ເດັກນ້ອຍຫຼິ້ນດົນຕີຢູ່ວັດເຢີຍ

ເດັກນ້ອຍຫຼິ້ນດົນຕີຢູ່ວັດເຢີຍ - ảnh 1
ພວກເດັກເສບເຄື່່ອງດົນຕີ 5 ຢ່າງຢູ່ວັດເຢີຍ
(ພາບ: baosoctrang)

   ໂດຍ​ຫ່າງ​ຈາກ​ນະຄອນ​ຊອກ​ຈັງ 3 ກິ​ໂລ​ແມດ ​ໄປ​ທາງ​ທິດຕາ​ເວັນ​ອອກສ່ຽງ​ໃຕ້, ວັ​ດເຢີ​ຍ ຫຼື​ເອີ້ນ​ວ່າ ວັດ​ ມະຫາ​ຕູບ ​ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກຳ​ສະຖາປັດ ຕະຍະກຳສິລະ​ປະທີ່​ໂດດ​ເດັ່ນ​ຂອງ​ສາສະໜາພຸດ​ນິກາຍ​ນິຣະ​ຍານ ຂະ​ແມ​ພາກ​ໃຕ້. ວັ​ດເຢີ​ຍ ມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ ຍ້ອນ​ຖືກ​ຕັ້ງ​ໃນ​ບໍລິ​ເວນ​ກ້ວາງ​ກ່ວາ 3 ​ແຮັກ​ຕາ, ທັງ​ແມ່ນ​ແຫ່ງ​ທີ່​ຝູງ​ເຈຍ​ມາ​ຕັ້ງ​ຮັງ​ຢູ່​ນີ້​ມາ​ເປັນ​ເວລາ​ຫຼາຍ​ປີ. ພິ​ເສດ​ໃນ​ມື້​ທ້າຍ​ອາທິດ, ​ເມື່ອ​ມີ​ໂອກາດ​ມາ​ຢ້ຽມຢາມ ວັ​ດເຢີ​ຍ, ຜູ້​ຄົນ​ທັງຫຼາຍ​ຈະ​ໄດ້​ຮັບ​ຟັງດົນຕີ​ປະກອບດ້ວຍ​ສຽງ 5 ຢ່າ​ງ ​ໂດຍ​ພວກ​ນັກຮຽນ​ສະ​ແດງ.​

    ປະຈຸ​ບັນ​ພວມ​ແມ່ນ​ຍາມ​ພັກ​ແລ້ງ, ດັ່ງ​ນັ້ນ, ພວກ​ນ້ອງ​ນັກຮຽນ​ໄປຫຼີ້ນດົນຕີຢູ່ ວັ​ດເຢີ​ຍ ​ໃນ​ທຸກໆ​ມື້ ​ແທນ​ທີ່ ວັນ​ເສ​ົາ ​ແລະ ວັນ​ທິດ​ຄື​ໄລຍະ​ພວມ​ຮຽນ. ນັກຮຽນມີ​ອາຍຸ​ຫຼາຍ​ກ່ວາ​ໝູ່​ແມ່ນ 15 ປີ, ນ້ອຍ​ສຸດ​ແມ່ນ 6 ປີ ພ້ອມ​ກັນ​ນັ່ງ​ຂ້າງ​ຊຸດ​ເຄື່ອງ​ດົ​ນຕີ 5 ຢ່າງ​ເພື່ອ​ຫຼິ້ນ​ດົນຕີ​ດ້ວຍ​ຄວາມ​ເມົາ​ມົວ. ນັກຮຽນ ​ໂດ້ມິນ​ເຢືອງ ຮຽນ​ຫ້ອງ ມ2 ​ໃຫ້​ຮູ້​ວ່າ :

   “ ​ໃນ​ມື້ວັນ​ເສ​ົາ ​ແລະ ວັນ​ທິດປະຈຳ​ອາທິດ, ພວກ​ນ້ອງ​ມາ ວັ​ດເຢີ​ຍຫຼິ້ນ​ດົນຕີ​ເພື່ອ​ຮັບ​ໃຊ້​ແຂກ. ຢູ່​ນີ້​ກໍ​ຍັງ​ມີ​ຄູ​ສອນ​ເສບ​ເຄື່ອງ​ດົນຕີ. ຢູ່​ນີ້​ກໍ​ມີ​ພວກ​ນ້ອງ​ນ້ອຍ 2-3 ຄົນ​ຫາ​ກໍ​ມາ​ຮຽນ​ເສບ​ເຄື່ອງ​ດົນຕີ ”

   ຫາ​ກໍ​ຮຽນ​ເສບເຄື່ອງ​ດົ​ນຕີ 5 ຢ່າງ​ໄດ້​ປີ​ດຽວ​ເທົ່າ​ນັ້ນ, ​ແຕ່​ເຢືອງ​ແມ່ນ​ຜູ້​ຫຼິ້ນ​ດົນຕີ​ໄດ້​ດີ​ກ່ວາ​ໝູ່​ໃນ​ໜ່ວຍ. ​ເຢືອງຮູ້ຈັກ​ວິທີ​ເສບ​ເຄື່ອງ​ດົນຕີ​ທຸກ​ຊະນິດ​ໃນ ຊຸດ​ເຄື່ອງ​ດົ​ນ ຕີ 5 ຢ່າງ

    ຊຸດ​ເຄື່ອງ​ດົ​ນຕີ 5 ຢ່າງ​ແມ່ນ​ປະກອບ​ດ້ວຍ​ເຄື່ອງ​ດົນຕີ​ເຮັດ​ດ້ວຍ​ວັດຖຸ 5 ຢ່າງ​ຄື: ​ໄມ້, ​ເຫຼັກ, ໜັງ ​ແລະ ໃຊ້​ລົ​ມ. ​ເຊັ່ນ​ກອງ ຊາມ​ໂຟ ທີ່​ມີ 2 ດ້ານ​ຖືກ​ອັດ​ດ້ວຍ​ໜັງ​ງົວ. ​ເມື່ອ​ນຳ​ໃຊ້, ຜູ້​ເສບ​ເຄື່ອງ​ດົນຕີ​ ​ໃຊ້​ທັງ 2 ມື​ຕົບ​ໃສ່ 2 ດ້ານຂອງ​ກອງ​ເພື່ອ​​ໃຫ້​ເກີດ​ສຽງ. ສຳລັບ​ເຄື່ອງດົນຕີປະເພດລະນາດ Rônek ລວມມີ​ໄມ້ຫຼື​ໄມ້​ໄຜ່ 26 ຕອນຖືກ​ຕັດ​ດ້ວຍ​ຮູບ 4 ລ່ຽມ ​ແລະ ຖືກ​ຕັດ​ຕໍ່​ເຂົ້າລຽນກັນ. ​ເມື່ອ​ນຳ​ໃຊ້, ຜູ້​ເສບ​ເຄື່ອງ​ດົນຕີຈະ​ໃຊ້​ ​ໄມ້ຕີ​ລະນາດ ພຽງ 2 ອັນ​ເທົ່າ​ນັ້ນ. ສ່ວນ​ແຄນ Sro Lay ​ແມ່ນ​ຊຸດ​ແຄນ​ຖືກ​ເຮັດ​ດ້ວຍ​ໄມ້​ໄຜ່, ສະ​​ເພາະ​ທໍ່​ແຄນ ​ແມ່ນ​ຕ້ອງ​ເຮັດ​ດ້ວຍ​ໄມ້​ປະ​ເສີດ. ສຳລັບ​ຊຸດ Pưn Piết , ຍັງ​ມີ​ຊຸດຄ້ອງນ້ອຍມີ​ຂວັນ ປະກອບ​ດ້ວຍ 16 ອັນ ຖືກ​ເຮັດ​ດ້ວຍ​ທອງ​ແດງ. ຊຸດ​ຄ້ອງ​ນີ້ ຖືກ​ຫ້ອຍ​ລຽນກັນ ​ແລ​ະ ຖືກ​ຕັ້ງ​ໃສ່​ເຄື່ອງ​ຄ້ຳ​ເຮັດ​ດ້ວຍ​ຫວາຍ​ຊຶ່ງ​ມີ​ຮູບ​ຊີກວົງເດືອນ. ຜູ້​ຕີ​ຄ້ອງ ນັ່ງ​ໃນ​ວົງ​​ໂຄ້ງ​ນັ້ນ ຈະ​ໃຊ້​ໄມ້ຕີ​ 2 ອັນເພື່ອ​ເຄາະ​ໃສ່.

