ອາຊີບເຮັດພາບພື້ນເມືອງດົງໂຮ່, ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ

  
ອາຊີບເຮັດພາບພື້ນເມືອງດົງໂຮ່, ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ - ảnh 1
ພາບພື້ນເມືອງກ່ຽວກັບງານ​ດອງ​ຂອງ​ໜູ (ພາບ: donghotranh.com)

     ໃນ​ບັນດາ​ປະ​ເພດ​ພາບ​ພື້ນເມືອງນັ້ນ, ພາບ​ພື້ນ​ເມືອງດົງໂຮ່ ແມ່ນສິ່ງທີ່​ສະໜິດ​ຕິດ​ພັນ​ກັບ​ຊາວ​ຫວຽດນາມ​ສ່ວນ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ພາກ​ເໜືອ​ຍ້ອນ​ຄວາມ​ຜູກພັນ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ເຂດ​ບ້ານ​ນາ​ຫວຽດນາມ ​ແລະ ການ​ດຳລົງ​ຊີວິດ​ຂອງ​ປະຊາ​ຊົນ​ຜູ້​ອອກ​ແຮງ​ງານ​ທີ່​ລຽບ​ງາຍຢູ່​ແຫ່ງ​ນີ້. ພາບ​ພື້ນ​ເມືອງດົງໂຮ່ ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ປະດັບ​ປະດາ​ໃນ​ເຮືອນ​ໃຫ້​ເພີ່ມ​ຄວາມ​ສວຍ​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ໃຊ້​ເພື່ອ​ເປັນ​ບົດຮຽນ​ກ່ຽວ​ກັບ​ຫຼັກ​ສິນ​ທຳ​ຂອງ​ຄວາມ​ເປັນ​ມະນຸດ​ອີກ​ດ້ວຍ.​

     ອາຊີບ​ເຮັດພາບ​ພື້ນ​ເມືອງຢູ່​ໝູ່​ບ້ານດົງໂຮ່, ປະຈຸ​ບັນ​ແມ່ນ​ຕາ​ແສງ ຊອງ​ໂຮ່, ​ເມືອງ​ຖ້ວນ​ແທ່ງ, ​ແຂວງ​ບັກ​ນິງ ​ແມ່ນ​ໄດ້​ມີ​ມາ​ແຕ່​ກ່ອນ​ນີ້​ກ່ວາ 400 ປີ. ພ້ອມ​ກັບ​ພາບ​ຮ່າງ​ຈົ້ງ, ພາບ​ກິມຮ່ວາງນັ້ນ, ພາບ​ພື້ນ​ເມືອງດົງໂຮ່ສາມາດ​ສ້າງ​ສີສັນ​ຫຼາຍ​ດ້ານ​ໃຫ້​ແກ່​ປະ​ເພດພາບ​ພື້ນ​ເມືອງຫວຽດນາມ. ພາບ​ດົງໂຮ່​ໄດ້​ຖືກ​ບັນດາ​ເສັ່ນຄົນ​ໃນ​ໝູ່​ບ້ານ​ດົງ​ໂຮ່ສືບ​ທອດກັນ​ຈາກ​ຄົນລຸ່ນ​ນີ້ສູ່​ຄົນລຸ່ນອື່ນ. ຄຸນຄ່າທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ພາບ​ພື້ນ​ເມືອງດົງໂຮ່​ແມ່ນ​ຖືກ​ສະ​ແດງ​ຢູ່​ຂອດ​ແມ່ພິມ, ການ​ປະສົມ​ສີ​ທີ່​​ເອົາ​ມາ​ຈາກ​ທຳ​ມະ​ຊາດ ​ແລະ ຫົວ​ເລື່ອງ​ການສະ​ແດງ. ທ່ານ​ຫງວຽນ​ດັງ​ເຈ້ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ສິປະລະ​ການ​ເຮັດ ພາບ​ພື້ນ​ເມືອງດົງໂຮ່ ​ໃຫ້​ຮູ້​ວ່າ :

