ເພື່ອມໍລະດົກຂຽວ, ສະອາດ : ບົດຮຽນຈາກໂຫ້ຍອານ

 ເພື່ອມໍລະດົກຂຽວ, ສະອາດ : ບົດຮຽນຈາກໂຫ້ຍອານ - ảnh 1ຖະໜົນເກົ່າໂຫ້ຍອານ

   ການອະນຸລັກຮັກສາມໍລະດົກຕິດພັນກັບການທ່ອງທ່ຽວແບບຍືນຍົງ ແມ່ນການ ກຳນົດທິດທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຢູ່​ຫຼາຍ​ປະ​ເທດ​ອື່ນ​ອີກ​ດ້ວຍ. ດ້ວຍ​ລັກສະນະ​ພິ​ເສດ​ຂອງ​ຂະ​ແໜງ​ທ່ຽວ​ທ່ຽວ, ວຽກ​ງານອະນຸລັກຮັກສາມໍລະດົກພັດ​ແມ່ນ​ເລື່ອງ​ສຳຄັນ​ຍິ່ງ​ກ່ວາ​ເວ​ລາ​ໃດ​ໝົດ. ພິ​ເສດ​ແມ່ນ​ສຳລັບ ​ໂຫ້​ຍອານ, ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ທີ່​ສະຫວ່າງ​ສະ​ໄຫວ​ຂອງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໃນ​ປະຈຸ​ບັນ. ວັນມໍລະດົກ​ວັດທະນະທຳ​ຫວຽດນາມ (23/12) ປີ​ນີ້​ມີ​ຫົວ​ຂໍ້​ວ່າ “ ວັດທະນະທຳ​ທ່ອງ​ທ່ຽວມໍລະດົກ​ຂຽວ, ຈຸດ​ນັດ​ພົບ​ຂອງ​ມະນຸດ ​ແລະ ທຳ​ມະ​ຊາດ”

      ຕົ້ນ​ຊຸມ​ປີ 1990, ໂຫ້​ຍອານ​ໃນ​ຄາວ​ນັ້ນ, ​ແມ່ນ​ຄຸ້ມຖະໜົນ​ເກົ່າຊຶ່ງ​ໄດ້​ເສື່ອ​ມ ຄຸນ​ນະພາ​ບ, ຊີວິດ​ຂອງ​ປະຊາຊົນ​ຍັງ​ທຸກຍາກຢູ່. ມີ​ບັນດາ​ປູ​ຊະນີ​ຍະສະ​ຖານຄື​ວັດວາອາ​ຮາມ ​ແລະ ​ເຮືອນ​​ເກົ່າ​ຫຼາຍ​ຫຼັງທີ່​ມີ​ມາ​ນັບ​ຮ້ອຍ​ປີ ພວມ​ຖືກ​ຕົກ​ໃນ​ສະພາບ​ຖືກ​ພັງ​ຖະຫຼົ​່ມ​ໃນ​ບໍ່​ວ່າ​ເວລາ​ໃດ. ​ໃນ​​ເຮືອນ​​ເກົ່າແຕ່​ລະ​ຫຼັງ, ສ່ວນ​ຫຼາຍ​ແມ່ນ​ມີ​ເຖິງ 4 ຫາ 5 ລຸ່ນຄົນ​​ໃນ​ຄອບຄົວ​ຢູ່​ຮ່ວມກັນ ດ້ວຍ​ເງື່ອນ​ໄຂ​ຊີວິດ​ປະຈຳ​ວັນ​ທີ່​ຫຍຸ້ງຍາກ​ທີ່​ສຸດ. ປະຊາຊົນ​ໃນ​ຄຸ້ມ​ເມືອງ​ໄດ້​ຍືນ​ຄຳ​ຮ້ອງ​ນັບ​ຮ້ອຍ​ໃບ​ເຖິງ​ອຳນາດ​ການ​ປົກຄອງ​ເທດສະບານ​ເມືອງ ​ເພື່ອ​ຂໍ​ກໍ່ສ້າງສ້ອມ​ແປງ​ເຮືອນ​ເກົ່າ. ປະທານ​ຄະນະ​ກຳມະການ​ປະຊາຊົນ​ເທດສະບານ​ ໂຫ້​ຍອານ ຄາວ​ນັ້ນ ​ແມ່ນທ່ານ ຫງວຽນ​ຊຶ ​ໄດ້​ເຄີຍ​ເຊັນ ​ແລະ ປະກາດ​ໃຊ້​ຂໍ້​ຕົກລົງ​ສະບັບ​ໜຶ່ງ ຊຶ່ງ​ໃນ​ໄລຍະ​ພາຍຫຼັງມາ, ​ທ່ານຍັງ​ຄົງ​ກັງ​ວົນ ແລະ ຖືຕົນເອງຄືດັ່ງຜູ້ບໍ່ມີຄວາມຮັບຜິດຊອບ. ກໍໂຊກດີຄາວນັ້ນ ບໍ່ມີໃຜເປັນຜູ້ຮັບເຄາະຮ້າຍ ຍ້ອນເຮືອນພັງຖະຫຼົ່ມ. ທ່ານ ຫງວຽນຊື ເວົ້າວ່າ :

