ເວທີສະແດງລະຄອນນະຄອນໂຮ່ຈີມິນ ຟົດຟື້ນມວ່ນຊື່ນຮັບໃຊ້ມວນຊົນໃນໂອກາດບຸນເຕັດ

(VOVWORLD) -ນະຄອນໂຮ່ຈີມິນໄດ້ກ້າວເຂົ້າສູ່ສະພາບປົກກະຕິໃໝ່ ເປັນເວລາກວ່າ 3 ເດືອນ, ການເຄື່ອນໄຫວລະຫຼິ້ນບັນເທີງໄດ້ຮັບອະນຸຍາດເປີດປະຕູຄືນໃໝ່. ສະພາບໂລກລະບາດໂຄວິດ - 19 ມາຮອດປັດຈຸບັນໄດ້ຮັບການຄວມຄຸມ. ເວທີສະແດງລະຄອນທີ່ນະຄອນໂຮ່ຈີມິນພວມຟົດຟື້ນເພື່ອຕ້ອນຮັບມວນຊົນມາຮັບຊົມໃນໂອກາດບຸນປີໃໝ່ປະຈຳຊາດຫຼືບຸນເຕັດປີຂານ 2022. 
ເວທີສະແດງລະຄອນນະຄອນໂຮ່ຈີມິນ ຟົດຟື້ນມວ່ນຊື່ນຮັບໃຊ້ມວນຊົນໃນໂອກາດບຸນເຕັດ - ảnh 1ລາຍການສະແດງລະຄອນຢູ່ເວທີສະແດງລະຄອນຈິ້ງກີມຈີ

    ສັນຍານທີ່ດີທີ່ມ່ວນໄດ້ແຜ່ກະຈາຍຈາກເວທີສະແດງ IDECAF ຂະນະທີ່ຢູ່ແຫ່ງນີ້ ພວມສະແດງ 3 ບົດລະຄອນຄື “ເລ່ຫຼ່ຽມຂອງແມ່ ເລົ້າ”, “ຫ້າຄົນເປັນຄູ່ແຂ່ງກັນ”, “ເຮືອນບໍ່ມີເພດຊາຍ” ໃນເວລາໃກ້ຈະຮອດບຸນເຕັດ. ໂຮງລະຄອນເຈິນຫິວຈາງ ຈັດສ້າງສາມບົດລະຄອນໃໝ່ ແລະລາຍການສະແດງຮັບໃຊ້ຜູ້ຊົມໂດຍບໍ່ເກັບຄ່າຢູ່ຫ້ອງໂຖງໂຮງລະຄອນໃນໂອກາດບຸນເຕັດດ້ວຍສິລະປະຂັບເດີນກະຕາຍຕື໋. ພາຍຫຼັງບຸນເຕັດ,ເວທີສະແດງ ຈີ໊ລິງ-ເວິນຮ່າຈະນຳບົດລະຄອນ“ເລືອງເຊີນບ໊າ -ຈຸກແອັງດ່າຍ”ມາສະແດງຢູ່ໂຮງລະຄອນນະຄອນໃນວັນທີ 12 ກຸມພາ. ເວທີສະແດງ ຮວິ່ງລອງ ຈັດສ້າງບົດລະຄອນ “ຄວາມຮັກເກີດຄືນໃໝ່” ສະແດງໃນວັນທີ 8 ແລະວັນທີ 9 ກຸມພາ. ນອກຈາກເວທີສະແດງລະຄອນ ຈິ້ງກີມຈີ, ຮົ່ງເວິນ ແລະ 5B ແລ້ວ ບັນດາເວທີສະແດງລະຄອນອື່ນໆຄື: ກວັກທ໋າວ ຮວ່າງຖາຍແທັງ... ກໍ່ໄດ້ມີບົດລະຄອນເພື່ອກຽມພ້ອມສະແດງຮັບໃຊ້ບຸນເຕັດ. ວຽກງານປ້ອງກັນຕ້ານໂລກລະບາດ ກໍ່ຖືກບັນດາຫົວໜ່ວຍຂຶ້ນແຜນການຮັບປະກັນຄວາມປອດໄພຊ່ວຍຜູ້ຊົມມີຄວາມອຸ່ນອ່ຽນໃຈມາຮັບຊົມຢູ່ເວທີສະແດງ ພ້ອມທັງມີຈຸດເວລາຢ່ອນອາລົມ.

ງານປະກວດລະຄອນເວົ້າທົ່ວປະເທດປີ 2021 ຫາກໍ່ຖືກຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ອັນໄດ້ສ້າງກຳລັງໜູນເພື່ອໃຫ້ບັນດາເວທີສະແດງກັບຄືນສູ່ການເຄື່ອນໄຫວຮັບໃຊ້ມວນຊົນ. ສິລະປິນດີເດັ່ນ ຈິ້ງກີມຈີ ຮອງປະທານສະມາຄົມເວທີສະແດງນະຄອນໂຮ່ຈີມິນ ຜູ້ອຳນວຍການເວທີສະແດງລະຄອນຈິ້ງກີມຈີໃຫ້ຮູ້ວ່າ:

 “ມັນກໍ່ປຽບເໝືອນວຽກງານໜຶ່ງມີສອງເປົ້າໝາຍທັງກະກຽມຝຶກແອບໃຫ້ແກ່ງານປະກວດ ທັງກໍ່ເປັນການກະກຽມໃຫ້ແກ່ມື້ເປີດບັນດາເວທີວະແດງຄືນໃໝ່ , ດັ່ງນັ້ນຂ້າພະເຈົ້າເຫັນວ່າບັນຍາກາດຟົດຟື້ນມື່ນຊື່ນທີ່ສຸດແລະພວກອ້າຍເອື້ອຍນ້ອງນັກສິລະປິນກໍ່ມີຄວາມດີໃຈ ປຽບເໝືອນມີແຫຼ່ງບັນດານໃຈ. ຮອດວັນທີ 17 ມັງກອນຈະອັດງານປະກວດ ດັ່ງນັ້ນຂ້າພະເຈົ້າກໍ່ຂຶ້ນແຜນການສະແດງໃນໂອກາດບຸນເຕັດແຕ່ວັນທີ 1 ຫາວັນທີ 5 ບຸນເຕັດ”.

