ແຂວງ ເທື່ອທຽນເຫ້ວ ຍູ້ແຮງວຽກງານປົກປັກຮັກສາມໍລະດົກ

  

ແຂວງ ເທື່ອທຽນເຫ້ວ ຍູ້ແຮງວຽກງານປົກປັກຮັກສາມໍລະດົກ - ảnh 1
Ngo Mon ແມ່ນປະຕູໂຂງໃຫຍ່ຂອງພະລາດຊະວັງເຫ້ວ, ແມ່ນກິດຈະກຳສະຖາປັດຕະຍະກຳທີ່ມີຄຸນຄ່າສູງໃນສະໄໝລາດຊະວົງ ຫງວຽນ
(ພາບ:baohue.com)


    ນະຄອນ​ເຫ້ວ ຊຶ່ງ​ແມ່ນ​ເມືອງ​ຫຼວງ​ເກ​ົ່າຂອງ​ແຂວງ​ເທື່ອ​ທຽນ​ເຫ້ວ ມີ​ປະຫວັດ ສາດ​ແຫ່ງການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ຜ່ານ​ຫຼາຍ​ພັນ​ປີ. ນີ້​ກໍ​ແມ່ນ​ເຂດ​ດິນ​ທີ່​ມີ​ປູຊະນີຍະສະຖານປະຫວັດສາດ​ວັດທະນະທຳຫຼາຍ​ແຫ່ງພ້ອມ​ກັບ​ບັນດາ​ງານ​ບຸນ​ອັນ​ເປັນ​ປະ​ເພນີ, ພິ​ເສດ​ມີ​ 2 ມໍລະດົກທີ່​ມີ​ຄຸນຄ່າ​ທົ່ວ​ໂລກ ນັ້ນ​ແມ່ນ​ກຸ່ມປູຊະນີ ຍະສະຖານ ກຸງ​ເກົ​່າ​ເຫ້ວ ​ແລະ ດ​ົນຕີ​ໃນ​ພະລາດ​ຊະ​ວັງ​ເຫ້ວ. ​ໃນ​ຊຸມປີ​ທີ່​ຜ່ານ​ມາ, ​ເຫ້ວ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ອະນຸລັກ​ຮັກສາ ແລະ ເສີມ​ຂະ ຫຍາຍມໍລະດົກ​ວັດທະນະທຳ.

    ​ໂດຍ​ຜ່ານ​ບັນດາ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ, ມາ​ຮອດ​ປະຈຸ​ບບັນ, ​ເຫ້ວຍັງ​ຄົງ​ສາມາດ​​ເກັບຮັກສາສາງ​ປະຫວັດສາດ​ທີ່​ມະຫາສານຈາກ​ບັນດາປູຊະນີຍະສະ ຖານບູຮານ​ຄະດີ​ວັດທະນະທຳ ຊາ​ຫິ່ງ ທີ່​ມີ​ມາ​ກ່ອນ​ນີ້​ປະມານ 2.500 ປີ, ປູຊະນີຍະສະຖານວັດທະນະທຳ ຈຳປາ ຕະຫຼອດ​ຮອດ​ບັນດາປູຊະນີຍະສະຖານ​ສະຖາປັດຕະຍະກຳ​ພຸດທະ​ສາສະໜາ​ຫວຽດນາມ. ທ່ານ Nguyen Van Cao ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ​ໃຫ້​ຮູ້​ວ່າ “ ສູນ​ອະນຸລັກ​ຮັກສາ ປູຊະນີຍະສະຖານກຸງ​ເກົ່າ​​ເຫ້ວ ​ແມ່ນ​ແຫ່ງ​ປະຕິບັດບັນດາ​ກິດຈະກຳ ​ແລະ ​ໂຄງການ​ຫຼາຍ​ກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ບຸລະນະ​ປະຕິສັງ​ຂອນ ປູຊະນີ ຍະສະຖານ ​ແລະ ອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ”. ປີ 2012, ສູນ​ອະນຸລັກ​ຮັກສາ ປູຊະນີຍະສະຖານກຸງ​ເກົ່າ​​ເຫ້ວ ສຸມ​ໃສ່​ສ້າງ​ຕັ້ງ​ບັນດາ​ໂຄງການ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ ຄື​ລະບົບ​ ປູຊະນີຍະສະຖານຫໍ​ໂຮງ​, ສຸສານຕ່າງໆ​​ໃນ​ບໍລິ​ເວນ​ນະຄອນ​ເຫ້ວ ​ແລະ ​ໃນ​ພະລາດ​ຊະ​ວັງ​ເຫ້ວ. ນອກຈາກ​ນັ້ນ, ທາ​ງສູນຍັງ​ຍູ້​ແຮງ​ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍາສາດ, ຂໍ້​ມຸນ​ຂ່າວສານ​ເອກະສານ, ຄົ້ນ​ຄ້ວາ​ບັນດາ​ຄຸນຄ່າ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ, ຮ່ວມ​ມື​ສາກົນ, ພິພິທະ​ພັນ, ການວາງສະ​ແດງ....​ເພື່ອ​ເສີມ​ຂະຫຍາຍ​ຄຸນຄ່າ​ລະບົບປູຊະນີຍະສະຖານກຸງ​ເກົ່າ​​ເຫ້ວ, ກໍ​ຄື​ວຽກ​ງານ​ໂຄສະນາ ​ແນະນຳ​ພາບ​ພົດມໍລະດົກ​​ເຫ້ວ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ​ໃນ​ໄລຍະ​ແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ ​ໄດ້​ດຳ​ເນີນ​ການ​ບຸລະນະ​ປະຕິສັງຂອນຫຼາຍ​ກິດຈະກຳ​ທີ່​ເປັນ​ຈຸ​ດສຸມມີ​ຄຸນຄ່າ​ດ້ານ​ວັດທະນະທຳ​, ປະຫວັດສາດ, ສິລະ​ປະ, ສະຖາປັດຕະຍະກຳ​ທີ່​ດີ​ເດັ່ນ ​ແລະ ມີ​ຂອບ​ຂະໜາດ​ໃຫຍ່​ດ້ວຍ​ຈຳນວນ​ເງິນ​ໃຊ້​ຈາ​ຍ​ແມ່ນ​ໄດ້​ມາ​ຈາກ​ແຫຼ່ງທຶນ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ​ແຫຼ່ງ​ເງິນ​ອຸປະຖຳ​ຂອງ​ສາກົນ​ລວມ​ເຖິງ ກ່ວາ 200 ຕື້​ດົງ.

   ທ່ານ Phan Tien Dung ຫົວໜ້າ​ພະ​ແນ​ກວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ:

    “ ການ​ອະນຸລັກ​ຮັກສາບັນດາມໍລະດົກ​ວັດທະນະທຳ ​ແມ່ນ​ຍຸດ​ທະ​ສາດ​ພັດທະນາຂອງແຂວງ​ເທື່ອ​ທຽນ​ເຫ້ວ, ດັ່ງ​ນັ້ນ​ທຸກໆ​ແຫຼ່ງກຳລັງລົງທຶນຂອງແຂວງ ລ້ວນ​ແຕ່​ສະຫງວນ​ໃຫ້​ແກ່​ການ ບຸລະນະ​ປະຕິສັງຂອນບັນດາປູຊະນີຍະສະຖານ, ບັນດາມໍລະດົກ​ວັດທະນະທຳ. ​ໃນ​ຂະນະ​ທີ່​ບັນດາປູຊະນີຍະສະຖານ, ບັນດາ ມໍລະດົກ​ວັດທະນະທຳ​ໄດ້​ຮັບ​ການບຸລະນະ​ປະຕິສັງຂອນ, ​ອະນຸລັກ​ຮັກສານັ້ນ, ການ​ຂະຫຍາຍ​ຈັດ​ຕັ້ງ​ງານ Festival ຈະ​ຖືກ​ຍູ້​ແຮງ ​ແລະ ລັກສະນະ​ຈຶ່ງ​ໄດ້​ຮັບ​ການ​ຖື​ເປັນ​ສຳຄັນ. ​ໃນ​ໄລຍະ​ກ່ວາ 10 ປີ​ທີ່​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້ຜັນ​ຂະຫຍາຍວຽກ​ງານ​ນີ້, ລະອຽດ​ແມ່ນ​ພວກ​ຂ້າພະ​ເຈົ້າ​ໄດ້​ຍົກຍ້າຍ​ໂຮງງານ​ໃຫຍ່ 15 ​ແຫ່ງ​ອອກ​ຈາກ​ນະຄອນ​ເຫ້ວ. ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາບັນດາ​ຊັບ​ສົມບັດ​ດ້ານ​ວັດທະນະທຳ​ຢ່າງ​​ແຂງ​ແຮງ. ນອກຈາກ​ນັ້ນ, ມີ​ຫຼາຍ​ຄອບ​ຄົວ​ຊາວ​ນະຄອນ​ເຫ້ວ ກໍ​ມີ​ຄວາມ​ສະໝັກ​ໃຈ​ຍົກຍ້າຍ​ບ່ອນຢູ່​ໄປ​ແຫ່ງ​ອື່ນ​ເພື່ອ​ປົກ​ປັກ​ຮັກສາບັນດາມໍລະດົກ​. ນີ້​ແມ່ນ​ການ​ກະທຳ​ທີ່​ເປັນ​ໜ້າ​ເຄົາລົບ​ນັບຖື ”

  ບັນດາ​ທຳນອງ​ດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວ ທີ່​ພວກ​​ເພື່ອນ​ຫາ​ກໍ​ຮັບ​ຟັງ​ຜ່ານ​ໄປ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນຍາ​ລັກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ທີ່​ສຸດ​ຂອງ​ເຂດ​ດິນ​ກຸງ​ເກົ່າ​ເຫ້ວ. ທີ່​ງານ Festival ​ເຫ້ວ 2012 ທີ່​ຜ່ານ​ມາ, ອີກ​ເທື່ອ​ໜຶ່ງ ດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ງານ​ບຸນ “ ລອງເຮືອ​ຄົ້ນ​ຫາ​ແມ່​ນ້ຳ​ເຮືອງ ” ​ແລະ “ ຄ່ຳ​ຄືນ​ພະລາດ​ຊະ​ວັງ ” ​ແນ​ໃສ່​ນຳ​ເອົາ​ປະ​ເພດ​ສິລະ​ປະ​ທີ່​ເຄີຍ​ຮັບ​ໃຊ້​ພຽງ​ຢູ່​ໃນ​ພະລາດ​ຊະ​ວັງ​​ເກົ່າເທົ່າ​ນັ້ນ ມາ​ແນະນຳ​ສູ່​ມວນ​ຊົນຢ່າງ​ກ້ວາງ​ຂວາງ. ນອກຈາກ​ນັ້ນ, ​ເພື່​ອ​ແນ​ໃສ່ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ ດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວ ນັ້ນ, ປະຈຸ​ບັນ ແຂວງ​ເທື່ອ​ທຽນ​ເຫ້ວ​ພວມ​ສຸມ​ໃສ່​ປະຕິບັດ​ຫຼາຍ​ໂຄງການ​ທີ່​ມີ​ສວ່ນກ່ຽວຂ້ອງ​ເຖິງ ດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວ ຄື: ຄົ້ນ​ຄ້ວາ​ກໍ່ສ້າງ​ສູນ​ກາງ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເຂດ​ເຫ້ວ, ປັບປຸງ ​ແລະ ພັດທະນາ​ກ່ຽວ​ກັບ​ພື້ນຖານ​ດ້ານ​ວັດຖຸ ​ແລະ ນັກສະ​ແດງ​ໃຫ້​ແກ່​ໂຮງ​ລະຄອນ​ສິລະ​ປະ​ພື້ນເມືອງ ​ພະລາດ​ຊະ​ວັງເຫ້ວ ​ເພື່ອ​ກາຍ​ເປັນ​ສູນ​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ ພະລາດ​ຊະ​ວັງຢູ່​ຫວຽດນາມ, ກ້າວ​​ໄປ​ເຖິງ​ຈັດ​ຕັ້ງ​ບັນດາ​ລາຍການ​​ແລກປ່ຽນສະ​ແດງສິລະ​ປະ​ສາກົນ​ລະຫວ່າງ ສິລະ​ປະດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວກັບ ສິລະປະ ການສະ​ແດງ​ໃນພະລາດ​ຊະ​ວັງຂອງ​ບາງ​ປະ​ເທດ​ໃນ​ພາກ​ພື້ນ​ຄື ສ.​ເກົາຫຼີ, ຍີ​ປຸ່ນ.

   ທ່ານ Ngo Hoa ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ :

   “ ນັບ​ແຕ່​ປີ 2013 , ດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ລັດຖະບານ​ຍີ​ປຸ່ນ​ໂດຍ​ຜ່ານ​ອົງການ UNESCO ປະຈຳ​ຫວຽດນາມ ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ບາງ​ໂຄງການ​ບຳລຸງ​ສ້າງ​ກ່ຽວ​ກັບ ດົນຕີ​ໃນ​ພະລາດ​ຊະ​ວັງ. ​ໂຄງການ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ ອົງການ UNESCO ​ແລະ ນີ້​ກໍ​ແມ່ນ​ໂຄງການ​ທຳ​ອິດ​ທີ່​ມີ​ຄຸ​ນນະພາ​ບສູງ​ເພື່ອ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ ມໍລະດົກ​ວັດທະນະທຳທີ່​ບໍ່​ມີ​ຮູບ​ຮ່າງ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດົນຕີ​ໃນ​ພະລາດ​ຊະ​ວັງເຫ້ວຈະ​ສືບ​ຕໍ່​ລົງ​ເລິກ​ເຂົ້າ​ສູ່​ຊີວິດ​ວັດທະນະທຳ​ຈິດ​ໃຈ​ບໍ່​ພຽງ​ແຕ່​ຂອງ​ຊາວ​ເຫ້ວ​ເທົ່າ​ນັ້ນຫາກ​ຍັງ​ຂອງ​ຊາວ​ຫວຽດນາມ​ກໍ​ຄື​ຊາວ​ໂລກ ອີກດ້ວຍ ”

     ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສູນ​ອະນຸລັກ​ຮັກສາ ປູຊະນີຍະສະຖານກຸງ​ເກົ່າ​​ເຫ້ວ​ໄດ້​ລົງ​ສຳ​ຫຼວດຕົວ​ຈິງ​ຢູ່​ແຫ່ງ​ຕ່າງໆ​ໃນ​ນະຄອນ​ເຫ້ວ ​ແລະ ​ເຂດ​ອ້ອມ​ຂ້າງ, ​ໄດ້​ມີ​ໂອກາດ​ພົ​ບປະ​ໂອ້​ລົ​ມກັບ​ນັກ​ສິລະ​ປິນ, ນັກ​ສິລະ​ປະກຳ ຊຶ່ງ​ກ່ອນ​ນີ້​ໄດ້​ມີ​ໄລຍະ​ຮັບ​ໃຊ້ ​ແລະ ​ເຮັດ​ວຽກ​ຢູ່​ໃນ​ພະລາດ​ຊະ​ວັງເຫ້ວ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ອົງ​ສຸດ​ທ້າຍ. ມີ​ເອກະສານທີ່​ລ້ຳ​ຄ່າຫຼາຍ​ຢ່າງກ່ຽວ​ກັບ​ສິລະ​ປະ ດົນຕີ​ໃນ​ພະລາດ​ຊະ​ວັງ, ຂັບ​ຕວງ, ​ແລະ ຝ້ອນໃນ​ພະລາດ​ຊະ​ວັງ​ໄດ້​ຖືກ​ເກັບ​ຮັກສາ​ໄວ້. ບົນ​ພື້ນຖານ​ນັ້ນ, ຈຸ​ຄົ້ນ​ຄ້ວາ​ໄດ້​ລວບ​ລວມ, ຈັດ​ແບ່ງ​ປະ​ເພດ ​ແລະ ສ້າງ​ເປັນ​ຊຸດ​ສຳ​ເນົາ​ວິທະ​ຍາ​ສາດ. ມາ​ຮອດ​ປະຈຸ​ບັນ, ຊຸດ​ສຳ​ເນົາ​ວິທະ​ຍາ​ສາດນີ້​ລວມມີ 250 ໜ້າ​ເຈ້ຍ, ຊຶ່ງ​ແນະນຳ​ກ່ຽວ​ກັບ​ພາລະກິດ​ຂອງ​ບັນດາ​ ນັກ​ສິລະ​ປິນ, ນັກ​ສິລະ​ປະກຳ ​ແລະ ບັນທຶກ​ບັນດາ​ບົດ​ເພງ​ທີ່​ເຂົາ​ເຈົ້າສະ​ແດງ ​ແລະ ອື່ນໆ

        ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຄຸນຄ່າ​ບັນດາ ມໍລະດົກ​ທີ່​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​ໃນ​ຍຸກ​ປະຈຸ​ບັນ, ງານ Festival ​ແຕ່​ລະ​ຄັ້ງ​ຍິ່ງ​ເປັນ​ການ​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ ​ແລະ ​ເຄື່ອງໝາຍຂອງ​ກຸງ​ເກົ່າ​ເຫ້ວທີ່​ມີ​ມາ​ນັບ​ພັນ​ປີ​ໃນ​ຈິດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