ແຕ້ມສະເກັດການຕໍ່ຕ້ານຢູ່ພາກໃຕ້ - ຫຼັກໝາຍ ທີ່ສະຫງ່າອົງອາດ ໃນປະຫວັດສາດຂອງຊາດ ຫວຽດນາມ

(VOVWORLD) -            ເມື່ອບໍ່ດົນມານີ້ ຫໍພິພິທະພັນວິຈິດສິນ ຫວຽດນາມ ສົມທົບກັບຫໍພິພິທະພັນວິຈິດສິນນະຄອນ ໂຮ່ຈີມິນ  ຈັດງານວາງສະແດງຫົວເລື່ອງ “ແຕ້ມສະເກັດກ່ຽວກັບຕໍ່ຕ້ານຢູ່ພາກໃຕ້” ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ ທີ່ນະຄອນຫຼວງ ຮ່າໂນ້ຍ. ງານວາງສະແດງແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ, ຈິດຕະກອນທີ່ໄດ້ມີການປະກອບສ່ວນປົກປັກຮັກສາເອກະລາດ ສັນຕິພາບ ອິດສະຫຼະພາບຂອງຊາດ ແລະ ເຊີດຊູບັນດານັກສິລະປະກອນ ທີ່ໄດ້ປະກອບສ່ວນໃຫ້ແກ່ພື້ນຖານວິຈິດສິນປະຕິວັດ ຫວຽດນາມ
ແຕ້ມສະເກັດການຕໍ່ຕ້ານຢູ່ພາກໃຕ້ - ຫຼັກໝາຍ ທີ່ສະຫງ່າອົງອາດ ໃນປະຫວັດສາດຂອງຊາດ ຫວຽດນາມ - ảnh 1ພາບສະເກັດ ຖືກແຕ້ມໃນປີ 1968

     ພາບສະເກັດ 70 ແຜ່ນ ທີີ່ນຳມາສະແດງ ແລະ ແນະນຳຕໍ່ມວນຊົນນະຄອນຫຼວງ ໃນງານວາງສະແດງຄັ້ງນີ້ ແມ່ນຊຸດພາບສະສົມຂອງຫໍພິພິທະພັນວິຈິດສິນນະຄອນ ໂຮ່ຈີມິນ. ບັນດາຮູບແຕ້ມໄດ້ປະຕິບັດໂດຍກົງຢູ່ສະໜາມຮົບພາກໃຕ້ໃນໃນໄລຍະ 1954 – 1975  ດ້ວຍວັດສະດຸແລະ ເນື້ອໃນທີ່ອຸດົມສົມບູນ. ບັນດາວັດສະດຸທີ່ຈິດຕະກອນນຳໃຊ້ ຫຼາຍທີ່ສຸດ ແມ່ນນ້ຳສີ ແປ້ງສີ, ສໍດຳ...ເພື່ອບັນທຶກເຫດການຢູ່ສະໜາມຮົບປະຈຳວັນກ່ຽວກັບການດຳລົງຊີວິດ ດິນແດນ ແລະ ສົງຄາມທີ່ດຸເດືອດຂອງກອງທັບ ແລະ ປະຊາຊົນພາກໃຕ້. ຈິດຕະກອນ ເລືອງຊວນດວ່ານ ປະທານສະມາຄົມວິຈິດສິນ ຫວຽດນາມ ໄດ້ຕີລາຄາວ່າ:

     “ຊຸດພາບສະສົມອັນລ້ຳຄ່າ ໂດຍຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ ສົມທົບກັບຫໍພິພິທະພັນວິຈິດສິນ ຫວຽດນາມນຳມາວາງສະແດງຢູ່ ຮ່າໂນ່ຍ ນັ້ນ ຂ້າພະເຈົ້າຖືວ່າ ນີ້ແມ່ນຂອງຂວັນອັນລ້ຳຄ່າໄດ້ຮັບການຮັກສາໄວ້ໃນຫຼາຍປີມານີ້. ບັນດາວາດແຕ້ມຂອງເຂົາເຈົ້າໄດ້ຖືຮັກສາໃນພາບສເກັດອັນນ້ອຍໆ ເຊິ່ງຂ້າພະເຈົ້າຖືວ່ານີ້ແມ່ນຈຸດເວລາທີ່ເປັນໜ້າສະເທືອນໃຈທີ່ສຸດ ຂອງຈິດຕະກອນນັ້ນເອງ ເຊິ່ງໄດ້ບັນທຶກຄວາມງາມຂອງພວກນັກຮົບຢູ່ສະໜາມຮົບພາກໃຕ້”.

     ມາຊົມງານວາງສະແດງ “ແຕ້ມສະເກັດກ່ຽວກັບການຕໍ່ຕ້ານຢູ່ພາກໃຕ້” ນ້ອງ ຮວ່າງຮຸຍບັ່ງ ນັກສຶກສາສັງກັດສະຖານບັນສື່ມວນຊົນ ແລະ ໂຄສະນາ ສະແດງຄວາມໃນໃຈວ່າ:

     “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ຕໍ່ບັນດາພາບສະເກັດ ເຊິ່ງໄດ້ວາດພາບເຖິງຮູບພາບແມ່ຍິງທີ່ເຂົ້າຮ່ວມການຕໍ່ຕ້ານ ເຂົາເຈົ້າໄດ້ຈັບປືນ ແລະ ນອນຢູ່ຕາມສະໜາມຮົບ. ບໍ່ພຽງແຕ່ສາມາດຫາບວຽກບ້ານການເຮືອນແນວຫຼັງທີ່ດີເທົ່ານັ້ນ ແມ່ຍິງຍັງເປັນຜູ້ກ້າຫານອີກດ້ວຍ. ໂດຍແມ່ນລຸ້ນໄວໜຸ່ມປັດຈຸບັນ ເມື່ອໄດ້ຮັບຊົມພາບສະເກັດເຫຼົ່ານີ້ ຂ້າພະເຈົ້າຍິ່ງເຫັນວ່າ ມີຄວາມຮັກຊາດຫຼາຍກວ່າອີກ”.

