ແຜ່ກະຈາຍວັດທະນະທຳການອ່ານໃນ ໄລຍະເກີດໂລກລະບາດໂຄວິດ - 19.

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ບັນດາການເຄື່ອນໄຫວວັດທະນະທຳ ຖືກຢຸດສະງັກ. ແຕ່ໃນໄລຍະນີ້ ຊ້ຳພັດນຳໂອກາດແຜ່ກະຈາຍຄວາມລື້ງເຄີຍມັກອ່ານປຶ້ມຢູ່ທຸກແຫ່ງໃນໂລກ ເວົ້າລວມ ເວົ້າສະເພາະແມ່ນຢູ່ ຫວຽດນາມ. ບໍ່ພຽງແຕ່ບັນດາສ່ວນບຸກຄົນເທົ່ານັ້ນ ຫາກຍັງມີຫຼາຍຫົວໜ່ວຍ ອົງການຈັດຕັ້ງກໍ່ຕັ້ງໜ້າປະຕິບັດຄວາມຊິນເຄີຍທີ່ມີປະໂຫຍດນີ້
ແຜ່ກະຈາຍວັດທະນະທຳການອ່ານໃນ ໄລຍະເກີດໂລກລະບາດໂຄວິດ - 19. - ảnh 1ລາຍການອ່ານປຶ້ມໃນຊຸມວັນແຍກຫ່າງສັງຄົມ

    ນັບແຕ່ໂລກລະບາດໂຄວິດ - 19 ໄດ້ເກີດຂຶ້ນ,ດ້ວຍບັນດາມາດຕະການຈຳກັດບໍລິເວນ, ແຍກຫ່າງ, ແຍກຕົວ ເພື່ອປ້ອງກັນ ສະກັດກັ້ນໂລກລະບາດ ໄດ້ຊ່ວຍໃຫ້ຫຼາຍຄົນກັບຄືນສູ່ຄວາມຊິນເຄີຍອ່ານປຶ້ມ ໃນຍາມມີເວລາຫວ່າງ. ໃນໄລຍະທີ່ຜ່ານມາ,ກຸ່ມຫໍສະໝຸດ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມໄດ້ຍູ້ແຮງລາຍການອ່ານປຶ້ມດ້ວຍບັນດາການເຄືອນໄຫວ ໂຄສະນາເຜີຍແຜ່ ແນໃສ່ຍົກສູງທັກສະ ແລະ ວິທີອ່ານປຶ້ມ. ພ້ອມກັນນັ້ນ ການເຄື່ອນໄຫວ ແນະນຳປຶ້ມທາງອອນລາຍຂອງບັນດາຫໍສະໝຸດ ຢູ່ພາຍໃນປະເທດກໍ່ໄດ້ຮັບການຍູ້ແຮງ. ມີຄອບຄົວນັບພັນຄອບຄົວຢູ່ ນະຄອນໂຮ່ຈີມິນ ໄດ້ຮັບປຶ້ມອ່ານ ແລະວາລະສານ ຈາກລາຍການ “ອ່ານປຶ້ມໃນໄລຍະແຍກຫ່າງສັງຄົມ”.ໂດຍຄະນະຊາວໝຸມນະຄອນໂຮ່ຈີມິນ ສົມທົບກັບສະມາຄົມພິມຈຳໜ່າຍ ຫວຽດນາມ, ພະແນກຖະແຫຼງຂ່າວ ແລະ ສື່ສານ ນະຄອນໂຮ່ຈີມິນ, ບໍລິສັດຖະໜົນປຶ້ມນະຄອນໂຮ່ຈີມິນ ຜັນຂະຫຍາຍປະຕິບັດ. ທ່ານ ເລຮວ່າງ ຮອງປະທານສະມາຄົມພິມຈຳໜ່າຍ ຫວຽດນາມ ໃຫ້ຮູ້ວ່າ:

