ເຂົ້າຮ່ວມງານບຸນ ກໍ່ດົ໋ງດາ ໃນຕົ້ນລະດູບານໃໝ່

​ໂດຍ​ໄດ້​ກາຍ​ເປັນ​ມູນ​ເຊື້ອ​ແລ້ວ, ຮອດ​ວັນ​ທີ 5 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ, ໝາຍ​ເຖິງ​ວັນ​ທີ 5 ຂອງ​ປີ​ໃໝ່​ປະຈຳ​ຊາດ​ຫວຽດນາມຂອງ​ທຸກໆ​ປີ, ງານ​ບຸນ ​ກໍ່ດົ໋ງດາ ​ກໍ່​ຖືກ​ຈັດ​ຂຶ້ນ ຢູ່​ກໍ່ດົ໋ງດາ, ຕາ​ແສງ ກວາງ​ຈູງ, ​ເມືອງ ດົ໋ງດາ, ຮ່າ​ໂນ້ຍ ເພື່ອ​ທົບ​ທວນຄືນ​ໄຊຊະນະທີ່​ມີ​ຊື່​ສຽງດົ່ງດັງ​ຂອງ​ເຈົ້າ​ຊີວິດ ກວາງ​ຈູງ, ​ເຊິ່ງ​ໄດ້​ຕີ​ເອົາ​ໄຊຊະນະ ​ເສິກ ​ຊິງ 29​.000 ຄົນ ກ່ອນ​ນີ້​ກວ່າ 200 ປີ, ນີ້​ແມ່ນ​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ເສິກ​ຕ່າງ​ດ້າວ​ຂອງຊາດ​ຫວຽດນາມ. ນີ້​ກໍ່​ແມ່ນ​ງານ​ບຸນທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ ​ເຊິ່ງຖືກ​ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ​ໃນ​ໂອກາດ​ຕົ້ນ​ປີ.


ເຂົ້າຮ່ວມງານບຸນ ກໍ່ດົ໋ງດາ ໃນຕົ້ນລະດູບານໃໝ່ - ảnh 1
(ພາບ://vnexpress.net)

