ແຂວງ ບັກກ້ານ ອະນຸລັກຮັກສາ ສິລະປະ ຂັບແທນ ພິນຕິ໊ງ

(VOVWORLD) -ເມື່ອບໍ່ດົນມານີ້ ນັກສິລະປະການ ແລະ ບັນດາຜູ້ນິຍົມສິລະປະຂັບແທນນັບຮ້ອຍຄົນຢູ່ບັນດາແຂວງເຂດພາກເໜືອ ຫວຽດນາມ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງຂັບແທນ ພິນຕິ໊ງ ແລະ ບັນດາທຳນອງເພງພື້ນເມືອງເຂດພູດອຍທາງພາກເໜືອ ໂດຍສູນວັດທະນະທຳແຂວງ ບັກກ້ານ ເປັນເຈົ້າພາບຈັດຂຶ້ນ. ລາຍການໄດ້ສະແດງໃຫ້ເຫັນຄວາມດຶງດູດໃຈ ຂອງບັນດາປະເພດວັດທະນະທຳຊົນເຜົ່ານີ້ ໃນການດຳລົງຊີວິດຂອງປະຊາຊົນ ກໍ່ຄືບັນດາບົດບາດຂອງສະໂມສອນ, ບັນດາກຸ່ມຜູ້ນິຍົມຮັກສາ ແລະ ແຜ່ຂະຫຍາຍສິລະປະຂັບແທນຫວຽດບັກ
ແຂວງ ບັກກ້ານ ອະນຸລັກຮັກສາ ສິລະປະ ຂັບແທນ ພິນຕິ໊ງ - ảnh 1ສະໂມສອນ ສັກຈ່າມ ສະແດງຂັບແທນ ພິນຕິ໊ງ 

ໃນລາຍການພົບປະແລກປ່ຽນສະແດງຂັບແທນ ພິນຕິ໊ງ ແລະ ບັນດາທຳນອງເພງພື້ນເມືອງເຂດພູດອຍທາງພາກເໜືອ ມີປະຊາຊົນນັບພັນຄົນ ໄດ້ມີໜ້າຢູ່ສະໜາມຫຼວງ ຫໍວັດທະນະທຳແຂວງ ບັກກ້ານ ເພື່ອພ້ອມກັນເຊື່ອມຕົວເຂົ້າກັບສຽງຂັບແທນ ພິນຕິ໊ງ ທີ່ເປັນໜ້າຈັບໃຈຂອງນັກສິລະປະການກວ່າ 300 ຄົນ ເຊິ່ງແມ່ນບັນດາຜູ້ນິຍົມສິລະປະຂັບແທນຂອງ 9 ສະໂມສອນ ແລະ ກອງສິລະປະຂັບແທນ ທີ່ມາຈາກ 7 ແຂວງພາກເໜືອ ຄື ບັກກ້ານ, ກາວບັງ, ຫຼ້າງເຊີນ, ຖາຍງວຽນ, ຕວຽນກວາງ, ບັກຢາງ ແລະ ຮ່າໂນ້ຍ.

          ທາງດ້ານພື້ນຖານ ຂັບແທນ - ພິນຕິ໊ງ ຢູ່ແຕ່ລະເຂດແຄວ້ນ ຕ່າງກໍ່ມີລັກສະນະຄ້າຍຄືກັນ ແຕ່ກ່ຽວກັບສຽງຂັບຮ້ອງ, ຊ້ຳບໍ່ໜຳແມ່ນວິທີຂັບຮ້ອງກໍ່ມີຄວາມເປັນເອກະລັກສະເພາະ ຂອງໃຜຂອງລາວ ເພື່ອແທດເໝາະກັບຈຸດພິເສດ ກໍ່ຄືປະເພນີຂອງແຕ່ລະທ້ອງຖິ່ນ. ນັກສິລະປະການ ມາ້ທິໄຢ້ ຫົວໜ້າສະໂມສອນ ຂັບແທນ ພິນຕິ໊ງ ສັກຈ່າມ ແຂວງ ບັກກ້ານ ເຊິ່ງແມ່ນຫົວໜ່ວຍເປັນເຈົ້າພາບຈັດຕັ້ງລາຍການໃຫ້ຮູ້ວ່າ:

      “ສະໂມສອນ ສັກຈ່າມ ພວກເຂົ້າພະເຈົ້າໄດ້ເຊື້ອເຊີນບັນດາສະໂມສອນ ຢູ່ແຂວງໃກ້ຄຽງມາພົບປະແລກປ່ຽນສະແດງຂັບແທນ ພິນຕິ໊ງ ແລະ ບັນດາທຳນອງເພງພື້ນເມືອງ, ທຸກໆຄົນຕ່າງກໍ່ສະໜັບສະໜູນ ແລະ ສະແດງຄວາມເບີກບານໃຈເຂົ້າຮ່ວມ. ຜ່ານລາຍການນີ້ ພວກຂ້າພະເຈົ້າຢາກໂຄສະນາ ໃຫ້ຊາວ ບັກກ້ານ ແລະ ບັນດາຜູ້ນິຍົມສິລະປະຂັບແທນ ຢູ່ແຂວງໃກ້ຄຽງ ເພີ່ມຄວາມເຂົ້າໃຈກ່ຽວກັບສິລະປະຂັບແທນຂອງແຂວງ ບັກກ້ານ. ທັງນີ້ກໍ່ເພື່ອຢາກໃຫ້ທຸກໆຄົນມີຄວາມສະຫວາດສະເຫວີຍ ເມື່ອໄດ້ເຂົ້າຮ່ວມໃນຂົງເຂດວັດທະນະທຳພື້ນຂອງຊົນເຜົ່າຕົນເຊັ່ນນີ້”.

        ເພື່ອອະນຸລັກບັນດາຈຸດທີ່ເປັນເອກະລັກຂອງສິລະປະຂັບແທນນັ້ນ, ສິ່ງທີ່ຈຳເປັນທີ່ສຸດ ແມ່ນບັນດານັກສິລະປະການຂັບແທນ ຕ້ອງໄດ້ຮັບຖືເປັນສຳຄັນໃນເຂດສະແດງເຄົ້າຂອງມັນ ນັ້ນແມ່ນຊີວິດປະຈຳວັນ. ທາງດ້ານທາດແທ້, ບັນດານັກສິລະການຂັບແທນ ທັງແມ່ນໝໍພອນ ທັງແມ່ນນັກສິລະປິນພື້ນເມືອງ. ດັ່ງນັ້ນຢາກອະນຸລັກສິລະປະຂັບແທນບູຮານນັ້ນ ກ່ອນອື່ນໝົດແມ່ນຕ້ອງເຊີດຊູ ບັນດາຜູ້ອະນຸລັກສິລະປະຂັບແທນ ພ້ອມທັງມີການເລືອກເຟັ້ນ ເພື່ອຈຳກັດບັນດາການເຊື່ອຖືງົມງວາຍ ທີ່ບໍ່ແທດເໝາະກັບຍຸກປັດຈຸບັນ. ບັນດານັກສິລະປະການ ທີ່ມີຄວາມເຂົ້າໃຈກ່ຽວກັບຂັບແທນ ຈະເປັນຕ່ອງໂສ້ທີ່ຂາດບໍ່ໄດ້ໃນການຖ່າຍທອດບັນດາຄຸນຄ່າສິລະປະຂັບແທນບູຮານ ໃຫ້ແກ່ໄວໜຸ່ມໃນອະນາຄົດ. ນາງ ເຢືອງທິລານແອັງ ສັງກັດສະໂມສອນຂັບລຳທຳເພງພື້ນເມືອງ ແທັ່ງໂດ ມາຈາກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

       “ສະໂມສອນຂອງຂ້າພະເຈົ້າມີປະມານ 30 ຄົນ ເຄື່ອນໄຫວຢ່າງເປັນປະຈຳ. ສະໂມສອນຂອງຂ້າພະເຈົ້າກໍ່ມີຫຼາຍພາກສ່ວນ ມີເອື້ອຍນ້ອງຫຼາຍຄົນ ແມ່ນຊາວເຜົ່າໄຕ ແຕ່ກໍ່ມີເອື້ອຍນ້ອງຫຼາຍຄົນແມ່ນຊາວ ຮ່າໂນ້ຍ. ຍ້ອນຄວາມເມົາມົວກັບສິລະປະຂັບແທນ ຈຶ່ງເຂົ້າຮ່ວມ. ພວກຂ້າພະເຈົ້າມີຄວາມຫວັງຢາກໃຫ້ສິລະປະຂັບແທນ ຈະໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ”.

       ຢູ່ໃສມີຊາວເຜົ່າ ໄຕ - ເຜົ່ານຸ່ງ ແມ່ນຢູ່ຫັ້ນຈະມີສະໂມສອນຂັບແທນ ພິນຕິ໊ງ. ມີສະໂມສອນຂັບແທນ ພິນຕິ໊ງ ນັບຮ້ອຍສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນ ບໍ່ພຽງແຕ່ຢູ່ບັນດາແຂວງພາກເໜືອເທົ່ານັ້ນ ຫາກຍັງມີຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດອີກດ້ວຍ. ທ່ານ ເລິມງອກຢູ ຜູ້ອຳນວຍການສູນວັດທະນະທຳແຂວງ ບັກກ້ານ ໃຫ້ຮູ້ວ່າ: ປັດຈຸບັນ ນອກຈາກສະໂມສອນ ສັກຈ່າມ ໂດຍສູນວັດທະນະທຳສ້າງຂຶ້ນນັ້ນ ທັງແຂວງ ບັກກ້ານ ຍັງມີສະໂມສອນ, ກອງສິລະປະຂັບແທນ ພິນຕິ໊ງ ນັບຮ້ອຍແຫ່ງຢູ່ຂັ້ນຮາກຖານ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາປະເພດດົນຕີພື້ນເມືອງນີ້. ທ່ານ ເລິມງອກຢູ ກ່າວວ່າ:

      “ຈາກການເຄື່ອນໄຫວຂອງສະໂມສອນຂັບແທນ ພິນຕິ໊ງ ສັກຈ່າມ, ການເກັບຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ກ່ຽວກັບຂັບແທນ ພິນຕິ໊ງ ແມ່ນດີທີ່ສຸດ. ດ້ວຍການເຄື່ອນໄຫວຂອງສະໂມສອນ, ນອກຈາກຜັນຂະຫຍາຍບັນດາການເຄື່ອນໄຫວໃນປີຕາມແຜນການຂອງສູນວັດທະນະທຳນັ້ນ ກໍ່ຍັງມີບັນດາການເຄື່ອນໄຫວອື່ນໆອີກ ແນໃສ່ປຸກລຸກບັນດາຂະບວນການວັດທະນະທຳ. ທາງສະໂມສອນກໍ່ໄດ້ຫັນເປັນວຽກງານຂອງສັງຄົມໂດຍຜ່ານການສະແດງຮັບໃຊ້ແຂກທ່ອງທ່ຽວ ທັງນີ້ກໍ່ເພື່ອເປັນການຮັກສາການເຄື່ອນໄຫວສະແດງສິລະປະຂັບແທນ ພິນຕິ໊ງ”.

         ບໍ່ພຽງແຕ່ອະນຸລັກສິລະປະຂັບແທນ ໃນສະພາບການທີ່ ຫວຽດນາມ ໄດ້ເຊື່ອມໂຍງສາກົນເທົ່ານັ້ນ, ຫວຽດນາມ ໄດ້ ແລະ ພວມນຳໃຊ້ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ ເຊິ່ງໄດ້ຮັບການຮັບຮອງຈາກ Unesco ເພື່ອສ້າງເປັນຜະລິດຕະພັນທ່ອງທ່ຽວອີກດ້ວຍ. ຜ່ານນັ້ນ ວຽກງານຮັກສາ ແລະ ເສີມຂະຫຍາຍມໍລະດົກ ຍິ່ງໄດ້ຮັບຄວາມເອົາໃຈໃສ່ຫຼາຍກວ່າອີກ ອັນໄດ້ຊ່ວຍໃຫ້ບັນດາມໍລະດົກນີ້ສາມາດຮັກສາສີສັນ ແລະ ບໍ່ຖືກສູນຫາຍໄປແລະ ນັບມື້ນັບແຜ່ຂະຫຍາຍບັນດາຄຸນຄ່າເຖິງວົງຄະນາຍາດທັງຢູ່ພາຍໃນ ແລະ ຕ່າງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