ຮັກສາເສີມຂະຫຍາຍສີສັນບັນດາເຜົ່າ ໂດຍຜ່ານວັດທະນະທຳຄ້ອງ

(VOVWORLD) -ນັບຕັ້ງແຕ່ປີ 2005, ພາຍຫຼັງທີ່ວັດທະນະທຳຄ້ອງເຂດ ເຕິຍງວຽນ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດນັ້ນ, ແຂວງ ດັກລັກ ໄດ້ມານະພະຍາຍາມ ຮັກສາມໍລະດົກອັນລ້ຳຄ່ານີ້. ແຂວງ ດັກລັກ ໄດ້ມອບບັນດາຊຸດຄ້ອງ ໃຫ້ແກ່ບັນດາໝູ່ບ້ານ ເສີມຂະຫຍາຍຄຸນຄ່າວັດທະນະທຳຄ້ອງ ຢ່າງມີປະສິດທິຜົນ.  
ຮັກສາເສີມຂະຫຍາຍສີສັນບັນດາເຜົ່າ ໂດຍຜ່ານວັດທະນະທຳຄ້ອງ - ảnh 1ບັນດານັກສິລະປະການຕີຄ້ອງ

     ຜົນຂອງການສຳຫຼວດກວດກາມໍລະດົກວັດທະນະທຳບໍ່ເປັນວັດຖຸ ໃນບໍລິເວນແຂວງ ດັກລັກ ໄດ້ໃຫ້ເຫັນວ່າ ທົ່ວແຂວງໃນປັດຈຸບັນມີຄ້ອງເກືອບ 2.100 ຊຸດ ມີນັກສິລະປະການນັບພັນຄົນຮູ້ຕີຄ້ອງ ແລະ ນັກສິລະປະການນັບ 100 ຄົນ ຮູ້ດັດປັບສຽງຄ້ອງ ຮູ້ຫຼິ້ນບັນດາເຄື່ອງດົນຕີພື້ນເມືອງ. ມາຮອດປັດຈຸບັນ ແຂວງ ດັກລັກ ໄດ້ເປີດຊຸດຮຽນຕີຄ້ອງ ຫຼາຍກວ່າ 130 ຊຸດ ໃຫ້ແກ່ຊາວໜຸ່ມເຍົາວະຊົນ ນັກຮຽນບັນດາເຜົ່າສ່ວນໜ້ອຍນັບຮ້ອຍ ຄົນ ພ້ອມກັນນັ້ນ ກໍ່ໄດ້ຟື້ນຟູພິທີກຳງານບຸນປະເພນີນັບຮ້ອຍ ງານບຸນ ທີ່ຕິດພັນກັບຄ້ອງ. ລຸງ ອີກະເລັງເກີດໍ ສັງກັດກອງຄ້ອງບ້ານ ເກີບູ ຕາແສງ ຮວ່າແຄັ໊ງ ນະຄອນ ບວນມາທ໊ວນ ແບ່ງປັນວ່າ:

      “ເມື່ອໄດ້ຮັບຟັງສຽງຄ້ອງທີ່ດີທີ່ມ່ວນ ໄດ້ມາດຕະຖານ ຊາວບ້ານກໍ່ພາກພູມໃຈທີ່ສຸດ ເພາະວ່າລັດໄດ້ສ້າງເງື່ອນໄຂ ມອບຄ້ອງໃຫ້ແກ່ໝູ່ບ້ານ ເພື່ອສືບຕໍ່ຮັກສາສີສັນວັດທະນະທຳພື້ນເມືອງ”.

        ຕາມນາຍບ້ານ ອີເຮັກເກີດໍ ບ້ານ ເກີບູ ໃນປັດຈຸບັນມີ 420 ຄອບຄົວ ດ້ວຍພົນລະເມືອງ 200 ຄົນ ແຕ່ມີພຽງຄອບຄົວດຽວເທົ່ານັ້ນ ທີ່ມີຄ້ອງ ກອງຢ່າງຄົບຖ້ວນ. ນັບແຕ່ປີ 2019 ໝູ່ບ້ານໄດ້ໃຫ້ສ້າງຕັ້ງສະໂມສອນວັດທະນະທຳພື້ນເມືອງ ລວມມີສະມາຊິກ 25 ຄົນ ເຊິ່ງໄດ້ຮັກສາບາງການເຄື່ອນໄຫວວັດທະນະທຳ ສິລະປະວັນນະຄະດີ. ພິເສດໝູ່ບ້ານໄດ້ຖ່າຍທອດ ແລະ ສ້າງຕັ້ງກອງຄ້ອງເພດຍິງ ດ້ວຍສະມາຊິກ 10 ຄົນ ເຊິ່ງແມ່ນໜຶ່ງໃນຈຳນວນໜ້ອຍໝູ່ບ້ານໃນປັດຈຸບັນມີກອງຄ້ອງເພດຍິງໃນແຂວງ ດັກລັກ.  ນາຍບ້ານ ອີເຮັກເກີດໍ ແບ່ງປັນວ່າ:

      “ນີ້ກໍ່ແມ່ນບັນດາເງື່ອນໄຂທີ່ດີງາມ ແລະ ຄວນຮັກສາ ແລະ ຖ່າຍທອດ ທີໜຶ່ງ ແມ່ນການຕີຄ້ອງ, ທີສອງ ແມ່ນບັນດາທຳນອງເພງພື້ນເມືອງ ວາດຟ້ອນ, ທີສາມ ແມ່ນຂັບໄອ-ໄຣ ຖ້າຫາກປະຕິບັດໄດ້ເຊັ່ນນັ້ນ  ຄົນລຸ້ນໜຸ່ມຈຶ່ງສາມາດຮູ້ຈັກເຖິງ”.

     ບ້ານ ເກີບູ ແມ່ນໝູ່ບ້ານຊາວເຜົ່າ ເອເດ ຢູ່ຕາແສງ ຮວ່າແຄັ໊ງ ດັ່ງນັ້ນອຳນາດການປົກຄອງທ້ອງຖິ່ນມີຄວາມເອົາໃຈໃສ່ເປັນພິເສດເຖິງການຮັກສາ ແລະ ອະນຸລັກບັນດາສີສັນວັດທະນະທຳ. ໃນໄລຍະທີ່ຜ່ານມາທາງຕາແສງ ໄດ້ສົມທົບກັບຂະແໜງວັດທະນະທຳ ນະຄອນ ບວນມາທວດ ເປີດບາງຊຸດຮຽນຕີຄ້ອງ ທີ່ສະຫງວນໃຫ້ແກ່ບັນດາຜູ້ນິຍົມຄ້ອງ ຢູ່ບ້ານ ເກີບູ ຜ່ານນັ້ນກໍ່ໄດ້ສ້າງຕັ້ງກອງສິລະປະຄ້ອງສາມກອງ ໃນທຸກເກນອາຍຸ. ທ່ານ ຫງວຽນຮວ່າງແທັ່ງ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຮວ່າແຄັ໊ງ ໃຫ້ຮູວ່າ:

       “ໃນໄລຍະທີ່ຈະມາເຖິງ ພາຍຫຼັງທີ່ໄດ້ຮັບຄ້ອງ ແລະ ເຄື່ອງດົນຕີພື້ນເມືອງອື່ນໆ, ໃນໂອກາດໝູ່ບ້ານມີພິທີກຳງານບຸນ, ທາງຕາແສງພວກຂ້າພະເຈົ້າ ຈະເຊື້ອເຊີນກອງຄ້ອງມາສະແດງ ແລະ ເຮັດແນວໃດ ເພື່ອເສີມຂະຫຍາຍສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າ ເອເດ ຢູ່ບ້ານ ເກີບູ ແລະ ຫວັງວ່າພວກຫຼານນ້ອຍຈະສືບທອດ ເພື່ອໃຫ້ວັດທະນະທຳຄ້ອງຂອງປະຊາຊົນບໍ່ຖືກສູນຫາຍໄປ”

      ບໍ່ສະເພາະແຕ່ບ້ານ ເກີບູ, ນັບແຕ່ປີ 2016 ມາຮອດປັດຈຸບັນ ແຂວງ ດັກລັກ ໄດ້ສະໜອງຄ້ອງໃໝ່ 36 ຊຸດ ພ້ອມກັບຊຸດອາພອນນັບ 100 ຊຸດໃຫ້ແກ່ບັນດາກອງສິລະປະຄ້ອງ ແລະ ກອງສິລະປະວັນນະຄະດີ ຢູ່ບັນດາໝູ່ບ້ານ ແລະ ໂຮງຮຽນກິນນອນຊົນເຜົ່າໃນແຂວງ ການອະນຸລັກຮັກສາ ເສີມຂະຫຍາຍວັດທະນະທຳຄ້ອງ ກໍ່ຖືກຈັດຂຶ້ນຢ່າງຫຼາຍຮູບຫຼາຍແບບ ດ້ວຍບັນດາຮູບການຄື ຟື້ນຟູ ບັນດາງານບຸນປະເພນີ ຕິດພັນກັບການດຳເນີນຊີວິດວັດທະນະທຳຄ້ອງ, ຄົ້ນຄວ້າເກັບຮັກສາຟື້ນຟູ ຖ່າຍທອດ ແລະ ຍົກສູງປະສິດທິຜົນການນຳໃຊ້ບັນດາບົດຄ້ອງບູຮານ ຂອງຊົນເຜົ່າ ເອເດ, ເມີນົງ ໃນການດຳເນີນຊີວິດຊຸມຊົນ. ນາງ ຫງວຽນຖຸຍເຟືອງຫຽວ ຮອງຫົວພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ດັກລັກ ໃຫ້ຮູ້ວ່າ:

       “ຕາມມະຕິວ່າດ້ວຍການອະນຸລັກຮັກສາ ວັດທະນະທຳຄ້ອງ ໄລຍະ 2022- 2025 ກໍ່ມີການເຄື່ອນໄຫວຫຼາຍຢ່າງ ເພື່ອອະນຸລັກວັດທະນະທຳຄ້ອງຄືຟື້ນຟູບັນດາງານບຸນປະເພນີ, ຖ່າຍທອດການຕີຄ້ອງ, ຖ່າຍທອດການປັບສຽງຄ້ອງ, ຈັດຕັ້ງບັນດາງານປະກວດງານສະແດງສິລະປະວັນນະຄະດີຄ້ອງ ກໍ່ຄືເຂົ້າຮ່ວມບັນດາເຫດການທີ່ກ່ຽວຂ້ອງເຖິງວຽກງານອະນຸລັກວັດທະນະທຳ ໂດຍສູນກາງ ແລະ ທ້ອງຖິ່ນຈັດຕັ້ງ”.

     ໃນ 5 ປີທີ່ຈະມາເຖິງ, ແຂວງ ດັກລັກ ຈະສະໜອງຄ້ອງ 50 ຊຸດ ໃຫ້ແກ່ບັນດາໝູ່ບ້ານ. ດັກລັກ ກໍ່ແມ່ນແຂວງພຽງແຂວງດຽວຢູ່ເຂດ ເຕິຍງວຽນ ເທົ່ານັ້ນ ມີມະຕິເຖິງ 5 ສະບັບຂອງສະພາປະຊາຊົນແຂວງ  ວ່າດ້ວຍການອະນຸລັກ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳຄ້ອງ ປະກອບສ່ວນເສີມຂະຫຍາຍຄຸນຄ່າມໍລະດົກ ວັດທະນະທຳຄ້ອງຢູ່ທ້ອງຖິ່ນ ຢ່າງມີປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