(VOVWORLD) -ປີ 2009, ຂັບກວານເຫາະຂອງ ຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ພາຍຫຼັງໄດ້ຮັບການຮັບຮອງເປັນເວລາ 10, ບັກນິງ ເຊິ່ງແມ່ນອູ່ໃຫ້ກຳເນີດປະເພດສິລະປະພື້ນເມືອງນີ້ ໄດ້ປະຕິບັດບັນດາເນື້ອໃນເຊິ່ງ ຫວຽດນາມ ໄດ້ໝັ້ນໝາຍກັບ Unesco ກ່ຽວກັບການອະນຸລັກຮັກສາສິລະປະຂັບກວານເຫາະໃຫ້ເປັນຢ່າງດີ
ການສະແດງຂັບກວານເຫາະ |
ຢູ່ທີ່ເຂດ ກິງບັກເມື່ອກ່ອນນີ້ ເຊິ່ງແມ່ນອູ່ໃຫ້ກຳເນີດຂັບກວານເຫາະ, ຢູ່ແຫ່ງນີ້ແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງແຂວງ ບັກຢາງ ແລະ ບັກນິງໃນວັນນີ້, ບັນດານັກສິລະປິນເພດຊາຍ ແລະ ເພດຍິງໄດ້ ແລະ ພວມເກັບຮັກສາສ້າງສິລະປະຂັບກວານເຫາະເກົ່າ, ເພື່ອຮັກສາໃຫ້ຍືນຍົງໃນຊີວິດຍຸກທັນສະໄໝ. ທີ່ງານ Fetstival-ກັບເມືອເຂດຂັບກວານເຫາະປີ 2019 ແລະ ສະເຫຼີມສະຫຼອງ 10 ປີແຫ່ງສິລະປະຂັບກວານເຫາະ ບັກນິງ ເຊິ່ງຖືກຈັດຂຶ້ນໃນວັນທີ 23 ກຸມພາ ປີ 2019 ທີ່ຜ່ານມາ, ທ່ານ ຫງວຽນ ຕື ກວິ່ງ ປະທານກຳມະການປະຊາຊົນແຂວງ ບັກນິງ ໄດ້ຢືນຢັນວ່າ: 10 ປີທີ່ຜ່ານມາ, ບັກນິງ ໄດ້ປະຕິບັດບັນດາເນື້ອໃນທີ່ ຫວຽດນາມ ໄດ້ໝັ້ນໝາຍກັບອົງການ Unesco ກ່ຽວກັບການອະນຸລັກຮັກສາສິລະປະຂັບກວານເຫາະເປັນຢ່າງດີຄື ການສອນ, ຖ່າຍທອດ, ຟື້ນຟູລາຍການສະແດງພື້ນເມືອງ, ໂຄສະນາອອກສູ່ໂລກ; ລົງທຶນທາງດ້ານພື້ນຖານວັດຖຸ. ພິເສດແຂວງ ບັກນິງ ແມ່ນແຂວງນຳໜ້າ ແລະ ມີພຽງແຂວງດຽວໃນທົ່ວປະເທດ ທີ່ມາຮອດປັດຈຸບັນມີນະໂຍບາຍອຸດໜູນໃຫ້ແກ່ນັກສິລະປິນຂັບກວານເຫາະໃນແຕ່ລະປີ. ຂັບກວານເຫາະມີພະລັງຊີວິດໃໝ່, ເຈືອຈານເຂົ້າກັບລົມຫາຍໃຈຂອງຍຸກສະໄໝ. ທ່ານ ຫງວຽນ ຕື ກວິ່ງ ໃຫ້ຮູ້ວ່າ:
“ຂັບກວານເຫາະໄດ້ນຳມາເຊິ່ງພະລັງຊີວິດໃໝ່, ເຊື່ອມຕົວເຂົ້າກັບລົມຫາຍໃຈຂອງຍຸກສະໄໝ. ຄວາມຮັກແພງຂອງຊາວບ້ານຂັບກວານເຫາະ ຍາມໃດກໍ່ຖືກເວົ້າເຖິງ ປຽບເໝືອນສີສັນຂອງເຂດ ກິງບັກ. ສິ່ງທີ່ຖະນຸຖະໝອມທີ່ສຸດ ແມ່ນສະຕິຄວາມຮັບຜິດຊອບຂອງວົງຄະນາຍາດ ກ່ຽວກັບຄຸນຄ່າຂອງມໍລະດົກທີ່ນັບມື້ນັບເລິກເຊິ່ງກວ່າເກົ່າ. ພິເສດ ນັ້ນແມ່ນຄວາມສຸມຈິດສຸມໃຈຂອງບັນດາບຸກຄົນ ແລະ ທັງວົງຄະນາຍາດຂັບກວານເຫາະ ເຊິ່ງແມ່ນບັນດານັກສິລະປິນ, ນັກສິລະປະການທີ່ໄດ້ສຸດຈິດສຸດໃຈ ອາສາສະໝັກຖ່າຍທອດອາຊີບຄືນໃຫ້ລຸ້ນຄົນສືບທອດ”.
ຈາກບ່ອນມີພຽງ 49 ໝູ່ບ້ານຂັບກວານເຫາະ ແລະ 34 ສະໂມສອນ, ມາຮອດປັດຈຸບັນແຂວງ ບັກນິງ ໄດ້ມີ 369 ໝູ່ບ້ານຂັບກວານເຫາະ, 381 ສະໂມສອນ ດ້ວຍສະມາຊິກກວ່າ 10.000 ຄົນເຂົ້າຮ່ວມ. ຂັບກວານເຫາະໄດ້ແຜ່ຂະຫຍາຍ, ອອກສູ່ທຸກໆໝູ່ບ້ານຕາແສງ ແລະ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ,ເຊິ່ງພົ້ນເດັ່ນຂຶ້ນແມ່ນສະແດງອອກຜ່ານບັນດາງານບຸນ ແລະ ໃນຊີວິດປະຈຳວັນຂອງປະຊາຊົນ.
ໃນບ້ານ ຮິ້ວງີ ທີ່ຕາແສງ ນິງເຊີນ ເມືອງ ຫວຽດອຽນ ແຂວງ ບັກຢາງ ກໍ່ມີສະໂມສອນຂັບກວານເຫາະ ເຊິ່ງໄດ້ເຄື່ອນໄຫວຢູ່ສະເໝີມາແຕ່ 20 ກວ່າປີມານີ້. ສິ່ງພິເສດແມ່ນຢູ່ບ່ອນວ່າ ບັນດາສະມາຊິກໃນສະໂມສອນສ່ວນຫຼາຍແມ່ນພວກພໍ່ຕູ້ແມ່ຕູ້ອາຍຸຈາກ 65 ປີ ຫາ 80 ປີ. ໃນມື້ທຳມະດາເຂົາເຈົ້າແມ່ນຊາວກະສິກອນ, ພໍ່ຄ້າຊາວຂາຍ ຫຼື ອ້າຍຄູເອື້ອຍຄູທີ່ໄດ້ພັກບຳນານແລ້ວ. ແຕ່ເມື່ອໄດ້ນຸ່ງຊຸດເພື່ອສະແດງຂັບກວານເຫາະ ເຂົາເຈົ້າກໍ່ໄດ້ກາຍເປັນນັກສິລະປິນທີ່ມີສະເໜ່ທີ່ສຸດ. ແມ່ຕູ້ ຫງວຽນທິໂມ ແລະ ແມ່ຕູ້ ຫງວຽນທິຫວນ ປີນີ້ອາຍຸ 80 ແລ້ວ ເຂົາເຈົ້າແມ່ນສອງເອື້ອຍນ້ອງຄີງທີ່ດຳເນີນຊີວິດຮ່ວມໃນສະໂມສອນ. ແມ່ນຕູ້ໄດ້ເລົ່າສູ່ຟັງວ່າ:
“ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າກໍ່ໄດ້ຮຽນຕາມພວກເອື້ອຍ ພວກແມ່ປ້າ, ເຂົາເຈົ້າສອນແນວໃດ ກໍ່ຂັບຮ້ອງໄປຕາມຄືແນວນັ້ນ. ຄາວຍັງນ້ອຍ, ໝູ່ບ້ານ ຕອນນັ້ນ ກໍ່ຍັງບໍ່ທັນມີຂະບວນການເທື່ອ, ປັດຈຸບັນ ໄດ້ພັກກິນເບ້ຍບຳນານຈຶ່ງຮ່ວມຊີວິດໃນສະໂມສອນ. ທຳນອງເພງເກົ່າຂັບກໍ່ຍາກແລ້ວ ແຕ່ຄວາມໝາຍເລິກເຊິ່ງທີ່ສຸດ”.
