ເພື່ອໃຫ້ບົດປະພັນວັນນະຄະດີປະຫວັດສາດ ຍືນຍົງຄົງຕົວໃນຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ


ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ​ແມ່ນ​ສາງວັນນະຄະດີ​ອັນ​ລ້ຳ​ຄ່າຂອງ​ພໍ່​ແມ່​ປະຊາຊົນ​ຫວຽດນາມ ບັນດາ​ເຜົ່າ, ພິ​ເສດ​ແມ່ນ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ເຂດ​ພາກ​ກາງ ​ແລະ ​ໄຕ​ງວຽນ. ​ແຕ່​ຂົງ​ເຂດ​ວັດທະນະທຳ​ນີ້ ​ພວມ​ຢືນ​ຢູ່​ຕໍ່ໜ້າ​ໄພຖືກ​ສູນ​ຫາຍ​ອອກ​ຈາກ​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ ຍ້ອນ​ຈຳນວນ​ຜູ້​ທີ່ຍັງ​ສາມາດ ຂັບ, ​ເລົ່າກ່ຽວ​ກັບບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ​ແມ່ນ​ພຽງ​ບໍ່​ເທົ່າ​ໃດ​ຄົນ. ​ເພາະສະ​ນັ້ນ, ການຖ່າຍ​ທອດ ​ແລະ ສອນ​ກ່ຽວ​ກັບບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ພວມ​ແມ່ນ​ບັນຫາ​ທີ່​ຮີບ​ດ່ວນ​ກ່ວາ​ເວລາ​ໃດ​ໝົດ.

ເພື່ອໃຫ້ບົດປະພັນວັນນະຄະດີປະຫວັດສາດ ຍືນຍົງຄົງຕົວໃນຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ - ảnh 1
ບົດ​ປະພັນ​ວັນນະຄະດີ​ປະຫວັດສາດຂອງເຜົ່າເອເດທີ່ມີຫົວເລື່ອງ
 “ ອ້າຍນ້ອງ ກລູ, ກລາ”

    ສິ່ງ​ທີ່​ບັນດາ​ນັກ​ຄົນ​ຄ້ວາ​ມີ​ຄວາມ​ເປັນ​ຫ່ວງ, ນັ້ນ​ແມ່ນ​ສາງບົດ​ປະພັນ​ວັນນະ ຄະດີ​ປະຫວັດສາດອັນ​ລ້ຳ​ຄ່າ​ນີ້, ​ເປັນ​ຕົ້ນ​ແມ່ນບົດ​ປະພັນ​ວັນນະຄະດີ​ປະຫວັດ ສາດຂອງ ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ເຂດ​ໄຕ​ງວຽນ ພວມ​ຢືນ​ຢູ່​ຕໍ່ໜ້າ​ໄພຖືກ​ສູນ​ຫາຍ​​ໄປ ​ແລະ ບັນຫາ​ນີ້​ອາດ​ເປັນ​ໄປ​​ໄດ້. ສາຍ​ເຫດ​ແມ່ນ​ຍ້ອນ​ຜົນ​ສະທ້ອນ​ຈາກ​ວັດທະນະທຳ​ທັນ​ສະ​ໄໝ, ດັ່ງ​ນັ້ນ ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ ບໍ່​ມີ​ຄວາມ​ຕ້ອງການ​ຮັບ​ຟັງ​ການ​ເລົ່າ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດຄື​ກ່ອນ​ນີ້. ດ້ານ​ອື່ນ, ສະຖານ​ທີ່​ເພື່ອ​ຈັດ​ການ​ເລົ່າ​ນີ້ ​ແມ່ນ​ຢູ່ສາລາ​ບ້ານ ຊຶ່ງ​ກໍ​ເປັນແຫ່ງ ພວມຄ່ອຍໆຖືກ​ສູນ​ຫາຍ​​ໄປ​ພ້ອມ. ກ່ຽວ​ກັບ​ສາຍ​ເຫດ​ທີ່​ສຳຄັນ​ກວ່າ​ໝູ່, ທ່ານ​ນາງ ລີງ​ງາ Niek Kdam ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຢູ່​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ : 

