ຮູບເງົາເອກະສານປະຫວັດສາດອັນລ້ຳຄ່າ ກ່ຽວກັບຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ

(VOVWORLD) -ຫວຽດນາມ ຍຸກສະໄໝ ໂຮ່ຈີມິນ ແມ່ນຮູບເງົາເອກະສານປະຫວັດສາດ ຖືກຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ມອບໝາຍໃຫ້ໜັງສືພິມ ເຢິນເຊິນ ສຽງຂອງສູນກາງພັກກອມູນິດຫວຽດນາມ ປະຕິບັດ ນີ້ແມ່ນຮູບເງົາເອກະສານທີ່ໃຫຍ່ໂຕ ຕ້ອງສຸມກຳລັງເຫື່ອແຮງຢ່າງຫຼວງຫຼາຍ ນັບທັງທາງດ້ານເນື້ອໃນ ແລະ ຮູບການເພື່ອຜະລິດ. ຮູບເງົາເອກະສານປະກອບດ້ວຍ 90 ພາກ ໄດ້ເຮັດແຈ້ງບັນດາຫຼັກໝາຍປະຫວັດສາດກໍ່ຄືບັນດາການຜັນແປຂອງປະເທດຊາດ ດ້ວຍການສັງເກດຕີລາຄາພາວະວິໄສ, ແທ້ຈິງ ແລະ ເຄົາລົບປະຫວັດສາດພາຍຫຼັງໄລຍະໜຶ່ງ ສົມເປັນເອກະສານປະຫວັດສາດໃນຍຸກ ໂຮ່ຈີມິນ. ຮູບເງົາເອກະສານປະຫວັດສາດອັນລ້ຳຄ່າກ່ຽວກັບຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ
ຮູບເງົາເອກະສານປະຫວັດສາດອັນລ້ຳຄ່າ ກ່ຽວກັບຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ - ảnh 1ການຖ່າຍທຳຮູບເງົາເອກະສານ

    ຮູບເງົາເອກະສານປະຫວັດສາດ “ຫວຽດນາມ ຍຸກ ໂຮ່ຈີມິນ” ແມ່ນຮູບເງົາເອກະສານກ່ຽວກັບປະຫວັດສາດຂອງພັກຄອມມູນິດ ຫວຽດນາມ ນັບຕັ້ງແຕ່ເວລາກະກຽມສ້າງສ້າງຕັ້ງຂຶ້ນຄື ກ່ອນປີ 1930 ມາຮອດປັດຈຸບັນ. ຮູບເງົາໄດ້ສະແດງໃຫ້ເຫັນເປັນລຳດັບຂອງວັນເວລາ ຄືດັ່ງເອກະສານປະຫວັດສາດສ່ອງແສງ ເຖິງການພັດທະນາ ແລະ ຍືນຍົງຄົງຕົວຂອງຊາດ ຂອງພັກ ແລະ ຂອງປະເທດ ຫວຽດນາມ ຢັ້ງຢືນບົດບາດຕັດສິນຊີ້ຂາດ ຂອງການນຳພາຂອງພັກ, ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ຄວາມສູ້ຊົນເສຍສະຫຼະ ຂອງທົ່ວພັກ ທົ່ວປວງຊົນ ແລະ ທົ່ວກອງທັບ. ຜ່ານນັ້ນຮູບເງົາເອກະສານນີ້ ໄດ້ປະກອບສ່ວນສຶກສາອົບນຮົມ ມູນເຊື້ອຮັກຊາດ ຄວາມເອກອ້າງທະນົງໃຈຂອງຊາດ ພ້ອມທັງປະຕິເສດບັນດາກົນອຸບາຍ ເລລ່ຽມຂອງບັນດາອິດທິກຳລັງເປັນປໍລະປັກປະຕິການເສກສັນປັ້ນແຕ່ງ ບິດເບືອນຄວາມຈິງ ກ່ຽວກັບປະຫວັດສາດຂອງພັກ, ຂອງການປະຕິວັດ. ນັກຂ່າວ ໂຮ່ກວາງເລີ້ຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