ຄະນະນັກສະແດງລະຄອນຂອງສິລະປິນປະຊາຊົນຮົ່ງເວິນກໍ່ພວມເມົາມົວຝຶກແອບໃຫ້ແກ່ສອງບົດລະຄອນທີ່ເຂົ້າຮ່ວມງານປະກວດລະຄອນເວົ້າທົ່ວປະເທດປີ 2021 ນັ້ນແມ່ນ “ທາງແຍກ” ແລະ “ເຮືອນເທິງເຮືອ”. ສິລະປິນປະຊາຊົນຮົ່ງເວິນໃຫ້ຮູ້ວ່າ:

“ທຸກໆຄົນຕ່າງກໍ່ຄິດວ່າ ບຸນເຕັດປີນີ້ ຈະບໍ່ໄດ້ສະແດງລະຄອນແລ້ວ ດັ່ງນັ້ນເມື່ອໄດ້ຍິນການປະກາດໃໝ່ຂອງນະຄອນທີ່ອະນຸຍາດໃຫ້ທຳການສະແດງ ພວກຂ້າພະເຈົ້າກໍ່ດີໃຈທີ່ສຸດ. ປັດຈຸບັນກໍ່ຕ້ອງຂ້ອງຄາກັບວຽກຝຶກແອບທີ່ສຸດ ແຕ່ກໍ່ຮູ້ສຶກເບີກບານໃຈ. ໂຊກດີກໍ່ແມ່ນໂອກາດຈັດງານປະກວດເວທີສະແດງ ດັ່ງນັ້ນເຮົາກໍ່ໄດ້ມີສອງບົດລະຄອນເພື່ອເຂົ້າຮ່ວມການສະແດງໃນໂອກາດບຸນເຕັດແລ້ວ”.

ສ່ວນຢູ່ເວທີສະແດງລະຄອນຂະໜາດນ້ອຍ 5B ຫວໍວັນເຕິ່ນ, ສິລະປິນດີເດັ່ນ ໝີອວຽນ ໄດ້ເລືອກເອົາວັນທີ 1 ຂອງບຸນເຕັດກົງກັບວັນທີ 1 ກຸມພາ ປີ 2022 ຈຶ່ງເປີດປະຕູຕ້ອນຮັບແຂກ. ສິລະປິນດີເດັ່ນ ໝີອວຽນ ຫວັງວ່າເວທີສະແດງມີການກະກຽມລອບຄອບຖີ່ຖ້ວນ ເລືອກເອົາບັນດາບົດລະຄອນທີ່ດີເດັ່ນແລະເປັນເອກະລັກເພື່ອຮັບໃຊ້ຜູ້ຊົມໃນໂອກາດບຸນເຕັດ. ໝີອວຽນເວົ້າວ່າ:

“ພາຍຫຼັງຖືກຢຸດສະງັກມາເປັນໄລຍະໜຶ່ງ ປັດຈຸບັນກໍ່ຕ້ອງເຮັດອັນໃດອັນໜຶ່ງທີ່ມ່ວນໆ ພວກຂ້າພະຄາດຄະເນວ່າຈະແຕ່ງບັນດາບົດລະຄອນຕະຫລົກ, ນັ້ນແມ່ນລາຍການສະແດງລະຄອນໃນວັນທີ 1 ບຸນເຕັດ ສ່ວນວັນທີ 2 ຫາວັນທີ 5 ບຸນເຕັດ ຈະສະແດງໂດຍປະສານບັນດາບົດລະຄອນທີ່ໄລຍະທີ່ຜ່ານມາ ພວກຂ້າພະເຈົ້າໄດ້ສະເໜີໂຕແລ້ວ ແຕ່ຍັງບໍ່ທັນໄດ້ສະແດງ, ໃນນັ້ນບັນດາບົດລະຄອນມີລັກສະນະບບັນເທີງສູງ ແຕ່ກໍ່ຕ້ອງມີອັນໃດອັນໜຶ່ງທີ່ເປັນລົມຫາຍໃຈຂອງການດຳລົງຊີວິດ”.

ພາຍຫຼັງຢຸດສະງັກມາເປັນໄລຍະເກືອບ 2 ປີ ປັດຈຸບັນບັນດາເວທີສະແດງ, ບັນດາຄະນະນັກສະແດງລະຄອນຂອງນະຄອນໂຮ່ຈີມິນໄດ້ກັບຄືນສູ່ການເຄື່ອນໄຫວ. ວົງການສິລະປິນມີຄວາມຫວັງຢາກໄດ້ພົບຜູ້ຊົມຄືນໃໝ່ ແລະຄອຍຖ້າບັນດາເຍື່ອງອາຫານທາງດ້ານຈິດໃຈໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