ແຂວງດົ່ງທາບ ຮັກສາ ແລະ ເຊີດຊູຄຸນຄ່າສິລະປະ ຂັບເດີນກາຕາຍຕື

(VOVWORLD) -ວັນທີ 5 ທັນວາ 2013, ສິລະປະຂັບເດີນກາຕາຍຕື ພາກໃຕ້ໄດ້ຮັບການຮັບຮອງຈາກອົງການ ວິທະຍາສາດ ສຶກສາ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ເປັນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງເປັນຕົວແທນຂອງ ມວນມະນຸດ. ເຖິງວ່າບໍ່ແມ່ນອູ່ໃຫ້ກຳເນີດສິລະປະຂັບເດີນກາຕາຍຕື ຄືແຂວງບາກລຽວກໍຕາມ, ແຕ່ແຂວງດົ່ງທາບແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ປະຕິບັດເປັນຢ່າງດີສຳລັບວຽກງານການອະນຸລັກຮັກສາ ແລະ ເຊີດຊູຄຸນຄ່າທີ່ເປັນເອກະລັກສະເພາະຂອງປະເພດສິລະປະນີ້, ນຳສິລະປະປະເພດນີ້ກາຍເປັນຜະລິດຕະພັນ ວັດທະນະທໍາ ທ່ອງທ່ຽວທີ່ເປັນເອກະລັກຂອງ ທ້ອງຖິ່ນ
ແຂວງດົ່ງທາບ ຮັກສາ ແລະ ເຊີດຊູຄຸນຄ່າສິລະປະ ຂັບເດີນກາຕາຍຕື - ảnh 1ນະຄອນກາວແລ້ງເຂົ້າຮ່ວມງານມະໂຫລານຂັບເດີນກາຕາຍຕື ແລະ ຂັບຫໍ່ດົງທາບ

     ປະຈຸບັນ, ນະຄອນ ກາວແລ້ງ, ແຂວງ ດົ່ງທາບ ມີສະໂມສອນຂັບເດີນກາຕາຍຕື 37 ສະໂມສອນ ດ້ວຍຈຳນວນສະມາຊິກ 426 ຄົນ. ທຸກໆຕອນຄ່ຳ ວັນເສົາ, ຢູ່ສວນສາທາລະນະ ຮາຍບ່າຈຶງ, ບັນດາສະມາຊິກຂອງສະໂມສອນຂັບເດີນກາຕາຍຕື ໄດ້ຈັດຕັ້ງບັນດາການເຄື່ອນໄຫວ, ຝຶກແອບ ແລະ ສະແດງສິລະປະຂັບເດີນກາຕາຍຕື . ຢູ່ທີ່ນີ້, ຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມການສະແດງບັນດາບົດເພງຂັບເດີນກາຕາຍຕື. ນາງມາຍແທງລວານ, ນັກສິລະປິນສະໝັກຫຼິ້ນຢູ່ຕາແສງ 6, ນະຄອນ ກາວແລ້ງ, ແບ່ງປັນວ່າ:

      “ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າໄດ້ ເມົາມົວປະເພດສິລະປະນີ້ ແລະ ນິຍົມຊົມຊອບທີ່ສຸດ. ໃນເບື້ອງຕົ້ນ, ຂ້າພະເຈົ້າຝຶກຂັບຮ້ອງ, ແຕ່ຄາວນັ້ນ ບໍ່ມີເຄື່ອງດົນຕີຄົບ, ສະນັ້ນ ຈັງຫວະ ທຳນອງເພງບໍ່ໄດ້ມາດຕະຖານ.ໄລຍະຕໍ່ມາ, ສິລະປະປະເພດນີ້ເລີ່ມໄດ້ຮັບຄວາມນິຍົມ, ຂ້າພະເຈົ້າໄດ້ ກັບມາຝຶກແອບຂັບຮ້ອງບັນດາບົດເພງທີ່ຕົນເອງ ມັກ ເພື່ອໃນການໄປສະແດງ, ຮ່ວມງານບຸນ, ພົບປະແລກປ່ຽນກັບອ້າຍນ້ອງຢູ່ໃກ້ ແລະ ໄກທຸກໆຄັ້ງ ກໍມີໂອກາດໄດ້ຮຽນຮູ້ຕື່ມອີກ”.

      ນະຄອນກາວແລ້ງ ແມ່ນບ່ອນໃຫ້ກຳເນີດນັກສິລະປິນ ຂັບເດີນກາຕາຍຕືທີ່ດີເດັ່ນຫຼາຍຄົນ. . ປະທານສະໂມສອນ ຂັບເດີນກາຕາຍຕື ນະຄອນ ກາວແລ້ງ ແມ່ນນັກສິລະປິນດີເດັ່ ທູບາ ມີອາຍຸ 63 ປີ ແລະ ມີປະສົບການໃນການປະກອບອາຊີບເປັນນັກຮ້ອງເປັນເວລາ 45 ປີ.ໃຫ້ຮູ້ວ່າ :

      “ 2 ປີມານີ້, ສິລະປະຂັບເດີນກາຕາຍຕືແຂວງດົ່ງທາບໄດ້ພັດທະນາຢ່າງແຂງແຮງ. ຂ້າພະເຈົ້າເອງກໍ່ໄດ້ລະດົມບັນດາອ້າຍນ້ອງຢູ່ສະໂມສອນຂັບເດີນກາຕາຍຕື ແລະ ຄະນະຮັບຜິດຊອບ ໂມສອນ ຂັບເດີນກາຕາຍຕືແຂວງ ດົ່ງທາບ. ພວກຂ້າພະເຈົ້າໄດ້ທະວີຄູນຮູບແບບຂອງສະໂມສອນຂັບເດີນກາຕາຍຕື, ແລ້ວກໍໂຄສະນາ ຊ່ວຍເຫຼືອກັນເພື່ອພ້ອມກັນກ້າວຂຶ້ນ”.

    ສະໂມສອນຂັບເດີນກາຕາຍຕືຍິ່ງມີຫຼາຍເທົ່າໃດ, ກໍຍິ່ງຊ່ວຍນັກສິລະປິນສະໝັກຫຼິ້ນ ມີໂອກາດ ເສີມຂະຫຍາຍຄວາມສາມາດຂອງຕົນ. ອຳນາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສະໂມສອນຂັບເດີນກາຕາຍຕື ໄດ້ພົບປະແລກປ່ຽນ,ສະແດງສິລະປະ , ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍສິລະປະຂັບເດີນກາຕາຍຕື. ທ່ານນາງ ໂງທິແທງຊວນ, ຮອງປະທານຄະນະກຳມະການປະຊາຊົນຕາແສງ 6, ນະຄອນ ກາວແລ້ງ ໃຫ້ຮູ້ວ່າ:

   “ ຕາແສງ 6 ມີ 1 ສະໂມສອນຂັບເດີນກາຕາຍຕື. ສະໂມສອນນີ້ໄດ້ຈັດການພົບປະແລກປ່ຽນ ປະຈໍາອາທິດກັບສະໂມສອນອື່ນໆ. ໃນໄລຍະຈະມາເຖິງ, ທາງຕາແສງຈະສ້າງເງື່ອນໄຂດີກ່ວາອີກ ເພື່ອໃຫ້ສະໂມສອນໄປພົບປະແລກປ່ຽນ, ເຂົ້າຮ່ວມບັນດາງານສະແດງ, ງານແຂ່ງຂັນໂດຍນະຄອນກໍ່ຄືຫົວໜ່ວຍຕ່າງໆຈັດຕັ້ງຂຶ້ນ”.

      ຂະແໜງວັດທະນະທຳແຂວງ ດົ່ງທາບ ຍູ້ແຮງການໂຄສະນາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າສິລະປະຂັບເດີນກາຕາຍຕື.ແຂວງ ດົ່ງທາບ.ຍັງເປີດຊຸດອົບຮົມຕື່ມອີກ, ຈັດຕັ້ງງານປະກວດຂັບເດີນກາຕາຍຕື, ໂດຍສະເພາະແມ່ນນຳເອົາສິລະປະຂັບເດີນກາຕາຍຕືມາສະແດງຢູ່ບັນດາງານບຸນ, ເຫດການວັດທະນະທຳຂອງແຂວງ. ທ່ານ ໂງຮ່ວາງຫວຽດ, ຮອງຜູ້ອຳນວຍການສູນວັດທະນະທຳ, ກິລາ ແລະ ໂທລະໂຄງ ນະຄອນ ກາວແລ້ງ ໃຫ້ຮູ້ວ່າ:

      “ໃນໄລຍະຈະມາເຖິງ, ທາງສູນຈະເປັນເສນາທິການໃຫ້ການນຳນະຄອນ ກາວແລ້ງ ນຳເອົາ ບັນດາເນື້ອໃນຂອງງານພົບປະແລກປ່ຽນສະແດງ ຂັບເດີນກາຕາຍຕື ເຂົ້າໃນໂຄງການປະຕິບັດງານ ຂອງປີ, ເພື່ອແນໃສ່ສ້າງສະຖານທີ່ເຄື່ອນໄຫວໃຫ້ ນັກສິລະປິນ ມີໂອກາດພົບປະແລກປ່ຽນ. ແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ຂະບວນການເຄື່ອນໄຫວຂັບເດີນກາຕາຍຕືຂອງບັນດາຫົວໜ່ວຍ”.

     ສິລະປະຂັບເດີນກາຕາຍຕື ແຕ່ດົນນານມາແລ້ວ ໄດ້ກາຍເປັນ ປະເພດສິລະປະພື້ນເມືອງທີ່ຕິດພັນກັບຊີວິດທາງດ້ານຈິດໃຈຂອງຊາວແຂວງ ດົ່ງທາບ. ທາງແຂວງ ສູ້ຊົນໃນໄລຍະ 2024 – 2025 ໃຫ້ມີ 50% – 70% ຈຳນວນຕາແສງ, ເທດສະບານໃນແຂວງ ສ້າງຕັ້ງສະໂມສອນ ຂັບເດີນກາຕາຍຕື ແລະ ຂັບຫໍ່ດົງທາບຂັ້ນຕາແສງ. ຮັກສາການຈັດຕັ້ງງານປະກວດສິລະປະຂັບເດີນກາຕາຍຕື, ຂັບລຳທຳເພງພື້ນເມືອງ ແລະຂັບຫໍ່ດົງທາບ ຂັ້ນແຂວງປີລະ 1 ຄັ້ງ; ເກັບກຳ, ພິມ, ຈຳໜ່າຍປຶ້ມແນະນຳ “ສິລະປະຂັບເດີນກາຕາຍຕື ແລະ ຂັບຫໍ່ດົງທາບ” ຈໍານວນ 1.000 ຫົວ.

ຕອບກັບ

ຂ່າວ/ບົດ​ອື່ນ