   “ ​ໃນ​ປະ​ເພດພາບ​ພື້ນ​ເມືອງດົງໂຮ່ ​​ກໍ​ມີ​ຮູບ​ພາບ​ດຳ​ເນີ​ນຊີວິດ, ຈິດ​ວິນ​ຍານ, ການ​ເຫຼື້ອມ​ໃສ, ສ່ອງ​ແສງ​ເຖິງ​ຊີວິດ​ຕົວ​ຈິງ​ຂອງ​ຊາວນາ. ຍົກ​ຕົວຢ່າງ​ຄື ພາບ “ ​ໂຕ່ງ​ໝາ​ກພ້າວ” ​ແລະ “ ຫຶງ​ຫວງ ” ,​ບັນດາ​ນັກ​ຈິ​ຕະກອນ​ຢາກ​ເວົ້າ​ເຖິງ​ບັນຫາ​ຕ່າງໆ​ໃນ​ສັງ​ຄົມ​ຊຶ່ງມີ​ອັນ​ດີ ອັນ​ຊົ່ວ. ພາບ​ພື້ນ​ເມືອງດົງໂຮ່ຢູ່​ແຫ່ງ​ນີ້ ​ແມ່ນ​ແຕກ​ຕ່າງກັບປະ​ເພດ​ພາບ​ພື້ນ​ເມືອງ​ອື່ນໆ​ຢູ່​ບ່ອນ​ວ່າ ມັນ​ຖືກ​ບັນດາ​ນັກ​ຈິດຕະກອນ​ແຕ້ມ​ຕາມ​ແຫຼ່ງອາລົມ, ບໍ່​ມີ​ລາຍ​ຊື່​ຂອງ​ຜູ້​ແຕ້ມ, ທັງ​ໝົດ​ລ້ວນ​ແຕ່​ເອີ້​ນ​ແມ່ນ ພາບ​ພື້ນ​ເມືອງ, ດັ່ງ​ນັ້ນ ມີ​ເນ​ື້ອ​ໃນ​ທີ່​ອຸດົມສົມບູນ​ທີ່​ສຸດ ”

    ດ້ວຍ​ຫົວ​ເລື່ອງ​ຂອງ​ພາບ​ທີ່​ອຸດົມສົມບູນ​ຄື : ການອວຍພອນ, ຊີວິດ​ປະຈຳ​ວັນ, ການ​ລະ​ຫຼິ້ນ​ພື້ນ​ເມືອງ, ການ​ເພີ່ມ​ພູນ​ຜະລິດຜົນ, ລ້ຽງສັດ, ​ໄຖ​ນາ, ງານ​ບຸນ.... ພາບ​ພື້ນ​ເມືອງດົງໂຮ່ ​ຍິ່ງເຮັດ​​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ເຖິງ​ຄວາມ​ໝາຍ​ທາງ​ດ້ານ​ວັດທະນະທຳ​ບໍ່​ມີ​ຂອບ​ເຂດ, ຊ້ອນ​ແຝງ​ຄວາມ​ລຶກລັບ​ຫຼາຍ​ຢ່າງ, ຕັກ​ເຕືອນ​ບອກສອນກ່ຽວ​ກັບ​ຄວາມ​ຖືກ, ຄວາມ​ຜິດ, ອັນ​ດີ, ອັນ​ຊົ່ວ​ໃນ​ຊີວິດ. ນັກ​ຈິດຕະກອນ ຫງວຽນ​ດັງ​ຢຸ້ງ ​ໃຫ້​ຮູ້​ວ່າ :

   “ ຊາວ​ຕ່າງປະ​ເທດ​ເມື່ອ​ມາ​ຊົມ​ຢູ່​ຫ້ອງ​ວາງສະ​ແດງ ພາບ​ພື້ນ​ເມືອງດົງໂຮ່ , ກໍ​ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈ​ເຖິງພາບ​ພື້ນ​ເມືອງ​ທີ່​ເວົ້າ​ເຖິງ​ເລື່ອງ​ນິທານ​ຕ່າງໆ​ຄື “ ງານ​ແຕ່ງດອງ​ຂອງ​ໜູ ” . ​ເລື່ອງ​ນິທານ​ນີ້​ໄດ້​ພັນ​ລະນາ​ເຖິງ​ສະພາບ​ສັງຄົມ​ສັກ​ດີ​ນາ​ເມື່ອ​ກ່ອນ​ນີ້. ​ໃນ​​ຊີວິດຕົວ​ຈິງ, ​ແມ່ນ​ບໍ່​ມີ​ງານ​ດອງ​ຂອງ​ໜູ, ​ແຕ່​ພວກ​ນັກ​ຈິດຕະກອນ​ໄດ້​ນຳ​ເອົາ​ຮູບ​ພາບ​ຂອງ​ໜູ​ເພື່ອ​ເວົ້າ​ເຖິງ​ຮູບ​ພາບ​ສັງຄົມ​ສັກ​ດີ​ນາສະ​ໄໝ​ກ່ອນ. ໜູ​ແມ່ນ​ສັນຍາ​ລັກ​ໃຫ້​ຊົນ​ຊັ້ນ​ຄົນ​ທຸກ​ຍາກ, ສວ່ນ​ແມວ​​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຊົນ​ຊັ້ນ​ເຈົ້າ​ເສນາ​ອາມາດ. ​ເມື່ອ​ກ່ອນ​ນີ້, ຖ້າ​ຫາກ​ໜູ​ຢາກ​ແຕ່ງງານ​ແມ່ນ​ຕ້ອງມອບ​ຊັບ​ສິ່ງ​ຂອງ​ໃຫ້​ແມວ. ນອກຈາກ​ນັ້ນ​ຍັງ​ມີ​ບັນດາ ພາບ​ພື້ນ​ເມືອງກ່ຽວ​ກັບ​ສັດລ້ຽງ​ທີ່​ຕິດ​ພັນ​ກັບ​ມະນຸດ​ຄື ພາບ​ພື້ນ​ເມືອງ “ ຝູງ​ໄກ່” ຊຶ່ງ​ມີ​ຄວາມ​ໝາຍ​ເວົ້າ​ເຖິງ​ຄອບຄົວ​ທີ່​ມີ​ຄວາມ​ຜາ​ສຸກ ”

   

ອາຊີບເຮັດພາບພື້ນເມືອງດົງໂຮ່, ມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ - ảnh 2
ພາບພື້ນເມືອງກ່ຽວກັບຝູງໄກ່ (ພາບ: donghotranh.com)


    ພາບ​ພື້ນ​ເມືອງດົງໂຮ່​ແຕ່ລະ​ແຜ່ນ​ນັ້ນ, ​ແມ່ນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໜຶ່ງ​ດຽວ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໂດຍ​ອີງ​ໃສ່​ວິທີ, ຄວາມ​ຮູ້ສຶກທີ່​ແຕກ​ຕ່າງ​ກັນ​ຂອງ​ຜູ້​ຊົມ. ​ໃນ​ແຕ່ລະ​ເກັນ​ອາຍຸ, ດ້ວຍ​ປະ​ສົບ​ການ​ໃນ​ຊີວິດ​ທີ່​ແຕກ​ຕ່າງ​ກັນ, ຜູ້​ຊົມ​ຈະ​ມີ​ວິທີສຳຜັດ​ເພື່ອ​ເຫັນ​ໄດ້​ເຖິງ​ຄວາມ​ງາມ​ຂອງ​ພາບ​ຕາມ​ວິທີ​ສະ​ເພາະ​ຂອງ​ຕົນ. ທ່ານ​ ລິວ​ຢີ​ເຢີ​ນ ຮອງ​ປະທານ​ສະຫະ​ສະມາຄົມ​ໝູ່​ບ້ານ​ອາຊີບ​ຫວຽດນາມ​ໃຫ້​ຮູ້​ວ່າ :

    “ພາບ​ພື້ນ​ເມືອງດົງໂຮ່​ແມ່ນ​ຫຼັກ​ຖານ​ຢັ້ງຢືນ​ແກ່​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຂອງ​ຊາດ​ຫວຽດນາມ, ຊຶ່ງ​ມີ​ຫຼາຍ​ສິ່ງ​ທີ່​ພິ​ເສດ. ຍົກ​ຕົວຢ່າງ​ຄື​ພາບງານ​ດອງ​ຂອງ​ໜູ, ພາບ​ກ່ຽວ​ກັບ​ການ​ໂຕ່ງ​ໝາກພ້າວ........ລ້ວນ​ແຕ່​ເວົ້າ​ເຖິງ​ບັນ​ຫາວັດທະນະທຳ​ຂອງ​ຊາດ ຄື​ສົ່ງ​ເສີມ​ການ​ຮ່ຳຮຽນ, ການ​ຕັກ​ເຕືອນ​ບອກສອນ​, ສຶກສາ​ອົບຮົມ​ໃນ​ຊີວິດ. ​ໃນ​ພາບ​ພື້ນ​ເມືອງງານ​ດອງ​ຂອງ​ໜູນັ້ນ, ​ເປັນ​ຫຍັງ​ໂຕ​ໜູ​ນຳ​ໜ້າ​ຕ້ອງ​ຈັບ​ປາ​ໃຫຍ່​​ມອບ​ໃຫ້​ແມວ  ​ເພື່ອ​ຂໍອະນຸຍາດ​ພຽງໄດ້​ໄປຢ່າງ​ດຽວ. ນັ້ນ​ແມ່ນ​ຄວາມ​ໝາຍ​ຂອງ​ຊີວິດ. ຖ້າ​ຫາກ​ບໍ່​ອະທິບາຍ ​ແມ່ນ​ບໍ່​ມີ​ຄວາມ​ໝາຍ​ແຕ່​ຢ່າງ​ໃດ​ເລີຍ. ມັນ​ໄປ​ພ້ອມ​ກັບ​ສີສັນ, ຮູບ​ຮ່າງ ​ແມ່່ນຕ້ອງ​ມີ​ພາສາ​ດ້ານ​ວັນນະຄະດີ, ພາສາ​ວັດທະນະທຳ ຈຶ່ງ​ເຮັດ​ໃຫ້​ຄົນ​ເຮົາ​ຮັບ​ຮູ້​ໄດ້ ”

