ເກີນເທີພັດທະນາຮູບແບບສິລະປະການສະແດງປະເພນີຂະໜາດນ້ອຍ


(vovworld)- ນັບ​ແຕ່​ກ່ວາ 1 ປີ​ມາ​ນີ້, ​ໃນ​ວັນ​ເສົາ​ຂອງ​ທຸ​ກໆອາທິດ, ຜູ້​ນິຍົມ​ດົນຕີ​ພື້ນ​ເມືອງ ​ແລະ ​ແຂ​ກທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ​ເກີນ​ເທີ ​ໄດ້​ມີ​ໂອກາດ​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ໜ້າ​ປະ​ທັບ​ໃຈ​ຢູ່​ເວທີ​ສະ​ແດງ​ທີ່​ເຂດ​ທ່າ​ເຮືອ​ນິງກຽວ. ປະຈຸ​ບັນ, ​ເວທີ​ສະ​ແດງ​ດົນຕີ​ພື້ນ​ເມືອງ​ທ່າ​ເຮືອ​ນິງກຽວ​ໄດ້​ມີ​ຄວາມ​ດູດ​ດື່ມ​ໃຈ​ຜູ້​ຮັບ​ຊົມ​ທີ່​ສຸດ, ປະກອບສ່ວນ​ຮັກສາ​ຄວາມ​ນິຍົມ​ສິລະ​ປະ​ຂອງ​ຊາດ​ໃນ​ໄວ​ໜຸ່ມ ​ແລະ ​ໂຄສະນາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ເຂດຕາ​ເວັນ​ຕົກ​ພາກໃຕ້​ຫວຽດນາມ ​ມາ​ຍັງ​ເພື່ອນ​ມິດ​ທັງ​ຢູ່​ໃກ້ ​ແລະ ຢູ່​ໄກ.

   ເກີນເທີພັດທະນາຮູບແບບສິລະປະການສະແດງປະເພນີຂະໜາດນ້ອຍ  - ảnh 1
(ພາບປະກອບ: http://laodong.com.vn/)

 ລາຍການ​ສະ​ແດງ​ສິລະ​ປະປະ​ເພນີ​ຢູ່​ທ່າ​ເຮືອ​ນິງກຽວ ​ໂດຍ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ເກີນ​ເທີ​ ຈັດຕັ້ງຂຶ້ນ​ໃນ​ເວລາ 19 ​ໂມງ​​​ໃນ​ວັນ​ເສົາຂອງ​ທຸກໆອາທິດ, ໄລຍະເວລາສະ​ແດງ​ແຕ່​ລະລາຍ​ການ​​ແມ່ນແຕ່ 30-50 ນາທີ ​ໂດຍ​ບັນດາ​ຫົວໜ່ວຍ​ສິລະ​ປະ​ອາຊີບ, ບັນດາ​ສະ​ໂມ​ສອນ, ສູນວັດທະນະທຳ, ຫໍ​ວັດທະນະທຳ​ເຍົາວະ​ຊົນ​ຜັດປ່ຽນ​ກັນ​ຮັບຜິດຊອບ. ບັນດາ​ຫົວໜ່ວຍ​ຍັງ​ເຊື້ອ​ເຊີນບັນດາ​ນັກ​ສິລະ​ປະ​ທີ່​ມີ​ຊື່​ສຽງ​ເຂົ້າຮ່ວມ​ສະ​ແດງ​ອີກ​ດ້ວຍ. ທ່ານ​ໂຮ່ວັນ​ຮ່ວາງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ເກີນ​ເທີ​ ​ໃຫ້​ຮູ້​ວ່າ: ​ເວທີ​ສະ​ແດງ​ນີ້​ນັບ​ມື້​ນັບ​ບັນລຸ​ປະສິດ​ທິຜົນ​ໃນ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ພາບ​ພົດ​ຂອງ​ເກີນ​ເທີ ຜ່ານ​ການ​ເຄື່ອນ​ໄຫວ​ສິລະ​ປະ​ວັນນະຄະດີ:

   “​​​​​​​ຜ່ານການເຄື່ອນໄຫວມາເປັນເວລາກ່ວາ 1 ປີ, ພວກຂ້າພະເຈົ້າເຫັນວ່າມັນໄດ້ສ້າງເປັນຜົນງານທີ່ດີທີ່ສຸດ. ບັນດານັກສິລະປິນໄດ້ປະຕິບັດລາຍການທີ່ເຕັມໄປດ້ວຍລັກສະນະຊົນຊາດຄື: ມີເພງພື້ນເມືອງ, ດົນຕີພື້ນເມືອງ, ຂັບກາຍເລືອ, ​ເດີນກາຕາຍຕື້…​ເຖິງວ່າບໍ່ມີຕັ່ງນັ່ງກໍ່ຕາມແຕ່ຜູ້ມາຊົມກໍ່ຫຼາຍທີ່ສຸດແລະ ມີແຂກຕ່າງປະເທດຫຼາຍຄົນທັງຊົມ, ທັງຖ່າຍຮູບ, ຖ່າຍວີເດໂອອີກດ້ວຍ“.

​ ກ່ອນ​ຄຳ່​ຄືນສະ​ແດງ​ທີ 33 ຢູ່​ເວທີ​ສະ​ແດງ​ປະ​ເພນີ​ທີ່​ທ່າ​ເຮືອ​ນິງກຽວ, ບັນດາ​ນັກ​ສິລະ​ປິນຂອງ​ສະ​ໂມ​ສອນ​ເດີນ​ກາ​ຕາຍ​ຕື້ ຈີ​ເອີມ, ນັກ​ສິລະ​ປິນຂອງ​ຄະນະ​ສິລະ​ປະກອນ​ກາຍ​ເລືອ​ງ​ໄຕ​ໂດ ​ແຂວງ​ດົງທາ​ບ ​ໄດ້​ກະກຽມ​​ເຄື່ອງນຸ່ງສະ​ແດງ, ​ແຕ່ງ​ຕົວ…​​ເພື່ອ​ລໍຖ້າ​ການສະ​ແດງ​ຮັບ​ໃຊ້​ຜູ້​ຊົມ. ການສະ​ແດງ​ຢູ່​ເວທີ​ແຫ່ງ​ນີ້​ໄດ້​ດຶງ​ດູດ​ຜູ້​ຊົມ​ເປັນ​ຈຳນວນ​ຫຼາຍ ຊື່​ງ​ຢູ່​ໃນຫຼາຍ​ເກນ​ອາ​ຍຸ, ​ຫຼາຍ​ຊັ້ນຄົນແຕກ​ຕ່າງ​ກັນ ​ແລະ ມີ​ທັງ​ແຂກ​ທ່ອງ​ທ່ຽວ​ເຂົ້າມາ​ຮັບ​ຊົມ, ຖ່າຍຮູບ, ​ຖ່າຍ​ວີ​ດີ​ໂອ... ອີກ​ດ້ວຍ

  ດ້ວຍ​ຈຳນວນ​ເງິນ​ປະມານ 5 ລ້ານ​ດົ່ງ​ເພື່ອ​ໃຊ້​ຈ່າ​ຍ​ໃນ​ການສະ​ແດງ​ຄືນ 1, ຄ່າ​ແຮງ​ງານ​ຂອງ​ນັກ​ສິລະ​ປິ​ນ​ແມ່ນ​ໜ້​ອຍທີ່​ສຸດ​, ສຳລັບ​ນັກສະ​ແດງ​ມາ​ແຕ່​ໄກ, ພຽງ​ແຕ່​ສາມາດ​ຈ່າຍ​ຄ່າ​ລົດ​ເທົ່າ​ນັ້ນ​ແຕ່​ບັນດາ​ຜູ້​ເຂົ້າຮ່ວມ​ລາຍການ​ສະ​ແດງ​ນີ້​ລ້ວນ​ແຕ່​ເຂົ້າຮ່ວມດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ. ນັກ​ສິລະ​ປິນດີ​ເດັ່ນ​ເຈົາຫາຍ​ອຽນ ​ໃຫ້​ຮູ້​ວ່າ:

 “​​ຂ້າພະເຈົ້າເຂົ້າໃຈໄດ້ວ່າ: ຢູ່ແຫ່ງໃດກໍ່ມີຈຸດວັດທະນະທຳພິເສດສະເພາະຂອງແຕ່ລະເຂດ​​ແຄ້ວ. ​ເມື່ອຂ້າພະເຈົ້າ​​ຂັບກາຍເລືອຕໍ່ໜ້າຜູ້ຊົມ​​ແມ່ນສິ່ງທີ່ເປັນເອກະລັກສະເພາະຂອງ​​ເຂດທາງທິດຕາເວັນຕົກຂອງພາກໃຕ້. ​ຂ້າພະເຈົາດີໃຈຍ້ອນໄດ້ສະແດງໃຫ້​​ແກ່ຜູ້ຊົມເກີນເທີ​. ຂ້າພະເຈົ້າເຫັນວ່າ, ນີ້ແມ່ນຮູບແບບການສະແດງທີ່ດີທີ່ສຸດ.

   ຕີ​ລາຄາ​ກ່ຽວ​ກັບປະສິດທິ​ຜົນ​ຈາກ​ໂຄງການ​ສຳລັບຂະ​ບວນການ​ເກັບ​ຮັກສາ​ສິລະ​ປະມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ນັກສະ​ແດງ, ປ້າ​ຫງວຽນ​ທິ​ໂວ້,  ຮອງ​ປະທານ​ສະມາຄົມ​ນັກ​ສິລະ​ປິນສະ​ແດງ​ບົນ​ເວທີລະ​ຄອນ​ນະຄອນ​ເກີນ​ເທີ​ໃຫ້​ຮູ້​ວ່າ:

   “ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ຮັບ​ຊົມ​ສິລະ​ປະ​​ໃນ​ເວທີ​ສະ​ແດງທີ່​ມີ​ລັກສະນະ​ເພິ່ນ​ຈິດ ​ແລະ ​ໄດ້​ຮູ້ຈັກ​ຈຸດ​ວັດທະນະທຳ​ເຂດ​ແມ່ນ້ຳທາງ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຕື່ມ​ອີກ, ພິ​ເສດ​ແມ່ນ​ໄດ້​ຮູ້ຈັກ​ກັບ​ຂະ​ບວນການ​ວັດທະນະທຳ​ສິລະ​ປະ​ຂອງ​ເຂດ​ດິນ​ແດນ​ໄຕ​ໂດ. ຂ້າພະ​ເຈົ້າມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ. ຜ່ານ​ນັ້ນ​ໄດ້​ປຸກລຸກ​ຂະ​ບວນການ​ສະ​ແດງສິລະ​ປະປະ​ເພນີ, ກະທົບ​ເຖິງ​ສິລະ​ປະ​ອາຊີ​ບອີກ“.

  ຈາກ​ການ​ຮັກ​ສາ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການສະ​ແດງ​ທີ່​ເວທີ​ ຂະໜາດ​ໜ້ອຍ​ທີ່​ທ່າ​ເຮືອ​ນິງກຽວ, ນະຄອນ​ເກີນ​ເທີ​ ໄດ້​ສ້າງ​ເປັນ​ເວທີ​ສະ​ແດງ​ດູດ​ດືມ​ໃຈ​ຜູ້​ຊົມ, ​ເປັນ​ຈຸດ​ນັດ​ພົບ​ປະຈຳ​​ໃຫ້​ແກ່​ບັນດາ​ນັກ​ສິລະ​ປິນ, ຜູ້​ນິຍົມ ​ແລະ ​ແຂກ​ທ່ອງ​ທ່ຽວ. ​ເວທີ​ສະ​ແດງ​ນີ້​ໄດ​້ ​ແລະ ພວມ​ປະກອບສ່ວນ​ລ້ຽງ​ດູ, ສືບ​ທອດ​ນ້ຳ​​ໃຈ​ຮັກຫອມ​ສິລະ​ປະທີ່​ເປັນ​ປະ​ເພນີໃນ​ວົງ​ຄະນາ​ຍາດ, ພິ​ເສດ​ແມ່ນ​ໃນ​ຈິດໃຈ​ໄວ​ໜຸ່ມ​ເຂດ​ດິນ​ແດນ​ໄຕ​ໂດ./.

ຕອບກັບ

ຂ່າວ/ບົດ​ອື່ນ