ຮັບປະກັນໃຫ້ບັນດາງານບຸນຖືກຈັດຂຶ້ນ ຢ່າງປອດໄພ ໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ

(VOVWORLD) -        ໄປນະມັດສະການວັດໃນຍາມຕົ້ນປີ ເພື່ອພາວະນາໃຫ້ມີຄວາມໂຊກດີ ຄວາມສະຫງົບສຸກ ຄວາມຈະເລີນ ກໍ່ແມ່ນຈຸດຄວາມງາມທາງດ້ານວັດທະນະທຳທີ່ມີມາແຕ່ດົນນານຂອງຊາດ ຫວຽດນາມ. ແຕ່ລະດູງານບຸນປີນີ້ ກໍ່ບໍ່ອາດຟົດຟື້ນມ່ວນຊື່ນ ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍຄືງານບຸນປີກ່ອນໆ ຍ້ອນວ່າໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຄືນໃໝ່. ບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໄດ້ຖືກບັນດາທ້ອງຖິ່ນປະຕິບັດຢ່າງເຄັ່ງຄັດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ໃນສະພາບໂລກລະບາດໂຄວິດ - 19 ຍັງຄົງຜັນແປໄປຢ່າງສັບສົນໄປທົ່ວໂລກ
ຮັບປະກັນໃຫ້ບັນດາງານບຸນຖືກຈັດຂຶ້ນ ຢ່າງປອດໄພ ໃນສະພາບໂລກລະບາດພວມມີການຜັນແປຢ່າງສັບສົນ - ảnh 1ວັດອຸນຫະພູມຮ່າງກາຍກ່ອນທີ່ຈະເຂົ້າວັນມ໋ຽວກ໋ວກຕືຢ້າມ

ປັດຈຸບັນໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານ, ດັ່ງນັ້ນ ບັນດາປູຊະນີຍະສະຖານ ສະຖານທີ່ສາສະໜາການເຫຼື້ອມໃສ ເກືອບທັງໝົດໄດ້ເປີດປະຕູຕ້ອນຮັບແຂກຄືນໃໝ່. ແຕ່ຕໍ່ໜ້າສະພາບການໂລກລະບາດ ໂຄວິດ - 19 ຍັງຄົງຊ້ອນແຝງຄວາມສ່ຽງທີ່ອາດຈະລະເບີດຄືນໃໝ່ໃນທຸກໆເວລາ, ດັ່ງນັ້ນຢູ່ບັນດາ ສະຖານທີ່ບູຊາສາສະໜາ ປູຊະນີຍະສະຖານກໍ່ໄດ້ແນະນຳໃຫ້ແຂກທ່ອງທ່ຽວປະຕິບັດຕາມວິທີປ້ອງກັນ ຕ້ານໂລກລະບາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ. ບັນດາພິທີກຳທາງສາສະໜາ, ການສອນສາສະໜາການເຫຼື້ອມໃສ ທີ່ຖືກຈັດຂຶ້ນຢູ່ສະຖານທີ່ຕ່າງໆ ໄດ້ຖືກຫຼຸດຜ່ອນທາງດ້ານຂອບຂະໜາດ ແລະ ແບ່ງເປັນຫຼາຍຕອນ. ມີດ່ານກວດກາຫຼາຍແຫ່ງຢູ່ບັນດາສະຖານທີ່ຈັດຕັ້ງການເຄື່ອນໄຫວງານບຸນ, ການເຫຼື້ອມໃສໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຕັກເຕືອນ ແກ້ໄຂການກະທຳລະເມີດກ່ຽວກັບລະບຽບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ຢູ່ເຂດມໍລະດົກພະລາດຊະວັງ ທັງລອງ ຮ່າໂນ້ຍ, ເຄື່ອງວັດອຸນຫະພູມຮ່າງກາຍ ແລະ ສີດນ້ຳຢາຂ້າເຊື້ອແບບອັດຕະໂນມັດ ໄດ້ຖືກຕິດຕັ້ງຢູ່ນອກປະຕູໂຂງ.  ນາງ ຫງວຽນທິອ໊ຽນ ຫົວໜ້າພະແນກນຳທ່ຽວຊົມ ສັງກັດສູນອະນຸລັກຮັກສາມໍລະດົກ ພະລາດຊະວັງ ທັງລອງ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າກໍ່ໄດ້ຕິດຕັ້ງບັນດາເຄື່ອງວັດອຸນຫະພູມຮ່າງກາຍ ແລະ ສີດນ້ຳຢາຂ້າເຊື້ອອັດຕະໂນມັດ. ແຂກທ່ອງທ່ຽວ ເມື່ອຜ່ານປະຕູຈະໄດ້ຮັບການວັດອຸນຫະພູມແລະສີດນ້ຳຢາລ້າງມືຂ້າເຊື້ອ ກ່ອນທີ່ຈະເຂົ້າຢ້ຽມຊົມ ທັດສະນະສຶກສາຢູ່ຕາມເຂດມໍລະດົກ ແລະ ພິເສດກໍ່ໄດ້ຕັກເຕືອນໃຫ້ແຂກທ່ອງທ່ຽວ ຕ້ອງໃສ່ຜ້າອັດປາກ-ດັງ ເມື່ອເຂົ້າຢ້ຽມຊົມມໍລະດົກ”.