   “ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ​ເຂດ​ໄຕ​ງວຽນ ​ແມ່ນ​ສາງ​ວັດທະນະທຳ​ໃຫຍ່​ກວ່າ​ໝູ່​ໃນ​​ໂລກ, ​ແຕ່​ມັນ​ພັດພວມ​ຢືນ​ຢູ່​ຕໍ່ໜ້າ​ໄພຖືກ​ສູນ​ຫາຍ​​ໄປ​ທັງ​ໝົດ ​ເພາະ​ບໍ່​ມີນັກ​ສິລະ​ປະການ​ຜູ້​ໃດ​ສາມາດ​ເລົ່າຄືນ​ໄດ້. ປະຈຸ​ບັນ, ບົດ​ປະພັນ​ວັນນະຄະດີ​ປະຫວັດ ສາດຍັງ​ ພວມ​ຖຶກຮັກສາ​ໃນ​​ເອກະສານ, ບໍ່ຄົງ​ຕົວ​ໃນ​ຊີວິດ​ຂອງ​ວົງ​ຄະນະ​ຍາດ​ອີກ​ແລ້ວ. ບັນດາ​ນັກ​ສິລະ​ປະການຜູ້​ສາມາດ​ເລົ່າ​ໄດ້ ​ແມ່ນ​ຍັງ​ເຫຼືອ​ພຽງ 2,3 ຄົນ ​ແຕ່​ໄດ້​ເຖົ້າ​ແກ່​ແລ້ວ, ​ໄລຍະ​ຕໍ່​ໄປ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ​ແມ່ນພຽງສາມາດ​ຄົງ​ຕົວ​​ໂດຍ​ຜ່ານ​ການ​ເລົ່າ​ຂານ​ປາກ​ຕໍ່ປາກ​ເທົ່າ​ນັ້ນ ”

   ທ່ານ ດຣ ຮວ່າງ​ເຊີນ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ວັນນະຄະດີ​ສິລະ​ປະ​ຫວຽດນາມ​​ໃຫ້​ຮູ້ວ່າ ວຽກ​ງານ​ທີ່​ຈຳ​ເປັນ​ໃນ​ການ​ອະນຸລັກ​ຮັກ​ສາ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ​ແມ່ນ​ຕ້ອງ​ຫັນເນື້ອ​ໃນ​ບັນດາປະ​ມວນບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ຈາກ​ປຶ້ມມາ​ເປັນ​ເທບ​ບັນທຶກ​ສຽງ, ​ແຜ່ນ​ຊີ​ດີ ​ເພື່ອ​ອອກ​ອາກາດ​ທາງ​ວິທະຍຸ, ​ໂທລະ​ໂຄງ​ເພື່ອ​ໃຫ້ ​ພໍ່​ແມ່​ປະຊາຊົນ​​ໄດ້​ຮັບ​ຟັງ​ເປັນ​ປະຈຳ. ພ້ອມ​ກັນ​ນັ້ນ, ຄວນ​ຮຽບຮຽງ​ເປັນ​ປື້​ມມີ 2 ພາສາ​ຄື ພາສາ​ຫວຽດ ​ແລະ ພາສາ​ຊົນ​ເຜົ່າ, ​ແລ້ວ​ແຈກ​ຢາຍ​ໃຫ້​ບັນດາ​ຫໍສະໝຸດ​ໃນ​ໂຮງຮຽນ​ຕ່າງໆ​ທີ່​ມີ​ນັກຮຽນ​ຊົນ​ເຜົ່າ​. ທ່ານ ດຣ ຮວ່າງ​ເຊີນ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ວັນນະຄະດີ​ສິລະ​ປະ​ຫວຽດນາມ​​ ​ເນັ້ນ​ໜັກວ່າ :

   “ ພວກ​ເຮົາ​ໃຫ້​ບຸລິ​ມາ​ສິດ​ຢ່າງ​ສູງ​ສຸດ ​ເພື່ອ​ໃຫ້​ລຸ່ນຄົນ​ປະຈຸ​ບັນ ສາມາດ​ຖ່າຍ​ທອດ, ສອນ​ຄືນກ່ຽວ​ກັບ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດໃຫ້​ໄວ​ໜຸ່ມ, ​ລຸ່ນຄົນ​ໃນ​ອະນາຄົດ. ​ເພື່ອ​ປະຕິບັດ​ບັນຫາ​ນີ້ ​ແມ່ນ​ຕ້ອງ​ມີ​ການ​ກະທົບ​ຂອງ​ຜູ້​ຄຸ້ມ​ຄອງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ”

