ເຕົາໄຟຂອງຊາວເຜົ່າສ່ວນຫນ້ອຍ - ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ


(vovworld)- ສຳ​ລັບ​ຊາວ​​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດ​ນາມແລ້ວ, ເຕົາ​ໄຟໃນ​ແຕ່​ລະ​ຄອບ​ຄົວ​ມີ​ທີ່​ຕັ້ງ​ສຳ​ຄັນ. ເຕົາ​ໄຟ​ບໍ່​ພຽງ​ແຕ່​ເພື່ອ​ຄົວກິນ​ເທົ່າ​ນັ້ນ, ຫາກຢູ່​ອ້ອມ​ເຕົາ​ໄຟ ​ຍັງ​ມີ​ການ​ດຳ​ເນີນ​ຊີ​ວິດ​ດ້ານວັດທະນະທຳ​​, ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ການ​ເຫລື້ອ​ມ​ໃສ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ​ຂອງ​​​ຊາວເຜົ່າສ່ວນ​ຫນ້ອຍ​ອີກ​ດ້ວຍ. ​ແຕ່​ລະ​ເທື່ອເມື່ອ​ມີ​ແຂກ​ມາ​ຢ້ຽມ​ຢາມ, ເຈົ້າ​ຂອງ​ເຮືອນຈະດັງ​ໄຟເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ແຂກ​ຄົນ.

ເຕົາໄຟຂອງຊາວເຜົ່າສ່ວນຫນ້ອຍ - ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ - ảnh 1
ເຕົາ​ໄຟ​ຂອງ​ຊາວ​ເຜົ່າ​ຜູ້​ໄທ​ດຳ
ພາບ:internet


ຢູ່ໃນ​ແຕ່​ລະ​ຄອບ​ຄົວ​ຂອງ​ຊາວ​​ເຜົ່າ​ສ່ວນ​ຫນ້ອຍ, ເຕົາ​ໄຟ​​ມີ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດໃນ​​ຊີ​ວິດ​ປະ​ຈຳ​ວັນ ກໍ​ຄື​ຊີ​ວິດ​ດ້ານ​ຈິດວິນ​ຍານ. ​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ເຂດ​ພູ​ສູງ ເຄີຍ​ຖື​ວ່າ: ວັດ​ຖຸ​ສິ່ງ​ຂອງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​​ວິນ​ຍານ, ມີເຈົ້າໄຟ, ​ເຈົ້າ​​ເຕົາ​ໄຟ. ເຕົາ​ໄຟ​ແຕ່​ລະ​ເຕົາ​ອາດ​ຈະ​ຕັ້ງ​ຢູ່​ບ່ອນ​ທີ່​ແຕກ​ຕ່າງ​ກັນ, ແຕ່​​ທັງ​ໝົດລ້ວນ​ແຕ່​​ມີ​ການ​ກຳ​ນົດ, ການຄະ​ລຳທີ່​ເຄັ່ງ​ຄັດ​ທີ່​ສຸດ. ສຳ​ລັບ​ຊາວ​ເຜົ່າ​ມົ້ງ​ຢູ່​ເຂດ​ພູ​ສູງ​ທາງ​ພາກ​ເຫນືອ​ຫວຽດ​ນາມ, ເຕົາ​ໄຟ​ ແມ່ນ ແມ່ນ​ການ​ປະ​ກົດ​ຕົວ​ຂອງ​ເຈົ້າ​ໄຟ​ເພື່ອ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ມະ​ນຸດ, ປົກ​ປ້ອງຊີ​ວິດ​ຂອງ​ຄອບ​ຄົວ. ທ່ານ ວີ​ວັນ​ອານ, ນັກ​ຄົ້ນ​ຄ້ວ​າ​ດ້ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ ສັງ​ກັດ​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ບໍ່​ວ່າ​ໃນ​ຄອບ​ຄົວ​​ຊາວ​ເຜົ່າ​ມົ້ງໃດໄລ​ຍະກ່ອນນີ້​ກໍ​ຄື​ປະ​ຈຸ​ບັນ ເລື່ອງ​ສ້າງ​ເຕົາ​ໄຟ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ພາຍ​ຫລັງ​ຊາວ​ເຜົ່າ​ມົ້ງ​ປຸກສ້າງ​ເຮືອນ​ສຳ​ເລັດ​ແລ້ວ ຕ້ອງ​ເຊີນ​ຜູ້​ມີ​ປະ​ສົບ​ການ​ມາ​​ສ້າງເຕົາ​ໄຟ ແລະ ຫລັງ​ຈາກນັ້ນ​ຈຶ່ງ​​ເອົາໝໍ້​ຂາງ​​ຄ້າງ​ຂຶ້ນ. ຊາວ​ເຜົ່າ​ມົ້ງ​ຄະ​ລຳ​ບໍ່​ໃຫ້​ຜູ້​ອື່ນ​ຢືມ​ໝໍ້​ຂາງ, ຖ້າ​ຫາກ​ໃຫ້​ຜູ້​ອື່ນ​ຢືມ​ຕ້ອງ​ເອົາ​ກ້ອນ​ຫີນ​ມ​າ​ວາງ​ໃສ່ໃຈ​ກາງ​ເຕົາ​ໄຟ.”