      ມາຢ້ຽມຢາມ ຮ່າໂນ້ຍ ກໍ່ກົງກັບໂອກາດທີ່ເຂດປູຊະນີຍະສະຖານ ວັນໝຽວ - ກວັກຕື່ຢາມ ໄດ້ເປີດປະຕູຮັບແຂກຄືນໃໝ່. ລຸງ ຫວູກວາງເຕິມ ແຂກທ່ອງທ່ຽວທີ່ມາຈາກແຂວງ ກວ໋າງນາມ ຮູ້ສຶກອຸ່ນອ່ຽນໃຈ ເມື່ອວຽກງານສະກັດກັ້ນໂລກລະບາດຢູ່ທີ່ນີ້ໄດ້ຜັນຂະຫຍາຍປະຕິບັດຢູ່ນອກປະຕູໂຂງ. ລຸງ ຫວູກວາງເຕິມ ເວົ້າວ່າ:

     “ເຂົ້າຢ້ຽມຊົມປູຊະນີຍະສະຖານ ກ່ອນອື່ນໝົດເຮົາກໍ່ຕ້ອງສີດນ້ຳຢາລ້າງມືຂ້າເຊື້ອ ແລະ ແຈ້ງອາການສຸຂະພາບ. ເມື່ອໄປຢ້ຽມຊົມກໍ່ຕ້ອງໃສ່ຜ້າອັດປາກ - ດັງ.  ເວລາຢ້ຽມຊົມຖ້າຫາກຢາກຖ່າຍຮູບເປັນທີ່ລະນຶກ ເຮົາກໍ່ຕ້ອງຊອກບ່ອນໃດມີໜ້ອຍຄົນເຕົ້າໂຮມ ຂ້າພະເຈົ້າຈຶ່ງປົດຜ້າອັດດັງອອກ ເພື່ອຖ່າຍຮູບ”.

       ນັບແຕ່ວັນທີ 13 ມີນາກົງກັບວັນທີ 1 ເດືອນ 2 ໄລ່ຕາມຈັນທະປະຕິທິນ ງານບຸນນະມັດສະການວັດເຮືອງຢູ່ເມືອງ ໝີ໊ດຶກ ນະຄອນ ຮ່າໂນ້ຍ ເຊິ່ງແມ່ນໜຶ່ງໃນບັນດາງານບຸນໃຫຍ່ກວ່າໝູ່ ໃນທົ່ວປະເທດໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວຄືນໃໝ່. ລຸງ ເຈິ່ນຮຸຍເວິນ ຢູ່ຕາແສງ ອຽນໝີ໊ ເມືອງ ແທັງຈີ່ ເປີດເຜີຍວ່າ:

      “ພວກຂ້າພະເຈົ້າຮູ້ສຶກເບີກບານໃຈທີ່ສຸດ ເມື່ອໄດ້ຮັບຂ່າວວ່າ ວັດເຮືອງ ໄດ້ເປີດປະຕູຕ້ອນຮັບແຂກຄືນໃໝ່ ໃນໂອກາດຕົ້ນເດືອນ 2 ໄລ່ຕາມຈັນທະປະຕິທິນ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາກໍ່ຕ້ອງປະຕິບັດ ບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເປັນຕົ້ນແມ່ນປະຊາຊົນ ເມື່ອເຂົ້າຮ່ວມງານບຸນ”.

      ໃນຂະນະນັ້ນ ມີບາງງານບຸນໃຫຍ່ ຄື ງານບູນວິຫານເຈິນ, ຕະຫຼາດ ວ່ຽງ ຢູ່ແຂວງ ນາມດິ້ງ, ງານບຸນ ຢ໊ອງ, ງານບຸນ ອຽນຕື໋ ກໍ່ໄດ້ປະກາດໂຈະການຈັດຕັ້ງງານບຸນ, ຍົກເລີກບັນດາລາຍການສະແດງສິລະປະ. ອ້າຍ ເລແມັ້ງເຊີນ  ແຂກທ່ອງທ່ຽວມາຮ່ວມງານບຸນວິຫານ ເກື໋ອອົງ ເວົ້າວ່າ:

       “ເຖິງວ່າແຂກທ່ອງທ່ຽວ ກໍ່ໄດ້ມາຫຼາຍແລ້ວກໍ່ຕາມ ແຕ່ຂ້າພະເຈົ້າເຫັນວ່າວຽກງານປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ຢູ່ທ້ອງຖິ່ນໄດ້ຮັບການຜັນຂະຫຍາຍປະຕິບັດເປັນຢ່າງດີ ສາມາດຮັບປະກັນຄວາມປອດໄພ ເປັນຕົ້ນແມ່ນໃນຍາມໂລກລະບາດພວມເກີດຂຶ້ນ ແຕ່ກໍ່ມີບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດເປັນຢ່າງດີຄື ສີດນ້ຳຢາລ້າງມືຂ້າເຊື້ອ, ແຈ້ງອາການສຸຂະພາບ, ຄວບຄຸມຄົນເຂົ້າອອກຢ່າງເປັນລະບົບ”.

       ໂດຍໄດ້ຖືກຄວາມປອດໄພຊີວິດອິນຊີ, ສຸຂະພາບຂອງປະຊາຊົນເປັນສຳຄັນແຖວໜ້າ, ຫຼາຍທ້ອງຖິ່ນໄດ້ຍົກເລີກການຈັດຕັ້ງງານບຸນ, ໂຈະການຕ້ອນຮັບແຂກມາຢ້ຽມຊົມ ຫຼື ບໍ່ຈັດຕັ້ງງານບຸນ. ດ້ວຍບັນດາມາດຕະການຜັນຂະຫຍາຍຢ່າງຄົບຊຸດ ຂ້ຽວຂາດ, ລະດູງານບຸນປີນີ້ໄດ້ ແລະ ພວມຖືກຈັດຕັ້ງຢ່າງປອດໄພ ແລະ ສີວິໄລໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