ມີຫຼາຍຄອບຄົວມີທັງ 4 ລຸ່ນຄົນຄື ປູຍ່າ, ພໍ່ແມ່, ລູກ, ຫຼານຢູ່ຮ່ວມກັນໃນເຮືອນຫຼັງດຽວ
|
ແບບແຜນການດຳລົງຊີວິດໃນຄອບຄົວຂອງຊາວຫວຽດນາມບໍ່ພຽງແຕ່ແມ່ນ ບັນດາວິທີການປະພຶດ, ແມ່ນການສະແດງມານະຍາດຕໍ່ກັນເທົ່ານັ້ນ, ຫາກຍັງແມ່ນຄວາມຮັກທີ່ມີຕໍ່ມູນເຊື້ອວັດທະນະທຳຄອບຄົວອີກດ້ວຍ. ນັ້ນອາດຈະແມ່ນມູນເຊື້ອເຄົາລົບນັບຖືຜູ້ເຖົ້າຜູ້ແກ່, ເຄົາລົບຄູບາອາຈານ, ມູນເຊື້ອມັກການຮ່ຳຮຽນ, ແມ່ນຄວາມຮັກທີ່ມີຕໍ່ອາຊີບຫັດຖະກຳ, ຈຸດວັດທະນະທຳໃນການດຳເນີນທຸລະກິດ, ຄວາມຮັບຜິດຊອບທີ່ມີຕໍ່ມໍລະດົກຂອງຄົນລຸ່ນກ່ອນປະໄວ້ໃຫ້. ເຖິງວ່າສະພາບການມີການຫັນປ່ຽນຕາມໄລຍະປະຫວັດສາດກໍຕາມ, ແຕ່ທາງດ້ານວັດທະນະທຳຄອບຄົວຍັງຄົງໄດ້ຮັບການສືບທອດກັນມາຜ່ານລຸ່ນຄົນຕ່າງໆ, ອັນໄດ້ປະກອບສ່ວນສ້າງພະລັງຊີວິດແບບຍືນຍົງຂອງວັດທະນະທຳແຫ່ງຊາດ. ໂດຍເລີ່ມ ມາຈາກໂຄງປະກອບບັນດາໝູ່ບ້ານຕາແສງຫວຽດນາມ ທີ່ມີມາແຕ່ ດົນນານ, ແຕ່ລະ ຄອບຄົວຫວຽດນາມເມື່ອກ່ອນນີ້, ເຄີຍຢູ່ຮ່ວມກັນດ້ວຍ 2-3 ລຸ່ນຄົນ, ຊ້ຳບໍໜຳກໍຍັງມີບັນດາ ຄອບຄົວມີທັງ 4 ລຸ່ນຄົນຄື ປູຍ່າ, ພໍ່ແມ່, ລູກ, ຫຼານຢູ່ຮ່ວມກັນໃນເຮືອນຫຼັງດຽວ. ເພາະສະນັ້ນ, ແບບແຜນການດຳລົງຊີວິດໃນຄອບຄົວ, ຫຼືມູນເຊື້ອຄອບຄົວແມ່ນສຳຄັນທີ່ສຸດເພື່ອຮັກສາ ຄວາມສຸກໃນຄອບຄົວ . ແຕ່ປາງກ່ອນຊາວຫວຽດນາມເຄີຍມີຄຳວ່າ “ ຄອບຄົວຕ້ອງມີ ແບບແຜນການດຳລົງຊີວິດ” ຊຶ່ງໃນປະຈຸບັນຖືກເອີ້ນວ່າ ວັດທະນະທຳຄອບຄົວ. ແບບແຜນການດຳລົງຊີວິດໃນຄອບຄົວຂອງຊາວຫວຽດນາມເມື່ອກ່ອນນີ້ແມ່ນຕ້ອງເຄົາລົບນັບຖືຜູ້ເຖົ້າຜູ້ແກ່ , ຮັກແພງເດັກນ້ອຍ ແລະ ຄົນລຸ່ນໜຸ່ມຕ້ອງຟັງຄວາມຈາກລຸ່ນຜູ້ເຖົ້າຜູ້ແກ່. ຖ້າຫາກມີຫຍັງບໍ່ແທດເໝາະ ກໍຈະຍົກຄຳຄິດເຫັນອອກມາແລກປ່ຽນເພື່ອໄປສູ່ຄວາມລົງລອຍກັນ. ດ້ວຍວິຖີຊີວິດແບບງ່າຍດາຍເຊັ່ນນັ້ນ, ແຕ່ກໍໄດ້ເປັນການປະກອບສ່ວນຮັກສາຄວາມສຸກໃຫ້ແກ່ບັນດາຄອບຄົວຫວຽດນາມບໍ່ຈັກວ່າເທົ່າໃດລຸ່ນຄົນແລ້ວ.
