ເລື່ອງກ່ຽວ ດ້ວຍມູມມອງຈາກຈິດຕະກອນ ຫງວຽນຕ໊ວນເຊີນ

(VOVWORLD)        ໂດຍນອນໃນຂອບເຂດບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 255 ປີ ແຫ່ງວັນຄ້າຍວັນເກີດ ແລະ ລະນຶກ 200 ປີ ແຫ່ງວັນເຖິງແກ່ມໍລະນະກຳ ຂອງນັກວັດທະນະທຳຂອງໂລກ, ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ, ຢູ່ແຂວງ ຮ່າຕິ໊ງ ທາງພາກກາງ ຫວຽດນາມ ຫາກໍ່ຈັດງານວາງສະແດງພາບແຕ້ມ ພັນລະນາກ່ຽວກັບເລື່ອງ ກ່ຽວ ແລະ ບັນດາບົດປະພັນທີ່ໂດດເດັ່ນ ເຊິ່ງແມ່ນມໍລະດົກທາງດ້ານວັນນະຄະດີຂອງ ຫງວຽນຢູ. ການເຄື່ອນໄຫວສິລະປະນີ້ ໄດ້ສ້າງຄວາມຮັບຮູ້ໃໝ່ໃຫ້ແກ່ມະນຸດ, ມູມມອງອັນເລິກເຊິ່ງ ກ່ຽວກັບເລື່ອງ ກ່ຽວ ແລະ ຕົວລະຄອນ ຖຸຍກ່ຽວ ໂດຍຜ່ານບັນດາພາບຖ່າຍຂອງຈິດຕະກອນ ຫງວຽນຕ໊ວນເຊີນ
ເລື່ອງກ່ຽວ ດ້ວຍມູມມອງຈາກຈິດຕະກອນ ຫງວຽນຕ໊ວນເຊີນ - ảnh 1 ຈິດຕະກອນ ຫງວຽນຕ໊ວນເຊີນ

ດ້ວຍຫົວເລື່ອງ “ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ - ເລື່ອງກ່ຽວ ບົດປະພັນໂດດເດັ່ນ ກັບບ້ານເກີດເມືອງນອນ ຮ່າຕິ໊ງ”, ງານວາງສະແດງພາບແຕ້ມດັ່ງກ່າວ ໄດ້ຖືກຈັດຂຶ້ນແຕ່ວັນທີ 24 ຫາ ວັນທີ 28 ເດືອນ ກັນຍາ ປີ 2020 ຢູ່ແຂວງ ຮ່າຕິ໊ງ. ງານວາງສະແດງໄດ້ວາງສະແດງພາບແຕ້ມ 40 ແຜ່ນກ່ຽວກັບເລື່ອງກ່ຽວ ໃຕ້ມູມມອງ ມິງຈຽດຫວຽດ, ພາບສີຄັດມັນຂະໜາດໃຫຍ່ 150 ແຜ່ນ, ສິ່ງພິມ 500 ຢ່າງກ່ຽວກັບເລື່ອງກ່ຽວ ຜ່ານໄລຍະຕ່າງໆ ແລະ ມໍລະດົກວັນນະຄະດີຂອງ ຫງວຽນຢູ. ບັນດາພາບຖ່າຍຂອງຈິດຕະກອນ ຫງວຽນຕ໊ວນເຊີນ ໄດ້ສ້າງຂຶ້ນຈາກແຫຼ່ງບັນດານໃຈ ຜ່ານການອ່ານເລື່ອງ ກ່ຽວ ມີຫົວຄິດປະດິດສ້າງທາງດ້ານວິຈິດຕະກຳ ອັນໄດ້ຊ່ວຍໃຫ້ຜູ້ຊົມສາມາດຮັບຮູ້ໃໝ່ ກ່ຽວກັບບົດປະພັນ,  ຜ່ານນັ້ນກໍ່ໄດ້ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ຂອງເລື່ອງ ກ່ຽວ ໃນຍຸກສະໄໝໃໝ່. ອ້າຍ ຫງວຽນວັນຕ໊ວນ ຢູ່ແຂວງ ຮ່າຕິ໊ງ ເຊິ່ງແມ່ນຜູ້ມັກອ່ານເລື່ອງກ່ຽວແບ່ງປັນວ່າ:

    “ພາບແຕ້ມຂອງ ຫງວຽນເຊີນ ບໍ່ແມ່ນວ່າ ເບິ່ງແລ້ວກໍ່ສາມາດເຂົ້າໃຈໄດ້ໃນທັນທີ ແຕ່ຕ້ອງມີຄວາມຮູ້ສຶກ, ຈິນຕະນາການ ແລະ ມີຄວາມເຂົ້າໃຈກ່ຽວກັບເຈດຈຳນົງຂອງຈິດຕະກອນ. ຂ້າພະເຈົ້າເອງກໍ່ເຫັນວ່າພາບຖ່າຍຂອງ ຫງວຽນເຊີນ ມີຄວາມແຕກຕ່າງກັບບັນດາຈິດຕະກອນອື່ນ ເມື່ອແຕ້ມກ່ຽວກັບເລື່ອງ ກ່ຽວ ຂະນະທີ່ ຫງວຽນເຊີນ ໄດ້ນຳໃຊ້ສີສັນ, ການສ້າງຮູບ, ເລັ່ງໃສ່ຄວາມໃນໃຈ, ເຮັດໃຫ້ຄຸນຄ່າທາງດ້ານສິລະປະຂອງເລື່ອງ ກ່ຽວ ເພີ່ມຄວາມອຸດົມສົມບູນ”.

