ເວທີສະແດງນະຄອນຫຼວງຮ່າໂນ້ຍເຄື່ອນໄຫວຢ່າງຟົດຟື້ນ ໃນເງື່ອນໄຂປົກກະຕິໃໝ່

(VOVWORLD) -ການເຄື່ອນໄຫວສະແດງສິລະປະຢູ່ເວທີສະແດງຢູ່ເວທີສະແດງທີ່ນະຄອນຫຼວງຮ່າໂນ້ຍ ພວມດຳເນີນຢ່າງຟົດຟື້ນພາຍຫຼັງຢຸດການເຄື່ອນໄຫວເປັນໄລຍະຍາວຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ບັນດາບົດລະຄອນໃໝ່ທີ່ຖືກຈັດສ້າງໄດ້ສະເໜີໂຕຕໍ່ມວນຊົນ. ວົງການນັກສະແດງນັກສິລະປິນມີຄວາມຫ້າວຫັນທຳການສະແດງ ແລະ ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອດຶງດູດຜູ້ຊົມຢ່າງຫຼວງຫຼາຍ.
ເວທີສະແດງນະຄອນຫຼວງຮ່າໂນ້ຍເຄື່ອນໄຫວຢ່າງຟົດຟື້ນ ໃນເງື່ອນໄຂປົກກະຕິໃໝ່ - ảnh 1ລາຍການສະແດງບົດລະຄອນ “ເທື້ອງທຽນແທັ໊ງເໝົາ”

    ໂຮງກາຍຍະສິນສູນກາງໄດ້ເປີດປະຕູຕ້ອນຮັບແຂກຄືນໃໝ່ ດ້ວຍບົດລະຄອນ “ເທື້ອງທຽນແທັ໊ງເໝົາ” ໂດຍນັກກຳກັບການສະແດງສິລະປິນປະຊາຊົນຈ້ຽວຈຸງກຽນ, ສິລະປິນປະຊາຊົນຕົ໊ງຕວ່ານຖັງເຂົ້າຮ່ວມ. ການປະສານສົມທົບລະຫວ່າງສອງຮູບແບບສິລະປະຂັບກາຍເລືອງແລະ ກາຍຍະສິນພ້ອມກັບການສະແດງດົນຕີແລະການສະແດງເຂົາຊົງເຊິ່ງມີການເຂົ້າຮ່ວມຂອງນັກສິລະປິນນັກສະແດງປະມານ100ຄົນອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທັງຫຼາຍ. ສິລະປິນປະຊາຊົນຕົ໊ງຕວ່ານຖັງຫົວໜ້າສະຫະພັນກາຍຍະສິນຫວຽດນາມໃຫ້ຮູ້ວ່າ:

     “ສະຫະພັນກາຍຍະສິນຫວຽດນາມໄດ້ຜັນຂະຫຍາຍການເຄື່ອນໄຫວຕາມການກຳນົດຂອງລັດຖະບານເຊິ່ງອະນຸຍາດໃຫ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນນັບແຕ່ວັນທີ  15 ມີນາ. ບັນດາລາຍການຂອງພວກຂ້າພະເຈົ້າໄດ້ກະກຽມຫຼາຍຢ່າງແຕ່ປັດຈຸບັນພວມປະສົບກັບຄວາມຫຍຸ້ງຍາກໃນການສະແດງ. ຂ້າພະເຈົ້າບໍ່ເປັນຫວ່ງວ່າຈະບໍ່ມີແຂກມາຊົມແຕ່ບັນຫາສຳຄັນແມ່ນນັກສະແດງນັກສິລະປິນຂອງສະຫະພັນກາຍຍະສິນກໍ່ພວມຖືກຜົນສະທ້ອນຫຼາຍຢ່າງ. ໃນລາຍການສະແດງເມື່ອວັນທີ 8 ມີນາແລ້ວນີ້ ກໍ່ຕ້ອງລົບລ້າງການເຄື່ອນໄຫວເພາະວ່າຈຳນວນນັກສະແດງຕິດເຊື້ອໂຄວິດ -19 ຫຼາຍທີ່ສຸດແລ້ວກໍ່ເກີດມີຜົນພາຍຫຼັງຈາກໂຄວິດ - 19  ອັນສົ່ງຜົນສະທ້ອນຕໍ່ສຸຂະພາບຂອງຫຼາຍຄົນ.”

