ເພື່ອໃຫ້ຂັບວີຢ້ຳສົມເປັນມໍລະດົກວັດທະນະທຳຂອງມວນມະນຸດ

(vovworld)-  ພາຍຫຼັງພິທີ​ຮັບ​ນາມ​ມາ​ຍົດ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດຢ່າງ​ເບີກ​ບານມ່ວນ​ຊື່ນ​ນັ້ນ, ການ​ນຳ​ສອງ​ແຂວງ​ເງະ​ອານ ​ແລະ ຮ່າ​ຕິ້ງ ​ໄດ້​ໃຫ້ຄຳໝັ້ນສັນຍາ​ຈະອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ. ​ແນ່ນອນ​ວ່າ, ວຽກງານ​ດັ່ງກ່າວ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ເລື່ອງ​ຮັກສາ​ບັນດາ​ສະ​ໂມ​ສອນ​ຂັບ​ວີ​ຢ້ຳຢູ່​ບ້ານ​ຕ່າງໆ ​ໄດ້​ປະກອບສ່ວນ​ປັບປຸງ ​ແລະ ຮັກສາ​ບັນດາ​ທຳນອງ​ເພງ​ວີ​ຢ້ຳ​ໃນ​ວົງ​ຄະນາ​ຍາດ.

ເພື່ອໃຫ້ຂັບວີຢ້ຳສົມເປັນມໍລະດົກວັດທະນະທຳຂອງມວນມະນຸດ - ảnh 1

(ພາບ​: www.baomoi.com)

​  ເອື້ອຍ​ເຈິ່ນທິ​ເຮືອງ ​ເຂົ້າຮ່ວມ​ສະ​ໂມ​ສອນ​ເພງ​ພື້ນ​ເມືອງ​ຕາ​ແສງ​ກິ​ງ​ເຮົ້າ, ​ເມືອງ​ກິງລຶວ, ​ແຂວງ​ເງະ​ອານ ​ເປັນ​ເວລາ 10 ປີ​ເຕັມ​ແລ້ວ. ວຽກ​ໄຮ່​ການ​ນາ​ຍາມ​ໃດ​ກໍ່​ຄັບຄາ​, ສະນັ້ນ, ​ເລື່ອງ​ຮັກສາ​ການ​ເຄື່ອນ​ໄຫວຂອງ​ສະ​ໂມ​ສອນ​ແມ່ນ​ຄວາມ​ມານະພະຍາຍາມ​ອັນ​ໃຫ່ຍຫຼວງ​ຂອງ​ບັນດາ​ສະມາຊິກສະ​ໂມ​ສອນ. ພວກ​ເອື້ອຍ​ທັງ​ຮຽນ​ຮ້ອງ​ເພງ, ທັງ​ຮຽບຮຽງ, ຈົດ​ກ່າຍ​ເນື້ອ​ເພງ​ຂັບ​ວີ​ຢ້ຳບູຮານ​​ເພື່ອ​ສືບ​ທອດ​ໃຫ້​ແກ່​ລູກ​ຫຼານ. ​​ເອື້ອຍ​ເຮືອງໃຫ້​ຮູ້​ວ່າ:

   “​​​​​​​ຍ້ອນມີຄວາມເມົາມົວຕໍ່ຂັບວີຢ້ຳ, ​ເມື່ອເຫັນວ່າພວກອ້າເອື້ອຍເຂົ້າຮ່ວມຂ້າພະເຈົ້າກໍ່ເຂົ້າຮ່ວມສະໂມສອນ. ຂ້າພະເຈົ້າໄດ້ຮັບການລະດົມກຳລັງ​​ໃຈຈາກພວກອ້າຍເອື້ອຍ ພ້ອມກັບຄວາມເມົາມົວຂອງຕົນ, ຂ້າພະເຈົ້າພະຍາຍາມຝຶກແອບວິທີຂັບວີຢ້ຳ​​ເພື່ອໃຫ້ສຽງເພງຂອງຕົນມ່ວນກ່ວາ “.

ເພື່ອໃຫ້ຂັບວີຢ້ຳສົມເປັນມໍລະດົກວັດທະນະທຳຂອງມວນມະນຸດ - ảnh 2

 (ພາບ​: danviet.vn)

