ເສີມຂະຫຍາຍຄຸນຄ່າວັດທະນະທຳອັນດີງາມຂອງ ໂຫ້ຍອານ - ດິນແດນແຫ່ງນ້ຳໃຈມະນຸດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 19 ປີ ແຫ່ງວັນສ້າງຕັ້ງຄຸ້ມຖະໜົນເກົ່າ ໂຫ້ຍອານ ເຊິ່ງໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳໂລກ, ນະຄອນໂຫ້ຍອານ ຫາກໍ່ປະກາດແຜນ “ໂຫ້ຍອານ - ນ້ຳໃຈມະນຸດ” ເພື່ອແນໃສ່ຫວນຄືນບັນດາບົດຮຽນອັນລ້ຳຄ່າ ກ່ຽວກັບຄຸນສົມບັດ, ວິຖີຊີວິດຂອງຊາວຄຸ້ມຖະໜົນ ໂຫ້ຍອານ ລຸ້ນຕ່າງໆເມື່ອກ່ອນນີ້, ຈາກນັ້ນກໍ່ເຮັດໃຫ້ປ່ຽນແປງຊີວະທັດຂອງລຸ້ນຄົນປັດຈຸບັນ ຕາມທິດທີ່ຕັ້ງໜ້າກວ່າ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ອັນດີງາມທີ່ມີຢູ່ແລ້ວຂອງໂຫ້ຍອານ
ເສີມຂະຫຍາຍຄຸນຄ່າວັດທະນະທຳອັນດີງາມຂອງ ໂຫ້ຍອານ - ດິນແດນແຫ່ງນ້ຳໃຈມະນຸດ - ảnh 1ຄຸ້ມຖະໜົນເກົ່າ ໂຫ້ຍອານເມື່ອຄ່ຳລົງມາ 

ໂຫ້ຍອານ ໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນມໍລະດົກວັດທະນະທຳໂລກ ແຕ່ປີ 1999. ບັນດາມໍລະດົກເປັນວັດຖຸໄດ້ຮັບການຮັບຮອງ ແມ່ນມີບັນດາຄຸນຄ່າທາງດ້ານປະຫວັດສາດອັນເລີດລ້ຳ, ໄດ້ປະກອບສ່ວນສ້າງພາບພົດ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ໂຫ້ຍອານ. ແລະ ບັນດາມໍລະດົກບໍ່ເປັນວັດຖຸ ກ່ຽວກັບວັດທະນະທຳ, ຈິດໃຈ, ຄວາມເປັນມະນຸດຂອງຊາວ ໂຫ້ຍອານ ພັດແມ່ນຄວາມປະທັບໃຈທີ່ເຮັດໃຫ້ແຂກທ່ອງທ່ຽວເພີ່ມຄວາມຮັກແພງ ແລະ ຢາກກັບມາຢ້ຽມຢາມ ໂຫ້ຍອານ. ແຕ່ເຖິງຢ່າງໃດກໍ່ຕາມ, ຜ່ານການຜັນແປຂອງການເວລາ  ພ້ອມກັບບັນດາຜົນກະທົບຈາກເສດຖະກິດຕະຫຼາດ    ແລະ  ການ ແຊກຊຶມຈາກບັນດາພື້ນຖານວັດທະນະທຳຢູ່ພາຍນອກ, ບັນດາຄຸນຄ່າວັດທະນະທຳອັນດີງາມ  ແລະ ນ້ຳໃຈມະນຸດຂອງຊາວ ໂຫ້ຍອານ  ພວມຮັບຜົນສະທ້ອນສ່ວນໃດສ່ວນໜຶ່ງ.  ເພາະ ສະນັ້ນແຜນ “ໂຫ້ຍອານ - ນ້ຳໃຈມະນຸດ” ຖືກອຳນາດການປົກຄອງນະຄອນໂຫ້ຍອານ ສ້າງຂຶ້ນແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຟື້ນຟູບັນດາຄຸນຄ່າອັນດີງາມຂອງຊາວ ໂຫ້ຍອານ ໃນເມື່ອກ່ອນໃນວິຖີຊີວິດ ແລະ ວິທີການປະພຶດເປັນແບບຢ່າງເພື່ອໃຫ້ລູກຫຼານໃນປັດຈຸບັນເຮັດຕາມ. ແຜນຮ່າງດັ່ງກ່າວດ້ວຍຈຸດສຸມແມ່ນເລັ່ງໃສ່ມະນຸດ ຕາມວິທີການປະພຶດ: ການປະພຶດກັບຕົນເອງ; ການປະພຶດລະຫວ່າງມະນຸດດ້ວຍກັນ; ການປະພຶດລະຫວ່າງມະນຸດກັບຄອບຄົວ, ວົງຕະກຸນ; ການປະພຶດລະຫວ່າງມະນຸດກັບສັງຄົມ. ເມື່ອແບ່ງປັນກ່ຽວກັບແຜນຮ່າງ “ໂຫ້ຍອານ - ນ້ຳໃຈມະນຸດ”. ທ່ານ ຫວໍຟຸ່ງ ຜູ້ອຳນວຍການສູນວັດທະນະທຳ ກິລາ ນະຄອນໂຫ້ຍອານ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

       “ທຳອິດຍັງຄົງແມ່ນການຟື້ນຟູວິຖີຊີວິດ, ແບບແຜນການດຳລົງຊີວິດອັນດີງາມຂອງຊາວ ໂຫ້ຍອານ ເມື່ອກ່ອນນີ້ ເຊິ່ງໄດ້ພະຍາຍາມເສີມສ້າງໃນໄລຍະຍາວນານ ແລະ ປັດຈຸບັນພວມມີສັນຍານຖືກເສື່ອມໂຊມລົງ. ທີ່ສອງແມ່ນ ຄວນກຳນົດວ່າ ນີ້ແມ່ນນະຄອນທ່ອງທ່ຽວ, ນະຄອນທ່ອງທ່ຽວວັດທະນະທຳ ແລະ ແມ່ນມໍລະດົກວັດທະນະທຳໂລກ, ດັ່ງນັ້ນ ການຟື້ນຟູວິຖີຊີວິດເມື່ອກ່ອນນີ້ ເພື່ອໃຫ້ແຂກທ່ອງທ່ຽວເຂົ້າມານີ້ມີຄວາມຮູ້ສຶກເພິ່ງພໍໃຈ ແລະ ແນນອນວ່າເມື່ອແຂກທ່ອງທ່ຽວມານີ້, ເປົ້າໝາຍແມ່ນຊາວ ໂຫ້ຍອານ ແມ່ນວິຖີຊີວິດຂອງ ໂຫ້ຍອານ  ກໍ່ແມ່ນເປົ້າໝາຍທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວຢາກຊອກຮູ້”.

     ໂຫ້ຍອານ ພວມພະຍາຍາມ ເພື່ອອາດຈະອະນຸລັກຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ, ສ້າງຄວາມດຸ່ນດ່ຽງລະຫວ່າງການອະນຸລັກ ແລະ ພັດທະນາເພື່ອໃຫ້ ໂຫ້ຍອານ ສົມກັບເປັນມໍລະດົກວັດທະນະທຳໂລກ, ນຳໂຫ້ຍອານ ກ້າວໄປໄກກວ່າ ແລະ ສວຍງາມກວ່າເກົ່າໃນສາຍຕາຂອງແຂກທ່ອງທ່ຽວ. ທ່ານ ຫງວຽນວັນເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານ, ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

     “ເກືອບ 20 ປີ ທີ່ຜ່ານມາ, ໂຫ້ຍອານ ໄດ້ຜັນຂະຫຍາຍບັນດາວິທີການໄຂ້ແກ້ ເພື່ອເສີມຂະຫຍາຍມໍລະດົກຄຸ້ມຖະໜົນເກົ່າ. ຄວາມຈິງໄດ້ສະແດງໃຫ້ເຫັນວ່າ ເມື່ອປະຕິບັດວິທີການແກ້ໄຂໃໝ່ກໍ່ລ້ວນແຕ່ມີຜົນກະທົບຕໍ່ປະຊາຊົນ. ແຕ່ຖ້າຫາກພວກເຮົາກຳນົດທິດທີ່ດີ, ເຮັດວຽກງານຂົນຂວາຍເປັນຢ່າງດີ, ກະກຽມບັນດາເງື່ອນໄຂຢ່າງຮອບຄອບຖີ່ຖ້ວນ ແລະ ແກ້ໄຂຜົນປະໂຫຍດລະຫວ່າງປະຊາຊົນ, ແຂກທ່ອງທ່ຽວ, ກັບຜົນປະໂຫຍດຂອງນະຄອນຢ່າງກົມກຽວນັ້ນ ກໍ່ຈະໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງ”.

    ຂະນະທີ່ປະຊາຊົນມີສະຕິຮັບຮູ້ໄດ້ເຖິງຄຸນຄ່າຂອງບັນດາຈຸດຄວາມງາມທາງດ້ານວັດທະນະທຳ ທີ່ພວມຄ່ອຍໆຖືກສູນຫາຍໄປນັ້ນ, ເຂົາເຈົ້າເອງກໍ່ຈະມີການປ່ຽນແປງຕາມທິດທີ່ດີກວ່າ, ມຸ່ງໄປສູ່ການສ້າງບັນດາການກະທຳທີ່ມີວັດທະນະທຳ, ການປະພຶດທີ່ດີງາມ ເຊິ່ງເຄີຍແມ່ນຈຸດພິເສດອັນດີງາມ ຂອງຊາວຄຸ້ມຖະໜົນເກົ່າ ໂຫ້ຍອານ ນັບແຕ່ໃດໆມາ. ຄຸ້ມຖະໜົນເກົ່າ ໂຫ້ຍອານ ທີ່ມີຄວາມງາມສະເພາະຂອງຕົນ ບໍ່ພຽງແຕ່ທາງດ້ານຮູບຮ່າງເທົ່ານັ້ນ ຫາກຍັງມີຄວາມງາມທາງດ້ານຈິດໃຈອີກດ້ວຍ. ເພາະສະນັ້ນ, ສະຕິການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງມໍລະດົກຄຸ້ມຖະໜົນເກົ່ານີ້ເອງ ກໍ່ຄວນໄດ້ຮັບການເຄົາລົບຮັກສາ ແລະ ຖະຫນຸຖະໜອມຈາກບັນດາຜູ້ເປັນເຈົ້າຂອງມໍລະດົກນີ້ເອງ.

ຕອບກັບ

ຂ່າວ/ບົດ​ອື່ນ