“ອ້າຍຄູບາເດີ້ຍ’’ ບົດລະຄອນກາຍເລື່ອງເຕົ້າໂຮມ ນັກສະແດງລະຄອນກາຍເລື່ອງຢູ່ສາມພາກຂອງຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫຼອງ 100 ປີ ແຫ່ງວັນ ສ້າງຕັ້ງເວທີສະແດງລະຄອນກາຍເລື່ອງຫວຽດນາມ, ເມື່ອບໍ່ດົນມານີ້, ບັນດານັກສິລະປິນ, ນັກສະແດງສາມພາກເໜືອ-ພາກກາງ-ພາກໃຕ້ ໄດ້ສະເໜີຕໍ່ຜູ້ຊົມໃນທົ່ວປະເທດ ‘’ບົດລະຄອນກາຍເລື່ອງ ‘’ອ້າຍຄູບາເດີ້ຍ’’

ບົດລະຄອນໄດ້ວາດພາບເຖິງໄລຍະປະຫວັດສາດທີ່ໂສກເສົ້າແຕ່ສະຫງ່າອົງອາດຂອງຊາດ ແລະ ຕົວລະຄອນອ້າຍຄູຫງຽນກວາງດ້າຍ (ຫຼືເອີ້ນວ່າ ອ້າຍຄູບາເດີ້ຍ), ຜູ້ທີ່ມີຄຸນງາມຄວາມດີຢ່າງໃຫ່ຍຫຼວງໃນຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາ ໄລຍະທຳອິດຂອງເວທີສະແດງ ລະຄອນກາຍເລື່ອງ ດ້ວຍບົດລະຄອນວັດທະນະທຳຂອງຮອງສາດສະດາຈານ, ປະລິນຍາເອກ ຫງວຽນເຖກີ, ຜູ້ອຳນວຍການໃຫ່ຍ VOV ແລະ  ຖືກຜູ້ຮຽບຮຽງ ຫວ່ງຊອງຫວຽດ ແລະ ຟ້າມວັນດັງ ຫັນມາເປັນບົດລະຄອນກາຍເລື່ອງ, ນັກສະແດງດີເດັ່ນ ຈ້ຽວຈຸງກຽນ ແລະ ເລຈຸງຖາວ ເປັນຜູ້ກຳກັບການສະແດງ, ການສະແດງບົດລະຄອນກໍ່ຍັງຊ່ວຍໃຫ້ຜູ້ຊົມສາມາດເຂົ້າໃຈແຈ້ງກ່ວາກ່ຽວກັບກົກເຄົ້າກໍ່ຄືສະແດງໃຫ້ເຫັນບັນດາຄວາມງາມ, ບັນດາຄຸນຄ່າທາງດ້ານສິລະປະຂອງເວທີສະແດງລະຄອນກາຍເລື່ອງຫວຽດນາມ

“ອ້າຍຄູບາເດີ້ຍ’’ ບົດລະຄອນກາຍເລື່ອງເຕົ້າໂຮມ ນັກສະແດງລະຄອນກາຍເລື່ອງຢູ່ສາມພາກຂອງຫວຽດນາມ - ảnh 1 ອ້າຍຄູ ບາເດີ້ຍ ແລະ ອາຍຮົວໃນບົດລະຄອນກາຍເລື່ອງ

ບົດລະຄອນກາຍເລື່ອງ’’ອ້າຍຄູບາເດີ້ຍ’’ ແມ່ນຄວາມເປັນຫ່ວງທີ່ສຸດກ່ຽວກັບຫຼັກສິນທຳ’’ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ’’ ເຊີດຊູຜູ້ເກັ່ງກ້າສາມາດທາງດ້ານສີນລະປະຂອງຊາດ ແນ່ໃສ່ອານຸລັກຮັກພັດທະນາສິລະປະລະຄອນກາຍເລື່ອງຫວຽດນາມເຊິ່ງຮອງສາດສະດາຈານ, ປະລິນຍາເອກ ຫງວຽນເຖກີ ໄດ້ຝັກໃຝ່ມາເປັນເວລາຫຼາຍປີ ແລະ ໄດ້ສຸມຈິດສຸມໃຈ ເພື່ອແຕ່ງເປັນບົດລະຄອນວັນນະຄະດີ.