    “ ການປຸກເຮືອນຫຼັງໃໝ່ ແມ່ນຈາຍເງິນໜ້ອຍກ່ວາ 5 ເທົ່າເມື່ອທຽບໃສ່ການ ບູລະນະປະຕິສັງຂອນ​ເຮືອນ​ເກົ່າ​ຫຼັງ​ໜຶ່ງ. ບັນດາ​ຄອບຄົວ​ໃນ​ຄຸ້ມ​ເມືອງ​ມາ​ຍືນ​​ໃບຄຳ​ຮ້ອງຂໍ​ສ້ອມ​ແປງ​ເຮືອນ​ຕາມ​ແບບ​​ເຮືອນໃໝ່, ຂ້າພະ​ເຈົ້າ​ບໍ່​ອະນຸຍາດ. ​ແລ້ວ​ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ : ຖ້າ​ຫາກ​​ເຈົ້າ​ບໍ່​ອະນຸຍາດ, ​ເຈົ້າ​ຕ້ອງ​ຈົດ​ໃສ່ໃບຄຳ​ຮ້ອງວ່າ ບໍ່​ເຫັນ​ດີ​ໃຫ້ ສ້ອມ​ແປງ​ເຮືອນ, ​ແລະ ຖ້າ​​ເຮືອນ​ພັງ​ລົງ, ມີ​ຄົນຕາຍ, ​ເຈົ້າ​ຕ້ອງ​ຮັບຜິດ​ຊອບ​ແທ້. ຂ້າພະ​ເຈົ້າ​ໄດ້​ຂຽນ​ວ່າ “ເຫັນ​ດີ​ໃຫ້ສ້ອມ​ແປງ​ເຮືອນ, ​ແຕ່​ຕ້ອງສ້ອມ​ແປງ​ເຮືອນຕາມ​ແບບ​ດັ້ງ​ເດີມຂອງ​ມັນ”. ຂ້າພະ​ເຈົ້າ​ຄິດວ່າ ນີ້​ແມ່ນ​ຄຳ​ເຫັນທີ່​ມີ​ຄວາມ​ຮັບຜິດຊອບ ​ໃນ​ຖານະ​ເປັນ​ຜູ້​ດຳລົງຕຳ​ແໜ່​ງປະທານ​ເທດສະບານ, ​ແຕ່​ສັງ​ເກດ​ທາງ​ດ້ານປັດ​ໄຈ​ມະນຸດ, ພວກ​ຂ້າພະ​ເຈົ້າ​ແມ່ນ​ຜູ້​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່, ທາງ​ດ້ານ​ເນື້ອ​ແທ້​ແລ້ວ, ​ແມ່ນ​ບໍ່ມີ​ຄວາມ​ຮັບຜິ​ດຊອບ. ຍ້ອນ​ວ່າ ​ເຂົາ​ເຈົ້າບໍ່​ມີ​ເງິນ​ສ້ອມ​ແປງ​ເຮືອນ​ເກົ່າ​ແລ້ວ, ​ເຮົາ​ກໍ​ຈົດ​ແນວ​ນັ້ນ ກໍ​​ແມ່ນ​ໜ້າ​ທີ​ຮັບຜິດຊອບຂອງ​ເຮົາ, ​ແຕ່​ຕ້ອງສ້ອມ​ແປງ​ເຮືອນຕາມ​ແບບ​ດັ້ງ​ເດີມນັ້ນ, ມັນກໍ​ເຊັ່ນດຽວ​ກັນ​ກັບ​ການ​ທ້າ​ພະນັນ​ແທ້ ”