     “ສຳຄັນກວ່ານັ້ນແມ່ນມີບັນດາບັນຫາທີ່ຫຍຸ້ງຍາກທີ່ສຸດ ມີຄວາມສະດຸ້ງໄວ ເຊິ່ງເປັນຄັ້ງທຳອິດໄດ້ປະກາດ ແລະ ເປີດເຜີຍທາງສະຖານີໂທລະພາບແຫ່ງຂຊາດ ດ້ວຍຮູບເງົາເອກະສານເຊິ່ງອາດຈະເວົ້າວ່າແມ່ນພົ້ນເດັ່ນທີ່ສຸດ. ພິເສດມີຄວາມໝາຍອັນເລິກເຊິ່ງ ມີຄຸນປະໂຫຍດອັນໃຫຍ່ຫຼວງ ແລະ ມີກຳລັງແຜ່ກະຈາຍຢ່າງກວ້າງເລິກ ຂອງຮູບເງົາເອກະສານນີ້ໃນຊີວິດສັງຄົມ”.

      ຄະນະຖ່າຍທຳຮູບເງົາ ໄດ້ຊອກຫາພົບປະກັບຕົວພະຍານນັບພັນຄົນ ປະຕິບັດການສຳພາດນັບພັນຄັ້ງ ເພື່ອວາດພາບຢ່າງມີຄວາມຈິງ ກ່ຽວກັບທັງໄລຍະປະຫວັດສາດ. ບັນດາຕົວພະຍານຫຼັກຖານ ບໍ່ພຽງແຕ່ແມ່ນບັນດານັກຂ່າວປະຕິວັດເທົ່ານັ້ນ ຫາກຍັງມີບັນດາຜູ້ຢູ່ຟາກເບື້ອງນັ້ນຂອງສະໜາມຮົບອີກດ້ວຍ. ນັກຂ່າວ ເລແອັງ ຜູ້ອຳນວຍການຮັບຜິດຊອບການຜະລິດຮູບເງົາເອກະສານ ເປີດເຜີຍວ່າ:

     “ແນວຄວາມຄິດແມ່ນເຊັ່ນນັ້ນ ແຕ່ເພື່ອຜະລິດຮູບເງົາເອກະສານນີ້ໃຫ້ໄດ້ ກໍ່ແມ່ນເລື່ອງລາວທີ່ຍາວພໍສົມຄວນ. ກ່ອນອື່ນໝົດ ແມ່ນວິທີການວາງອອກ ເພື່ອຜະລິດຮູບເງົານີ້ ໃນວິວັດການທີ່ຫຍຸ້ງຍາກ. ພວກຂ້າພະເຈົ້າໄດ້ດຳເນີນກອງປະຊຸມສຳມະນາຫຼາຍຄັ້ງ, ຊອກຮູ້ຈາກບັນດານັກຄົ້ນຄວ້າ, ຂໍຄຳເຫັນຈາກເພື່ອນຮ່ວມອາຊີບຫຼາຍຄົນ ເພື່ອຜະລິດຮູບເງົາດັ່ງກ່າວ”.

