ແຂວງ ບິ່ງດິ້ງ ເສີມຂະຫຍາຍຄຸນຄ່າບັນດາ ປູຊະນີຍະສະຖານ ທາດຈຳ ເພື່ອຮັບໃຊ້ການທ່ອງທ່ຽວ

(VOVWORLD) -ແຂວງ  ບິ່ງດິ້ງ ເຄີຍແມ່ນເມືອງຫຼວງເກົ່າ ຂອງລາຊະອານາຈັກຈຳປາ ແຕ່ສະຕະວັດທີ XI ຫາສະຕະວັດທີ XV, ຊາວຈຳ ໄດ້ປະໄວ້ຢູ່ດິນແດນແຫ່ງນີ້ ບັນດາມໍລະດົກວັດທະນະທຳອັນລ້ຳຄ່າ ໃນນັ້ນພົ້ນເດັ່ນຂຶ້ນແມ່ນບັນດາປູຊະນິຍະສະຖານ ແລະ ຮ່ອງຮອຍສະຖານທາດຈຳ.ລະບົບທາດຈຳ ໃນແຂວງ ບິ່ງດິ້ງ ມີບັນດາຄຸນຄ່າປະຫວັດສາດ, ສະຖາປັດຕະຍະກຳສິລະປະທີ່ມີຄຸນຄ່າທີ່ສຸດ ເຊິ່ງແມ່ນແຫຼ່ງຊັບພະຍາກອນທ່ອງທ່ຽວ ມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດ
ແຂວງ  ບິ່ງດິ້ງ ເສີມຂະຫຍາຍຄຸນຄ່າບັນດາ ປູຊະນີຍະສະຖານ ທາດຈຳ ເພື່ອຮັບໃຊ້ການທ່ອງທ່ຽວ - ảnh 1ກຸ່ມປູຊະນີຍະສະຖານທາດ ແບ໊ງອິດ

     ທາດຝູລົກ ແມ່ນໜຶ່ງໃນຈຳນວນ 14 ທາດຈຳ ຂອງລະບົບ 8 ກຸ່ມທາດຈຳ ໃນແຂວງ ບິ່ງດິ້ງ ມີອາຍຸແຕ່ສະຕະວັດXI ຫາສະຕະວັດທີ XV ເຊິ່ງໄດ້ຈັດສັນຢູ່ນະຄອນ ກຸຍເຍີນ ເທດສະບານ ອານເຍີນ ແລະ ບັນດາເມືອງຄື ຕຸຍເຟືອກ, ເຕິຍເຊີນ, ຝູກາດ. ທາດຝຸລົກ ນອນຢູ່ຕາແສງ ເຍີນແທັ່ງ  ເທດສະບານ ອານເຍີນ ຫ່າງຈາກນະຄອນ ກຸຍເຍີນ 35 ກິໂລແມັດ ໄປທາງທິດເໜືອ. ທາດນີ້ຖືກກໍ່ສ້າງບົນຈອມໂນນມີລວງສູງ 76 ແມັດ ປຽບເໝືອນຫໍສັນຍານທີ່ຍັກໃຫຍ່ ຢືນຢູ່ຕີນທາດແຂກທ່ອງທ່ຽວສາມາດເຫັນທົ່ວສີ່ທິດ. ອຳນາດການປົກຄອງທ້ອງຖິ່ນໄດ້ສຳຫຼວດເສັ້ນທາງຂຶ້ນທາດຝູລົກ ເພື່ອລົງທຶນບູລະນະສ້ອມແປງສ້າງເງື່ອນໄຂ ໃຫ້ແກ່ແຂກທ່ອງທ່ຽວມາຢ້ຽມຊົມ. ທ່ານ ເລກວັກເກື່ອງ ປະທານຄະນະກຳມະການປະຊາຊົນຕາແສງ ເຍີນແທັ່ງ ເທດສະບານ ອານເຍີນ ໃຫ້ຮູ້ວ່າ:

     “ເສັ້ນທາງຂຶ້ນທາດຝຸລົກ ຍັງສາມາດໄປໄດ້ຢູ່ ແຕ່ຍັງຄົງແມ່ນທາງດິນ ຫີນ ແລະ ເປັນທາງນ້ອຍ ຍັງບໍ່ທັນໄດ້ຮັບການລົງທຶນຍົກລະດັບເທື່ອ. ພວກເຮົາລົງທຶນກໍ່ສ້າງເສັ້ນທາງຂຶ້ນທາດ ກໍ່ແມ່ນສ້າງເງື່ອນໄຂສະດວກໃນການສັນຈອນໄປມາ. ຄວາມຫວັງຂອງເທດສະບານ ອານເຍີນ ຈະລົງທຶນກໍ່ສ້າງລະບົບທາງຄົມມະນາຄົມໃຫ້ຄົບຊຸດ ເຊື່ອມຕໍ່ກັບເຂດປູຊະນີຍະສະຖານເພື່ອຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມ”.

    ສະຖາປັດຕະຍະກຳວິຫານທາດຈຳຢູ່ແຂວງ ບິ່ງດິ້ງ ມີຂອບຂະຂາດໃຫຍ່  ຍັງຖືກຮັກສາເໝືອນເດີມ ເຊິ່ງໄດ້ສ່ອງແສງ ສະຖາປັດຕະຍະກຳສຳເພາະ  ຂອງສິລະປະຈຳປາ. ທາດຈຳ ທັງໝົດໃນບໍລິເວນແຂວງໄດ້ຖືກຢັ້ງຢືນ ແມ່ນປູຊະນີຍະສະຖານສະຖາປັດຕະຍະກຳສິລະປະແຫ່ງຊາດ. ໃນນັ້ນທາດເຢືອງລອງ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອປີ 2015. ທາດຮ່ອນຈວງ ແມ່ນໜຶ່ງໃນສະຖານທີ່ 12 ແຫ່ງ ຂຶ້ນກັບປູຊະນີຍະສະຖານເຂດຖານທີ່ໝັ້ນ ໜຸຍບ່າ ໄດ້ຮັບການຢັ້ງຢືນ ແມ່ນປູຊະນີຍະສະຖານລະດັບຊາດ ປີ 1994. ກຸ່ມປູຊະນີຍະສະຖານທາດ ແບ໊ງອິດ ກໍ່ແມ່ນກິດຈະກຳສະຖາປັດຕະຍະກຳທີ່ເກົ່າແກ່ ໄດ້ຮັບການແນະນຳຜ່ານປຶ້ມ “1001 ກິດຈະກຳສະຖາປັດຕະຍະກຳ ຕ້ອງເວົ້າເຖິງໃນຊີວິດ”  ໂດຍສຳນັກພິມ Quintessence ຂອງ ອັງກິດ ພິມຈຳໜ່າຍ. ນອກຈາກນັ້ນແຂວງ ບິ່ງດິ້ງ ກໍ່ຍັງມີ 3 ປູຊະນີຍະສະຖານກຳແພງເກົ່າ, 6 ປູຊະນີຍະສະຖານເຂດຜະລິດເຄື່ອງປັ້ນດິນເຜົາບູຮານ, ຮ່ອງຮອຍສະຖາປັດຕະຍະກຳຈຳປາ 45 ແຫ່ງ ພ້ອມກັບບັນດາຜະລິດຕະພັນປະຕິມາກຳຫີນ ແລະ ເຄື່ອງປັ້ນດິນເຜົາຈຳປາທີ່ຫາຍາກ ໃນນັ້ນມີ 9 ຜະລິດຕະພັນປະຕິມາກຳຫີນ ຈຳ ໄດ້ຮັບການຢັ້ງຢືນເປັນຂອງປະເສີດແຫ່ງຊາດ. ທ່ານ ບຸ່ຍຕິ໊ງ ຜູ້ອຳນວຍການ ຫໍພິພິທະພັນບິ່ງດິ້ງ ໃຫ້ຮູ້ວ່າ:

     “ລະບົບທາດຈຳ ໃນແຂວງ ບິ່ງດິ້ງ ໄດ້ຜ່ານໄລຍະເວລານັບພັນປີ ແລະ ພວມຄົງຕົວຢູ່. ດັ່ງນັ້ນວຽກງານບູລະນະປະຕິສັງຂອນ ແມ່ນຕ້ອງມີຄວາມລະມັດລະວັງທີ່ສຸດ. ພວກຂ້າພະເຈົ້າໄດ້ສົມທົບກັບສະຖາບັນອະນຸລັກປູຊະນີຍະສະຖານ ພ້ອມກັບບັນດາອົງການສຳນັກງານທີ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປູຊະນີຍະສະຖານ ທາດຈຳ ໃນບໍລິເວນ ເພື່ອປະຕິບັດການບູລະນະປະຕິສັງຂອນ. ພວກຂ້າພະເຈົ້າກໍ່ໄດ້ເຊື້ອເຊີນບັນດາຫົວໜ່ວຍ ວິຊາສະເພາະທີ່ມີຊື່ສຽງ ເພື່ອໃຫ້ຄຳປຶກສາໃນການອອກແບບສຳຫຼວດ”.

     ພະແນກວັດທະນະທຳ ກິລາ ແລະ ພະແນກທ່ອງທ່ຽວແຂວງ ບິ່ງດິ້ງ ຍັງນຳສະເໜີຫັນບັນດາຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ ເພື່ອຮັບໃຊ້ແຂກທ່ອງທ່ຽວເມື່ອມາທ່ຽວຊົມຢູ່ບັນດາທາດຈຳ ຄື ເປີດຮ້ານຂາຍເຄື່ອງທີ່ສະນຶກຕື່ມອີກ, ເພີ່ມທະວີການສະແດງສິລະປະ ເປີດລາຍການທ່ອງທ່ຽວໃນຍາມຄ່ຳຄືນ, ເຊື່ອມຕໍ່ລະຫວ່າງບັນດາລາຍການທ່ຽວຊົມທາດຈຳ ກັບບັນດາໝູ່ບ້ານອາຊີບຫັດຖະກຳ. ທ່ານ ຮວິ່ງວັນເລິ້ຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ  ແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ:

     “ວຽກງານປົກປັກຮັກສາ ຄຸ້ມຄອງ ບູລະນະປະຕິສັງຂອນແມ່ນວຽກງານທີ່ມີຈຸດສະເພາະພິເສດຂອງບັນດາກິດຈະກຳ ວັດທະນະທຳໃນບໍລິເວນແຂວງ, ໃນໄລຍະສ້າງໂຄງການ, ຜັນຂະຫຍາຍການກໍ່ສ້າງ ພວກຂ້າພະເຈົ້າຈະປະຕິບັດຕາມກົດໝາຍວ່າດ້ວຍມໍລະດົກວັດທະນະທຳ ແລະ ບັນດາເອກະສານທີ່ກ່ຽວຂ້ອງຢ່າງເຂັ້ມງວດ”.

     ໃນໄລຍະທີ່ຈະມາເຖິງ ແຂວງ ບິ່ງດິ້ງ ຈະສືບຕໍ່ບູລະນະປະຕິສັງຂອນບັນດາ ທາດຈຳທີ່ເສື່ອມຄຸນນະພາບ ແລະ ແຂວງ ບິ່ງດິ້ງ ຍັງມຸ່ງໄປສູ່ການກໍ່ສ້າງຫໍພິພິທະພັນຫົວເລື່ອງວັດທະນະທຳຈຳປາ ປະກອບສ່ວນໂຄສະນາສີສັນວັດທະນະທຳຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