ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງ ຂັບຊວານ ຊື່ງແມ່ນມໍລະດົກວັດທະນທຳບໍ່ມີຮູບຮ່າງ


(vovworld)- ຂັບ​ຊວານ ທັງ​ແມ່ນ​ຜະ​ລິດ​ຕະ​ພັນ, ທັງ​ແມ່ນ​ປະ​ກົດ​ການ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂ​ວງ ຟູ​ທ​ໍ​ ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ​ເມື່ອ​ວັນ​ທີ 24/11/2011. ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂັບ​ຊວານ ຟູ​ທໍ້ ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແມ່ນ​ວຽກ​ງານ​ທີ່ມີ​ຄວາມ​ໝາຍ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.

 

ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງ ຂັບຊວານ ຊື່ງແມ່ນມໍລະດົກວັດທະນທຳບໍ່ມີຮູບຮ່າງ - ảnh 1
ລາຍ​ການ​ຂັບ​ຊວານ ໂດຍ​ແມ່​ຍິງ ຟູ​ທໍ້ ສ​ແດງ
ພາບ:phutho.gov.vn

        ພິທີ​ໄຫວ້​ບູ​ຊາເຈົ້າ​ຊີ​ວິດ ຮຸ່ງ - ງານ​ບຸນ​ວິ​ຫານ​ຮ່​ຸ່ງ ປີ 2015 ກ​ົງ​ກັບ​​ເວ​ລາ​ທີ່ຂັບ​ຊວານ​ຟູ​ທ​ໍ້ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ເວ​ລາ 4 ປີ. ໃນ​ໂອ​ກາດນີ້, ແຂວງ ຟູ​ທໍ້ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ແນະ​ນຳ ແລະ ໂຄ​ສະ​ນາ​ບັນ​ດາ​ທຳ​ນອງ​ຂັບ​ຊວານ ​ຟູ​ທ​ໍ້ ເພື່ອ​ໃຫ້ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ດິນ​ແດນ​ເຈົ້າ​ຊີວ​ິດ​ຮຸ່ງ. ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ວິ​ຫານ ຮຸ່ງ, ແຂວງ ຟູ​ທໍ້ ຈະ​ຈັດ​ຕັ້ງ​ງານ​ມະໂຫລານ “ເພງ​ພື້ນ​ເມືອງ ແລະ ຂັບ​ຊວານ ຟູ​ທໍ້” ໂດຍ​ບັນ​ດາ​ກອງ​ຂັບ​ຊວານ ແລະ ສະ​ໂມ​ສອນ​ຂັບ​ຊວານ ສະ​ແດງ”. ຢູ່ ນະ​ຄອນ ຫວຽດ​ຈີ່, ມີ​ລາຍ​ການ​ຂັບ​ຊວານ​ຂອງ​ພວກ​ຫລານອະ​ນຸ​ຊົນ​, ເຍົາ​ວະ​ຊົນ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຂັບ​ຊວານ ພວມໄດ້​ໄດ້​ຮັບ​ການ​ສ​ືບ​ທອດ ແລະ ແຜ່​ຂະ​ຫຍາຍບໍ່​ພຽງ​ແຕ່​​ສຳ​ລັບຜູ້​ໃຫຍ່​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຄົນ​ລຸ້ນ​ຫນຸ່ມ​ອີກ​ດ້ວຍ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ ຊື່ງ​ແຂວງ ຟູ​ທ​ໍ້ ພວມປະ​ຕິ​ບັດ ເພື​່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂັບ​ຊວານ ​ຊື່ງ​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​. ທ່ານ ຮ່າ​ເກ​ຊານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ຟູ​ທ​ໍ້ ໃຫ້​ຮູ້​ວ່າ:

        “ແຂວງ ຟູ​ທ​ໍ້ ໄດ້​ສຸມ​ໃສ່​ບຳ​ລຸງ​ສ້າງ​ນັກ​ສິ​ລະ​ປະ​ 62 ຄົນ, ຊຸດ​ຮຽນ​ວົງ​ຄະ​ນາ​ຍາດ 101 ຊຸດ, ນັ້ນ​ແມ່ນບໍ່​ທັນ​ເວົ້າ​ເຖິງ​ບັນ​ດາ​ຊຸດບ​ຳ​ລຸງ​ສ້າງ​ໃນ​ຂະ​ແຫນງ​ສຶກ​ສາ, ໃນໝູ່​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ. ນີ້​ແມ່ນ​ບັນ​ດາ​ປັດ​ໄຈ​ທີ່ມີ​ຄວາມ​ໝາຍ, ໜ້າເຄົາ​ລົ​ບ​. ພວກ​ຂ້າ​ພະ​ເຈົ້າເຊື່ອ​ໝັ້ນ​ວ່າ, ນີ້​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​​ເພື່ອ​ເຮັດ​ໃຫ້ຂັບ​ຊວານ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຕ້ອງ​ອະ​ນຸ​ລັກ​ຮັກ​ສາ​ຢ່າງ​ຮີບ​ດ່ວນ.”

ຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງ ຂັບຊວານ ຊື່ງແມ່ນມໍລະດົກວັດທະນທຳບໍ່ມີຮູບຮ່າງ - ảnh 2
ຜູ້​ຕາງ​ຫນ້າ UNESCO ມອບ​ໃບ​ຢັ້ງ​ຢືນ​ຂັບ​ຊວານ
ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ
ພາບ:baotintuc.vn

        ນັກ​ດົນ​ຕີ ດັ້ງ​ຮ​ວ່າງ​ລ​ວານ, ​ຊື່ງ​ແມ່ນຜູ້​​ຕິດ​ຕາມ ແລະ ເຂົ້າ​ຮ່ວມ​ວິ​ວັດການຟື້ນ​ຟູ ແລະ ​ອະ​ນຸ​ລັກ​ຮັກ​ສາ ຂັບ​ຊວານ ​ໃນ​ເກືອບ 4 ປີ ນັບ​ແຕ່​ເມື່ອ UNESCO ຮັບ​ຮອງ​ຂັບ​ຊວານ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        ​ເພື່ອ​ເຮັດ​ໃຫ້ປະ​ຊາ​ຊົນ​ຫລາຍ​ຄົນ​ນິຍົມ​ຮັບ​ຟັງ​ຂັບ​ຊວານ ​ແຂວງ​ຟູ໋ທໍ້​ໄດ້ສ້າງສະ​ໂມ​ສອນ​ຫລາຍ​ແຫ່ງ, ສິດ​ສອນ​ໃຫ້​ປະຊາຊົນ​ຂັບ​ຊ​ວານ​, ກໍ່​ຄືຮັບ​ຟັງຂັບ​ຊວານ. ​ໄປສະ​ແດງ​ຂັບ​ຊວານ​ຢູ່​ຫຼາຍ​ແຫ່ງ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນັ້ນແມ່ນ​ສິ່ງ​ສຳ​ຄັນ ​ເຊິ່ງແຂວງ ຟູ​ທ​ໍ້​ ສາມາດປະ​ຕິ​ບັດ​ໄດ້​.”

        ນອກ​ຈາກ​ສອນ​ວິ​ທີ​ຂັບ​ຊວານ​ແລ້ວ, ​ແຂວງ ຟູ​ທໍ້ ຍັງ​ເອົາ​ໃຈ​ໃສ່​ເຖິງ​ການ​ດຳ​ເນີນ​ຊີ​ວິດ, ຫລື​ ມອບ​ນາມ​ມະ​ຍົດ​ໃຫ້ບັນ​ດານັກ​ສິ​ລະ​ປະ​ຂັບ​ຊວານ, ​ຊື່ງ​ແມ່ນ​ຜູ້​ທີ່​ໄດ້​ປະກອບສ່ວນ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ກໍ​ຄື​ປະ​ຕິ​ສັງ​ຂອນ​ສາ​ລາ​ບ້ານ, ​ຫໍ​ບູ​ຊາ ເພື່ອ​ໃຫ້​ນັກ​ສິ​ລະ​ປະ​​ຂັບ​ຊວານມີ​ບ່ອນສະ​ແດງ.  ນັກ​ດົນ​ຕີ ດັ້ງ​ຮ່​ວາງ​ລ​ວານ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຂັບ​ຊວານ​ໃນ​ວົງ​ຄະ​ນາ​ຍາດ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ສູດ​ຂີດ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ຟູ​ທໍ້. ກ່ອນ​ອື່ນ​ໝົ​ດ​ແມ່ນ​ປະ​ຕິ​ສັງ​ຂອນຫໍ​ບູ​ຊາ ຫລາຍ​ແລ່ນ, ຊື່ງ​ແມ່ນ​ບ່ອນ​ທີ່​ເຈົ້າ​ຊີ​ວິດ​ຮຸ່ງ ສອນ​ຂັບ​ຊວານ​ໃຫ້​ແກ່​ປະ​ຊາ​ຊົນ​ ຟູ​ທໍ້. ຫໍ​ບູ​ຊາ ຫລາຍ​ແລ່ນ ກໍ​ແມ່ນ​ໂຮງ​ລະຄອນແຫ່ງ​ຂັບ​ບູຊາທຳ​ອິດ​ຂອງ​ຫວຽດ​ນາມ”

        ພາຍ​ຫລັງ 4 ປີ ​ແຫ່ງ​ການ​ຟື້ນ​ຟູ ​ຂັບ​ຊວານພວມ​ຄ່ອຍໆ​ພັດ​ທະ​ນາ​, ອັນ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ຟູ​ທ​ໍ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ທ້ອງ​ຖິ່ນ. ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ເບື້ອງ​ຕົ້ນ, ມາ​ຮອດ​ປະ​ຈຸ​ບັນ ຂັບ​ຊ​ວານ ມີ​ຄວາມ​ສະ​ດວກ​ຫລາຍ​ຢ່າງ​ເພື່ອ​ພັດ​ທະ​ນາ ແລະ ໃກ້​ຊິດ​ກັບ​ວົງ​ຄະ​ນາ​ຍາດກວ່າ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽ​ນ​​​ບີງດີ້ງ, ຫົວ​ຫນ້າ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ພວກ​ເຮົ​າ​ພວມ​ຟື້ນ​ຟູ​ບັນ​ດາ​ຮູບ​ການ​​ຂັບ​ຊວານຕົ້ນ​ຕໍ​. ຢູ່ແຂວງ ຟູ​ທໍ້ ຍັງ​ມີ​ເອ​ກະ​ສານ​ຫລາຍ​ຢ່າງ​ກ່ຽວ​ກັບ​ອະ​ລິຍະ​ທຳ​ຄື: ສາ​ລາ​ບ້ານ, ວິ​ຫານທີ່​ກ່ຽວ​ຂ້ອງ​ເຖິງ​ມໍ​ລະ​ດົກ​ດັ່ງ​ກ່າວ. ນັກ​ສິ​ລະ​ປະ​​ບາງ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຂັບ​ຊວານ. ອຳ​ນາດ​ການ​ປົກ​ຄອງ​ແຂວງ ຟູ​ທ​ໍ້ ກໍ​ຄື​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ກໍ​ຕັ້ງ​ຫນ​້າ​ເຂົ້າ​ຮ່ວມ, ສືບ​ຕໍ່​ຮຽບ​ຮຽງ​ຄົ້ນ​ຄ​້​ວາ​ເອ​ກະ​ສານ, ນຳ​ຂັບ​ຊວານ​ເຂົ້າ​ສິດ​ສອນ​ໃນ​ໂຮງ​ຮຽນ, ຈັດ​ຕັ້ງ​ບັນ​ດາ​ສະ​ໂມ​ສອນ, ສະ​ແດງຂັບ​ຊວານໃນບັນ​ດາ​ລາຍ​ການສິ​ລະ​ປະ, ຊ້ຳ​ບໍ່​ໜຳ​ໄປ​ສະ​ແດງ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ໂຄ​ສະ​ນາຂັບ​ຊວານອີກ.”

        ແຂວງ ຟູ​ທ​ໍ້ ບຸ​ລິ​ມະ​ສິດ​ເລື່ອງ​ໂຄ​ສະ​ນາ​ຂັບ​ຊວານ ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ຮູ້​ຈັກ​ເຖິງ​ຫລາຍກວ່າ. ໃນ​ໄລ​ຍະ 2016-2020, ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ຂັບ​ຊວານ​ຊື່ງ​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ ແລະ ການ​ເຫລື້ອມ​ໄສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ຈະ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ທ່ອງ​ທ່ຽວ, ບໍ​ລິ​ການ, ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ຂອງ​ກອງຂັບ​ຊວານ, ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ຂັບ​ຊວານ ຕິດ​ພັນ​ກັບ​ການ​ເຫລື້ອມ​ໃສ​ໄຫ​ວ້​ບູ​ຊາ ເຈົ້າ​ຊີ​ວິ​ດ​ຮຸ່ງ, ເພ​ີ່ມ​ທະ​ວີ​ການ​ນຳ​ເອົາ​ຂັບ​ຊວານ ເຂົ້າ​​ໃນ​ງານ​ພົບ​ປະ​ແລກ​ປ່ຽນ​ສາ​ກົນ ກ່ຽວ​ກັບ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ. ຄຽງ​ຄູ່​ກັນ​ນັ້ນ  ແຂວງ ຟູ​ທ​ໍ້ ຍັງຍູ້​ແຮງ​ການ​ໂຄ​ສະ​ນາ​ຂັບ​ຊວານ​ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ, ອັບ​ເດັດຕາມ​ບັນ​ດາ​ການ​ເຄື່ອນ​ໄຫວ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂັບ​ຊວານ ​​​ໃນປະ​ຕູ​ຖານ​ເອ​ເລັກ​ໂຕ​ນິກ​ຂອງ​ແຂວງ ຟູ​ທໍ້ ດ້ວຍ​ພາ​ສາ​ອັງ​ກິດ ແລະ ພາ​ສາ​ຫວຽດ​ເພື່ອ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