ແຜ່ກະຈາຍວັດທະນະທຳອັນດີງາມໃນໄລຍະເກີດໂລກລະບາດ

(VOVWORLD) -ຜົນກະທົບຈາກໂລກລະບາດໂຄວິດ - 19 ໃນ 2 ປີທີ່ຜ່ານມາໄດ້ເຮັດໃຫ້ການດຳລົງຊີວິດແລະຄວາມລື້ງເຄີຍໃນຊີວິດປະຈຳວັນຂອງຫຼາຍຄົນປ່ຽນແປງໄປ. ໄດ້ມີບັນດາຄວາມລື້ງເຄີຍທີ່ດີວັດທະນະທຳທີ່ດີກ່ຽວກັບຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນໄດ້ຖືກທະວີຄູນແລະ ແຜ່ກະຈາຍໃນສັງຄົມ
ແຜ່ກະຈາຍວັດທະນະທຳອັນດີງາມໃນໄລຍະເກີດໂລກລະບາດ - ảnh 1ນັກຮ້ອງຖ໋າຍຖຸ່ຍລີງຈາກຮ່າໂນ້ຍໄປນະຄອນໂຮ່ຈິມິນເຂົ້າຮ່ວມຕ້ານໂຄວິດ-19

    ມີຫຼາຍຄອບຄົວໄດ້ປະຕິບັດບັນດາຄຳກ່າວເຕືອນໃນການປ້ອງກັນສະກັດກັ້ນໂຄວິດ - 19ຂອງກະຊວງສາທາລະນະສຸກ, ອັນໄດ້ສ້າງເປັນຈຸດວັດທະນະທຳທີ່ດີງາມ ໃນການສະກັດກັ້ນຕ້ານໂລກລະບາດຢູ່ຕາມຄອບຄົວເທື່ອລະກ້າວ. ການເຮັດອະນາໄມທຳຄວາມສະອາດລ້າງຂ້າເຊື້ອຢູ່ຕາມລະບົບໄລກອນ ລູກບິດມືຈັບກະແຈໄດ້ກາຍເປັນຄວາມລື້ງເຄີຍໃນແຕ່ລະວັນຂອງອ້າຍຫວູຊວນຟອງຢູ່ຖະໜົນເດລາແທັ່ງເມືອງດົ໊ງດາຮ່າໂນ້ຍ. ນີ້ກໍ່ແມ່ນຮູບພາບທີ່ລື້ງເຄີຍຂອງຫຼາຍຄອບຄົວໃນໄລຍະເກີດໂລກລະບາດ. ອ້າຍຟອງແບ່ງປັນວ່າ:

       “ວຽກທຳອິດກໍ່ແມ່ນການໃສ່ຜ້າອັດປາກ - ດັງບໍ່ເຕົ້າໂຮມກັນຫຼາຍຄົນ, ລ້າງມື້ດ້ວຍສະບູຫຼຶນ້ຳຢາຂ້າເຊື້ອກ່ອນທີ່ຈະເມືອເຮືອນຫຼືກ່ອນທີ່ຈະຂຶ້ນຫ້ອງການນັ້ນກໍ່ແມ່ນເພື່ອຮັກສາໃຫ້ແກ່ຕົນເອງ, ຄອບຄົວຂອງຕົນແລະຊຸມຊົນ. ນີ້ແມ່ນວຽກງານທີ່ຄວນເຮັດແລະຕ້ອງເຮັດ”.

      ໃນໄລຍະທີ່ຜ່ານມ ບັນດາການເຄື່ອນໄຫວເພື່ອການກຸສົນ ໂດຍສະໝັກໃຈ, ບັນດາຮູບແບບວິທີເຮັດທີ່ດີເພື່ອຊ່ວຍເຫຼືອບັນດາຜູ້ດ້ອຍໂອກາດໄດ້ຮັບການປະຕິບັດແລະທະວີຄຸນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ຢູ່ແຫ່ງໃດຖືກຈຳກັດບໍລິເວນນັ້ນ,ຢູ່ຫັ້ນກໍ່ມີບັນດາການການກະທຳທີ່ງາມປາກົດຂຶ້ນ ຊ່ວຍໜູນກັນຈາກບັນດາວັດຖຸເຄື່ອງໃຊ້ໄມ້ສອຍທີ່ຈຳເປັນຄືຜ້າອັດປາກ-ດັງ ນ້ຳຢາຂ້າເຊື້ອ,ຜັກ,ເຂົ້າສານ,ອາຫານ... ການປະກອບສ່ວນຂອງບາງຄົນທີ່ມີຊື່ສຽງຢູ່ນະຄອນໂຮ່ຈີມິນໄດ້ປະກອບສ່ວນສ້າງຜົນກະທົບທີ່ຕັ້ງໜ້າໃນການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈ. ນັກຮ້ອງຖາຍຖຸ໋ຍລິງແບ່ງປັນວ່າ:

      “ເຮົາເຫັນວ່າຖ້າຫາກເຮົາພຽງແຕ່ນັ່ງຢູ່ ຮ່າໂນ້ຍຫ່າງຈາກນະຄອນໂຮ່ຈີມິນປະມານ 2.000 ກິໂລແມັດແລະພຽງແຕ່ອ່ານຂໍ້ມູນຂ່າວເທົ່ານັ້ນເຮົາຈະບໍ່ສາມາດຊ່ວຍໄດ້ຫຍັງ, ແຕ່ເມື່ອເຮົາຮູ້ວ່າ ຖ້າຫາກເຮົາມີໜ້າຢູ່ຫັ້ນແນ່ນອນວ່າເຮົາຈະສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງ. ເຮົາໄດ້ຂຶ້ນແຜນການໄປນະຄອນໂຮ່ຈີມິນແມ່ນຈະເຮັດຫຍັງເມື່ອກ່ອນໄດ້ຕົກລົງແລະຮອດຕອນເຊົ້າມື້ຕໍ່ມາເຮົາກໍ່ໄດ້ໄປເລີຍ”.

     ຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາວຫວຽດນາມຍັງໄດ້ສະແດງອອກຜ່ານບັນດາການກະທຳຊ່ວຍບັນເທົາທຸກປະກອບສ່ວນເຫື່ອແຮງແລະວັດຖຸຈາກຊາວກະສິກອນຫຼາຍຄົນຄື ອ້າຍເຈືອງງອກຮ່າ ໃນແຂວງຊັອກຈັງ. ອ້າຍຮ່າເວົ້າວ່າ:

          “ທົ່ວປະເທດໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຄອບຄົວຂອງຂ້າພະເຈົ້າມີສະລ້ຽງປາປະມານໜຶ່ງໂຕນ.ທາງຄອບຄົວໄດ້ຊ່ວຍໜູນປາແລະໄດ້ສົ່ງໄປຍັງບັນດາເຮືອນຄົວຢູ່ກຳລັງແນວໜ້າປ້ອງກັນຕ້ານໂລກລະບາດເພື່ອປະກອບສ່ວນເຂົ້າໃນການສະໜອງສະບຽງອາຫານໃຫ້ແກ່ກຳລັງແນວໜ້າ.”

      ໂດຍແມ່ນຜູ້ໄດ້ເຂົ້າຮ່ວມບັນດາລາຍການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈ ໄດ້ເຫັນປະຈັກຕາບັນດາການກະທຳອັນດີງາມຊ່ວຍເຫຼືອປະຊາຊົນໃນບໍລິເວນເກີດໂລກລະບາດ. ນັກປະພັນຫງວຽນກວາງວິງຖືວ່າ:

       “ເມື່ອປະເທດຊາດປະສົບກັບຄວາມຫຍຸ້ງຍາກ,ໄພທຳມະຊາດ ນ້ຳຖ້ວມແຕ່ລະເທື່ອ ພິເສດໃນໄລຍະເກີດໂລກລະບາດໂຄວິດ - 19 ນີ້, ສາຍຈິດສາຍໃຈໃນພໍ່ແມ່ປະຊາຊົນພັດໄດ້ທະວີຄູນຂຶ້ນ. ນ້ຳໃຈຄວາມຮັກແພງອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນສະພາບປະສົບກັບຄວາມຫຍຸ້ງຍາກໄດ້ເຮັດໃຫ້ມູນເຊື້ອອັນດີງາມຂອງຊາວຫວຽດນາມສືບທອດຈາກເຊັ່ນຄົນນີ້ໄປສູ່ເຊັ່ນຄົນອື່ນ  ເມື່ອປະເທດຊາດຕ້ອງການບໍ່ຕ້ອງການມີຄວາມຮຽກຮ້ອງ, ຊາວຫວຽດນາມທຸກໆຄົນຕ່າງກໍ່ສະໝັກໃຈຊ່ວຍເຫຼືອເຊິ່ງກັນແລະກັນເຖິງວ່າໄດ້ເລັກໆນ້ອຍໆກໍ່ຕາມ. ພວກເຮົາຄວນເສີມຂະຫຍາຍກຳລັງແຮງນ້ຳໃຈຄວາມຮັກແພງນີ້ ເຊິ່ງແມ່ນສິ່ງທີ່ປະເສີດເລີດລ້ຳທີ່ສຸດ”.ດ້ວຍບັນດາວຽກງານທີ່ແທດຈິງການຊ່ວຍໜູນທາງດ້ານເຫື່ອແຮງວັດຖຸຂອງບັນດາອົງການສ່ວນບຸກຄົນກໍ່ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນຂອງຊາດຫວຽດນາມ.  ນຳ້ໃຈສາມັກຄີແບ່ງປັນແລະມີຄວາມຮັບຜິດຊອບຕໍ່ສັງຄົມໄດ້ເປັນການທະວີຄູນກຳລັງແຮງຂອງທັງຊາດໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ທີ່ຍັງລຳບາກແລະເຕັມໄປດ້ວຍຄວາມທົດສອບ. ນີ້ແມ່ນກຳລັງແຮງຊ່ວຍກຳລັງປ້ອງກັນຕ້ານໂລກລະບາດເພີ່ມຄວາມໝັ້ນໃຈເພື່ອຄວບຄຸມແລະຍູ້ໂລກລະບາດໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