      ໂຮງລະຄອນຕຸກກະຕາທັງລອງກໍ່ໄດ້ເປີດປະຕູຄືນຕ້ອຍຮັບແຂກຄືນໃໝ່ນັບແຕ່ວັນທີ 19 ກຸມພາ. ໃນຄ່ຳຄືນສະແດງກໍ່ໄດ້ແນະນຳບັນດາລາຍການທີ່ເປັນເອກະລັກແລະດູດດື່ມກ່ຽວກັບລະຄອນຕຸກກະຕານ້ຳເຊິ່ງແມ່ນລາຍການສິລະປະໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດໃນຫຼາຍປີທີ່ຜ່ານມາ. ສຳລັບສະມາຄົມສິນລະປິນສະແດງບົນເວທີ ຫວຽດນາມກໍ່ໄດ້ເລີ່ມດຳເນີນງານມະໂຫລານສາກົນສະແດງບົນເວທີທົດລອງ ຄັ້ງທີ 5 - ຮ່າໂນ້ຍປີ 2022. ສ່ວນຢູ່ໂຮງລະຄອນຕ໋ວຍແຈ໋ ພາຍຫຼັງຄ່ຳຄືນສະແດງລະຄອນດ້ວຍຫົວເລື່ອງ“ຟາມດອກໄມ້ສີເຫຼືອງອາຮານ” ໂຮງລະຄອນໄດ້ຈັດສ້າງບົດລະຄອນ “ເຈົ້າບໍ່ແມ່ນພໍ່ຂອງຂ້ອຍ” ຂອງລິວກວາງຫວູ. ທ່ານຮອງຫົວໜ້າໂຮງລະຄອນຕ໋ວຍແຈ໋ ຫງວຽນສີຕ໊ຽນໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ແນະນຳລາຍການດົນຕີລະຄອນຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍໃນວັນທີ 18 ແລະ 19 ມີນາ. ໃນວັນທີ 26 ມີນາກໍ່ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ, ໂຮງລະຄອນຕ໋ວຍແຈ໋ ກໍ່ສືບຕໍ່ສະເໜີຕໍ່ຜູ້ຊົມບົດລະຄອນ “ຟາມດອກໄມ້ສີເຫຼືອງອາຮານ”. ນີ້ແມ່ນບົດລະຄອນທີ່ເຂົ້າຮ່ວມງານມະໂຫລານເວທີສະແດງດົນຕີຢູ່ນະຄອນຫ໋າຍຟ່ອງເມືອປີ 2021 ແລະໄດ້ຮັບລາງວັນຄຳ”.

     ເວທີສະແດງນະຄອນຫຼວງກໍ່ຍັງຄົງມານະພະຍາຍາມສະເໜີຕົວຕໍ່ຜູ້ຊົມບັນດາບົດລະຄອນໃໝ່ ເພື່ອຮັບໃຊ້ຜູ້ຊົມພາຍຫຼັງຢຸດເຄື່ອນໄຫວເປັນເວລາສອງປີຍ້ອນໂລກລະບາດ. ນັບແຕ່ວັນທີ 21 ກຸມພາເວທີສະແດງເລະງອກ ຈະສະແດງລາຍການສິລະປະທີ່ມີຊື່ວ່າ: “ລະຄອນຍາມລະດູບານໃໝ່ - ການອະນຸລັກຮັກສາວິນຍານຫວຽດນາມ” ດ້ວຍສາມບົດລະຄອນແລະ 6 ຄ່ຳຄືນສະແດງຢ່າງລຽນຕິດຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ສ່ວນຢູ່ເວທີສະແດງເລະງອກ, ໂຮງລະຄອນຫວຽດນາມ, ໂຮງລະຄອນຮ່າໂນ້ຍກໍ່ລ້ວນແຕ່ມີບັນດາລາຍການສະແດງທີ່ເປັນເອກະລັກສະເພາະ. ບັນດາຜູ້ຊົມຊາວນະຄອນຫຼວງຮ່າໂນ້ຍກໍ່ມີຄວາມພູມໃຈເມື່ອໄດ້ມາຊົມບັນດາບົດລະຄອນຢູ່ໂຮງລະຄອນໂດຍກົງແທນທີ່ຮັບຊົມທາງອອນລາຍ.

       “ດົນແລ້ວຂ້າພະເຈົ້າຈຶ່ງໄດ້ຮັບຊົມບົດລະຄອນຢູ່ໂຮງລະຄອນໂດຍກົງ. ບົດລະຄອນນີ້ສະແດງມ່ວນຫຼາຍ”.

       “ ດົນແລ້ວຂ້າພະເຈົ້າຈຶ່ງໄດ້ຮັບຊົມບັນດາບົດລະຄອນມ່ວນເຊັ່ນນີ້. ພາຍຫຼັງຖືກແຍກຫ່າງສັງຄົມເປັນເວລາສອງປີຍ້ອນໂລກລະບາດ ຂ້າພະເຈົ້າກໍ່ໄດ້ຮັບຊົມໂດຍກົງເຊັ່ນນີ້”

        ວົງການນັກສະແດງນັກສິລະປິນກໍ່ມີຄວາມຫວັງຢາກໄດ້ພົບຜູ້ຊົມຄືນໃໝ່ແລະ ຜູ້ຊົມທັງຫຼາຍກໍ່ມີຄວາມຫວັງຄອຍຖ້າບັນດາເຍື່ອງອາຫານທາງດ້ານຈິດໃຈ. ເວທີສະແດງນະຄອນຫຼວງຮ່າໂນ້ຍພວມຄືນສູ່ເຄື່ອນໄຫວຮັບໃຊ້ຜູ້ຊົມ. ບັນດາຜູ້ເຮັດວຽກງານສິລະປະບົນເວທີນະຄອນຫຼວງກໍ່ໄດ້ມີການຊອກຮູ້ ມີຫົວຄິດປະດິດສ້າງແລະປ່ຽນແປງໃໝ່ ເພື່ອສ້າງບັນດາບົດລະຄອນທີ່ດູດດື່ມແລະມີຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