      ດ້ວຍລັກສະນະແມ່ນຮູບເງົາເອກະສານປະຫວັດສາດ ເຊິ່ງໄດ້ເຄົາລົບໂຄງສ້າງການເວລາຂອງປະຫວັດສາດ, ຮູບເງົາເອກະສານໄດ້ນຳມາເຊິ່ງການສັງເກດຕີລະຄາຢ່າງຮອບດ້ານແທ້ຈິງຈາກຂະບວນວິວັດເຄື່ອນໄຫວ, ການສ້າງຕັ້ງພັກຄອມມູນິດ ຫວຽດນາມ ຂະບວນວິວັດແຫ່ງການນຳພາຂອງພັກ ເພື່ອຍາດເອົາໄຊຊະນະ ໃນການປະຕິວັດເດືອນ ສິງຫາ ປີ 1945 ອັນໄດ້ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ໄດ້ນຳພາການປະຕິວັດຍາດເອົາໄຊຊະນະ ໃນການຕໍ່ຕ້ານສອງຄັ້ງທີ່ຍິ່ງໃຫຍ່ຂອງຊາດ ເພື່ອຍາດເອົາເອກະລາດ ອິດສາຫຼະພາບ ໂຮມປະເທດຊາດເປັນເອກະພາບ ແລະ ປະຕິບັດກິດຈະການປ່ຽນແປງໃໝ່ປະເທດຊາດ ດ້ວຍຜົນງານທີ່ພົ້ນເດັ່ນຫຼາຍຢ່າງ. ຜູ້ກຳກັບການຜະລິດຮູບເງົາເອກະສານ, ສິລະປິນປະຊາຊົນ ເລທີ ແບ່ງປັນວ່າ:

     “ຄວນເລັ່ງໃສ່ອັນໃດ, ຄວນສຸມໃສ່ເວົ້າອັນໃດ, ມີຫຼາຍເລື່ອງລາວໃນປະຫວັດສາດ ຜ່ານການຜັນແປຂອງໄລຍະນຳພາການປະຕິວັດຂອງພັກ ມີຍາງຄັ້ງກໍ່ປະສົບກັບຄວາມຫຍຸ້ງຍາກ ມີບາງຄັ້ງກໍ່ມີເງື່ອນໄຂສະດວກແຕ່ບົນພື້ນຖານເຮັດແນວໃດ ເພື່ອໃຫ້ບັນດາໜ່ວຍງານຜະລິດຟີມຮູບເງົາພວກຂ້າພະເຈົ້າ, ບັນດາຜູ້ຊີ້ນຳທາງດ້ານເນື້ອໃນ ຕ້ອງສະແດງໃຫ້ເຫັນບົດບາດຂອງຕົນ. ດັ່ງນັ້ນໃນແຕ່ລະພາກ ພວກຂ້າພະເຈົ້າພະຍາຍາມເວົ້າເຖິງການນຳພາ ໃນການຕໍ່ສູ້ຍາດເອົາເອກະລາດ ທ້ອນໂຮມປະເທດຊາດເປັນເອກະພາບ”.

      ມາຮອດປັດຈຸບັນນີ້ແມ່ນ ຮູບເງົາເອກະສານພຽງອັນໜຶ່ງອັນດຽວ ໄດ້ຮັບການປະຕິບັດຢ່າງເປັນລະບົບ ຮອບຄອບ ຖີ່ຖ້ວນ ແທ້ຈິງ ແລະ ລຸລ່ວງກ່ຽວກັບຂະບວນວິວັດແຫ່ງການພັດທະນາຂອງປະເທດຊາດ ນັບຕັ້ງແຕ່ເວລາກະກຽມສ້າງຕັ້ງພັກ ຕະຫຼອດຮອດປີ 2020 ເຊິ່ງແມ່ນໄລຍະປະຫວັດສາດທີ່ສະຫງ່າລາສີຂອງປະເທດຊາດໃນຍຸກ ໂຮ່ຈີມິນ. ຮູບເງົາເອກະສານນີ້ ຍັງແມ່ນແຫຼ່ງເອກະສານປະຫວັດສາດອັນລ້ຳຄ່າ ດ້ວຍບັນດາຮູບພາບທີ່ປະເສີດເລີດລ້ຳ ກ່ຽວກັບຊີວິດມະນຸດ ວັດທະນະທຳ ເສດຖະກິດຂອງ ຫວຽດນາມ  ໃນສະຕະວັດທີ XX ແລະ XXI./.

ຕອບກັບ

ຂ່າວ/ບົດ​ອື່ນ