ແນະນຳຄຸນຄ່າ ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ

(VOVWORLD) - ປີ 2017, ຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບສະຖາບັນ Goethe ຫວຽດນາມ ຈັດຕັ້ງງານວາງສະແດງວັດຖຸບູຮານ ຫວຽດນາມ 400 ກວ່າຢ່າງຢູ່ ຫໍພິພິທະພັນ 3 ແຫ່ງທີ່ ສາທາລະນະລັດ ສະຫະພັນ ເຢັຍລະມັນ. ການເຄື່ອນໄຫວນີ້ແມ່ນການສືບຕໍ່ບັນດາຄວາມມານະພະຍາຍາມຂອງຫໍພິພິທະພັນ ເພື່ອແນໃສ່ແນະນຳຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ເຖິງເພື່ອນມິດຢູ່ຫຼາຍປະເທດໃນໂລກ.

         ວັດຖຸບູຮານ ຫວຽດນາມ 400 ກວ່າຢ່າງທີ່ກຳລັງວາງສະແດງຢູ່ ຫໍພິພິທະພັນ Reiss-Engelhorn, ນະຄອນ Mannheim, ຂຶ້ນກັບລັດ Baden-Wuerttemberg, ພາກໃຕ້ປະເທດ ເຢັຍລະມັນ. ງານວາງສະແດງມີຊື່ວ່າ “ວັດຖຸບູຮານຄະດີອັນລ້ຳຄ່າ ຫວຽດນາມ“ ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມນັບແຕ່ວັນທີ 16 ກັນຍາ 2017 – 7 ມັງກອນ 2018.

ແນະນຳຄຸນຄ່າ ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ - ảnh 1 ງານວາງສະແດງ ວັດຖຸບູຮານຄະດີ ຫວຽດນາມ (ພາບ: TTXVN)

        ກ່ອນໜ້ານັ້ນ, ວັດຖຸບູຮານຄະດີອັນລ້ຳຄ່າ ຫວຽດນາມ ກໍ່ຖືກນຳມາວາງສະແດງຢູ່ຫໍພິພິທະພັນບູຮານຄະດີ LWL ຢູ່ນະຄອນ Herne, ລັດ Nordrhein – Westfalen, ແຕ່ວັນທີ 7 ຕຸລາ 2016 ເຖິງວັນທີ 26 ກຸມພາ 2017 ແລະ ຫໍພິພິທະພັນບຸຮານຄະດີ, ນະຄອນ Chemnizt ຂຶ້ນກັບລັດ Sachsen, ແຕ່ວັນທີ 30 ມີນາ - 20 ສິງຫາ 2017. ຕາມຜູ້ອຳນວຍການສະຖາບັນຫໍພິພິທະພັນບູຮານຄະດີ LWL, ປະລິຍາເອກ Jwsef Muhlenbrock, ນີ້ແມ່ນໜຶ່ງໃນບັນດາງານວາງສະແດງໄດ້ຮັບຜົນສຳເລັດທີ່ສຸດຂອງ ສະຖາບັນຫໍພິພິທະພັນບູຮານຄະດີ LWL.

        ເພື່ອໃຫ້ບັນດາວັດຖຸບູຮານຄະດີອັນລ້ຳຄ່າ ຫວຽດນາມ ສະທ້ອນໃຫ້ເຫັນ ວັດທະນະທຳ ຫວຽດນາມ ໃນປະເທດ ເຢັຍລະມັນ, ບັນດານັກວິທະຍາສາດ ຫວຽດນາມ ແລະ ສາທາລະນະລັດ ສະຫະພັນ ເຢັຍລະມັນ ຕ້ອງເສຍເວລາເຖິງ 9 ປີ ເພື່ອກະກຽມ ແລະ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກນາໆປະການ. ແຕ່ດີໃຈທີ່ມີຊາວ ເຢັຍລະມັນ ແລະ ຊາວ ຫວຽດນາມ ອາໄສຢູ່ ເຢັຍລະມັນ 100 ພັນກວ່າເທື່ອຄົນມາຢ້ຽມຊົມວັດຖຸບູຮານ ຫວຽດນາມ 400 ກວ່າຢ່າງ, ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບມູນເຊື້ອວັດທະນະທຳ - ປະຫວັດສາດມາແຕ່ດົນນານຂອງ ຫວຽດນາມ. ປະລິຍາເອກ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິທະພັນ ປະຫວັດສາດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