​    ​ໂດຍ​ມີ​ຄວາມ​ນິຍົມ​ຂັບ​ວີ​ຢ້ຳພື້ນ​ເມືອງ​ນັບ​ແຕ່​ຄາວ​ຍັງ​ນ້ອຍ, ​ເອື້ອຍ​ຟ້າ​ມ​ແອ​ງງອກ, ອາຈານ​ສອນ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ວິ​ງ​ເຕີນ, ນະຄອນ​ວິ​ງ, ​ແຂວງ​ເງະ​ອານ ​ໃຫ້​ຮູ້​ວ່າ: ​ເມື່ອ​ຂະ​ບວນການ​ຂັບ​ເພງ​ພື້ນ​ເມືອງ​ໄດ້​ແຜ່​ຂະຫຍາຍ​ລົງ​ບັນດາ​ໂຮງຮຽນ, ນັບ​ແຕ່​ປີ 1998, ​ ເອື້ອຍ​ໄດ້ນຳ​ເອົາ​ທຳນອງ​ເພງ​ພື້ນ​ເມືອງ, ຂັບ​ວີ​ຢ້ຳ​ເຂົ້າ​ໃນບັນດາ​ບົດ​ສອນ​ຂອງ​ຕົນ, ປະກອບ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບປະ​ເພດ​ດົນຕີ​ພື້ນ​​ເມືອງນີ້​ໃຫ້​ແກ່​ນັກຮຽນ:

  “​​ບໍ່ພຽງແຕ່ອາຈານສອນດົນຕີຈຶ່ງສອນເພງພື້ນເມືອງໄດ້​​ເທົ່ານັ້ນ, ຫາກບັນດາອາຈານສອນວັນນະຄະດີ, ປະຫວັດສາດກໍ່ສາມາດສອນກ່ຽວກັບກົກເຄົ້າຂອງເພງພື້ນເມືອງໄດ້. ອາຈານສອນດົນຕີສາມາດຖ່າຍຖອດໃຫ້ພວກນ້ອງດ້ວຍຈິດໃຈ, ສຽງຂັບຂອງຕົນເພື່ອໃຫ້ພວກນ້ອງ​​ເຂົ້າໃຈໄດ້ຈຸດທີ່ດີງາມສິ່ງຍອດຍິ່ງ​​ເຊິ່ງລຸ້ນກ່ອນໄດ້ຟາກຝັ່ງໃນຂັບວີຢ້ຳ“.

   ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ​ໂດຍ​ລຸ້ນພໍ່​ລຸ້ນອ້າຍປະ​ໄວ້​ໃຫ້ ​ແລະ ຄວາມ​ນິຍົມ​ຂັບ​ວີ​ຢ້ຳ ບໍ່​ພຽງ​ແຕ່​​ຂອງຜູ້​ເຖົ້າຜູ້​ແກ່​ເທົ່າ​ນັ້ນ,  ຫາກຍັງ​ຂອງ​ລຸ້ນໜຸ່ມ​ອີກ​ດ້ວຍ. ຂັບ​ພື້ນ​ເມືອງ​ແມ່ນ​ມູນ​ເຊື້ອ​ຂອງ​ຄອບຄົວ​ເອື້ອຍ​ຫງວຽນ​ທິງາ, ສະມາຊິກ​ສະ​ໂມ​ສອນ​​ເພງ​ພື້ນ​ເມືອງ​ຕາ​ແສງ​ງອກ​ເຊີນ, ​ເມືອງ​ແທງ​ເຈືອງ, ​ແຂວງ​ເງະ​ອານ. ​ເອື້ອຍ​ຫງວຽນ​ທິງາ​ ໃຫ້​ຮູ້​ວ່າ:

  “ນັບແຕ່ຄາວຍັງນ້ອຍ, ນ້ອງໄດ້ມີຄວາມເມົາມົວກັບຂັບເພງພື້ນເມືອງແລ້ວ. ປະຈຸບັນນ້ອງຮຽນມະຫາວິທະຍາໄລສ້າງຄູແຕ່ແນ່ນອນວ່າຄວາມເມົາມົວຕໍ່ຂັບວີຢ້ຳພື້ນເມືອງຍັງມີຢູ່ສະເໝີ“.