ບົດລະຄອນກາຍເລື່ອງ “ອ້າຍຄູບາເດີ້ຍ’’ ໄດ້ເປີດສາກດ້ວຍຮູບພາບຍາມແລງຄ້ອຍຄ່ຳທີ່ ນະຄອນໄຊງ່ອນ ປີ1917 ພາຍຫຼັງທີ່ອ້າຍຄູ, ສອນດົນຕີຫງວຽນກວາງດ້າຍ ໄດ້ເຖີງແກ່ມໍລະນະກຳ. ສຽງດົນຕີທຳນອງກາຍເລື່ອງໄດ້ຖືກບັນເລງຂື້ນໃນທ່າມກາງບັນຍາກາດທີ່ໂສກເສົ້າຫງ່ວມເຫົງາ ແລະ ເປົ່າປ່ຽວຢູ່ເຂດປ່າຊ້າ, ອັນໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກນິຍົມນັບຖືຕໍ່ນັກສິລະປີນທີ່ມີຄວາມເກັ່ງກ້າສາມາດ, ແຕ່ຊາຕາກຳບໍ່ໝັ້ນແກ່ນຄືອ້າຍຄູ, ສອນດົນຕີບາເດີ້ຍ, ເຊິ່ງແມ່ນອ້າຍຄູສອນດົນຕີ ທີ່ມີນ້ຳໃຈຮັກຊາດ ແລະ ຮັກພື້ນຖານດົນຕີຂອງຊາດຢ່າງລົ້ນເຫຼືອ. ໃນຕົວລະຄອນ ‘’ອ້າຍຄູບາເດີ້ຍ’’ ເປັນຄັ້ງທຳອິດທີ່ຜູ້ຊົມໃນທົ່ວປະເທດໄດ້ຟັງການປະສານສຽງຂອງບັນດານັກສິລະປິນຂັບກາຍເລື່ອງຂອງສາມພາກເໜືອ-ພາກກາງ ແລະ ພາກໃຕ້ ແຕ່ລະຕົວລະຄອນກໍ່ລ້ວນແຕ່ມີ’’ສຳນຽງ’’ສະເພາະຖືກຕາມ’’ ກົກເຄົ້າ’’ຂອງຕົນ, ຊ້ຳບໍ່ໜຳ ຕົວລະຄອນອ້າຍຄູບາເດີ້ຍ ໂດຍແມ່ນນັກສິລະປິນ ນັກສະແດງ 4 ຄົນຄື: ນັກສິລະປິນດີເດັ່ນ ແທ່ງຕ້ວນ, ນັກສິລະປິນດີເດັ່ນ ຊວນວີ້ງ, ນັກສະແດງດີເດັ່ນ ເລຕື ແລະ ນັກສິລະປິນ ກວາງຂາຍ ຜ່ານການສະແດງເປັນ 4 ໄລຍະກໍ່ມີ ’’ສຳນຽງ’’ ທີ່ເໝາະສົມທີ່ສຸດກັບກາລະເທສະ ແລະ ກາລະເວລາ.                                     

ນັກສິລະປິນດີເດັ່ນ ຈ່ຽວຈຸງກຽນ, ຮອງຜູ້ອຳນວຍການໂຮງລະຄອນກາຍເລື່ອງຫວຽດນາມ, ຜູ້ກຳກັບການສະແດງລະຄອນກາຍເລື່ອງ’’ອ້າຍຄູບາເດີ້ຍ’’ ໃຫ້ຮູ້ວ່າ :

  ‘’ ພວກຂ້າພະເຈົ້າບໍ່ວາງຄວາມຮຽກຮ້ອງຕ້ອງການວ່າແມ່ນຕ້ອງໃຫ້ທັງ 4 ຕົວລະຄອນກາຍເປັນຮູບປະພັນດຽວ ເຊິ່ງຂ້າພະເຈົ້າໃຫ້ 4 ນັກສິລະປິນ, ນັກສະແດງສ້າງເປັນຮູບພາບຂອງ 4 ອ້າຍຄູ, ສອນດົນຕີ ຫງຽນກວາງດ້າຍ ທີ່ຢູ່ໃນໄລຍະແຕກຕ່າງກັນ. ມັນປຽບເໜືອບັນດາຄວາມສາມາດ ເຊິ່ງຕົວລະຄອນໃນຊີວິດຕົວຈິງອາດສາມາດເຮັດໄດ້ເຊັ່ນນັ້ນ’’

ສຳລັບບັນດາຜູ້ເຂົ້າຮ່ວມການປະກອບອາຊີບນີ້,  “ອ້າຍຄູບາເດີ້ຍ’’ ຄືດັ່ງບົດລະຄອນທີ່ເຕົ້າໂຮມຫຼາຍສິ່ງຫຼາຍຢ່າງໃນວົງການນັກສິລະປິນ, ນັກສະແດງກາຍເລື່ອງຫວຽດນາມ: ຈາກບົດລະຄອນ, ເວທີສະແດງ, ເນື້ອໃນ ແລະ ນັບທັງບັນດາວິທີສະແດງທີ່ດີເດັ່ນທີ່ສຸດຂອງບັນດານັກສິລະປິນ,ນັກສະແດງ 3 ພາກເໜືອ-ພາກກາງ ແລະ ພາກໃຕ້, ຜູ້ກຳກັບການສະແດງ ຈ່ຽວຈຸງກຽນ ໄດ້ແບ່ງປັນວ່າ:   

 “ ມີຫຼາຍຕົວລະຄອນທີ່ສະແດງມ່ວນທີ່ສຸດ, ເຊັ່ນຕົວລະຄອນ ອາຍຮົວ, ເປັນຕົວແທນໃຫ້ແກ່ມະຫາຊົນພາກໃຕ້ ເຊິ່ງແມ່ນຜູ້ໄດ້ອຸ້ມຊູຊ່ວຍເຫຼືອ, ປົກປິດ ແລະ ລ້ຽງດູເພື່ອໃຫ້ອ້າຍຄູ ດ້າຍ ຜ່ານຜ່າບັນດາຊ່ວງເວລາທີ່ຫຍຸ້ງຍາກ ແລະ ເປັນອັນຕະລາຍໃນຊີວິດຂອງຕົນ ເພື່ອຈະສືບຕໍ່ຊີວິດ ແລະ ພາລະກິດໃຫ້ຍືນຍາວ ເພື່ອສືບທອດບັນດາມໍລະດົກອັນລ້ຳຄ່າໃຫ້ແກ່ຄົນລຸ້ນຫຼັງ. ນັກສິລະປິນນັກສະແດງແຕ່ລະຄົນເມື່ອສວມບົດຕົວລະຄອນ, ເຖິງວ່າແຕ່ລະຄົນໄດ້ຮັບການຈັດແບ່ງວຽກງານແຕ່ລະຢ່າງກໍຕາມ, ແຕ່ເຂົາເຈົ້າກໍ່ລ້ວນແຕ່ສະແດງຈົນສຸດຄວາມສາມາດໃນການສວມບົດຕົວລະຄອນສະແດງຂອງຕົນ. ເຂົາເຈົ້າມີຄວາມຄາດຫວັງຢາກປະກອບສ່ວນ ແລະ ສະແດງຄວາມເກັ່ງກ້າສາມາດຂອງຕົນໃນບົດລະຄອນສະແດງ’’

   ເພື່ອໃຫ້ມີບົດລະຄອນ “ອ້າຍຄູບາເດີ້ຍ’’ ຢ່າງສຳເລັດຜົນ, ໄດ້ຮັບການຮອງຮັບຈາກມວນຊົນ, ບັນດານັກສິລະປິນ, ນັກສະແດງທີ່ມາຈາກໂຮງລະຄອນກາຍເລື່ອງຫວຽດນາມ ແລະ ໂຮງລະຄອນກາຍເລື່ອງເຈີນຫຸຍຈາງ ໄດ້ມີການສົມທົບກັບເປັນຢ່າງດີ, ນັກສິລະປິນ ກວາງຂາຍເຊິ່ງແມ່ນໜຶ່ງໃນຈຳນວນນັກສະແດງ 4 ຄົນໄດ້ສວມບົດຕົວລະຄອນ ອ້າຍຄູບາເດີ້ຍໄດ້ໃຫ້ຮູ້ວ່າ : 

“ພວກຂ້າພະເຈົ້າແມ່ນບັນດານັກສິນລະປີນ,ນັກສະແດງອາຊີບ, ມາຮ່ວມນຳກັນ ທຳການສະແດງດ້ວຍຄວາມຮັກສິລະປະ, ແລະ ເມື່ອຄວາມຮັກນັ້ນບໍ່ມີຄວາມແຕກໂຕ່ນກັນອີກແລ້ວ, ເລື່ອງບັນນັກສິລະປີນ, ນັກສະແດງລະຫ່ວາງບັນດາເຂດພາກຈະສາມາດລົມນຳກັນໄດ້ງ່າຍ, ແລກປ່ຽນນຳກັນເພື່ອບັນລຸຜົນງານທາງດ້ານສິລະປະດີເດັ່ນ’’

ເຖິງວ່າບົດລະຄອນກາຍເລື່ອງ ‘’ອ້າຍຄູບາເດີ້ຍ’’ ແມ່ນກິດຈະກຳສະເຫລີມສະຫຼອງ 100 ປີ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສີນລະປະລະຄອນກາຍເລື່ອງກໍ່ຕາມ, ແຕ່ມັນບໍ່ຢຸດຢູ່ໃນບົດສະແດງລະຄອນເທົ່ານັ້ນຫາກຍັງລື່ືນກາຍຢ່າງຂາດຂັ້ນທາງດ້ານສິລະປະ. ບົດລະຄອນດ້ວຍຄວາມຍາວ 150 ນາທີ ແຕ່ມີຈຸດສຸມໃນການສະແດງ, ມີການສົມທົບລະຫ່ວາງວາດຟ້ອນ ຍຸກປັດຈຸບັນ, ປັດໄຈຮູບເງົາ, ກໍ່ຄືການນຳໃຊ້ເຄື່ອງດົນຕີວີໂອລົງ ເຊິ່ງແມ່ນບັດດາປັດໄຈຊ່ວຍຜູ້ຊົມມີຄວາມປະທັບໃຈຕໍ່ບົດລະຄອນທີ່ໄດ້ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