        “ການຮ່ວມມືພັດທະນາໃນໄລຍະປະຈຸບັນ, ຍາມໃດກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງແຕ່ລະປະເທດ, ແຕ່ລະພື້ນຖານວັດທະນະທຳ, ແຕ່ລະຫໍພິພິທະພັນ, ອົງການຄົ້ນຄ້ວາຄືພວກຂ້າພະເຈົ້າ. ແຕ່ການຊອກຮູ້ຫວຽດນາມກໍ່ມີຄວາມຈຳເປັນທີ່ສຸດສຳລັບໂລກ. ແລະ ເລື່ອງ ຫວຽດນາມ ຕ້ອງແນະນຳໃຫ້ໂລກຊາບກ່ຽວກັບປະເທດຕົນຄືແນວໃດກໍ່ມີຄວາມຈຳເປັນທີ່ສຸດ. ຄຸນຄ່າວັດທະນະທຳ ຫວຽດນາມ ໄດ້ຮັບການຄູນສ້າງຜ່ານໄລຍະປະຫວັດສາດເປັນເວລານັບພັນປີຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພວກເພື່ອນ“.

        ໃນຫຼາຍປີຜ່ານມາ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງງານວາງສະແດງ ແນະນຳບັນດາຄຸນຄ່າວັດທະນະທຳ ຫວຽດນາມ ຢູ່ຫຼາຍປະເທດທີ່ແຕກຕ່າງກັນ. ຢູ່ ຈີນ ແມ່ນບັນດາງານວາງສະແດງກ່ຽວກັບວັດຖຸບູຮານທີ່ມີຊື່ວ່າ: “ວັດຖຸບູຮານທິດຕາວັນອອກ - ບັນດາວັດຖຸພັນເປັນສຳເນົາ“ ແລະ “ບັນດາກຳປັ່ນຈົມນ້ຳທີ່ເປັນວັດຖຸອັນລຳ້ຄ່າ“ ຢູ່ ອາເມລິກາ ແມ່ນງານວາງສະແດງກ່ຽວກັບ “ສິລະປະບູຮານ ຫວຽດນາມ: ຈາກເຂດທົ່ງພຽງເຖິງທະເລທີ່ກວ້າງໃຫຍ່, ຢູ່ ສເກົາຫຼີ ແມ່ນງານວາງສະແດງ “ມື້ທຳອິດຂອງພື້ນຖານວັດທະນະທຳບູຮານ ຫວຽດນາມ - ແສງອະລຸນບົນແມ່ນ້ຳແດງ“. ຢູ່ ຍີ່ປຸ່ນ ແມ່ນງານວາງສະແດງ “ຫວຽດນາມ - ເລື່ອງລາວທີ່ຍິ່ງໃຫຍ່“, ເຊິ່ງແນະນຳປະຫວັດສາດທັງໝົດຂອງປະເທດ ຫວຽດນາມ, ຄົນ ຫວຽດນາມ ໃນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດ ແລະ ໃນການປະດິດສ້າງວັດທະນະທຳ ສິລະປະ. ຢູ່ ຝະລັ່ງ ແມ່ນງານວາງສະແດງ “ມັງກອນເຫີນ, ສິລະປະລາຊະວັງ ຫວຽດນາມ“, ແນະນຳຮູບພາບມັງກອນທີ່ເປັນສັນຍາລັກຊຸດໃຫຍ່ທີ່ສຸດ ຄືດັ່ງສັນຍາລັກພະລາຊະວັງຂອງ ຫວຽດນາມ ແລະ ຖານະບົດບາດຂອງ ຫວຽດນາມ ໃນປະຈຸບັນ. ຢູ່ ມາເລເຊຍ ຫໍພິພິທະພັນປະຫວັດສາດ ຫວຽດນາມ ໄດ້ຈັດຕັ້ງ ງານວາງສະແດງກ່ຽວກັບກອງທອງດົງເຊີນ, ຕາມປະລິຍາເອກ ຫງວຽນວັນເກື່ອງ ແລ້ວ, ບັນດາງານວາງສະແດງ, ແນະນຳວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດປະສົບຜົນສຳເລັດທີ່ສຸດ.

        “ພວກເຮົາຖືວ່າ, ການແນະນຳ ປະເທດຊາດ ແລະ ຊາວ ຫວຽດນາມ ອອກສູ່ຕ່າງປະເທດ ແມ່ນບໍ່ສາມາດຢຸດຕິໄດ້, ມີບາງແຫ່ງພວກຂ້າພະເຈົ້າໄດ້ເຮັດ, ຕົວຢ່າງຄື ຈີນ, ພວກຂ້າພະເຈົ້າໄດ້ຈັດງານວາງສະແດງເຖິງ 4,5 ຄັ້ງແລ້ວ ແລະ ພວກເຮົາຍັງຄົງສືບຕໍ່ຈັດງານວາງສະແດງອີກ. ຢູ່ຫຼາຍແຫ່ງອື່ນໆ, ພວກເຮົາຍັງສືບຕໍ່ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ທີ່ແຕກຕ່າງກັນ, ສະນັ້ນພວກຂ້າພະເຈົ້າຄິດວ່າ ມັນບໍ່ສາມາດຢຸດຕິໄດ້, ມັນປະກອບສ່ວນເຮັດໃຫ້ທຸກຄົນມີຄວາມເຂົ້າໃຈກ່ຽວກັບການຮ່ວມມື, ກ່ຽວກັບການພົວພັນລະຫວ່າງປະເທດຕ່າງໆ, ຊົນຊາດ ແລະ ລະຫວ່າງບັນດາພື້ນຖານວັດທະນະທຳນຳກັນຕະຫຼອດໄປ“.

ແນະນຳຄຸນຄ່າ ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ - ảnh 2 ປະລິຍາເອກ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິທະພັນ ປະຫວັດສາດແຫ່ງຊາດ ຫວຽດນາມ

   ງານວາງສະແດງ ວັດຖຸບູຮານຄະດີ ຫວຽດນາມ ຢູ່ ເຢັຍລະມັນຈະອັດລົງໃນຕົ້ນປີ 2018, ແຕ່ບັນດາຄຸນຄ່າຂອງມັນຍັງຄົງສືບຕໍ່ໄດ້ຮັບການໂຄສະນາໂດຍຜ່ານປື້ມ “ວັດຖຸບູຮານຄະດີ ຫວຽດນາມ“ ທີ່ຈຳໜ່າຍຢູ່ ເຢຍລະມັນ, ພ້ອມກັບງານວາງສະແດງ. ມັນກໍ່ເຊັ່ນດ່ຽວກັນ, ບັນດາປື້ມກ່ຽວກັບຄຸນຄ່າວັດທະນະທຳ ຫວຽດນາມ ທີ່ພິມຈຳໜ່າຍພ້ອມກັບງານວາງສະແດງຢູ່ຈີນ, ອາເມລິກາ, ສເກົາຫຼີ, ຝະລັ່ງ, ຍີ່ປຸ່ນ, ມາເລເຊຍ ກໍ່ຈະເຮັດໃຫ້ຜູ້ຊົມຢູ່ບັນດາປະເທດເຫຼົ່ານັ້ນມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ ຫວຽດນາມ.

 ໃນອະນາຄົດໃກ້ໆນີ້, ຫໍພິພິທະພັນປະຫວັດສາດແຫ່ງຊາດ ຫວຽດນາມ ຈະສືບຕໍ່ຈັດຕັ້ງງານວາງສະແດງກ່ຽວກັບປະຫວັດສາດ, ປະເທດຊາດ ແລະ ຊາວ ຫວຽດນາມຢູ່ Saint Petersburg (ລັດເຊັຍ), ຢວນໜານ (ຈີນ), ສາທາລະນະລັດ ສະຫະພັນ ເຢັຍລະມັນ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