        ຢູ່ໃນ​ແຕ່​ລະ​ຄອບ​ຄົວ​ຊາວ​ເຜົ່າ​ມົ້ງ ລ້ວນ​ແຕ່​​ມີເຕົາ​ໄຟ​ສອງ​ເຕົາ ນັ້ນ​ແມ່ນ ເຕົາ​ໄຟ​ໃຫຍ່ ແລະ ເຕົາ​ໄຟ​ນ້ອຍ. ເຕົາ​ໄຟ​ໃຫຍ່​ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ຕັ້ງ​ໄວ້ຢູ່​ຫ້ອງ​ໂຖງ. ນີ້​ແມ່ນ​ບ່ອນ​ຮັກ​ສ​າ​ໄຟເພື່ອ ຝີງ​  ແລະ ປຸງ​ແຕ່ງອາ​ຫານ​ປະ​ຈຳ​ວັນ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ບ່ອນ​ສັກ​ສິດ​ທີ່​ສຸດ, ແມ່ນ​ບ່ອນ​ບູ​ຊາ​​ເຈົ້າ​ຖີ່ນ​ເຈົ້າ​ຖານ​ເທວະ​ດາ​ຟ້າ​ແຖນ​ແລະ ບູ​ຊາ​ປູ່​ຍ່າ​ຕາ​ຍາຍ. ຜູ້​ທີ່ບໍ່​​ຮູ້​ຈັກ​ກັນ​ຖ້າ​ຢາກ​ເຂົ້າໄປ​ໃນ​ເຮືອນ​ຄົວ​ນີ້​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ເຈົ້າ​ຂອງ​ເຮືອນ​ເສຍກ​ອ່ນ. ສ່ວນ​ເຕົາ​ໄຟ​ນ້ອຍ ລວມ​ມີ ສອງ​ເຕົາ​ຖືກ​ຕັ້ງຢູ່​​ເບື້ອງ​ຫລັງ​ຫ້ອງ​ໂຖງ. ເຕົາ​ໄຟ​ຫນຶ່ງ​ແມ່ນ​​ນຳ​ໃຊ້ເພື່ອ​ຕົ້ມ​ແມ່ນ​ແມນ (menmen) ຊື່ງ​ແມ່ນ​ເຍື່ອງ​ອາ​ຫານ​ພິ​ເສດ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງ, ສ່ວນ​ເຕົາ​ໄຟ​ໃຫຍ່​ແມ່ນ​ນຳ​ໃຊ້​ເພື່ອ​ຕົ້ມ​ອາຫານ​ໃຫ້​ໝູ, ຕົ້ມ​ເຫຼົ້າ​ເພື່ອ​ຮັບ​ໃຊ້​​ຄອບ​ຄົວ. ຢູ່​ຂອບເຂດເຮືອນຄົວນີ້ ກໍ​ມີ​ການ​ຄະ​ລຳ​ໃດ​ຫນຶ່ງຄື: ບໍ່​ໄດ້​ນັ່ງ, ​ເອົ​າ​ຕີນ​​ຢຽບໃສ່​ເຕົາ​ໄຟ, ບໍ່​ເອົາໄມ້​ເຄາະໃສ່​ເຕົາ​ໄຟ ເພາະ​ເຂົາ​ເຈົ້າ​ຖື​ວ່າ ເຮັດ​ຄື​ແນວນັ້​ນ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ລ້​ຽງສັດ ແລະ ສັດ​ລ້ຽງ​ຈະ​ຖືກ​ເປັນໂລກ​ລະ​ບາດ.

