ ຄືຢາກແນະນຳໃຫ້ ທຸກໆຄົນ​ທັງ​ຢູ່​ໃກ້​ຫຼື​ໄກ​ຮູ້​ເຖິງ​ ອາຊີບ​ຕີ​ເຫຼັກທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​​ແຫ່ງ​ນີ້

     ​ໂດຍ​ຖືກ​ຕັ້ງ​ບັນ​ທາງ​ຫຼວງ​ເລກ 3 ຕອນ​ຢູ່​ເຄິ່ງກາງ​ລະຫວ່າງ​ເທດສະບານ ກາວ​ບັງ ຫາ​ດ່ານ​ຊາຍ​ແດນ ຕາ​ລຸ່ງ, ຕາ​​ແສງ ຟຸກ​ແຊນ ມີ​ທັງ​ໝົດ 10 ໝູ່​ບ້ານ, ​ແຕ່​ໃນ​ນັ້ນ​ມີ​ເຖິງ 6 ໝູ່​ບ້ານ , ປະຊາຊົນ​ຢູ່​ນີ້ ກໍ​ລ້ວນ​ແຕ່ປະກອບອາຊີບ​ຕີ​ເຫຼັກ. ບັນດາ​ຜະລິດ​ຕະພັນ​ຂອງ​ ຟຸກ​ແຊນຄື ມີດ, ມີດ​ຕັດ, ​ເຄື່​ອງມື​ຮັບ​ໃຊ້​ກະ​ສີ​ກຳ... ​ແມ່ນ​ມີ​ຊື່​ສຽງ​ໃນ​ເຂດ ​ແລະ ບັນດາ​ແຂວງ​ອ້ອມ​ຂ້າງ​ນັບ​ແຕ່​ໃດໆ​ມາ. ອາຊີບ​ຕີ​ເຫຼັກ​ແມ່ນ​ເຄີຍຖືກ​ເຮັດ​ໃນ​ຍາມ​ມີ​ເວລາ​ວ່າງ​ບໍ່​ຂ້ອງ​ຄາ​ກັບ​ວຽກ​ໄຮ່​ການ​ນາ, ​ແຕ່​ຢູ່​ຟຸກ​ແຊນ, ​ເນື້ອ​ທີ່​ດິນ​ນາ​ມີ​ໜ້ອຍ ​ແລະ ນັບ​ມື້​ນັບໜ້ອຍ​ໄປ, ​ຍ້ອນ​ຈຳນວນ​ປະຊາກອນ​ເພີ່ມ​ຂຶ້ນ, ພຽງ​ແຕ່​ເຮັດ 2-3 ​ເດືອນ​ກໍ​ໝົດວຽກ, ດັ່ງ​ນັ້ນ​ບັນດາ​ຮາກ​ຖານ​ປະກອບ ອາຊີບ​ຕີ​ເຫຼັກ​ໃນ​ປະຈຸ​ບັນ ​ເບິ່ງ​ຄື​ວ່າ​ມີ​ການ​ເຄື່ອນ​ໄຫວ​ຕະຫຼອດ​ປີ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຍາມ​ລະດູ​ການ​ຜະລິດ, ຜະລິດ​ຕະພັນ​ທີ່​ຜະລິດ​ອອກ​ມານັ້ນ​ກໍ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ໃນ​ທ້ອງ​ຕະຫຼາດ​ໄດ້. ລຸງ ນົງ​ລິວ​ລ້ວຽນ ​ເຈົ້າ​ຂອງ​ຮາກ​ຖານ​ຕີ​ເຫຼັກ​​ແຫ່ງ​ໜ່ຶງ​ຢູ່​ບ້ານ ​ແທງ​ມິນ​ໃຫ້​ຮູ້​ວ່າ :  

    “ ຍາມ​ນີ້, ພວກ​ເຂົາ​ສັ່ງ​ຊື້​ເຄື່ອງ​ຫຼາຍ. ລູກ​ຄ້າ​ແມ່ນ​ມາ​ຈາກ​ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ​ເຂົາ​ເຈົ້າ​ສັ່ງ​ຊື້​ມີດ​ຫຼາຍ​ຊະນິດ. ຖ້າ​ຫາກ​ພວກ​ເຂົາ​ບໍ່​ສາມາດ​ຂຶ້ນ​ມາ​ເອົາ​ເຄື່ອງ​ໄດ້​ນັ້ນ, ​ເຮົາ​ກໍ​ຈະ​ຝາກ​ນຳ​ລົດ​ໂອ​ໂຕ​ໃຫ້​ພວກ​ເຂົາ ”

   ລຸງ ນົງ​ລິວ​ລ້ວຽນ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ ບໍ່​ອາດ​ຈະ​ຫາ​ໄດ້​ມີດ​ຢູ່​ແຫ່ງ​ໃດ​ທີ່​ຈະ​ຄົມ ​ແລະ ທົນ​ທານ​ຄື​ມີດ​ຂອງ​ຟຸກ​ແຊນ. ​ເຖິງ​ວ່າ​ຮູບ​ແບບ​ສິນ​ຄ້າ ບໍ່​ມີ​ຫຼາຍ ​ແລະ ອຸດົມສົມບູນ​ກໍ​ຕາມ, ​ແຕ່​ບັນດາ​ເຄື່ອງມື​ທີ່​ນຳ​ໃຊ້​ໃນ​ຊີ​ວີ​ດປະຈຳ​ວັນ​ຂອງ​ຊາວ​ກະ​ສີກ​ອນ​ໄດ້​ກາຍ​​ເປັນ​ເຄື​ອ່ງໝາຍການ​ຄ້າ​ແລ້ວ. ອ້າຍ ວູ້ດິງຈິ້ງ ລູກ​ຄ້າ​ມາ​ຈາກ​ແຂວງ​ບັກ​ກ້ານ​ໃຫ້​ຮູ້​ວ່າ :  

   “ ຂ້າພ​ະ​ເຈົ້າ​ຊື້​ເຄື່ອງ​ຢູ່​ນີ້​ນັບ​ແຕ່​ປີ 2009 ມາ​ນີ້. ​ເຮົາ​ຊື້​ມີດ, ຄ້ອນ​ຕີ, ກ່ຽວ​ ​ແລະ ​ເຄື່ອງ​ມື​ຮັບ​ໃຊ້ກະ​ສີ​ກຳຫຼາຍ​ຊະນິດ ​ເພື່ອ​ສົ່ງ​ໄປ​ຂາຍ​ໃຫ້​ພໍ່​ແມ່​ພີ​ນ້ອງ​ໃນ​ທົ່ວ​ປະ​ເທດ​. ໝູ່​ບ້າ​ນອາຊີບ​ຕີ​ເຫຼັກ ຟຸກ​ແຊນ ຜະລິດ​ອອກ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ. ມີດ, ຈົກ, ກ່ຽວ ຂອງ​ຟຸກ​ແຊນ​ແມ່ນ​ຮັບປະກັນ​ຄຸນ​ນະພາ​ບ, ບໍ່​ອາດ​ຈະ​ຕິ​ໄດ້ ”

    ລຸງ​ນົງ​ວັນ​ເຕີ, ຊຶ່ງ​ແມ່ນ​ເຈົ້າ​ຂອງ​ຮາກ​ຖານ​ຕີ​ເຫຼັກ​ແຫ່ງ​ໜຶ່ງ​ໃຫ້​ຮູ້​ວ່າ ດ້ວຍ​ວິທີ​ຕີ​ເຫຼັກ​ແບບ​ທົ່ວ​ໄປ​ຂອງ​ຊາວ​ກີ​ງຢູ່​ເຂດ​ທົ່ງພຽງ​ນັ້ນ, ສ່ວນ​ຄັນ​ຂອງມີດ​ຈະ​​ເປັນ​ຮູບ​ເປັນຮ່າງ​ກ່ອນ, ​ແລ້ວ​ຈຶ່ງ​ຮອດ​ຄົມ. ​ແຕ່​ສຳລັບ ຊາວ​ເຜົ່າ​ນຸ່ງ​ແມ່ນ​ກົງກັນຂ້າມ. ​ເມື່ອ​ໃດ​ຄົມ​ຂອງມີດ​ຖືກ​ຕີ​ພໍ​ໃຈ, ​ແລ້ວ​ເຂົາ​ເຈົ້າ​ຈຶ່ງ​ຕີ​ສ່ວນ​ຄັນ​ຂອງ​ມີດ​ຕາມ​ຫຼັງ. ຊາວ​ເຜົ່າ​ນຸ່ງ ມີ​ຄວາມ​ສຳນຶກ​ວ່າ ຄຸນ​ນະພາ​ບຈຶ່ງ​ແມ່ນ​ບັນຫາ​ສຳຄັນ, ​ເພາະວ່າ ຮູ​ບຮ່າງ​ແມ່ນ​ອາດ​ຈະ​ສ້ອມ​ແປງ​ໄດ້ , ​ແຕ່​ຄວາມ​ຄົມ​ຂອງ​ມີດ ​ແມ່ນ​ພຽງ​​ແຕ່ຕີ​ເທື່ອດຽວ​ເທົ່າ​ນັ້ນ. ​ເພື່ອ​ຮຽນ​ວິຊາ​ຊີບຕີ​ເຫຼັກ​ໃຫ້​ໄດ້​ນັ້ນ, ນາຍຊ່າງຕ້ອງ​ເປັນ​ຜູ້​ມີ​ສຸຂະພາບ​ແຂງ​​ແຮງ, ສາມາດ​ຟັງ ​ແລະ ​ເບິ່ງ​ສັງ​ເກດ​ເປັນ​ຢ່າງ​ດີ.ລຸງ​ນົງ​ວັນ​ເຕີບອກ​ວ່າ(​ເທບ)​:

    “ອາຊີບ​ຕີ​ເຫຼັກ ​ແມ່ນ​ອາຊີບ​ໂດຍ​ສືບ​ທອດ​ຈາກ​ປູ​ຍ່າ​ຕາ​ຍາຍ. ສຳລັບ​ຜູ້​ຄົນ​ບໍ່ ປະກອບອາຊີບ​ຕີ​ເຫຼັກ ​ແມ່ນ​ບໍ່​ອາດ​ເບິ່ງ​ສັງ​ເກດ​ໄດ້. ​ເຮົາ​ໄດ້ປະກອບອາຊີບ​ຕີ​ເຫຼັກ

​ແຕ່​ດົນ​ນານ​ມາ​ແລ້ວ, ດັ່ງ​ນັ້ນ, ​ເມື່ອ​ເບິ່ງ​ກໍ​ສາມາດສັງ​ເກດ​ຄຸນ​ນະພາ​ບຂອງ​ເຫຼັກ​ໄດ້​ໂລດ ”

      ​ເພື່ອ​ຜະລິດ​ອອກ​ມີດ​ທີ່​ຄົມ​ດີ​ນັ້ນ, ສຳລັບ ຊາວ​ເຜົ່າ​ນຸ່ງຢູ່​ຟຸກ​ແຊນ​ນັ້ນ, ສຳຄັນ​ທີ່​ສຸດ​ແມ່ນ​ວັດຖຸ​ດິບ. ວັດຖຸ​ດິບ​ເພື່ອ​ຜະລິດ​ມີດ, ກ່ຽວ....​ແມ່ນ​ຖືກ​ເລືອກ​ເອົາ​ຈາກ​ເຫຼັກ​ເສດ​ທີ່​ເປັນ​ເຄື່ອງ​ອາ​ໄລ​ລົດ​ໂອ​ໂຕ​ໄດ້​ຜ່ານ​ການ​ນຳ​ໃຊ້. ​ແລ້ວ​ກໍ​ອີງ​ຕາມ​ຜະລິດ​ຕະພັນ​ແຕ່ລະ​ຢ່າງ​ຈຶ່ງ​ຕັດ​ຕາມ​ຂະໜາດ​ໃຫ້​ເໝາະ​ສົມ. ພາຍຫຼັງ​ຕັດ​ເອົາ​ຮູບ​ຂອງ​ຜະລິດ​ຕະພັນ​ແລ້ວ, ​ເຫຼັກ​ຕ້ອງ​ຖືກ​ເຜົາ​ໃຫ້​ແດງ​ ກ່ອນທີ່​ຈະ​ນຳ​ໄປ​ຕີ. ອ້າຍ ວູ້ດິງຈິ້ງ ລູກ​ຄ້າ​ມາ​ຈາກ​ແຂວງ​ບັກ​ກ້ານ​ໃຫ້​ຮູ້​ວ່າ ຜະລິດ​ຕະພັນ​ຂອງ​ຟຸກ​ແຊນມີ​ຄຸນ​ນະພາ​ບສະໝ່ຳສະ​ເໝີ. ພຽງ​ແຕ່​ເບິ່ງສັງ​ເກດກໍ​ສາມາດ​ຮູ້​ໂລດ​ວ່າ ມີ​ດນີ້​ຈະ​ດີ​ຫຼື​ບໍ່. ນອກຈາກ​ນັ້ນ, ອ້າ​ຍຈິ້ງ​ຍັງ​ມີ​ວິທີ​ກວດ​ຄຸນ​ນະພາ​ບສະ​ເພາະ​ຂອງ​ຕົນ. ອ້າ​ຍຈິ້ງ​​ໃຫ້​ຮູ້​ວ່າ:  

