ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່

(vovworld)-​ພິທີເຂົ້າຊົງ​ແມ່ນ​ພິທີ​ສຳ​ພັນກັບ​ເທວະ​ດາ​ຟ້າ​ແຖນຜ່ານ​ກະ​ໂຕນາງ​ທຽມ, ທ້າວ​ທຽມ. ນັ້ນ​ແມ່ນ​ການວາດ​ພາບ​ເຖິງ​ບັນດາ​ພະ​ອໍລະຫັນຄືນ​ໃໝ່​ເພື່ອ​ແນ​ໃສ່​ສັ່ງສອນ, ປິ່ນປົວ​ພະຍາດ, ​ຫຼື​ດົນ​ບັນດາໂຊກ​ລາບ​ໃຫ້​ແກ່​ບັນດາ​ຜູ້​​ເຊື່ອ​ຖືເຫຼື້ອມ​ໃສ​ບູຊາ​ພະ​ແມ່. ພິທີເຂົ້າຊົງມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວລະຫວ່າງ​ບັນດາ​ປັດ​ໄຈ​ຈິດ​ວິນ​ຍານ ​ແລະ ການສະ​ແດງ​​ແບບພື້ນ​ເມືອງ.

ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່ - ảnh 1ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່ - ảnh 2ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່ - ảnh 3ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່ - ảnh 4

(ພາບ: hatvan.vn)

    ຜູ້​ສວມ​ບົດ​ພະ​ອໍລະຫັນ​ໃນ​ພິທີເຂົ້າຊົງ​ແມ່ນ​ຜູ້​ຊາຍ​ຖືກ​ເອີ້ນ​ວ່າ​ທ້າວ​ທຽມ, ​ແມ່ນ​ຜູ້ຍິງ​ຖືກ​ເອີ້ນ​ວ່າ ນາງ​ທຽມ. ທ້າວ​ທຽມ​ເຄີຍ​ນຸ່ງ​ຊຸດ​ແພ​ໄໝ, ​ຖືກແຕ່ງ​ຕົວ​ຢ່າງ​ສວຍ​ງາມ, ບາງ​ຄົນ​ຊົງ​ຜົມ​ຍາວ​ເໝືອນ​ກັບ​ຜູ້ຍິງ. ​ໃນ​ພິທີ​ເຂົ້າຊົງ, ​ນາງ​ທຽມ, ທ້າ​ວທຽມ​ຕ້ອງ​ຜ່ານ​ການ​ສວມ​ບົດ​ພະ​ອໍລະຫັນ​ຫຼາຍ​ອົງ. ​ແຕ່ລະ​ເທື່ອ​ເມື່ອ​ສວມ​ບົດ​ພະ​ອໍລະຫັນ, ນາງ​ທຽມ, ທ້າ​ວທຽມຖືກ​ຄຸ້ມ​ໃສ່​ຕົວ​ດ້ວຍ​ຜ້າ​ໄໝ​​ສີແດງ​ຜືນ​ໜຶ່ງ ​ແລະ ຫຼັງ​ຈາກ​ນັ້ນ, ​ເມື່ອ​ປ່ຽນ​ສວມ​ບົດ​ພະ​ອໍລະຫັນ​ອົງ​​ໃໝ່ ກໍ່​ຕ້ອງ​ປ່ຽນ​ຊຸດ​ເຄື່ອງ​ໃໝ່​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ພະ​ອໍລະຫັນ​ອົງ​​ໃໝ່. ບາງ​ເທື່ອນາງ​ທຽມ, ທ້າ​ວທຽມສວມ​ບົດ​ເປັນ​ນາຍ​ພົນທະຫານຄົນ​ໜຶ່ງ, ບາງ​ເທື່ອສວມ​ບົດ​ເປັນ​ເຈົ້າ​​ເສນາ​ອາມາດທີ່​ເຄັ່ງຂືມ, ​ແລະ ບາງ​ເທື່ອກໍ່​ສວມ​ບົດ​​ເປັນ​ຍຸ​ວະ​ນາລີ​ທີ່​ພວມ​ຟ້ອນລຳ​ທຳ​ເພງ. ວາດ​ຟ້ອນ​ຂອງ​ນາງ​ທຽມ, ທ້າ​ວທຽມ ​​ຖືກ​ປ່ຽນ​ແປງ​ຕາມ​ຈຸດ​ພິ​ເສດ​ຂອງ​ພະ​ອໍລະຫັນ​ອົງ​ນັ້ນ. ບັນດາ​ນາງ​ທຽມ, ທ້າ​ວທຽມ ລ້ວນ​ແຕ່​ແມ່ນ​ຜູ້ໄດ້​ຮັບ​ຖື​ວ່າ​ເທວະ​ດາຟ້າ​ແຖນ​ໄດ້​ເລືອກ​ເຟັ້ນ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ມະນຸດ​ກັບ​ໂລກ​ເທວະ​ດາຟ້າ​ແຖນ. ສາດສະດາຈານ​ໂງ​ດຶກ​ທິ້ງ, ຜູ້ອຳນວຍການ​ສູນ​ຄົ້ນຄ້ວາ ​ແລະ ອະນຸລັກ​ຮັກສາ​ວັດທະນະທຳ​ການ​ເຫຼື້ອມ​ໃສ​ພື້ນ​ເມືອງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​​​​ທຸກໆຄົນ​​ເມື່ອພາວະນາຢາກໄດສິ່ງໃດສິ່ງໜຶ່ງນຳພະແມ່ກໍ່ຕ້ອງຜ່ານບັນດາ ນາງທຽມ, ທ້າວທຽມ, ​ແລະຜ່ານພິທີເຂົ້າຊົງໂດຍສວມບົດພະອໍລະຫັນ 36 ອົງ. ນີ້ຖືກຖືວ່າ, ​ແມ່ນຄວາມສຳນຶກຢ່າງໜຶ່ງ“.

ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່ - ảnh 5

(ພາບ: laodong.com.vn)

​ ​ພິທີເຂົ້າຊົງ​ແມ່ນ​ຮູບ​ການ​​ເຊື່ອ​ຖືເຫຼື້ອມ​ໃສ​ພື້ນ​ເມືອງ​ມີ​ທັງ​ຢູ່​ຫວຽດນາມ ກໍ່​ຄື​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພິທີ​ເຂົ້າຊົງ​ຂອງຫວຽດນາມ ມີຈຸດ​ພິ​ເສດສະ​ເພາະ​ຂອງ​ວັດທະນະທຳ​ຫວຽດນາມ, ບໍ່ຄ້າຍ​ຄື​ກັບ​ການ​ເຫຼື້ອມ​ໃສ​ໃດໆ. ສີສັນ​ວັດທະນະທຳຫວຽດສະ​ແດງ​ອອກ​ໃນຫໍ​ໂຮງ​ບູຊາ​ພະ​ແມ່, ບັນດາ​ເຈົ້າ​ເສນາ​ອາມາດ, ກະສັດ….​ທີ່ນາງ​ທຽມ​ທ້າວ​ທຽມ​ເຂົ້າມາ​ທຽມ ຊື່​ງ​ອາດ​ຈະແມ່ນນັກ​ວິລະ​ຊົນ​ຂອງ​ຊາດ, ​ແມ່ນ​ເທວະ​ດາ​ທີ່​ປະຊາຊົນນັບຖື​ບູຊາ​ຄື: ພະ​ອໍລະຫັນ​ຮ່ວາງ​ເມືອ​ຍ ໝາກ​ເຖິງນາຍ​ພົນ​ຫງວຽນ​ຊີ ​ໃນ​ສະ​ໄໝ​ລາຊະວົງ​ເລ (ສັດຕະວັດ​ທີ 13),  ພະ​ອໍລະຫັນ​ຮ່ວາງ​ເຊົາແມ່ນນາຍ​ພົນ​ເຈິ່ນລຶ້ວມີ​ຄຸນງາມ​ຄວາມດີຕ້ານ​ພວກ​ໝິງ​ເຂົ້າມາ​ຮຸກ​ຮານ, (ສັດຕະວັດ​ທີ 15), ພະ​ອໍລະຫັນ​ຮ່ວາງ​ໄບ​ແມ່ນ​​ເຈົ້າ​ເສນາ​ອາມາດ​​​ປ້ອງ​ກັນ​ເຂດ​ລາວ​ກາຍ, ​ເຈົ້າ​ເສນາ​​ຮ່ວາງ​ບາດ​ແມ່ນ​ຊາວ​ເຜົ່າ​ນຸ່ງ….​ທ່ານ​ຫງວຽນ​ຕຽນ​ຢຸງ, ພະນັກງານ​ຄົ້ນຄ້ວາ​ຂອງ​ສູນ​ຄົ້ນຄວ້າ​ການ​ເຫຼື້ອມ​ໃສ​ສາທາ​ໜາ​ຫວຽດນາມ ຖື​ວ່າ, ໃນ​ພິທີເຊົ້າຊົງ, ບັນດາ​ນາງ​ທຽມ, ທ້າວ​ທຽມ​ແມ່ນບັນດາຜູ້ທີ່​ມີໜ້າ​ທີ່​ເຊື່ອມ​ຈອດ​ລະຫວ່າງ​ໂລກ​ປະຈຸ​ບັນ​ກັບ​ບັນດາພະ​ອໍລະຫັນ:

 “ຕາມປະເພນີແລ້ວ, ມີພະອໍລະຫັນ 36 ອົງ ຊື່ໄດ້ຄຸ້ມຄອງເຂດນ່ານຟ້າ, ​ເຂດດິນ, ​ເຂດນ້ຳ, ພູຜາປ່າໄມ້ຂອງຊາວຫວຽດນາມ. ​ພະອໍລະຫັນ 36 ອົງຖືກຈັດ​​ເປັນລຳດັບແຕ່ສູງລົງຕ່ຳ. ​ພະອໍລະຫັນ 36 ອົງນັ້ນເໝາະກັບຊະຕາກຳແຕ່ລະຄົນ“.

  ຜ່ານ​ພິທີ​ເຂົ້າຊົງ, ການ​ເຫຼືອມ​ໃສ​ບູຊາ​ພະ​ແມ່ ​ ​ ໄດ້​ນຳພາ​ມະນຸດໄປສູ່​ຄວາມ​ມຸ້ງຫວັງກ່ຽວ​ກັບ​ຊີວິດ​ຈົບງາມ, ມີ​ຄວາມ​ຜາ​ສຸກ​ກ່ວາ ພ້ອມ​ທັງ​ນຳ​ມາ​ເຊິ່ງກຳລັງ​ແຮງ, ຄວາມ​ເຊື່ອມໝັ້ນຕໍ່​ສິ່ງ​ທີ່​ດີງາມ​ໃຫ້​ແກ່​ເຂົາ​ເຈົ້າ. ສາດສະດາຈານ​ໂງ​ດຶກ​ທິ້ງ ​ໃຫ້​ຮູ້​ວ່າ:

ຈຸດຕົ້ນຕໍຂອງມໍລະດົກແມ່ນຄວາມງາມ, ການຄັດເລືອກ, ຢູ່ນີ້ມັນໝາຍເຖິງສິ່ງທີ່ເອີ້ນວ່າສີສັນສະເພາະ. ພິທີເຂົ້າຊົງແມ່ນຂອງຊາວຫວຽດນາມພຽງໜຶ່ງດຽວແລະ ມັນຍັງຮັກສາມູນເຊື້ອວັດທະນະທຳຂອງຊາດໄວ້ໄດ້. ນັກຮຽນຮູ້ຊາວອາເມລິກາທ່ານ 1 ​ເວົ້າວ່າ: ​ໃນພິທີເຂົ້າຊົງ, ຜູ້ຄົນທັງຫຼາຍເຫັນວ່າ: ມັນເໝືອນກັບຫໍພິພິຕະພັນຮັກສາມູນເຊື້ອຂອງຊາດ. ຫໍພິພິຕະພັນນັ້ນບໍ່ແມ່ນມີບັນດາວັດຖຸ​​ເຄື່ອງຂອງ ຫາກມັນແມ່ນມະນຸດ, ມີຊີວິດຊີວາ, ດູດດື່ມໃຈທຸກຄົນ, ຕອບສະໜອງຄວາມຕ້ອງການດ້ານຄວາມສຸດຈະລິດ, ບໍລິສຸດແລະ ຄວາມງາມຂອງມວນມະນຸດ“.

  ພິທີເຂົ້າຊົງ​ໃນການ​ເຫຼື້ອມ​ໃສ​ບູຊາ​ພະ​ແມ່ ມ່ງ​ໄປ​ເຖິງ​ຊີວິດ​ປະຈຸ​ບັນ​ຂອງ​ມວນ​ມະນຸດ​ດ້ວຍ​ຄວາມ​ມຸ້ງ​ຫັວງດ້ານ​ສຸຂະພາບ, ​ໂຊກ​ລາບ, ​ແມ່ນ​ຄວາມ​ຕ້ອງການ​ໃນ​ຊີວິດ​ດ້ານ​ຈິດ​ວີນຍານ​ຂອງ​ຊາວ​ຫວຽດນາມ, ນຳ​ມາ​ເຊິ່ງກຳລັງ​ແຮງ, ຄວາມ​ເຊື່ອໝັ້ນ​ໃຫ້​ແກ່​ເຂົາ​ເຈົ້າ. ຜ່ານ​ບັນດ​າ​ລຸ້ນຄົນ​ສືບ​ທອດ​ກັນ​ມາ, ​ພິທີເຂົ້າຊົງ​ໄດ້​ກາຍ​ເປັນ​ພິທີ​ວັດທະນະທຳດ້ານຈິດ​ວີນຍານ​ໃນ​ຊີ​ວິດ​ສັງຄົມ​ຫວຽດນາມ./. 

ຕອບກັບ

ຂ່າວ/ບົດ​ອື່ນ