ເຕົາໄຟຂອງຊາວເຜົ່າສ່ວນຫນ້ອຍ - ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ - ảnh 2
ເຕົາ​ໄຟ​ຂອງ​ຊາວ​ເຜົ່າ​ມົ້ງ
ພາບ:dantocviet

ສຳ​ລັບ​ແຕ່​ລະ​ຄອບ​ຄົວ​ຂອງ​ຊາວ​ເຜົ່າ ຂະ​ມຸ ຢູ່ ແຂວງ ເງ້​ອານ​ແລ້ວ, ບັນ​ດາ​ເຕົາ​ໄຟ​ໃນ​ເຮືອນ​ຮ້ານ ກໍ​ແມ່ນ​ການ​ປະ​ກົດ​ຕົວຂອງເຈົ້າ​ໄຟ, ແມ່ນ​ສັນ​ຍາ​ລັກ​ຂອງ​ການ​ມີ​ຊີ​ວິດ ເຮືອນ​ຊານ​ຂອງ​ຊາວ​ເຜົ່າ​ຂະ​ມຸ ເຖິງ​​ວ່າ​ຈະ ນ້ອຍ​ຫລື​ໃຫຍ່ກໍ​ຕາມ ແຕ່​​ແນວໃດ​ກໍ​ຕ້ອງ​ມີ ​ເຕົາ​ໄຟ 3 ເຕົາ. ເຕົາ​ໄຟ​ຢູ່​ຫ້ອງ​ທຳ​ອິດ​ໄດ້​ນຳ​ໃຊ້​ເພື່ອປຸງ​ແຕ່ງ​ອາ​ຫານ​ປະ​ຈຳ​ວັນ. ເຕົາ​ໄຟ​ນີ້  ບໍ່​ພ​ຽງ​ແຕ່​ແມ່ນ​ບ່ອນ​​ຄົ​ວ​ກິນ, ຝີງ​​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ຕ້ອນ​ຮັບ​ແຂກ​ອີກ​ດ້ວຍ. ສ່ວນ​ເຕົາ​ ​ທີ 2 ແມ່ນ​ຕັ້ງ​ຢູ້​ຫ້ອງ​ໂຖງ,  ​ໃຈ​ກາງ​ຂອງ​ຫລັງ​ເຮືອນ. ເຕົາ​ໄຟ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຕົາ​ໄຟ​ບູ​ຊາ​ປູ່​ຍ່າ​ຕ່າ​ຍາຍ​ຂອງ​ຊາວ​ເຜົ່າ​ຂະ​ມຸ. ເຕົາ​​ທີ 3 ຕັ້ງ​ຢູ່​ຫ້ອງ​ສຸດ​ທ້າຍ​ຂອງ​ເຮືອນ​ຮ້ານ ແລະ ພຽງ​ແຕ່​ນຳ​ໃຊ້​ໃນ​ການ​ຫນຶ້ງເຂົ້າ​ຫນຽວເທົ່າ​ນັ້ນ. ​ໃນ​ເຮືອນ​ຄົວ 3 ຫ້ອງນັ້ນ, ເຮືອນ​ຄົວ​ບູ​ຊາ​ແມ່ນ​ສຳ​ຄັນ​ທີ່​ສຸດ, ມີ​ຄວາມ​ໝາຍ​ດ້ານ​ຈິດ​ວິນ​ຍານ​ໃນ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຂະ​ມຸ. ສິ່ງ​ສຳ​ຄັນ​ໃນ​ປີ​ຂອງ​ຄອບ​ຄົວ​ລ້ວນ​ແຕ​່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​​ເຮືອນ​ຄົວ​ນີ້. ທ່ານ ວີ​ວັນ​ອານ, ນັກ​ຄົ້ນ​ຄ້​ວາ ແລະ ສະ​ສົມ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໃຫ້​ຮູ້​ວ່າ:

        “ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ການ​ເຫລື້ອມ​ໃສ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຕົາ​ໄຟ​ຂອງ​ຊາວ​ເຜົ່າ​ຂະ​ມຸ, ຖ້າ​ຫາກ​ບູ​ຊາ​ໃຫ້​ວົງ​ຕະ​ກຸນ, ໃຫ້​ປູ່​ຍ່າ​ຕາ​ຍາຍ​ແລ້ວ ຕ້ອງ​ມີ​ເຕົາ​ໄຟ​ສະ​ເພາະ​ຕ່າງ​ຫາກ, ບໍ່​ໄດ້​ນຳ​ໃຊ້​ຮ່ວມ​ກັນ.”