ກໍ່ດົ໋ງດາ, ກໍ່​ແມ່ນ​​ໂພນແຫ່ງ​ໜຶ່ງ​ທີ່​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທູ່​ມ, ​ຕັ້ງ​ລຽບບົນ​ຖະໜົນ ​ໄຕ​ເຊີນ, ​ເຊິ່ງ​ແມ່ນ​ຖະໜົນ​ທີ່​ຄັບຄາ​ໜາ​ແໜ້ນ ​ແລະ​ທັນ​ສະ​ໄໝ​ຂອງ​ນະຄອນຫຼວງ. ບັນດາ​ນັກ​ທ່ອງ​ທ່ຽວມາ​ແຫ່ງ​ນີ້​ຄັ້ງ​ທຳ​ອິດ, ​ແມ່ນບໍ່ອາດຄາດຄິດ​ໄດ້​​ເລີຍວ່າ, ນີ້​ແມ່ນ​ຮ່ອງຮອຍ​ບັ້ນ​ຮົບ​ທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ເສິກ​ຕ່າງ​ດ້າວ​ຂອງ​ຫວຽດນາມ​ກ່ອນ​ນີ້ ກວ່າ 2 ສະຕະວັດ. ​ໃນ​ລະດູບານ​ໃໝ່​ປີລະກາ 1789 ທະຫານ ​ໄຕ​ເຊີນ ​ໂດຍ​ເຈົ້າ​ຊີວິດ ກວາງ​ຈູງ​ ບັນຊາ ​ໄດ້​ສ້າງ​ເປັນ​ໄຊຊະນະ​ທີ່​ມີ​ຊື່​ສຽງ​​ໂດ່​ງດັງ​ໃນ​ປະຫວັດສາດ. ກາງຄືນ​ວັນ​ທີ 4 ຮຸ່ງ​ເຊົ້າ​ວັນ​ທີ 5 ​ເດືອນ​ຈຽງ​ປີ ລະກາ (1789), ທະຫານ​​ໄຕ​ເຊີນ ​ໂດຍ ດັ້ງ​ຕ໋ຽນດົງ ບັນຊາ​ໄດ້​ທຳລາຍ​ປ້ອມ ​ເຄືອງ​ເທື້ອງ ຂອງ​ເສິກ​ ຊິງ. ນາຍ​ພົນ​ຂອງ​ເສິກ ຊິງ ​ແມ່ນ ​ເສີນ​ອີ​ຕົງ ​ຕ້ອງຜູກຄໍຕາຍ​ຢູ່​ພູ ອົກ (ລວາ​ເຊີນ) ມໍ່​ກັບ​ເຂດ​ ກໍ່ດົ໋ງດາ​ ​ໃນ​ປະຈຸ​ບັນ. ບັ້ນ​ຮົບ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ທະຫານ ​ໄຕ​ເຊີນ ບຸກ​ເຂົ້າ​ປົດ​ປ່ອຍ​ເມືອງ​ຫຼວງ ທັງ​ລອງ, ກວາດ​ລ້າງ ​ເສິກ ຊິງ ຮຸກ​ຮານ 29.000 ຄົນ​ອອກ​ຈາກ​ປະ​ເທດ. ນັບ​ແຕ່​ນັ້ນ​ມາ, ​ເຂດ​ ກໍ່​ດົ໋ງດາ ​ໄດ້​ກາຍ​ເປັນ​ແຫ່ງ​ຈັດ​ຕັ້ງ​ງານ​ບຸນ​ປະ​ເພນີ ​ສະ​ເຫຼີ​ມ ສະຫຼອງ​ໄຊຊະນະ​ດັ່ງກ່າວ. ນັບ​ແຕ່​ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ປົດ​ປ່ອຍຄື​ວັນ​ທີ (10-10-1954) ງານ​ບຸນ ກໍ່ດົ໋ງດາ ຖືກ​ຖື​ວ່າ​​ແມ່ນງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ຈາລຶກ​ບຸນຄຸນ​ຕໍ່ສູ້​ຕ້ານ​ສັດຕູ​ຂອງ​ບຸລຸດ. ປະຈຸ​ບັນ, ງານ​ບຸນ ກໍ່ດົ໋ງດາ ​ແມ່ນ​ງານ​ບຸນ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່, ​ເຊິ່ງ​ໄດ້​ດຶງ​ດູດ​ຊາວ​ນະຄອນຫຼວງ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ​ນັບ​ໝື່ນ​ຄົນ. ງານ​ບຸນ​ຖືກ​ຈັດ​ຂຶ້ນ​ດ້ວຍ​ຫຼາຍ​ພິທີ​ຢ່າ​ງສົມ​ກຽດ, ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ສິລະ​ປະ ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ​ເຊັ່ນ: ພິທີ​ຖະຫວາຍ​ທູບ​ທຽນ, ​ແຫ່​ຫວໍ, ຟ້ອນ​ມັງກອນ… ​ແຕ່​ພິ​ເສດ​ທີ່​ສຸດ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ວາດ​ພາບ​ກ່ຽວ​ກັບ​ໄຊຊະນະພິລະ​ອາດ​ຫານ​ຂອງ​ນັກ​ວິລະ​ຊົນ​ຊາວນາ ກວາງ​ຈູງ ຜູ້​ທີ່​ໄດ້​ຕີ​ເອົາ​ຊະນະ​ເສິກຊິງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ນຳ​ມາ​ເຊິ່ງຊີວິດ​ສະຫງົບ​ສຸກ​ໃຫ້​ແກ່​ປະຊາຊົນ. ລຸງ ຕ້າ​ຮູ​ຍຮຸ່ງ, ນັກຮົບ​ເກົ່າ​ຢູ່​ຕາ​ແສງ ນາມ​ດົ່ງ, ​ເມືອງ ດົ໋ງດາ, ​ໃຫ້​ຮູ້​ວ່າ:

    ”ດົ໋ງດາ - ງອກ​ໂຮ່ຍ ​ແມ່ນ​ໄຊຊະນະ​ອັນ​ພິລະ​ອາດ​ຫານ​ຂອງ​ຊາດ​ຫວຽດນາມ, ປະຈຸ​ບັນ​, ​ລູກ​ຫຼານ​ຄວນ​ຮູ້​ມູນ​ເຊື້ອ​ຂອງ​ບັນພະບຸລຸດ​ໃນ​ການປົກ ປັກ​ຮັກສາ ​ແລະ​ ສ້າງສາ​ປະ​ເທດ​ຊາດ​ ​ເພື່ອຮູ້​ບຸນ​ຄູນ ​ແລະ ສືບ​ທອດ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າດັ່ງກ່າວ”.

