(VOVWORLD) - ຜູ້ຂຽນໄດ້ເລືອກເອົາໄລຍະ 30 ປີທ້າຍສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20 ເພາະວ່ານີ້ແມ່ນໄລຍະທີ່ມີການປ່ຽນແປງຢ່າງເລິກເຊິ່ງກ່ຽວກັບສັງຄົມ, ມະນຸດ.
ຮີດຄອງປະເພນີໃນຊີວິດຂອງມະນຸດ ແມ່ນປື້ມຫົວທີສອງໃນຊຸດປື້ມແນະນຳກ່ຽວກັບອະລິຍະທຳຫວຽດນາມ ຂອງນັກຄົ້ນຄ້ວາວັດທະນະທຳ, ຈິດຕະກອນ ຟານເກິມເທື້ອງ, ທີ່ຫາກໍ່ໄດ້ຮັບການແນະນຳຢ່າງກວ້າງຂວາງເຖິງເພື່ອນຜູ້ອ່ານໃນທົ່ວປະເທດ. ບັນດາວັດທະນະທຳ, ຮີດຄອງປະເພນີຂອງຊາວກະສິກອນ ຫວຽດນາມ ໃນສະຕະວັດທີ 19-20 ເຊິ່ງຜູ້ຂຽນໄດ້ເຕື້ອງເຖິງໃນປື້ມຫົວນີ້ ໄດ້ຊ່ວຍໃຫ້ຜູ້ອ່ານສາມາດເຂົ້າໃຈໄດ້ກ່ຽວກັບຮີດຄອງປະເພນີ, ການດຳເນີນຊີວິດ, ວັດທະນະທຳໃນໂຄງປະກອບໝູ່ບ້ານ, ຕາແສງຂອງຊາວກະສິກອນ ຫວຽດນາມໃນ 30 ປີທ້າຍຂອງສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20.
ນັກຄົ້ນຄ້ວາ ຟານເກິມເທື້ອງ (ພາບ: Thanhnien.vn) |
“ຮີດຄອງປະເພນີໃນຊີວິດຂອງມະນຸດ“ ແມ່ນຜົນແຫ່ງການຄົ້ນຄ້ວາເປັນເວລາຫຼາຍປີຂອງຈິດຕະກອນ, ນັກຄົ້ນຄ້ວາວັດທະນະທຳ ຟານເກິມເທື້ອງ. ຮີດຄອງປະເພນີໃນຊີວິດຂອງມະນຸດປະກອບມີ 6 ພາກ: ຊາວກະສິກອນ ແລະ ຄວາມສະໜຸກໃຈ 4 ຢ່າງ; ບັນດາກາລະເທສະດຳລົງຄົງຕົວ; 4 ລະດູ ແລະ ບັນດາງານບຸນ; ການເຫຼື້ອມໃສ ແລະ ລະບົບເທວະດາ; ປະເພນີນຸ່ງຖື ແລະ ກິນດື່ມ; ໄລຍະເດີມ ແລະ ຊີວິດໃນປັດຈຸບັນ.
ຜູ້ຂຽນໄດ້ເລືອກເອົາໄລຍະ 30 ປີທ້າຍສະຕະວັດທີ 19 ເຖິງຊຸມປີ 60, 70 ຂອງສະຕະວັດທີ 20 ເພາະວ່ານີ້ແມ່ນໄລຍະທີ່ມີການປ່ຽນແປງຢ່າງເລິກເຊິ່ງກ່ຽວກັບສັງຄົມ, ມະນຸດ. ນັ້ນແມ່ນໄລຍະທີ່ລັດທິສັກດີນາຂອງສະໄໝລາຊະວົງ ຫງວຽນ ຕ້ອງປະເຊີນໜ້າກັບຝ່າຍຕາເວັນຕົກທີ່ເຂັ້ມແຂງຂອງລັດທິທຶນນິຍົມລ່າເມືອງຂຶ້ນ, ຊາວກະສິກອນໃນໝູ່ບ້ານ, ຕາແສງຕ້ອງຍົກຍ້າຍໄປຍັງເຂດຕົວເມືອງ, ບັນດາຄວາມຊິນເຄີຍ, ປະເພນີເກົ່າແກ່ໄດ້ມີການກະທົບເຖິງການດຳລົງຊີວິດແບບໃໝ່. ຜູ້ຂຽນ ຟານເກິມເທື້ອງ ໃຫ້ຮູ້ວ່າ:
“ປີ 2011, ຂ້າພະເຈົ້າໄດ້ພິມຈຳໜ່າຍປື້ມ “ວັດຖຸອະລິຍະທຳຂອງຊາວ ຫວຽດນາມ“, ເວົ້າເຖິງວັດຖຸ, ເຄື່ອງໃຊ້ສອຍໃນຊີວິດປະຈຳວັນຄື: ເຮືອນຊານບ້ານຊ່ອງ, ເຮືອແພ, ເຄື່ອງມືທຳການຜະລິດ, ເຄື່ອງດົນຕີ… ປື້ມຫົວທີສອງແມ່ນ “ຮີດຄອງປະເພນີໃນຊີວິດຂອງມະນຸດ“, ຫຼືເວົ້າເຖິງວັດທະນະທຳ, ຮີດຄອງປະເພນີຂອງຊາວກະສິກອນ ຫວຽດນາມໃນສະຕະວັດທີ 19, 20 ຄື: ການກິນຢູ່, ການດຳເນີນຊີວິດ, ພິທີງານບຸນ, ສາສະໜາ, ພິທີງານສົບ, ງານແຕ່ງດອງ… ບັນດາຮີດຄອງປະເພນີດັ່ງກ່າວກໍ່ມີປະຫວັດຂອງມັນຢ່າງແນ່ນອນ, ມັນບໍ່ແມ່ນກົດໝາຍ, ແລະກໍ່ບໍ່ແມ່ນກົດລະບຽບຂອງບ້ານເມືອງ, ຫາກມັນແມ່ນຄວາມຊິນເຄີຍ, ຜ່ານການເວລາໄດ້ກາຍເປັນຮີດຄອງປະເພນີ. ບັນດາຮີດຄອງປະເພນີເຫຼົ່ານັ້ນແມ່ນອາດສາມາດປ່ຽນແປງໄດ້, ບາງເທື່ອຈະກຳເນີດເກີດຂຶ້ນ, ບາງເທື່ອຈະສູນຫາຍໄປ “.
ປື້ມຫົວນີ້ລວມມີ 600 ໜ້າ, ທີ່ຂຽນດ້ວຍຮູບການເລົ່າເລື່ອງສົມທົບກັບການຄົ້ນຄ້ວາ, ປຽບທຽບກັບເອກະສານ, ຜູ້ຂຽນໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານຈາກບັນດາເລື່ອງລາວທຳມະດາຂອງຊາວກະສິກອນຜູ້ອອກແຮງງານ ດ້ວຍການປະພຶດແບບປອງດອງ, ເປັນລະບຽບຮຽບຮ້ອຍໃນສັງຄົມກໍ່ຄືຄອບຄົວ. ນັກຄົ້ນຄ້ວາ ຟານເກິມເທື້ອງ ແບ່ງປັນວ່າ:
“ປື້ມຫົວນີ້ບໍ່ແມ່ນການສະຖິຕິບັນດາຮີດຄອງປະເພນີຄືບັນດາປື້ມທີ່ຂຽນກ່ອນນັ້ນ. ຂ້າພະເຈົ້າໄດ້ເລັ່ງໃສ່ປະເພນີໃນພິທີງານສົບ ແລະ ງານແຕ່ງດອງ ເພື່ອສັງເກດຄວາມໝາຍ, ກໍ່ຄືການປ່ຽນແປງຕາມການເວລາ ແລະ ມັນໄດ້ຮັບຜົນສະທ້ອນຈາກອັນໃດ. ຄວາມຈິງແລ້ວ, ຈຸດປະສົງຂອງປື້ມຫົວນີ້ແມ່ນເວົ້າເຖິງມະນຸດໄດ້ຮັບການກຳເນີດ, ເຕີບໃຫຍ່ໃນຮີດຄອງປະເພນີຄືແນວໃດ ແລະ ຮີດຄອງປະເພນີມີຜົນສະທ້ອນຄືແນວໃດໃນອະນາຄົດ“.
ດ້ວຍວິທີການຄົ້ນຄ້ວາມະນຸດຊາດ, ໝາຍຄວາມວ່າເລີ່ມມາຈາກການດຳລົງຊີວິດປະຈຳວັນ, ບັນດາຂໍ້ມູນເຊິ່ງຜູ້ແຕ່ງນຳເຂົ້າໃນປື້ມຫົວນີ້ຈະຊ່ວຍໃຫ້ຜູ້ອ່ານມີວິໄສທັດລະອຽດກວ່າ, ສັດຊື່ກວ່າ ກ່ຽວກັບແຫຼ່ງກຳເນີດຂອງບັນດາຮີດຄອງປະເພນີ.
“ຂ້າພະເຈົ້າຄົ້ນຄ້ວາການດຳເນີນຊີວິດ, ຮີດຄອງປະເພນີຈາກຊີວິດການເປັນຢູ່ຂອງບັນດາໝູ່ບ້ານ, ຕາແສງ, ຂອງບັນດາຊົນເຜົ່າ ເຊິ່ງຂ້າພະເຈົ້າເຫັນວ່າຕ້ອງມີການປຽບທຽບກັບຊົນເຜົ່າກິງເວົ້າລວມ, ເພາະວ່າຫວຽດນາມ ມີ 54 ຊົນເຜົ່າທີ່ແຕກຕ່າງກັນ, ມີຈຸດລວມ, ຈຸດສະເພາະໃນວັດທະນະທຳທີ່ອຸດົມສົມບູນຂອງຊາວ ຫວຽດນາມ. ໃນປື້ມຫົວນີ້, ຂ້າພະເຈົ້າໄດ້ເຕື້ອງເຖິງຮີດຄອງປະເພນີໃນພິທີງານສົບ ແລະ ງານດອງຂອງຊາວເຜົ່າເມື່ອງ, ຊາວເຜົ່າໄທດຳ, ຊາວເຜົ່າໄຕ… ຜ່ານການປຽບທຽບແມ່ນສາມາດເຫັນໄດ້ວ່າ ການເຫຼື້ອມໄສ ກໍ່ຄືຄວາມເຂົ້າໃຈ ກ່ຽວກັບຊີວິດລະຫວ່າງບັນດາເຜົ່າແມ່ນມີຄວາມແຕກຕ່າງກັນ“.
“ຮີດຄອງປະເພນີໃນຊີວິດຂອງມະນຸດ“ ແມ່ນກິດຈະກຳຄົ້ນຄ້ວາວັດທະນະທຳ, ແຕ່ການໃຊ້ສັບພັດທຳມະດາສາມັນທີ່ສຸດ, ມີຄວາມໃກ້ຊິດກັບຜູ້ອ່ານ. ຍ້ອນເຫດນັ້ນ, ນັບແຕ່ໄດ້ສະເໜີຕົວຕໍ່ຜູ້ອ່ານ, ປື້ມຫົວນີ້ໄດ້ຮັບການຮັບຮອງຈາກນັກຄົ້ນຄ້ວາຫຼາຍຄົນ, ແລະ ຖືວ່າ ນີ້ແມ່ນກິດຈະກຳຄົ້ນຄ້ວາວັດທະນະທຳພື້ນຖານ ຫວຽດນາມທີ່ມີຄຸນຄ່າ.
ຕາມນັກວິຈານ ມາຍແອງຕ໋ວນ ແລ້ວ, ປື້ມດັ່ງກ່າວໄດ້ຊ່ວຍຜູ້ອ່ານສຳຜັດກັບປະຫວັດສາດ ດ້ວຍວິໄສທັດ ແລະ ຄວາມນຶກຄິດທີ່ແຕກຕ່າງກັນ. ຄວາມດູດດື່ມຂອງບັນດາຮີດຄອງປະເພນີຜ່ານການສັງເກດຊີວິດການເປັນຢູ່ຂອງຊາວກະສິກອນ ກໍ່ຄືການອະທິບາຍຂອງຜູ້ຂຽນ ຟານເກິມເທື້ອງ ໄດ້ສະແດງໃຫ້ເຫັນວ່າ, ປະຊາຊົນນັ້ນເອງເປັນບັນດາຜູ້ຮັກສາສີສັນຂອງຕົນຢ່າງໝັ້ນຄົງ. ເພາະວ່າສຳລັບເຂົາເຈົ້າແລ້ວ, ບັນດາຮີດຄອງປະເພນີສາມາດປັດເຂ່ັຍບັນດາແນວຄິດ, ວັດທະນະທຳທີ່ເຂົ້າມາຈາກພາຍນອກ. ສ່ວນນັກປະພັນ ຫງວຽນງອັກ ຍັງປຽບທຽບປື້ມຫົວນີ້ຄືດັ່ງປື້ມປະຫວັດສາດກ່ຽວກັບຊາວ ຫວຽດນາມໃນການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ.