ເພື່ອໃຫ້ຮູບເງົາ ຫວຽດນາມ ບືນຕົວອອກສູ່ໂລກພາຍນອກ

(VOVWORLD) -ຮູບເງົາ ຫວຽດນາມ ໃນໄລຍະເຊື່ອມໂຍງສາກົນ ພວມປະເຊີນໜ້າ ກັບສິ່ງທ້າທາຍນາໆປະການ. ເຖິງຢ່າງໃດກໍ່ຕາມ ໃນໄລຍະທີ່ຜ່ານມາ ມີຮູບເງົາບາງເລື່ອງຂອງ ຫວຽດນາມ ໄດ້ຖືກບັນດາຜູ້ຈຳໜ່າຍຮູບເງົາຢູ່ຕ່າງປະເທດມາເກັບຊື້ ແລະ ນຳໄປສາຍຢູ່ຫຼາຍປະເທດໃນໂລກ ອັນໄດ້ນຳສັນຍານທີ່ເປັນໜ້າປະເອີບໃຈໃຫ້ແກ່ຕະຫຼາດຮູບເງົາ. ການພິຊິດຮູບເງົາໂລກ ກໍ່ແມ່ນເສັ້ນທາງທີ່ລຳບາກ ແຕ່ກໍ່ສາມາດປະຕິບັດໄດ້
ເພື່ອໃຫ້ຮູບເງົາ ຫວຽດນາມ ບືນຕົວອອກສູ່ໂລກພາຍນອກ  - ảnh 1ຮູບເງົາເລື່ອງຕ່າງໆຂອງຫວຽດນາມພວມພິຊິດຕະຫຼາດຮູບເງົາໂລກ 

ໃນໄລຍະ 10 ປີມານີ້, ຂະແໜງຮູບເງົາ ຫວຽດນາມ ໄດ້ຊື່ສຽງຢູ່ຕ່າງປະເທດ ເຊິ່ງຕົ້ນຕໍແມ່ນຜ່ານຮູບເງົາປະເພດສິລະປະ. ຮູບເງົາທຸກໆເລື່ອງເຫຼົ່ານັ້ນ ກໍ່ລ້ວນແຕ່ໄດ້ຮັບການຜະລິດ ໂດຍນຳໃຊ້ງົບປະມານສ່ວນຫຼາຍແມ່ນຂອງແຫຼ່ງເງິນຊ່ວຍໜູນສາກົນ ຫຼື ຂອງບັນດານັກລົງທຶນເອກະຊົນ. ຮູບເງົາ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມບັນດາວັນບຸນຮູບເງົາພາກພື້ນ ແລະ ສາກົນ ແລະ ສາມາດໄດ້ຮັບລາງວັນຈຳນວນໜຶ່ງ. ໃນຂອບເຂດບັນດາງານມະຫາກຳຮູບເງົາສາກົນນັ້ນ ຈຳນວນຮູບເງົາຫຼາຍພໍສົມຄວນຂອງ ຫວຽດນາມ  ໄດ້ຖືກໂຄສະນາສະເໜີໂຕຕໍ່ຜູ້ຊົມ ແຕ່ທີ່ຈິງແລ້ວ ກໍ່ແມ່ນນຳໃຊ້ພຽງໃນຂົງເຂດການເຄື່ອນໄຫວ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຊົມ, ການພົບປະແລກປ່ຽນທາງວັດທະນະທຳ. ດັ່ງນັ້ນ ຮູບເງົາ ຫວຽດນາມ ຕ້ອງໄດ້ຮັບການລົງທຶນຢ່າງແຂງແຮງ. ຜູ້ກຳກັບການສະແດງເລື່ອງ ດິ່ງຢຸ໊ງ ເວົ້າວ່າ:

     “ຮູບເງົາແຕ່ລະເລື່ອງທີ່ຖືກນຳໄປສາຍຢູ່ຕ່າງປະເທດ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຄວນມີຄວາມເອົາໃຈໃສ່, ຕ້ອງມີແຫຼ່ງງົບປະມານ ເພື່ອຊ່ວຍໜູນການໂຄສະນາໃຫ້ແກ່ຮູບເງົາເລື່ອງນັ້ນ. ພວກເຮົາຄວນຕ້ອງມີເງິນລົງທຶນຈາກລັດໃນແຕ່ລະປີແມ່ນ 200 – 300 ຕື້ດົ່ງ ປະມານ 8 – 12 ລ້ານ USD ໃຫ້ແກ່ຂະແໜງຮູບເງົາ, ຖ້າຫາກມີເງິນຈຳນວນເຊັ່ນນັ້ນ ຂ້າພະເຈົ້າເຊື່ອໝັ້ນວ່າໃນ 10 ປີທີ່ຈະມາເຖິງ ຮູບເງົາ ຫວຽດນາມ ຈະມີການປ່ຽນແປງ. ປີໜຶ່ງພວກເຮົາຄວນລົງທຶນຜະລິດຮູບເງົາ 10 ເລື່ອງເທົ່ານັ້ນ, ຕ້ອງເລືອກເອົາຜູ້ກຳກັບການສະແດງ ທີ່ມີຄວາມເກັ່ງກ້າສາມາດ, ລັດລົງທຶນ ຫຼື ເອກະຊົນ ແລະ ລັດພ້ອມກັນລົງທຶນນັ້ນ, ຂ້າພະເຈົ້າເຊື່ອແນ່ວ່າ ພາຍໃນຮອບ 5 ປີທີ່ຈະມາເຖິງ, ພວກເຮົາຈະໄດ້ຮັບລາງວັນຢູ່ງານມະຫາກຳຮູບເງົາໃນໂລກ ແລະ ຮອດເວລານັ້ນພວກເຮົາຈະມີເຄື່ອງໝາຍຮູບເງົາ”.