ເຂົ້າຮ່ວມງານບຸນ ກໍ່ດົ໋ງດາ ໃນຕົ້ນລະດູບານໃໝ່ - ảnh 2
(ພາບ://vnexpress.net)

ພາຍຫຼັງ​ໄດ້​ຮັບຊົມ​ຟ້ອນ​ມັງກອນທີ່​ເປັນ​ມູນ​ເຊື້ອ, ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ສັດຕູດ້ວຍ​ໄຟ​ຂອງ​ທະຫານ​ ໄຕ​ເຊີນ ​ໃນ​ເມື່ອ​ກ່ອນ​ແລ້ວ, ນັກ​ທ່ອງ​ທ່ຽວ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ຖະຫວາຍ​ທູບ​ທຽນ ​ເຊິ່ງຈັດ​ຂຶ້ນ​ຢູ່​ສາລາ ​ເຄືອງ​ເທື້ອງ, ພິທີ​ພາວະນາ​ໄຫວ້ວອນຢູ່​ວັດ ດົ່ງ​ກວາງ. ປ້າ ຫງວຽນ​ທິ​ເວີ້​ຍ, ຢູ່​ເມືອງ ຮ່ວາງ​ມາຍ, ​ໃຫ້​ຮູ້​ວ່າ: ”ຂ້າພະ​ເຈົ້າ​ນັບຖື​ກາ​ນຈັດ​ຕັ້ງພິທີ​ງານ​ບຸນ​ຂອງ ຮ່າ​ໂນ້ຍ ທີ່​ສຸດ, ​ເຊິ່ງ​​ໄດ້​ທົບ​ທວນຄືນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ​ນັບ​ແຕ່​ສະ​ໄໝ ກວາງ​ຈູງ ມາ​ຮອດ​ປະຈຸ​ບັນ. ​ແຕ່ລະ​ເທື່ອ, ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ຂູາພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ”

    ນອກຈາກ​ບັນດາ​ພິທີຕ່າງໆ​ຖືກ​ຈັດ​ຂຶ້ນ​ຢ່າງ​ເຄັ່ງຂຶມ​ແລ້ວ, ຍັງ​ມີ​ການສະ​ແດງ​ສິລະ​ປະ, ກິລາ, ການ​ລະ​ຫຼິ້ນ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື:    ສະ​ແດງ​ມວຍ​ປ້ຳສິລະ​ປະ, ຟ້ອນ ​ວີ, ​ແຂ່ງຂັນ​ໝາກຮຸກ, ດຶງ​ເຊືອກ.. ອ້າຍ ຟານ​ຮື້​ວ​ແທງ, ​ເຮັດ​ວຽກ​ຢູ່​ຂະ​ແໜງທະນາຄານ​ເມືອງ ຮ່ວານ​ກ໋ຽມ, ​ໃຫ້​ຮູ້​ວ່າ:

    ”ປີ​ໃດ​ຂ້າພະ​ເຈົ້າ​ກໍ່​​ເຂົ້າ​ຮ່ວມ​ງານ​ບຸນ​ເພື່ອ​ຊົມ. ​ ບັນດາລາຍການ​ສະ​ແດງ​ໃນ​ງານ​ບຸນ​ທັງ​ມ່ວນ, ທັງ​ອຸດົມສົມ​ບຸນ, ຜ່ານ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ເທດ​ຊາດ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ”

    ຕົ້ນ​ປີ​ໄປ​ທ່ຽວ​ງານ​ບຸນ ກໍ່ດົ໋ງດາ, ຊາວ​ນະຄອນຫຼວງ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ ຈະ​ມີ​ໂອກາດ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ງານ​ບຸນ​ທີ່​ເປັນ​ເອກະ ລັກ​ສະ​ເພາະ ​ເຊິ່ງຈັດ​ຂຶ້ນ​ຢູ່​ ທັງ​ລອງ - ຮ່າ​ໂນ້ຍໃນ​ຊຸມ​ມື້ບຸນ​ປີ​ໃໝ່​ປະຈຳ​ຊາດ. ​​ເຂົ້າ​ຮ່ວມ​ງານ​ບຸນໃນ​ບັນຍາກາດ​ຕົ້ນ​ລະດູບານ​ໃໝ່​​, ຜູ້​ໃດ​ກໍຮູ້ສຶກ​ຕື້ນ​ຕັນ​ໃຈ ​ແລະ​ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບຸນຄຸນ​ຂອງ​ບັນພະບຸລຸດ, ຜູ້​ທີ່​ໄດ້​ເສຍສະຫຼະ​ເລືອດ​ເນື້ອ ​ເພື່ອ​ປົກ​ປັກ​ຮັກສາ​ ​ແລະ ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ພັດທະນາ​ຄື​ທຸກ​ວັນ​ນີ້.

                                                                                                          ​ໂຕ​ຕ໋ວນ







ຕອບກັບ

ຂ່າວ/ບົດ​ອື່ນ