        ໃນ​ຊີ​ວິດ​ດ້ານ​ຈິດ​ວິນ​ຍານ ແລະ ການ​ດຳ​ເນີນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ​ຄື: ເອ​ເດ, ບາ​ນາ, ມະ​ນົງ… ໄຟ ແລະ ເຕົາ​ໄຟ​ຍາມ​ໃດ​ກໍ​ສວມ​ບົດ​ບາດ​ສຳ​ຄັນ. ​ເຈົ້າໄຟ ປະ​ກົດ​ຕົວ​ໃນ​ງານ​ບຸນຕ່າງໆ​ຂອງທຸກ​ຄອບ​ຄົວ​ຄື: ງານ​ບຸນອວຍ​ພອ​ນ​ອາ​ຍຸ​ຍືນ, ຕ້ອນ​ຮັບ​ປີ​ໃຫມ່, ​ບຸນອວຍ​ພອ​ນ​ເຂົ້າ​ໃຫມ່.. ໃນ​ຊຸມມື້​ຂອງ​ງານ​ບຸນ, ໄຟ​ໄດ້​ດັງ​ຂຶ້ນ, ໃນ​ທາມ​ກາງ​ສຽງ​ຄ້ອງ, ສຽງ​ກອງ, ທຸກ​ຄົນ​ລ້ວນ​ແຕ່​ພ້ອມ​ກັນ​ຟ້ອນ​,​ເຕັ້ນ​ຢູ່​ອ້ອມ​ແສງໄຟ. ຢູ່​ອ້ອມ​ເຕົາ​ໄຟ​ໃນ​ເຮືອນ​ຣົງ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ຮ້ອງ​​ລຳ​ທຳ​ເພງ,  ໄວ​ຫນຸ່ມ​​ຮັບ​ຟັງ​ບັນ​ດາ​ເລື່ອງ​ລາວ​​ຊີ​ວິດເພື່ອ​ຖອດ​ຖອນ​ບົດ​ຮຽນ.

        ສຳ​ລັບ​ຊາວ​ເຜົ່າ ຮ່າ​ຍີ່ ຢູ່​ເຂດ​ພູ​ສູງ​ພາກ​ເຫນືອ​ຫວຽດ​ນາມ ປະ​ຈຸ​ບັນ​ຍັງ​ຄົງ​ຮັກ​ສາ​ການ​ບູ​ຊາ​​ເຈົ້າ​ໄຟ. ຢູ່​ເຕົາ​ໄຟ​ໃນ​ຫ້ອງ​ໂຖງ, ຊາວ​ເຜົ່າ ຮ່າ​ຍີ່ ເຄີຍ​​​ເອົາ​ກ້ອນ​ຫີນ​ທີ່​ສັກ​ສິດ​ມາ​ວາງ​ໃສ່, ແລະ ຖື​ວ່າ ການ​ປະ​ກົດ​ຕົວ​ຂອງ​ເຈົ້າ​ໄຟ​ມື່ອ​ມາເບິ່ງ​ແຍງ​ຊີ​ວິດ​ຂອງ​ຄອບ​ຄົວ. ເຕົາ​ໄຟ​ບໍ່​ພ​ຽງ​ແຕ່​ແມ່ນ​ປຸງ​ແຕ່ງ​ອາ​ຫານ​ເທົ່າ​ນັ້ນ ຫ​າກ​ຍັງເປັນ​ບ່ອນ​ສະ​ແດງກິ​ລິ​ຍາ​ມາ​ລະ​ຍາດ​ຂອງ​ແມ່​ຍິງ​ອີກ​ດ້ວຍ.ແຕ່​ລະ​ເຊົ້າ, ວຽກ​ທຳ​ອິດ​ຂອງ​ແມ່​ຍິງ​ຂອງ​ຊາວ​ເຜົ່າ​ ຮ່າ​ຍີ່ ທີ່​ຈະ​ຕ້ອງ​ເຮັດແມ່ນ​ດັງ​ໄຟ​ຕົ້ມ​ນ້ຳ. ການ​ດັງ​ໄຟ​ນີ້​ແມ່ນ​ມີ​ຄ​ວາມ​ໝາຍ​ສະ​ແດງ​ໃຫ້​ເຫັນ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄອບ​ຄົວ. ໃນ​ຊຸມມື້​ຕົ້ນ​ປີ​ໃຫມ່, ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ, ວັນ​ບຸນ​ອື່ນ ການ​ດັງ​ໄຟ​ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ເ​ຈົ້າ​ເຕົາ​ໄຟ, ຕໍ່​ປູ່​ຍ່າ​ຕ່າ​ຍາຍ.

ບໍ່​ພ​ຽງ​ແຕ່​ມາ​ປະກອບ​ໃນ​ເຮືອນ​ຮ້ານ​ເທົ່າ​ນັ້ນ, ເຕົາ​ໄຟ​ຍັງ​ແມ່ນ​ບ່ອນ​ເພື່ອ​ໃຫ້​ຊາວ​ຊົນ​ເຜົ່າ​ຖ່າຍ​ທອດ​ໃຫ້​ລຸ້ນ​ຫນຸ່ມ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ອ​ີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