    ພາບ​ພື້ນ​ເມືອງດົງໂຮ່ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຜ່ອນສະຫວັນກ​ໍຄື​ຈີນ​ຕະນາ​ການ​ຂອງ​ຄົນ​ໃນ​ສະ​ໄໝ​ກ່ອນ. ພາບ​ພື້ນ​ເມືອງດົງໂຮ່ໃກ້ຊິດຕິດພັນກັບປະຊາຊົນ, ດັ່ງນັ້ນສາມາດເຂົ້າສູ່ຄວາມຊົງຈຳຂອງຊາວຫວຽດຍນາມ ໄດ້ຢ່າງງ່າຍດາຍ. ນາງ ຫງວຽນ​ທິຮ່ວາ ຜູ້​ນິຍົມ ພາບ​ພື້ນ​ເມືອງດົງໂຮ່ ​ໃຫ້​ຮູ້​ວ່າ :

    “ ຂ້າພະ​ເຈົ້າ​ຊົມ​ຊອບ ພາບ​ພື້ນ​ເມືອງດົງໂຮ່​ຫຼາຍ​ທີ່​ສຸດ, ຍ້ອນ​ວ່າ​ມັນ​ໃກ້ຊິດ​ຕິດ​ພັນ​ກັບ​ຊາວ​ຫວຽດນາມ​ສ່ວນ​ຫຼວງ​ຫຼາຍ. ສຳລັບ​ຂ້າພ​ະ​ເຈົ້າ​ເອງ, ພາບ​ພື້ນ​ເມືອງດົງໂຮ່ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ທາງ​ດ້ານຮູບ​ພາບ, ສີສັນ, ຄຸນ​ນະພາ​ບຂອງ​ເຈັ້ຍ​ເທົ່າ​ນັ້ນ, ຫາກມັນ​ຍັງ​ມີ​ຈຸດ​ວັດທະນະທຳພື້ນ​ເມືອງ​ຫວຽດນາມ​ອີກ​ດ້ວຍ. ພາບ​ພື້ນ​ເມືອງດົງໂຮ່ ຍັງ​ໄດ້​ປະກອບສ່ວນ​ບົດບາດ ບໍ່​ພຽງ​ແຕ່​ແມ່ນ​ມໍລະດົກ​ວັດທະນະທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ​ອີກ​ດ້ວຍ ”

    ພາບ​ພື້ນ​ເມືອງດົງໂຮ່ ​ໄດ້​ເຕົ້າ​ໂຮມ​ບັນດາ​ຄຸນຄ່າດ້ານ​ປະຫວັດສາດ, ວັດທະນະທຳ, ວັນນະຄະດີ, ສິລະ​ປະ, ສອ່ງ​ແສງ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ, ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ເຂດ​ທົ່ງພຽງ​ພາກ​ເໜືອ​ຫວຽດນາມ​ຢ່າງ​ເລິກ​ເຊິ່ງ ​ແລະ ມີ​ຊີວິດ​ຊີວາ. ດ້ວຍ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະ​ລັກສະ​ເພາະ​ນີ້, ອາຊີບ​ເຮັດພາບ​ພື້ນ​ເມືອງດົງໂຮ່ ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ສິ່ງ​ທີ່​ຊ້ອນ​ແຝງ​ໃນ ພາບ​ພື້ນ​ເມືອງດົງໂຮ່​ແຕ່ລະ​ແຜ່ນ​ນັ້ນ ​ແມ່ນ​ວັດທະນະທຳ, ບົດຮຽນ, ວິຖີ​ຊີວິດ​ຂອງ​ຊາວ​ຫວຽດນາມ​​ໃນ​ສະ​ໄໝ​ກ່ອນ​ນີ້ ​ແລະ ປະຈຸ​ບັນ .

ຕອບກັບ

ຂ່າວ/ບົດ​ອື່ນ