 “ສຳລັບບັນດາຜູ້ຄົນ ທີ່ພວມຢູ່ໃນເຂດແຍກຕົວ, ຈຳກັດບໍລິເວນນັ້ນ ຄວາມຕ້ອງການອ່ານປຶ້ມກໍ່ຍິ່ງຫຼາຍຂຶ້ນ ດັ່ງນັ້ນ ພວກຂ້າພະເຈົ້າໄດ້ປຸກລະດົມບັ້ນຂົນຂວາຍນີ້. ພວກຂ້າພະເຈົ້າໄດ້ຂົນຂວາຍບັນດາສຳນັກພິມ, ບັນດາບໍລິສັດປຶ້ມອ່ານ ປະກອບສ່ວນປຶ້ມເຈ້ຍ, ປຶ້ມເອເລັກໂຕນິກ ແລະ ປຶ້ມບັນທຶກສຽງ ເພື່ອສົ່ງເຖິງປະຊາຊົນ ຢູ່ໃນນັບນດາເຂດຈຳກັດບໍລິເວນ. ມາຮອດປັດຈຸບັນ ໄດ້ມີປຶ້ມອ່ານກວ່າ 10.000 ຫົວ, ປຶ້ມບັນທຶກສຽງ 2.000 ຫົວ ແລະ ປຶ້ມເອເລັກໂຕນິກ ຫຼາຍກວ່າ 100 ຫົວ ໄດ້ຖືກສົ່ງເຖິງປະຊາຊົນ. ບັນດາປະເພດປຶ້ມທີ່ພວກຂ້າພະເຈົ້າສົ່ງເຖິງນັ້ນ ຕົ້ນຕໍແມ່ນປຶ້ມວິທະຍາສາດ, ປຶ້ມແນະນຳຄວາມຮູ້, ເລື່ອງລາວ, ນະວະນິຍາຍ, ທັກສະໃນການດຳລົງຊີວິດ, ປຶ້ມພາບ...”

      ການສົ່ງປຶ້ມໄປຍັງແຕ່ລະຄອບຄົວ  ໃນໄລຍະແຍກຫ່າງສັງຄົມ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ຊ່ວຍໃຫ້ປະຊາຊົນມີອາຫານທາງດ້ານຈິດໃຈ ໃນຊຸມວັນຢູ່ເຮືອນຕ້ານໂລກລະບາດ. ນາງ ຫງວຽນກີມແອັງ ຢູ່ເມືອງ ບິ່ງແທັ້ງ  ໃຫ້ຮູ້ວວ່າ

 “ໃນຍາມມີເວລາຫວ່າງຂ້າພະເຈົ້າຖືກວ່າ ການອ່ານປຶ້ມແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ. ກະໂຕເຮົາເອງກໍ່ຢາກໃຫ້ພວກນ້ອງນ້ອຍອ່ານປຶ້ມ. ແຕ່ລະວັນຂ້າພະເຈົ້າກໍ່ໄດ້ສະຫຼະເວລາສອງສາມຊົ່ວໂມງ ເພື່ອອ່ານປຶ້ມພ້ອມກັບພວກລູກ ເພື່ອສ້າງຄວາມຊິນເຄີຍອ່ານປຶ້ມ”.

 ການອ່ານປຶ້ມໃນຊຸມວັນແຍກຫ່າງສັງຄົມ ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ໄດ້ຮັບການຕອບສະໜອງຈາກຫຼາຍຄົນ. ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍ່ໄດ້ສ້າງເປັນຫຼາຍກຸ່ມຜູ້ອ່ານປຶ້ມໃນເຟດບຸກ. ເຂົາເຈົ້າໄດ້ແບ່ງປັນໃຫ້ກັນກ່ຽວກັບປຶ້ມຫົວຕ່າງໆທີ່ດີ ທີ່ມ່ວນ ແລະ ຄວນອ່ານ. ພ້ອມກັນນັ້ນກໍ່ໄດ້ປຸກລະດົມຂະບວນການ “ອ່ານປຶ້ມ 30 ນາທີໃນແຕ່ລະວັນ”,  “ອ່ານປຶ້ມເພື່ອຄວາມມ່ວນຊື່ນ”... ອັນໄດ້ດຶງດູດຄວາມສົນໃຈຂອງຜູ້ອ່ານນັບ 1.000 ຄົນ. ນາງ ຫງວຽນທິຮົ່ງ ຢູ່ ນະຄອນລ່າວກາຍ ໃຫ້ຮູ້ວ່າ:

 “ເມື່ອອ່ານປຶ້ມແລ້ວ ພວກເຮົາກໍ່ໄດ້ປະຕິບັດ ໃນຊີວິດຕົວຈິງເລີຍ ດັ່ງນັ້ນກໍ່ນຳມາເຊິ່ງຄຸນປະໂຫຍດທີ່ສຸດ. ຂ້າພະເຈົ້າໄດ້ເອົາປຶ້ມອ່ານລົງເຟດບຸກ ເພື່ອໃຫ້ພວກນ້ອງນັກຮຽນ, ພໍ່ແມ່ນັກຮຽນໄດ້ເປີດອ່ານ ແລະ ກໍ່ຍັງຈັດຕັ້ງໃຫ້ພວກນ້ອງນ້ອຍຢືມປຶ້ມມາອ່ານ. ເພາະວ່າຢູ່ເຮືອນ ຮຽນແບບທາງໄກ ດັ່ງນັ້ນໃນຊ່ວງເວລານີ້ ນັກຮຽນອ່ານປຶ້ມແມ່ນດີທີ່ສຸດ. ອ່ານປຶ້ມໄດ້ເພີ່ມຄວາມຮູ້ ເພີ່ມທັກສະໃນການດຳລົງຊີວິດ".

      ອ້າຍຄູ ຫວູກວາງເຕິນ ຢູ່ ຮ່າໂນ້ຍ ແມ່ນຜູ້ມັກອ່ານປຶ້ມເປັນປະຈຳ ເພື່ອຊອກຮູ້ຂໍ້ມູນຂ່າວສານຮັບໃຊ້ການສອນ. ອ້າຍເຕິນ ເວົ້າວ່າ:

“ຂ້າພະເຈົ້າສັ່ງຊື້ປຶ້ມອ່ານຕ່າງໆ ທີ່ເຮົາຍັງບໍ່ທັນໄດ້ອ່ານ. ຍາມມີເວລາຫວ່າງ ພວກເຮົາໄດ້ເລີ່ມຄົ້ນຄິດກ່ຽວກັບຊີວິດຂອງຕົນ, ບັນດາວຽກງານທີ່ຄາດຄະເນຈະປະຕິບັດໃນອະນາຄົດ ການສຶກສາອົບຮົມລູກເຕົ້າ. ຍ້ອນວ່າ ໃນໄຍະໂຄວິດ - 19 ຂ້າພະເຈົ້າມີຄວາມສົນໃຈເຖິງປຶ້ມອ່ານ ກ່ຽວກັບການຮັກສາສຸຂະພາບ”.

     ຢູ່ເຮືອນອ່ານປຶ້ມໃນໄລຍະແຍກຫ່າງສັງຄົມ ກໍ່ແມ່ນວຽກງານທີ່ມີປະໂຫຍດ, ບໍ່ພຽງແຕ່ປະກອບສ່ວນຫຼຸດຜ່ອນການຕິດແປດພະຍາດໂຄວິດ - 19 ເທົ່ານັ້ນ ຫາກຍັງຊ່ວຍຍົກສູງລະດັບຄວາມຮູ້ໃຫ້ແກ່ແຕ່ລະຄົນອີກດ້ວຍ. ປຶ້ມອ່ານແມ່ນຢາປິ່ນປົວທາງດ້ານຈິດໃຈ ຊ່ວຍໃຫ້ທຸກໆຄົນຮູ້ສຶກມີຄວາມສະຫວາດສະເຫວີຍ ອຸ່ນອ່ຽນໃຈໃນການຕ້ານໂລກລະບາດ ພ້ອມທັງແຜ່ກະຈາຍວັດທະນະທຳການອ່ານໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