ຈຸດທີ່ພົ້ນເດັ່ນກ່ວາໝູ່ໃນແບບແຜນການດຳລົງຊີວິດ, ມູນເຊື້ອວັດທະນະທຳຄອບຄົວຂອງຊາວຫວຽດນາມແມ່ນຍາມໃດກໍຄິດເຖິງກົກເຄົ້າເຫງົ້າກໍ, ມີຄວາມຮູ້ບູນຄຸນຕໍ່ລຸ່ນພໍ່ລຸ່ນແມ່ທີ່ໄດ້ໃຫ້ກຳເນີດເຮົາ. ນາງ ເຢືອງທິເຫົ້າ ຢູ່ເມືອງ ຮາຍບາຈຶງ, ຮ່າໂນ້ຍ ໄດ້ຖືກກຳເນີດໃນຄອບຄົວມີລູກ 8 ຄົນ, ປະຈຸບັນນາງໄດ້ມີຫຼານແລ້ວ, ແຕ່ຮອດວັນບຸນ ຫຼືວັນອາທິດ, ນາງພັດພ້ອມກັບຜົວ ແລະ ພວກລູກຫຼານຂອງຕົນພາກັນກັບເມືອບ້ານເກີດເພື່ອຢ້ຽມຢາມພໍ່ແມ່ຂອງຕົນ. ພໍ່ຕູ້ ເຢືອງຕຶເກືອງ ຢູ່ເມືອງ ເທື່ອງຕິ້ນ ເຂດຊານນະຄອນຮ່າໂນ້ຍ, ຊຶ່ງແມ່ນພໍ່ຂອງນາງ ເຢືອງທິເຫົ້າ ໃຫ້ຮູ້ວ່າ :
“ ນັບແຕ່ກ່ອນເປັນຕົ້ນມາ, ພວກຂ້າພະເຈົ້າມີປະເພນີ ແມ່ນລູກເຕົ້າຕ້ອງມີຄວາມຮູ້ບູນຄຸນຕໍ່ພໍ່ແມ່. ລູກເຕົ້າມີການດຳລົງຊີວິດດ້ວຍຄວາມສຸກສຳລານ ກໍລ້ວນແຕ່ຄິດເຖິງພໍ່ແມ່, ເມື່ອມາຢາມເທື່ອໃດກໍມີຂອງຂວັນພ້ອມດ້ວຍ. ຂ້າພະເຈົ້າກໍດີໃຈທີ່ສຸດ ເມື່ອພວກລູກໄດ້ຄິດເຖິງຕົນເອງ ”
ຢາກຮັກສາ ແບບແຜນການດຳລົງຊີວິດ, ມູນເຊື້ອວັດທະນະທຳໃນແຕ່ລະຄອບຄົວນັ້ນ, ກ່ອນອື່ນໝົດຜູ້ໃຫຍ່ຕ້ອງເປັນແບບຢ່າງໃຫ້ແກ່ຜູ້ໜຸ່ມ, ເພື່ອໃຫ້ລູກຫຼານປະຕິບັດຕາມ. ເພາະສະນັ້ນ, ບັນດາຄອບຄົວທີ່ມີຫຼາຍລຸ່ນຄົນຢູ່ຮ່ວມກັນນັ້ນ, ຍັງຄົງສາມາດຮັກສາບັນຍາກາດຄວາມອົບອຸ່ນໃນເຮືອນຫຼັງດຽວໄດ້. ລຸງ ດິງວັນແຫ້ງ, ອະດີດເປັນນາຍທະຫານ ຢູ່ຖະໜົນ ຫຼີນາມເດ້,ຮ່າໂນ້ຍ ໃຫ້ຮູ້ວ່າ :
“ ເຖິງວ່າໄດ້ອອກພັກກິນເບ້ຍບຳນານແລ້ວກໍຕາມ, ແຕ່ຂ້າພະເຈົ້າຍັງຄົງເຂົ້າຮ່ວມວຽກງານສັງຄົມ. ປະຈຸບັນ, ອາຍຸກໍສູງແລ້ວ, ສຸຂະພາບກໍບໍ່ຄືເກົ່າ, ພວກຂ້າພະເຈົ້າຕັດສິນໄປຢູ່ນຳລູກຫຼານໃນຄອບຄົວ, ພວກຂ້າພະເຈົ້າພະຍາຍາມເປັນແບບຢ່າງເພື່ອສຶກສາອົບຮົມລູກຫຼານ ແລະ ພວກຂ້າພະເຈົ້າຍັງບໍ່ທັນສັ່ງສອນ, ສຶກສາອົບຮົມລູກຫຼານດ້ວຍໄມ້ແສ້ຈັກເທື່ອ ”