     ​ໃນ​ຕົວ​ຈິງ, ການ​ເປີດ​ຊຸດ​ຮຽນ​ກ່ຽວ​ກັບ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ​ໄດ້​ຮັບ​ການ​ດຳ​ເນີນ​ຢູ່​ແຂວງ​ກອນຕຸ​ມ ​ແລະ ທ້ອງ​ຖິ່ນ​ອື່ນໆ​ອີກ​ຈຳນວນ​ໜຶ່ງ. ​ແຕ່​ໝາກຜົນ​ຖືກ​ຈຳກັດ​ຢູ່ ​ແລະ ຮູບ​ແບບ​ຍັງ​ບໍ່​ທັນ​ຖືກ​ທະວີຄູນ ຍ້ອນ​ຍັງ​ບໍ່​ທັນມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ນັກ​ສິລະ​ປະການຜູ້​ສິດສອນ. ທ່ານ ຟານວັນຮ່ວາ ຫົວໜ້າ ຂະແໜງການບໍລິການ ວັດທະນະທຳ - ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກອນຕຸມ ໃຫ້ຮູ້ວ່າ :

    “ ບົນ​ພື້ນຖານພາຍຫຼັງດຳເນີນການເກັບກຳ ແລະ ແປຄືນນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ພິມ​ຈຳໜ່າຍ​ບັນດາປະມວນ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ ແລະ ເປີດຊຸດຮຽນກ່ຽວກັບ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດໃຫ້ແກ່ລູກຫຼານພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ບັນດານັກ​ສິລະ​ປະການ​ຂັບ, ​ເລົ່າ​ກ່ຽວ​ກັບບົດ​ປະພັນ​ວັນນະຄະດີ​ປະຫວັດສາດນີ້​ເອງ ​ແມ່ນ​ຜູ້​ເປີດ​ບັນດາ​ຊຸດ​ຮຽນ​ເພື່ອ​ຖ່າຍ​ທອດ​ໃຫ້​ພວກ​ນ້ອງ​ໄວ​ໜຸ່ມ. ປະຈຸ​ບັນ ບັນຫາ​ອະນຸລັກ​ຮັກສາບົດ​ປະພັນ​ວັນນະຄະດີ​ປະຫວັດສາດນັ້ນ ບໍ່​ແມ່ນ​ວ່າ ຈະສາມາດປະຕິບັດ​ໄດ້​ໃນ​ໄວໆ​ນີ້ ຫາກ​ຕ້ອງ​ຖ່າຍ​ທອດ, ສິດສອນ​ເປັນ​ເວລາ​ຍາວ​ນານ. ພ້ອມ​ກັນ​ນັ້ນ, ຄວນ​ມີ​ບັນດາ​ນະ​ໂຍບາຍ​ເພື່ອ​ໜູນ​ຊ່ວຍ​ບັນດານັກ​ສິລະ​ປະການ ​ເພື​ອ່​ແນ​ໃສ່​ສົ່ງ​ເສີມ​ເຂົາ​ເຈົ້າ​ໃນ​ການຖ່າຍ​ທອດບົດ​ປະພັນ​ວັນນະຄະດີ​ປະຫວັດສາດ​ໃຫ້​ໄວ​ໜຸ່ມ ”

    ປະຈຸ​ບັນ, ມີ​ປຶ້ມ 62 ​ເຫຼັ້ມ , ປະກອບ​ດ້ວຍ 60.000 ໜ້າ, ລວມມີ 75 ບົດ​ປະພັນ​ວັນນະຄະດີ​ປະຫວັດສາດຂອງ 6 ຊົນ​ເຜົ່າ​ຄື: ບານ​ນາ, ​ເຊ​ດັງ, ມນົງ, ​ເອ​ເດ, ຈຳ ​ແລ​ະ ຢາຣາຍ ຊຶ່ງ​ໄດ້​ຖືກ​ແປ ​ແລະ ພິມ​ຈຳໜ່າຍ​ເປັນ 2 ພາສາ​ຄື​ພາສາ​ຫວຽດ ​ແລະ ພາສາ​ຊົນ​ເຜົ່າ. ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຍັງ​ໄດ້​ໃຫ້ການ​ຊີ້​ນຳ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ດຳ​ເນີນ​ການ​ສ້າງ​ສຳ​ເນົາ​ເອກະສານ​ວິທະຍາສາດ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ ສຳ​ເນົາ​ເອກະສານ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ອົງການ​ວັດທະນະທຳ ສຶກສາ ວິທະຍາສາດ​ແຫ່ງ​ສະຫະ​ປະຊາ​ຊາດ ຮັບຮອງ ບົດ​ປະພັນ​ວັນນະຄະດີ​ປະຫວັດສາດ​ເຂດ​ໄຕ​ງວຽນ ​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດ .

ຕອບກັບ

ຂ່າວ/ບົດ​ອື່ນ