     ຕາມນາງ ຫງວຽນກ່ຽວລຽນ ຢູ່ ງີຊວັນ ຮ່າຕິ໊ງ ພາບຖ່າຍຂອງ ຫງວຽນຕ໊ວນເຊີນ ເອົາໃຈໃສ່ເຖິງຄວາມງາມທາງດ້ານວັດທະນະທຳ ຂອງຝ່າຍຕາເວັນອອກດ້ວຍ ສາລາ, ໝູ່ບ້ານບູຮານ, ປະສົມປະສານກັບລັກສະນະທັນສະໄໝ, ສ້າງໃຫ້ມີຄວາມໃໝ່ອ່ຽມໃນບັນດາພາບແຕ້ມ ກ່ຽວກັບບັນດາຕົວລະຄອນໃນເລື່ອງ ກ່ຽວ. ນາງ ລຽນ ເວົ້າວ່າ:

     “ບັນດາພາບຖ່າຍຂອງ ຫງວຽນຕ໊ວນເຊີນ ປະສົມປະສານລະຫວ່າງຝ່າຍຕາເວັນຕົກ ແລະ ວັດທະນະທຳ ຫວຽດນາມ, ປຽບເໝືອນບັນດາວາດແຕ້ມ ໃນສະຖາປັດຕະຍາກຳ ວັດວາອາຮາມ ໝູ່ບ້ານທີ່ເກົ່າແກ່”.

        ດ້ວຍມູມມອງ ແລະ ວິທີວາດພາບເປັນພິເສດ, ຈິດຕະກອນໝຸ່ມ ຫງວຽນຕ໊ວນເຊີນ ໄດ້ພັນລະນາຄວາມໃນໃຈຂອງນາງ ກ່ຽວ ທີ່ມີລັກສະນະມຸ່ງໄປສູ່ຍຸກປັດຈຸບັນ. ລາວຍາມໃດກໍ່ຄິດວ່າຕ້ອງແຕ້ມນາງ ກ່ຽວ ຢ່າງມີຫົວຄິດປະດິດສ້າງ, ມີຄວາມໃໝ່ອ່ຽມ ແຕ່ກໍ່ຍັງຄົງຮັກສາຄວາມບໍລິສຸດ. ວິທີເຂົ້າໃຈຂອງ ຫງວຽນຕ໊ວນເຊີນ ກ່ຽວກັບເລື່ອງ ກ່ຽວຜ່ານສິລະປະຈິດຕະກຳແມ່ນວິທີສັງເກດໃໝ່, ທັນສະໄໝ, ຫຼີກລ້ຽງການຈັດວາງຕາມແບບເກົ່າອະຄະຕິ. ດ້ວຍມູມອງທາງດ້ານຈິດຕະກຳ, ບັນດາພາບແຕ້ມຂອງ ຫງວຽນຕ໊ວນເຊີນ ໄດ້ສ້າງບັນດາຄຸນຄ່າວັດທະນະທຳມະນຸດໃຫ້ແກ່ຜູ້ຊົມ, ເຮັດໃຫ້ຜູ້ຊົມມີການປ່ຽນແປງ ວິທີນຶກຄິດບໍ່ຫຼາຍກໍ່ໜ້ອຍ ກ່ຽວກັບບັນດາຕົວລະຄອນກ່ຽວກັບເລື່ອງ ກ່ຽວ, ເພີ່ມຄວາມເຫັນອົກເຫັນໃຈກັບຊາຕາກຳ, ຊີວິດລອຍລ່ອງ ຂອງນາງສາວທີ່ມີຄວາມງາມ ແລະ ຄວາມສາມາດຢ່າງສົມບູນ. ຈິດຕະກອນ ຫງວຽນຕ໊ວນເຊີນ ແບ່ງປັນວ່າ:

      “ນີ້ແມ່ນການສຶກສາທາງດ້ານຈິດຕະກຳ. ບັນດາພາບແຕ້ມນີ້ ຍັງນຳໃຊ້ເພື່ອສຶກສາອົບຮົມທາງດ້ານເຕັກນິກຈິດຕະກຳ ຍ້ອນເຫດນີ້ເອງ, ບັນດາຜະລິດຕະພັນຈິດຕະກຳຂອງຂ້າພະເຈົ້າກ່ອນອື່ນໝົດ ແມ່ນຕ້ອງມີລັກສະນະການສຶກສາ”.

    ຫງວຽນຕ໊ວນເຊີນ ເກີດປີ 1978 ຮຽນຈົບຈາກວິທະຍາໄລສ້າງຄູດົນຕີ ຈິດຕະກຳສູນກາງ ແລະ ມະຫາວິທະຍາໄລວິຈິດສິນ ຫວຽດນາມ. ປັດຈຸບັນລາວໄດ້ມີຄັງສາງສິລະປະທີ່ໃຫຍ່ໂຕດ້ວຍຮູບແຕ້ມຫຼາຍກວ່າ 5000 ແຜ່ນ ພັນລະນາກ່ຽວກັບເລື່ອງ ກ່ຽວ. ຈິດຕະກອນ ຫງວຽນຕ໊ວນເຊີນ ຍາມໃດກໍ່ມີຄວາມຮູ້ສຶກວ່າ ຈິດຕະກຳ ແມ່ນເພື່ອແນໃສ່ຈຸດປະສົງສຶກສາອົບຮົມ ໂດຍຜ່ານສິລະປະ, ບັນດາຮູບຖ່າຍຂອງ ຕ໊ວນເຊີນ ໄດ້ສ້າງແຫຼ່ງບັນດານໃຈ ແລະ ມີລັກສະນະສຶກສາອົບຮົມຍຸກສະໄໝຕໍ່ຜູ້ຊົມ. ງານວາງສະແດງ ກໍ່ເປັນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ນັກວັດທະນະທຳທີ່ໄດ້ທີການປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ວັດທະນະທຳຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