ທ່ານ ເຈິ່ນວັນເຖ ຫົວສະໂມສອນ ໃຫ້ຮູ້ວ່າ: ທ່ານພ້ອມກັບພັນລະຍາຂອງທ່ານແມ່ນນັກສິລະປິນ ສອງຄົນກໍ່ພ້ອມກັບນັກສິລະປິນ, ນັກສິລະປະການອື່ນໆໃນໝູ່ບ້ານເປີດຊຸດຮຽນເພື່ອຖ່າຍທອດໃຫ້ບັນດາຜູ້ຄົນທີ່ເມົາມົວກັບຂັບກວານເຫາະ, ພິເສດແມ່ນພວກຫຼານນ້ອຍ. ຢູ່ໝູ່ບ້ານ ຮິ້ວງີ, ເດັກຫຼາຍຄົນທີ່ກຳລັງຮຽນຢູ່ອະນຸບານ ບໍ່ທັນຮູ້ໜັງສືແຕ່ກໍ່ສາມາດຂັບໄດ້ສອງສາມຄວາມ, ມີຫຼາຍຄອບຄົວປະກອບດ້ວຍສາມສີ່ລຸ້ນຄົນກໍ່ພ້ອມກັນຂັບຮ້ອງ. ທ່ານ ເຈິ່ນວັນເຖ ເວົ້າວ່າ:
“ໄວໜຸ່ມໃນໝູ່ບ້ານກໍ່ມີຄວາມຊົມຊອບຂັບກວານເຫາະທີ່ສຸດ, ເຂົາເຈົ້າກໍ່ໄດ້ລົງເລິກກ່ຽວກັບສິລະປະຂັບກວານເຫາະ, ສາມາດຮັບເອົາບົດຮຽນໄດ່້ໄວ, ຟັງສອງສາມເທື່ອກໍ່ສາມາດຂັບຮ້ອງໄດ້ເລີຍ. ບັນດາຄົນລຸ້ນໜຸ່ມກໍ່ຍັງຕ້ອງຝຶກແອບຮ່ຳຮຽນແລກປ່ຽນນຳກັນເພື່ອຖ່າຍທອດໃຫ້ລຸ້ນຄົນໃນອະນາຄົດ”.
ບໍ່ພຽງແຕ່ຢູ່ບ້ານ ຮິ້ວງີ ເທົ່ານັ້ນ ຂັບກວານເຫາະກໍ່ແມ່ນຈຸດວັດທະນະທຳທີ່ໄດ້ຮັບການອະນຸລັກຮັກສາຢູ່ 17 ໝູ່ບ້ານຂັບກວານເຫາະອື່ນຢູ່ຝັ່ງກ້ຳເໜືອຂອງແມ່ນ້ຳເກົ່າ ແລະ ບັນດາໝູ່ບ້ານອື່ນໆໃນແຂວງ ບັກຢາງ. ຕາມຂະແໜງວັດທະນະທຳແຂວງ ບັກຢາງ ມີນັກສິລະປະການ, ນັກສິລະປິນທີ່ດີເດັ່ນຈຳນວນ 10 ຄົນໄດ້ຮັບການເຊີດຊູ, ແຕ່ກໍ່ມີນັກສິລະປະການນັບ 100 ຄົນອື່ນຢູ່ບັນດາໝູ່ບ້ານຕາແສງກໍ່ພວມຮັກສາສິລະປະຂັບກວານເຫາະ ຂອງບ້ານເກີດເມືອງນອນອີກດ້ວຍ.