  ຢູ່​ແຂວງ​ເງະ​ອານ ​ແລະ ຮ່າ​ຕິ້ງ, ​ເພງ​ພື້ນ​ເມືອງ​ເວົ້າລວມ ​ແລະ ຂັບ​ວີ​ຢ້ຳ​ເວົ້າສະ​ເພາະພວມ​ຝັງ​ເລິກ​ໃນ​ດວງ​ໃຈ​ຜູ້​ນິຍົມ​ທັງຫຼາຍ ຍ້ອນ​ຂະ​ບວນການ​ສິລະ​ປະ​ມະຫາຊົນ, ​ແລະ ​ການ​ເຄື​ອ່ນ​ໄຫວ​ຂອງ​ສະ​ໂມ​ສອນ​ຂັບ​ວີ​ຢ້ຳຢູ່​ທ້ອງ​ຖິ່ນ. ວີ​ຢ້ຳນັບ​ມື້​ນັບ​ໄດ້​ຮັບ​ການຂະຫຍາຍ​ອອກ​ສູ່​ແຕ່​ລະ​ຄອບຄົວ, ​ ​ໂຮງຮຽນ​ແຕ່ລະ​ແຫ່ງ…​ຂະ​ບວນຂັບ​​ເພງພື້ນ​ເມືອງ​ໄດ້​ພັດທະນາ​ໃນ​ທົ່ວ​ທຸກ​ທ້ອງ​ຖິ່ນ​ຢູ່​ສອງ​ແຂວງ​ນີ້​ດ້ວຍ​ກ່ວາ 80 ສະ​ໂມ​ສອນ ​ແລະ ນັກ​ສິລະ​ປະກອນ​ເກືອບ 2000 ຄົນ​ທີ່​ເຄື່ອ​ນ​ໄຫວ​ເປັນ​ປະຈຳ, ​ໃນ​ນັ້ນມີ​ນັກ​ສິລະ​ປະກອນ​ຂັບ​ວີ​ຢ້ຳດີ​ເດັ່ນທີ່ໄດ້​ຮັບ​ນາມມະຍົດ​ນັກ​ສິລະ​ປະກອນ​ພື້ນ​ເມືອງ​ຫວຽດນາມ​ເກືອບ 100 ຄົນ. ຕາມ​ທ່ານ​ຟ້າ​ມຕຽນ​ຢຸງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ເງະ​ອານ​ແລ້ວ, ​ລະບົບບັນດາສະ​ໂມ​ສອນ​ໄດ້​ສ້າງ​ເປັນ​ຂະ​ບວນການ​ຂັບ​ເພງ​ພື້ນ​ເມືອງ​ກ້ວາງ​ຂວາງ​ໃນ​​ທ້ອງ​ຖິ່ນຕ່າງໆ, ກາຍ​ເປັນ​ແຫ່ງເກັບ​ຮັກສາ​ຂັບ​ວີ​ຢ້ຳພື້ນ​ເມືອງ​​ເງະ​ຕິ້ງ:

   “ປະຈຸບັນ, ພວກຂ້າພະເຈົ້າພວມຟື້ນຟູບັນດາເວທີສະແດງ, ທຳນອງເພງພື້ນເມືອງດ້ວຍການຍົກສູງຄຸນນະພາບັນດາສະໂມສອນຢູ່ບັນດາຕາແສງ. ນັ້ນແມ່ນການຂັບ, ສະແດງຕ້ອງຕິດພັນກັບບັນດາສະພາບແວດລ້ອມ. ບັນດາທຳນອງ​​ເພງບູຮານໄດ້ຮັບການກຳເນີດຄືແນວໃດກໍ່ຖືກສະແດງອອກໃນລາຍການສະແດງຕ່າງໆ“.

   ຖ້າວ່າ​ເມື່ອ​ກ່ອນ, ຊາວ​ເງະ​ຕິ້ງ​ຂັບ​ເພງ​ພື້ນ​ເມືອງຕອບ​ກັນ​ຢູ່​ສອງຟາກ​ຝັ່ງ​ແມ່ນ້ຳ, ຜູ້ບ່າວ​ບ້ານ​ນີ້​ຂັບ​ຮ້ອງ​ຕອບ​ກັນ​ກັບຜູ້​ສາວ​ບ້ານ​ອື່ນ, ​ແຕ່​ປະຈຸ​ບັນ, 2 ປີ​ເທື່ອ 1, ຊາວ​ແຂວງ​ເງະ​ອານ, ຮ່າ​ຕິ້ງ​ ໄດ້​ພົບ​ປະກັນ​ໃນ​ງານ​ມະ​ໂຫລານ​ເພງ​ພື້ນ​ເມືອງ ຊື່ງຖືກ​ຈັດ​ຂຶ້ນ​ຜັດປ່ຽນ​ກັນ​ເພື່ອ​ສາມາດ​ພົບ​ປະ​ແລກປ່ຽນ, ຮ່ຳຮຽນ​, ສືບ​ທອດບັນ​ດາ​ທຳນອງ​ເພງ​ໃໝ່​ທີ່​ຫາ​ກໍ່​ຮຽບຮຽງ​ໄດ້​ໃຫ້​ແກ່​ກັນ. ​ເມື່ອ​ກາຍ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູ​ບຮ່າງ​ຂອງ​ມວນ​ມະນຸດ, ຂັບ​ວີ​ຢ້ຳ​ເງະ​ຕິ້ງ ມີ​ໂອກາດ​ແນະນຳ​ກັບ​ຜູ້​ນິຍົມ​ວັດທະນະທຳ, ດົ​ນຕີ​ສາກົນ, ພ້ອມ​ທັງ​ຈະ​ມີ​ໂອກາດ​ໄດ້​ສຳ​ພັດ​ກັບ​ວິວັດ​ການ​ອະນຸລັກ​ຮັກສາ​ໂດຍ​ພື້ນຖານ, ທັນ​ສະ​ໄໝ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພະລັງ​ຊີວິດ​ທີ່ໝັ້ນຄົງ​ໃນ​ປະຊາ​ຄົມ ຈຶ່ງ​​ເປັນ​ພື້ນຖານ​ເພື່ອ​ໃຫ້​ຂັບ​ວີ​ຢ້ຳຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ການ​ເວລາ​ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