    ກຳລັງ​ດັນ​ຈາກ​ການ​ດຳລົງ​ຊີວິດ ​ໄດ້​ເຮັດ​ໃຫ້​ຫຼາຍ​ຄອບຄົວ​ຢູ່ ໂຫ້​ຍອານ ໂດຍບໍ່ຫົວຊາຕໍ່ຂໍ້​ຕົກລົງເກືອດ​ຫ້າມ, ​ໄດ້​ມ້າງ​ເຮືອນ​ເກົ່າ​ຕາມ​ລຳພັງ​ໃຈ​ເພື່ອ​ປຸກ​ເຮືອນ​ໃໝ່ ອັນ​ໄດ້​ໄດ້​ພາ​ໃຫ້​ເລື່ອງ​ທ່ານ ຫງວຽນ​ຊຶຕ້ອງ​ອອກ​ຄຳ​ສັ່ງ​ບັງຄັບ​ປະຕິບັດ. ຕໍ່ໜ້າສະພາບການດັ່ງກ່່າວ, ທ່ານ ຊຶ ໄດ້ເຂົ້າໃຈວ່າ ບໍ່ອາດສືບຕໍ່ຕົກຢູ່ໃນສະພາບທີ່ສັບສົນດັ່ງກ່າວ ເພາະສິ່ງທີ່ຖືກສູນເສຍຢູ່ນີ້ ບໍ່ພຽງແຕ່ແມ່ນມໍລະດົກເທົ່ານັ້ນ ຫາກຍັງແມ່ນຈິດໃຈຂອງປະຊາຊົນ. ເພື່ອ ແກ້ໄຂແຜນການອະນຸລັກຮັກສາ ແລະ ພັດທະນາ, ທາງຄະນະ​ກຳມະການ​ປະຊາຊົນ​ເທດສະບານ​ ໂຫ້​ຍອານ ສັງເກດວ່າ ບຸລິມະສິດອັນດັບໜຶ່ງ ແມ່ນຕ້ອງໃຫ້ຊາວຄຸ້ມເມືອງເກົ່າໄດ້ຮັບຜົນປະໂຫຍກຈາກມໍລະດົກ. ຖັດມາແມ່ນແມ່ນຕ້ອງຊ່ວຍປະຊາຊົນມີເງິນສ້ອມແປງເຮືອນເກົ່າຕາມແບບດັ້ງເດີມ. ພ້ອມກັນນັ້ນ ກໍມີແຜນນະໂຍບາຍດຶງດູດແຂກທ່ອງທ່ຽວ ແລະ ສົ່ງເສີມ ປະຊາຊົນ​ເຮັດ​ທຸລະ​ກິດ​ຄ້າຂາຍ​ສິນຄ້າ​ຮັບ​ໃຊ້​ການທ່ອງທ່ຽວ. ທ່ານ ຫງວຽນຊື ເວົ້າອີກວ່າ : (ເທບ)

   “ ​ໃນ​ເບື້ອ​ງຕົ້ນ, ​ເຂົາ​ເຈົ້າ​ກໍ​ສາມາດ​ຫາ​ເງິນ​ລ້ຽງ​ຄອບຄົວ, ລ້ຽງ​ຕົນ​ເອງ, ​ໄລຍະ​ຕໍ່​ມາ, ​ເຂົາ​ເຈົ້າສາມາດ​ສ້າງ​ຄວາມ​ຮັ່ງມີ​ຂຶ້ນ, ຊຶ່ງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ເຫັນ​ໄດ້​ເຖິງ​ຄຸນຄ່າ​ມໍລະດົກ​ທີ່​ປູ​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້ ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ມັນ​ບໍ່ພຽງ​ແຕ່​ແມ່ນ​ຄວາມ​ເອງ​ອ້າງ​ທະ​ນົງ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ອີກ​ດ້ວຍ. ​ເວລາ​ນັ້ນ ​ເຂົາ​ເຈົ້າ​ຈະ​ມີ​ສະຕິ​ປົກ​ປັກ​ຮັກສາ​ມໍລະດົກຢ່າງ​ສູງ​ສຸດ”

   ລຸງ ທ້າຍ​ເທ້ບິ​ວ ຢູ່​ຖະໜົນ ​ເຈີ​ນຟູ້ ຕາ​ແສງ ມິ​ງອານ ນະຄອນ ໂຫ້​ຍອານ ​ໃຫ້​ຮູ້​ວ່າ :

    “ ຂ້າພະ​ເຈົ້າ​ບໍ່​ມີ​ເງິນ​ຫຼາຍ​ເພື່ອ​ສ້ອມ​ແປງ​ເຮືອນ, ເຮືອນ​ເກົ່າຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ເງິນຊ່ວຍ​ເຫຼືອ​​ຫຼາຍ​ກ່ວາໝູ່ ​ເພາະ​ເຮືອນ​ຫຼັງ​ນີ້​ຖືກ​ລັດ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາປູຊະນີຍະ​ສະຖານ​ພິ​ເສດ. ເຮືອນ​ເກົ່າຂອງ​ຂ້າພະ​ເຈົ້າ​​ໄດ້​ມີ​ມາ​ກ່ອນ​ນີ້​ເກືອບ 300 ປີ. ຂ້າພະ​ເຈົ້າ​ເພິ​່ງພໍ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​ໄດ້​ບູລະນະສ້ອມແປງ ເຮືອນເກົ່າຕາມແບບ ດັ້ງເດີມ”

   ປະຈຸ​ບັນ ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຂະຫຍາຍຕົວ, ຮ້ານ​ຕັດຫຍິບ​ຂອງ​ລູກ​ສາວ​ລຸງ ບິ​ວ ມີ​ເນື້ອ​ທີ່​ພຽງ 50 ຕາ​ແມດ​ເທົ່າ​ນັ້ນ ກໍ​ໄດ້​ສາມາດ​ນຳ​ມາ​ເຊິ່ງລາຍ​ຮັບ​ທີ່​ດີ​ໃຫ້​ແກ່​ຄອບຄົວ. ບັນດາ​ນະ​ໂຍບາຍ​ຍົກ​ເວັ້ນພາສີ​ໃນ​ເບື້ອງ​ຕົ້ນ ​ແລະ ນະ​ໂຍບາຍ​ໜູນ​ຊ່ວຍ​ປະ​ຊາຊົນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ໄດ້​ເຮັດ​​ໃຫ້​ຊີວິດ​ຂອງຫຼາຍ​ຄອບຄົວ​ໃນ ໂຫ້​ຍອານ ປ່ຽນ​ແປງ​ໄປ. ລຸງ ຝ້າ​ມວັນ​ຄວາ, ​ເຈົ້າ​ຂອງ​ຮ້າຍ​ຂາຍ ​ໂຄມ​ໄຟ ຢູ່​ເຮືອນ​ເລກທີ 122 ຖະໜົນ ​ເຈີ​ນຟູ້​ເລົ່າ​ສູ່​ຟັງວ່າ :

    “ ​ໃນ​ສະ​ໄໝ​ເກື້ອກູນ, ຄອບຄົວ​ຂ້າພະ​ເຈົ້າປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່່າງ, ຕ້ອງ​ເຮັດ​ຫຼາຍ​ອາຊີບ​ທີ່​ແຕກ​ຕ່າງ​ກັນ. ​ໄລຍະ​ຕໍ່​ມາ, ມີ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ, ດັ່ງ​ນັ້ນ​ຊີວ​ິດການ​ເປັນ​ຢູ່​ໄດ້​ດີ​ຂຶ້ນ. ປະຈຸ​ບັນ​ທັງ​ຄອບຄົວ​ຂ້າພະ​ເຈົ້າ ອາ​ໄສ​ແຕ່​ຮ້ານ​ຂາຍ​ໂຄມ​ໄຟ, ລາຍ​ຮັບ​ກໍ​ດີ. ຂ້າພະ​ເຈົ້າມີ​ຄວາມ​ເພິ​່ງພໍ​ໃຈ ​ເພາະ​ວຽກ​ງານ​ນີ້​ບໍ່​ລຳບາກ ”

     ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ບັນດາ​ຄອບຄົວ​ຢູ່​ຕາມ​ທາງ​ຮອມ, ບໍ່​ສາມາດ​​ເປີດ​ຮ້ານຂາຍ​ເຄື່ອງ​ໄດ້, ທາງ​ອຳນາດ​ການ​ປົກຄອງ​ເທດສະບານ​ ໂຫ້​ຍອານ ​ໄດ້​ມີ​ບັນດາ​ກົນ​ໄກ​ບຸລິມະສິດ​ຊ່ວຍ​ເຂົາ​ເຈົ້າ​ຕັ້ງ​ຮ້ານ​ຂາຍ​ເຄື່ອງຢູ່​ຕະຫຼາດ​ມືດ ຫງວຽນ​ຮ່ວາງ ​ແຕ່ 17 ​ໂມງ ຫາ 22 ​ໂມງ ​ແຕ່​ລະ​ວັນ. ນາງ​ ​ເລ​ທິທົງ ​ເປີ​ດ​ເຜີຍ​ວ່າ  :

 “ ​ເຮືອນ​ຂອງ​ນ້ອງ​ຢູ່ໂຫ້​ຍອານ ບໍ່​ແມ່ນ​ເຮືອນ​ແຄມ​ທາງ, ດັ່ງ​ນັ້ນ ທາງ​ນະຄອນ​ໄດ້​ຈັດ​ແຈ່ງ ຮ້ານ​ຂາຍ​ເຄື່ອງ​ໃຫ້​ນ້ອງ. 2 ປີ​ທຳ​ອິດ ກໍ​ຍົກ​ເວັ້ນອາກອນ. ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ນ້ອງ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ​ແລະ ສາມາດ​ປຸກ​ສ້າງ​ສ້ອມ​ແປງ​ເຮືອນ ​ແລະ ຊື້​​ໄດ້ເຄື​ອ່ງ​ໃຊ້​​ໄມ້​ສອຍ​ໃນ​ເຮືອນ ”

    ຈາກບ່ອນ​ທີ່​ຫຍຸ້ງຍາກ​ລຳບາກ​ຍ້ອນ​ມໍລະດົກ, ຊາວໂຫ້​ຍອານ​ໃນ​ວັນ​ນີ້ ​ໄດ້​ປ່ຽນ​ຊີວິດໃໝ່ ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ມໍລະດົກ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຄົາລົບ ​ແລະ ຖະໜຸຖະໜອມ​ມໍ​ລະ​ດົກ​ໂດຍຄົນ​ລຸ່ນກ່ອນໆ​ປະ​ໄວ້​ໃຫ້. ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ອອກ​ແຮງ​ປົກ​ປັກ​ຮັກສາ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ໃຫ້​ມີ​ບັນດາ​ຄຸນຄ່າ​ໃໝ່​ໃຫ້​ແກ່​ມໍລະ​ດົກອີກ​ດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