   “ ພວກ​ຂ້າພະ​ເຈົ້າ​ປະກອບ​ອາຊີບ​ຄ້າຂາຍ​ມີດ, ​ໂດຍ​ທ່ົວ​ໄປ​ແລ້ວ, ​ເຄີຍ​ກວດ​ຄຸນ​ນະພາ​ບຂອງ​ມີດ​ດ້ວຍ​ເລັບມື. ຖ້າວ່າ​ເອົາ​ເລັບມື​ຖູ​ໃສ່​ມີດ ຮູ້ສຶກ​ວ່າ​ມື່ນ,ມີດ​ນັ້ນ​ຈະ​ໄດ້​ມາດຕະຖານ​ດີ ”  

    ຖ້າ​ຫາ​ກວ່າ ກ່ອນ​ນີ້, ມີດ, ຄ້ອນ​ຕີ​ຂອງ​ຟຸກ​ແຊນ​​ແມ່ນ​ຜະລິດ​ຕະພັນ​ທີ່​ດີ, ​ສາມາດ​ດຶງ​ດູດ​ລູກ​ຄ້າ​ມາ​ຊອກ​ຊື້​ນັ້ນ, ​ແຕ່​ປະຈຸ​ບັນ, ​ໃນ​ເບື້ອງ​ຕົ້ນ, ບັນດາ​ນາຍ​ຊ່າງ​ຢູ່​ແຫ່ງ​ນີ້​ໄດ້​​ເລີ່​ມດຳ​ເນີນ​ການ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ​​ໃຫ້​ແກ່ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ. ລຸງ ລອງ​ຈ້ຽນ ​ເຈົ້າ​ຂອງ​ຮາກ​ຖານຕີ​ເຫຼັກ​ແຫ່ງ​ໜຶ່ງ​ເ​ປີດ​ເຜີຍ​ວ່າ  

     “ ​ໃນ​ຕາ​ແສງ​ນີ້, ມີ 2-3 ຄົນ​ໄປ​ໂຄສະນາ. ການ​ໂຄສະນາ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ. ຖ້າ​ຫາກ​ບໍ່​ໂຄສະນາ​ນັ້ນ, ​ແຂກ​ຢູ່​​ແຫ່ງ​ອື່ນ​ຈະ​ບໍ່​ຮູ້​ເຖິງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ ຂອງ​ຟຸກ​ແຊນ ”

     ຜ່ານ​ການ​ເວລາ, ຜະລິດ​ຕະພັນ​ຂອງ​ໝູ່​ບ້ານຟຸກ​ແຊນ ກໍ​ມີ​ການ​ປ່ຽນ​ແປງ​ເພື່ອ​ແທດ​ເໝາະ​ກັບ​ຊີວິດ​ການ​ເປັນ​ຢູ່. ​ແຕ່​ຕາມ​ລຸງ ລອງ​ຈ້ຽນ​ແລ້ວ, ມີ 2 ຢ່າງ​ບໍ່​ປ່ຽນ​ແປງ​ຢ່າງ​ເດັດຂາດ, ນັ້ນ​ແມ່ນ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ອາຊີບ​ໂດຍ​ປູ​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້ .

ຕອບກັບ

ຂ່າວ/ບົດ​ອື່ນ