      ນອກຈາກການນຳຮູບເງົາ ໄປເຂົ້າຮ່ວມງານມະຫາກຳຮູບເງົາສາກົນ, ການນຳຮູບເງົາ ຫວຽດນາມ ໄປຕ່າງປະເທດ ຍັງຄົງແມ່ນບັນຫາຍາກ. ຄວາມຈິງແລ້ວຈຳນວນຮູບເງົາຂອງ ຫວຽດນາມ ສົ່ງໄປຕ່າງປະເທດ ແລະ ມີລາຍໄດ້ຢ່າງເປີດເຜີຍແມ່ນໜ້ອຍທີ່ສຸດ. ພວກເຮົາກໍ່ເຄີຍນຳຮູບເງົາໄປສາຍຢູ່ ອາເມລິກາເໜືອ ຄືຮູບເງົາເລື່ອງ “ສາຍເລືອດກ້າຫານ”, “ນົກເຄົ້າ ແລະ ນົກຈອກ”… ແຕ່ລາຍໄດ້ກໍ່ບໍ່ຫຼາຍປານໃດ. ເລື່ອງສົ່ງຮູບເງົາຂອງ ຫວຽດນາມ ໄປຕ່າງປະເທດນັ້ນ, ນອກຈາກບັນດາປັດໄຈ ເສດຖະກິດ, ການລົງທຶນແລ້ວ, ຫົວເລື່ອງຂອງບັນດາຮູບເງົາແມ່ນສຳຄັນທີ່ສຸດ. ນັກສິລະປິນປະຊາຊົນ, ຜູ້ກຳກັບການສະແດງ ຫງວຽນແທັງເວິນ ໃຫ້ຮູ້ວ່າ:

     “ທ່າອ່ຽງສາກົນ ແມ່ນທ່າອ່ຽງທີ່ບໍ່ອາດມີຄວາມແຕກຕ່າງກັນໄດ້ສຳລັບຮູບເງົາ, ແຕ່ມັນຕ້ອງມີຄຸນຄ່າຢ່າງແທ້ຈິງ. ຜູ້ຊົມສາກົນ ເຂົາເຈົ້າກໍ່ຊົມຊອບ ສິ່ງທີ່ວ່າ ຕ້ອງມີສານທີ່ມີລັກສະນະທົ່ວໂລກ, ບໍ່ແມ່ນວ່າຊົມຊອບຮູບເງົາທີ່ມີປັດໄຈເປັນພາກສ່ວນ ປັດໄຈທ້ອງຖິ່ນ”.

     ຮູບເງົາ ຫວຽດນາມ ຄວນມີຍຸດທະສາດຍາວນານ. ກ່ອນອື່ນໝົດຕ້ອງກ້າຫານບຸກທະລຸດ້ວຍຫຼາຍປະເພດ ນັບທັງຫົວເລື່ອງຂອງຮູບເງົາ  ເພື່ອໃຫ້ບັນດາຜູ້ຜະລິດຮູບເງົາເປີດກວ້າງຈິນຕະນາການ ມີຫົວຄິດປະດິດສ້າງ ແລະ ປະເຊີນໜ້າກັບຄວາມທົດສອບ, ນັກສິລະປິນປະຊາຊົນ, ຜູ້ຖ່າຍທຳຮູບເງົາ ຫຼີຖາຍຢຸ໊ງ ໃຫ້ຮູ້ວ່າ:

     “ເພື່ອໃຫ້ຮູບເງົາ ຫວຽດນາມ ສາມາດເຊື່ອມໂຍງສາກົນນັ້ນ, ຂ້າພະເຈົ້າຄິດວ່າຕ້ອງມີການລົງທຶນ, ການກຳນົດທິດ, ມີການກະກຽມຂອງໄວໜຸ່ມ ແລະ ມີການຊ່ວຍໜູນຢ່າງໃຫຍ່ຫຼວງ ຂອງທັງລະບົບໃນປະເທດຊາດ. ສ ເກົາຫຼີ ຕ້ອງໃຊ້ເວລາ 30 ປີ, ຖ້າຫາກນັບແຕ່ຈຸດເວລານີ້ ຂ້າພະເຈົ້າຖືວ່າ ຮູບເງົາ ຫວຽດນາມ ຕ້ອງການເວລາແຕ່ 20 ຫາ 30 ປີອີກ”.

     ການພັດທະນາພື້ນຖານຮູບເງົາ ຫວຽດນາມ ແມ່ນບໍ່ອາດຕັດແຍກອອກສີສັນວັດທະນະທຳແຫ່ງຊາດ ທີ່ຊ້ອນແຝງບັນດາຄຸນຄ່າ ແກ່ນສານ ເພື່ອສ້າງ “ເຄື່ອງໝາຍຫວຽດ”.  ແລະ ເມື່ອມີ “ເຄື່ອງໝາຍຫວຽດ” ນັ້ນ, ຮູບເງົາ ຫວຽດນາມ ຈຶ່ງສາມາດມີກຳລັງແກ່ງແຍ້ງແຂ່ງຂັນ ແລະ ມີຈຸດຢືນໃນທ້ອງຕະຫຼາດຮູບເງົາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