   ຊຸດ​ເຄື່ອງ​ດົ​ນຕີ 5 ຢ່າງ​ແມ່ນ​ອາດ​ຈະ​ເວົ້າ​ວ່າ ​ແມ່ນ ຊຸດ​ເຄື່ອງ​ດົ​ນຕີບັນລຸ​ລະດັບ​ຍອດ​ຍິ່ງ​ດ້ານ​ການ​ສຽງ. ມັນ​ບໍ່​ພຽງ​ແຕ່​ສາມາດ​ສະ​ແດງ​ບົດ​ດົນຕີ​ທຳນອງ​ ກລາດ​ຊິກທີ່​ຈັບ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ສະ​ແດງ​ບັນດາ​ທຳນອງ​ດົ​ນຕີ​ພື້ນ​ເມືອງ ​ແລະ ທັນ​ສະ​ໄໝ​ອີກ​ດ້ວຍ. ນ້ອງ ​ເຢືອງວັນ​ນິງ ອາຍຸ 12 ປີ ມາ​ຮຽນ​ດົນຕີ​ຢູ່   ​ວັດ​ເຢີ​ຍ​​ເວົ້າວ່າ : 

   “ ລູກ​ຫາ​ກໍ​ມາ​ຮຽນ​ດົນຕີ​ໄດ້ 2 ອາທິດ, ຮຽນ​ເສບ​ເຄື່ອງ​ດົນຕີ ​ໄດ້ 3 ບົດ. ​ຮຽນ​ຍາກ​ຫຼາຍ. ຕອນ​ຄ່ຳ​ຮຽນ​ຕອນ​ໜຶ່ງ, ຕອນ​ເຊົ້າ​ມື້ຕໍ່​ມາຮຽນ​ຊ້ຳ​ຕອນ​ທີ່​ຍັງ​ເຫຼືອ ກໍ​ພໍດີ​ບົດ​ໜຶ່ງ​”

    ຊຸດ​ເຄື່ອງ​ດົ​ນຕີ 5 ຢ່າງ ​ໄດ້​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ຢ່າງ​ສະໜິດ​ແໜ້ນ. ທຸກ​ຄວາມ​ໃນ​ໃຈ ​ໃນຍາມມ່ວນ​ຊື່​ນ ກໍ​ຄື​ຍາມ​ໂສກ​ເສົ້າ​ກໍ​ລ້ວນ​ແຕ່​ສະ​ແດງ​ອອກ​ຜ່ານ​ສຽງ​ດົນຕີ. ຜູ້​ຫຼິ້ນເຄື່ອງ​ດົ​ນຕີ 5 ຢ່າງ ບໍ່​ພຽງ​ແຕ່​ແມ່ນ​ນັກ​ເສບ ເຄື່ອງ​ດົ​ນຕີອາຊີບ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ຊາວ​ກະ​ສີກ​ອນທີ່​ຜູກ​ພັນ​ກັບ​ວຽກ​ໄຮ່​ການ​ນາ. ຮູບ​ພາບ​ພວກເດັກນັ່ງ​ຫຼິ້ນເຄື່ອງ​ດົ​ນຕີ 5 ຢ່າງ​ແບບ​ລຽບ​ງ່າຍ​ນັ້ນ ​ໄດ້​ສໍ່​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ອັນ​ແຮງ​ກ້າ​ຂອງ​ປະ​ເພດ​ສິລະ​ປະ​ນີ້. ນ້ອງ ໂດ້ມິນ​ເຢືອງ ​ໃຫ້​ຮູ້​ອີກ​ວ່າ :

   “ ນ້ອງ​ຮຽນ​ເສບ​ບົດ​ດົນຕີ​ໄດ້​ກ່ວາ 50 ບົດ​ແລ້ວ. ພວກ​ນ້ອງ​ສາມາດ​ຮັບ​ເອົາ​ຄວາມ​ຮູ້​ດ້ານ​ດົນຕີ​ໄດ້​ດີ ​ແລະ ຮຽນ​ໄວ. ​ເມື່ອ​ຮຽນ​ເສບດົນຕີ​ໄດ້​ບົດ​ໜຶ່ງ​ແລ້ວ, ບົດ​ຕໍ່ໆ​ໄປ​ກໍ​ສາມາດ​ຮຽນ​ໄດ້​ຢ່າງສະບາຍ ”

    ດົ​ນຕີ 5 ຢ່າງມີ​ຄວາມ​ຜູກ​ພັນ​ກັບ​ຊາວ​ເຜົ່າ​ຂະ​ແມ​ໃນຍາມມ່ວນ​ຊື່​ນ ກໍ​ຄື​ຍາມ​ໂສກ​ເສົ້າ. ນັບ​ແຕ່​ເວລາ​ໄດ້​ກຳ​ເນີ​ດຂຶ້ນ​ຕະຫຼອດ​ຮອດ​ເວລາ​ລ່ວງ​ລັບ​ໄປ, ດົ​ນຕີ 5 ຢ່າງ ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ຊາວ​ເຜົ່າ​ຂະ​ແມ​ແຕ່ລະຄົນ​ນີ​້ເອງ ລ້ວນ​ແຕ່​ມີ​ສະຕິ​ໄດ້​ເຖິງ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ເພື່ອ​ຮັກສາ ດົນຕີ​ພື້ນ​ເມືອງ​ຊອງ​ເຜົ່າ​ຕົນ. ​ເພາະສະ​ນັ້ນ, ບໍ່​ພຽງ​ແຕ່​ຢູ່ວັດ​ເຢີ​ຍ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ວັດ​ອື່ນໆ​ຂອງ​ຊາວເຜົ່າຂະ​ແມ​ທີ່​ແຂວງ​ຊອກ​ຈັງ ລ້ວນ​ແຕ່​ໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນດົ​ນຕີ 5 ຢ່າງ, ​ແລ້ວ​ກໍ​ເປີດ​ຊຸດ​ຮຽນ​ເສບ​ເຄື່ອງ​ດົນຕີ​ໂດຍ​ບໍ່​ເສຍ​ເງິນ. ພວກ​ນ້ອງ​ເຍົາວະ​ຊົນ​ນີ້​ເອງ ກໍ​ແມ່ນ​ລຸ່ນຄົນ​ສືບ​ທອດ​ດ້ານ​ດົນຕີ​ເພື່ອ​ໃຫ້ດົ​ນຕີ 5 ຢ່າງ​ຂອງ​ຊາວ​ເຜົ່າ​ຂະ​ແມ ດັງ​ກ້ອງ​ກັງວານ​ໃນ​ບັນດາ​ໝູ່​ບ້ານ ​​ເຈືອ​ຈານ​ເຂົ້າ​ກັບ​ການ​ດຳລົງ​ຊີວິດ​ຍຸກ​ທັນ​ສະ​ໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