    ສຳລັບບັນດານັກຮົບເກົ່າທີ່ໄດ້ເຄີຍຜ່ານຊ່ວງເວລາປະຫວັດສາດຂອງຊາດ ໃນສົງຄາມຄື ຈິດຕະກອນ ງວຽນເຢືອງ ຢູ່ ຮ່າໂນ້ຍ ນັ້ນ ພາຍຫຼັງທີ່ໄດ້ຮັບຊົມພາບສະເກັດກ່ຽວກັບຮູບພາບຄວາມຊົງຈຳ ເມື່ອກ່ອນນີ້ ດ້ວຍຄວາມຮູ້ສຶກໂສກເສົ້າເສຍເດຍມ່ວນຊື່ນປະສານເຂົ້າກັນ ພ້ອມກັບບັນດາເພື່ອນຮ່ວມກົມກອງເມື່ອກ່ອນນີ້. ງວຽນເຢືອງ ເວົ້າວ່າ:

       “ນີ້ແມ່ນບັນດາຮູບພາບຂອງພວກອ້າຍ ພວກເອື້ອຍພວມຢູ່ສະໜາມຮົບ. ສ່ວນພວກຂ້າພະເຈົ້າໃນຊ່ວງເວລານັ້ນກໍ່ຢູ່ພາກເໜືອ ເພື່ອປົກປັກຮັກສາເຂດນ່ານຟ້າພາກເໜືອ, ປະຕິບັດໜ້າທີ່ຍິງທຳລາຍເຮືອບິນຂອງອາເມລິກາ ເມື່ອອອກສູ່ພາກເໜືອຖິ້ມລະເບີດທຳລາຍ.ເມື່ອໄດ້ຮັບຊົມຄືນ ພາບສະເກັດເຫຼົ່ານີ້ ພວກຂ້າພະເຈົ້າສາມາດວາດນຶກ ໄດ້ເຖິງການສູ້ຮົບເມື່ອກ່ອນນີ້ທີ່ເຕັມໄປດ້ວຍຄວາມລຳບາກກາກກຳ ແລະ ການເສຍສະຫຼະທຸກສິ່ງທຸກຢ່າງ,ແຕ່ທຸກໆຄົນກໍ່ລ້ວນແຕ່ພະຍາຍາມ ຜ່ານຜ່າຄວາມຫຍຸ້ງຍາກລືມເນື້ອລືມຕົວເພື່ອເຮັດສຳເລັດໜ້າທີ່ເຊິ່ງປະເທດຊາດມອບໝາຍໃຫ້”.

      ພາບສະເກັດນັບພັນແຜ່ນທີ່ປະຕິບັດໃນສະໄໝສົງຄາມ ໄດ້ກາຍເປັນພະຍານຫຼັກຖານທີ່ມີຈິງຂອງປະຫວັດສາດ ສະແດງໃຫ້ເຫັນຄວາມຄາດຫວັງມີສັນຕິພາບ, ຄວາມເປັນທຳ ແລະ ລັດທິວິລະຊົນແຫ່ງຊາດຂອງຊາວ ຫວຽດນາມ. ຈິດຕະກອນ ເຈິ່ນແທັງບິ່ງ ຜູ້ອຳນວຍການຫໍພິພິທະພັນ ວິຈິດສິນນະຄອນ ໂຮຈີມິນ ໃຫ້ຮູ້ວ່າ:

      “ບັນດາພາບສະເກັດໃນຊຸດສະສົມແຕ້ມສະເກັດ ກ່ຽວກັບການຕໍ່ຕ້ານຢູ່ພາກໃຕ້ຂອງຫໍພິພິທະພັນວິຈິດສິນ ໄດ້ນຳມາສະແດງເປັນຄັ້ງທຳອິດຢູ່ ຫໍພິພິທະພັນ ວິຈິດສິນ ຫວຽດນາມ ເພື່ອແນະນຳໃຫ້ມວນຊົນ ພິເສດຢາກມຸ່ງໄປສູ່ໄວໜຸ່ມ ເພື່ອຊ່ວຍເຂົາເຈົ້າມີຄວາມເຂົ້າໃຈໄດ້ເຖິງບັນດາຄຸນຄ່າຂອງພາບສະເກັດໃນໄລຍະຕໍ່ຕ້ານ ເພື່ອຮຽນຮູ້ຫຼໍ່ລ້ຽງນ້ຳໃຈຮັກຊາດ”.

       ການວາງສະແດງຫົວເລື່ອງ “ແຕ້ມສະເກັດກກ່ຽວກັບການຕໍ່ຕ້ານຢູ່ພາກໃຕ້” ບໍ່ພຽງແຕ່ແມ່ນແຫຼ່ງວັດຖຸເອກະສານອັນລ້ຳຄ່າ ກ່ຽວກັບຄວາມຈິງໃນປະຫວັດສາດ ແລະ ສິລະປະເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານຢັ້ງຢືນບັນດາໝາກຜົນທາງດ້ານວິຈິດສິນປະຕິວັດ ແມ່ນຫຼັກໝາຍສະເພາະຂອງພື້ນຖານວິຈິດສິນທັນສະໄໝ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