ຕາມການຫັນປ່ຽນຂອງສັງຄົມ, ວິຖີຊີວິດກໍ່ປ່ຽນແປງໄປຕາມຍຸກສະໄໝ. ກ່ອນນີ້, ຫຼາຍຄອບຄົວຊາວຫວຽດນາມປະກອບດ້ວຍ 3-4 ລຸ່ນຄົນຢູ່ຮ່ວມກັນ, ແຕ່ປະຈຸບັນ, ຫຼາຍຄູ່ຜົວເມຍໜຸ່ມມີແນວໂນ້ມມັກຢູ່ຕ່າງຫາກເພື່ອມີຄວາມສະດວກສະບາຍ. 2 ຜົວເມຍນາງ ໂດ້ທິຮ່ຽນ ຢູ່ຖະໜົນຮ່ວາງເກົາ, ຮ່າໂນ້ຍ ເຄີຍໄປປະຕິບັດງານຢູ່ຫ່າງໄກ, ແຕ່ເຖິງວ່າຂ້ອງຄ່າກັບວຽກງານແນວໃດກໍຕາມ, ພວກເຂົາກໍພະຍາຍາມຊັບຊ້ອນເວລາ ເພື່ອໃຫ້ທຸກຄົນໃນຄອບຄົວໄດ້ພົບກັນໃນວັນທ້າຍອາທິດ. ແລະ ໃນມື້ເຕົ້າໂຮມກັນໃນຄອບຄົວນັ້ນ, ນາງ ຮ່ຽນມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ຮັບຂອງຂວັນຈາກລູກຊາຍຂອງຕົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນວິວາຂອງຕົນ. ສຳລັບນາງແລ້ວ, ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ. ນາງຮ່ຽນກ່າວວ່າ :
“ ເຮົາມີມີຕົກສະເງີ້ ເມື່ອໄດ້ຮັບຮູບຖ່າຍທີ່ລູກຊາຍຂອງຕົນມອບໃຫ້ເປັນຂອງຂວັນໃນວັນນີ້. ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ມີຄວາມສຸກເມື່ອລູກຂອງຕົນໄດ້ເຕີບໃຫຍ່”
ຄອບຄົວຍາມໃດກໍແມ່ນແຫຼ່ງກຳລັງແຮງ, ເພື່ອຊັກຈູງທຸກຄົນໃນຄອບຄົວກ້າວເດີນໄປຕາມໄລຍະທາງໃນການດຳລົງຊີວິດ. ການຮັກສາບັນດາຄວາມງາມຂອງຄອບຄົວຫວຽດນາມທີ່ເປັນມູນເຊື້ອໂດຍປະສົມກົມກ່ຽວກັບບັນດາຄຸນຄ່າວັດທະນະທຳຄອບຄົວຍຸກທັນສະໄໝ ຈະປະກອບສ່ວນສ້າງພື້ນຖານສັງຄົມທີ່ດີງາມ, ສ້າງພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ.