ແມ່ພິມເຈືອງລິວ, ມໍລະດົກປະກອບສ່ວນສ້າງ ພື້ນຖານອະລິຍະທຳໃຫ້ແຂວງເງະອານ ແລະ ຮ່າຕິ້ງ

    ພ້ອມ​ກັບ​ສຳ​ເນົ​າ​ເອ​ກະ​ສານ​ກ່ຽວ​ກັບ​ລະ​ບົບ​ກາບກອນ, ວັນ​ນະ​ຄະ​ດີ​ເປັນ​ພາ​ສາ​ຈີນ​ໃນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາດ​ຊະ​ວັງ ເຫ້ວນັ້ນ, ສຳ​ເນົາ​ແມ່​ພິມເຈືອງ​ລິວ ຈະ​ຖືກ​ສົ່ງ​ເຖິງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ໂຄງ​ການ​ຄວ​າມ​ຊົງ​ຈຳ​ໂລກ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ອົງ​ການ UNESCO ໃນ​ທ້າຍ​ປີນີ້ ເພື່ອ​ພິ​ຈາ​ລະ​ນາ​ຮັບ​ຮອງແມ່ນ ມໍ​ລະ​ດົກວັດ​ຖຸ​ອາ​ຊີ-ປາ​ຊີ​ຟິກ. ເຖິງວ່າ​ແມ່ນ​ຊັບ​ສິນ​ທີ່​ຂຶ້​ນກັບ​ກຳ​ມະ​ສິດຂອງວ​ົງ​ຕະ​ກູນໜຶ່ງ​ກໍ​ຕາມ, ແຕ່​ແມ່​ພິມ​ເຈືອງ​ລິວ ມີ​ຄຸນ​ຄ່າ​ໃນ​ການ​ຂຸດ​ຄົ້ນ, ຄົ້ນ​ຄ້​ວາ​ໃນຫຼາຍ​ຂົງ​ເຂດ​ເຊັ່ນ: ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ພູມ​ສາດ, ເສດ​ຖະ​ກິດ, ການ​ເມ​ືອງ, ການ​ທູດ, ກາ​ນ​ສຶກ​ສາ, ເຕັກ​ນິກ​ການ​ພິມຂອງ​ຫວຽດ​ນາມ​ໃນ​ສະ​ຕະ​ວັດ​ທີ 18.

ແມ່ພິມເຈືອງລິວ, ມໍລະດົກປະກອບສ່ວນສ້າງ ພື້ນຖານອະລິຍະທຳໃຫ້ແຂວງເງະອານ ແລະ ຮ່າຕິ້ງ - ảnh 1
ແມ່​ພິມເຈືອງ​ລິວໄດ້​ຖືກ​ນຳ​ມາ​ວາງ​ສະ​ແດງ

       ຊຸດ​ແມ່​ພິມເຈືອງ​ລິວ ປະ​ກອບ​ດ້ວຍ​ແມ່​ພິມ​ໄມ້ກວ່າ 2000 ແຜ່ນ ໂດຍ​ຖືກ​ຄວັດປີ້ນ​ຕົວ​ໜັງ​ສື​ຈີນ​ເພື່ອ​ພິມ​ປຶ້ມ​ຮັບ​ໃຊ້​ການ​ສຶກ​ສາ, ການ​ສອບ​ເສັງ​ເພື່ອ​ເລືອກ​ເອົາ​ຜູ້​ທີ່​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ລາ​ດ​ຊະ​ວົງ​ເລ. ຊຸດ​ແມ່​ພິມເຈືອງ​ລິວນີ້​ໂດຍ​ແມ່ນ​ວົງ​ຕະ​ກູນ ຫງວຽນ​ຮຸຍ​ຢູ່​ແຂວງ​ຮ່າ​ຕິ້ງ​ຜະ​ລິດ ແລະ ຮັກ​ສາ. ໃນ​ແມ່​ພິມ, ວັນ​ເວ​ລາ​ຖືກ​ບັນ​ທຶກ​ຢ່າງ​ຈະ​ແຈ້ງ​ແມ່ນ​ແຕ່​ປີ 1758-1778, ໝາຍ​ວ່າ ກ່ອນນີ້ກວ່າ 250 ປີ ຢູ່​ທີ່​ໝູ່​ບ້ານ ເຈືອງ​ລິວ, ຕາ​ແສງ ລາຍ​ແຖກ, ເມືອງ ການ​ໂລກ, ຮ່າ​ຕິ້ງ.​ ເປັນ​ໜ້າ​ສົນ​ໃຈ, ນັ້ນ​ແມ່ນແມ່​ພິມເຈືອງ​ລິວມີ​ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ປຶ້ມ​ອ່ານ​ທີ່​ໂດດ​ເດັ່ນ​ໃນ​ສະ​ໄໝ​ສັກ​ດີ​ນາ. ໂດຍ​ຜ່ານ​ບັນ​ດາ​ໄລ​ຍະ​ແຫ່ງ​ການ​ຜັນ​ແປ​ຂອງ​ປະ​ຫວັດ​ສາດ, ມາ​ຮອດ​ປະ​ຈຸ​ບັນ, ຢູ່​ຫໍ​ສະ​ໝຸດ ຟຸກ​ຢາງ ຍັງ​ເກັບ​ຮັກສາແມ່​ພິມ 394 ແຜ່ນ, ຊຶ່ງ​ແມ່ນ​ເນື້ອ​ໃນ​ຂອງ​ປຶ້ມ 12 ເຫຼັ້ມ​ທີ່​ຄວັດ​ເປັນ​ພາ​ສາ​ຈີນ. ສາດ​ສະ​ດາ​ຈານ ຫງວຽນ​ຮຸຍມີ້ ຊຶ່ງ​ແມ່ນ​ຜູ້​ໃນ​ວົງ​ຕະ​ກູນ ຫງວຽນ​ຮຸຍ ໃຫ້​ຮູ້​ວ່າ : 

    “ ໃນປຶ້ມອ່ານ : “ ຕິ້ງຫຼີ​ຕວານ​ອ້ຽວ ”, ຫງວຽນ​ຮຸຍ​ຕຶ​ໄດ້​ນຳ​ລາດ​ຊະ​ວົງ ດິງ, ເລ, ຫຼີ, ເຈີນ​ໃນ​ສະ​ໄໝ​ສັກ​ດີ​ນາຂອງ​ຫວຽດ​ນາມເຂົ້​າ​ໃນຫຼັກ​ສູດ​ການ​ສອນ​ໃຫ້​ນັກ​ຮຽນ, ໃນ​ນັ້ນ, ມີຫຼາຍ​ຕອນ​ຕຳ​ໜິ​ວິ​ຈານ ແລະ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ເຈົ້າ​ຊີ​ວິດ​ອົງ​ຕ່າງໆ. ສິ່ງນີ້​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັບ​ປຶ້ມ​ຂອງ​ຈີນ ”

     ເນື້ອ​ໃນ​ຂອງຊຸດ​ແມ່​ພິມເຈືອງ​ລິວໄດ້​ຮັບການ​ຮຽບ​ຮຽງ​ຈາກ​ນັກ​ວັດ​ທະ​ນະ​ທຳ​ 5 ຄົນທີ່ມີ​ຊື່​ສຽງ​ໃນ​ວົງ​ຕະ​ກູນ ຫງວຽນ​ຮຸຍ. ນັ້ນ​ແມ່ນ​ຫງວຽນ​ຮຸຍຕິ້ວ, ຫງວຽນ​ຮຸຍແອ້ງ, ຫງວຽນ​ຮຸຍກຶ, ຫງວຽນ​ຮຸຍກີ້ງ ແລະ ຫງວຽນ​ຮຸຍຕຶ. ໂດຍ​ເວັ້ນ​ຈາກ ຫງວຽນ​ຮຸຍຕິ້ວ, ບັນ​ດາ​ຜູ້​ທີ່​ຍັງ​ເຫຼືອ​ຕ່າງ​ກໍ​ເຂົ້າ​ຮ່ວມສິດ​ສອນ​ຢູ່​ວັນ​ມ້ຽວ​ກ໋ວກ​ຕື​ຢ້າມ-ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດໃນ​ສະ​ໄໝ​ສັກ​ດີ​ນາຂອງ​ຫວຽດ​ນາມ. ຕາມ​ທ່ານ ດ​ຣ ຝ້າມ​ວັນ​ແອ້ງ, ສັງ​ກັດ​ສະ​ຖາ​ບັນ​ວັນ​ນະ​ຄະ​ດີ, ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ແລ້ວ, ​ແມ່​ພິມເຈືອງ​ລິວແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ຮູ້​ແບບ​ສະ​ເພາະ​ຂອງ​ນັກ​ປັນ​ຍາ​ຊົນ​ໃນ​ສະ​ໄໝ​ນັ້ນ. ທ່ານ ດ​ຣ ຝ້າມ​ວັນ​ແອ້ງ ເປີດ​ເຜີຍ​ວ່າ : 

    “ ສະ​ໄໝ​ລາດ​ຊະ​ວົງ​ມິງຢູ່​ຈີນ, ມີ​ຈຸ​ໜຶ່ງ​ໂດຍ​ທ່ານ​ຮູກວາງ ຮັບ​ຜິດ​ຊອບ​ດຳ​ເນີ​ນ​ການ​ຮຽບ​ຮຽງ​ຊຸດ​ປຶ້ມ “ງູ້​ກິງ​ດ້າຍ​ຕວານ” ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ ຊຶ່ງ​ໄດ້​ປະ​ຕິ​ບັດ​ເປັນ​ເວ​ລາ 1 ປີ. ສຳ​ລັບ​ກໍ​ລະ​ນີ​ຂອງ​ທ່ານ ຫງວຽນ​ຮຸຍແອ້ງ, ຕາມ​ຄຳ​ແນະ​ນຳ​ແລ້ວ​, ທ່ານ​ໄດ້​ໃຊ້​ເວ​ລາ 10 ປີ​ເພື່ອ​ຮຽບ​ຮຽ​ງ​ຊຸດ​ປຶ້ມ​ນີ້. ເມື່ອ​ສັງ​ເກດ​ກ່ຽວ​ກັບ​ຄວາມ​ໜາ​ຂອງ​ປຶ້ມ, ຊ​ຸດ​ປຶ້ມນີ້​ພຽງ​ແຕ່ເທົ​່າກັບ 10% ຊຸດປຶ້ມ “ດ້າຍ​ຕວານ​ຕົ້ນ​ສະ​ບັບ” ຂອງ​ລາດ​ຊະ​ວົງ​ມິງ. ດ້ວຍ​ຄວາມ​ສັ້ນ​ເຊັ່ນ​ນັ້ນ,ແຕ່​ເວ​ລາ​ປະ​ຕິ​ບັດ​ແມ່ນຫຼາຍທົບ 10 ເທົ່າເມື່ອ​ທຽບ​ໃສ່​ເວ​ລາ​ປະ​ຕິ​ບັດ​ຊຸດ​ປຶ້ມ​ຕົ້ນ​ສະ​ບັບ​ນັ້ນ. ນີ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ໄດ້​ສຸມ​​ສະ​ຕິປັນ​ຍາ​ເຫື​່ອ​ແຮງຢ່າງ​ໃຫຍ່ຫຼວງ​ໃນ​ການ​ຮຽບ​ຮຽງ​ຊຸດ​ປຶ້ມ​ : “ ງູ້​ກິງ​ຕວານ​ອ້ຽວ ”

       ນອກ​ຈາກ​ຄຸນ​ຄ່າ​ທາງ​ດ້ານ​ເຕັກ​ນິ​ກການ​ພິມ, ຄວັດ​ສະຫຼັກ, ຕົວ​ໜັງ​ສື​ແລ້ວ, ແມ່​ພິມເຈືອງ​ລິວ ໄດ້​ເປີດ 2 ທິດ​ຄົ້ນ​ຄ້​ວາ​ຕົ້ນ​ຕໍ. ນັ້ນ​ແມ່ນ​ທິດ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ລະ​ບົບ​ມໍ​ລະ​ດົກ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສຶກ​ສາ ແລະ ວິ​ທີ​ຮັບ​ເອົາຄຸນ​ຄ່າ​ຂອງ​ສາ​ສະ​ໜາ​ຂົງ​ຈື​ຂອງ​ຈີນ. ທາງ​ດ້ານ​ການ​ສຶກ​ສາ, ທ່ານ ດ​ຣ ຝ້າມ​ວັນ​ແອ້ງ ຢືນ​ຢັນ​ວ່າ ຊຸດ​ແມ່​ພິມເຈືອງ​ລິວແມ່ນ​ໜຶ່ງ​ໃນ​ບັນ​ດາ​ມໍ​ລະ​ດົ​ກ​ແມ່​ພິມທີ່​ອຸ​ດົມ​ສົມ​ບູນ, ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ມັກ​ການ​ຮ​່ຳ​ຮຽນ ແລະ ພື້ນ​ຖານ​ອະ​ລິ​ຍະ​ທຳ​ຂອງແຂວງ​ເງະ​ອານ ແລ​ະ ຮ່າ​ຕິ້ງ​ຂອງ​ຫວຽດ​ນາມ. ທ່ານ ດ​ຣ ຝ້າມ​ວັນ​ແອ້ງ ເວົ້າ​ວ່າ : 

    “ ນີ້​ແມ່ນ​ເຂດ​ດິນ​ທີ່​ມີ​ມູນ​ເຊື້ອອະ​ລິ​ຍະ​ທຳ​, ມີ​ນັກ​ປັນ​ຍາ​ຊົນ, ຜູ້​ເສັງ​ໄດ້​ຄະ​ແນນ​ດີໄດ້​ຖືກ​ກຳ​ເນີດ​ຢູ່​ດິນ​ແດນ​ແຫ່ງນີ້. ສະ​ເພາະ​ວົງ​ຕະ​ກູນ ຫງວຽນ​ຮຸຍ​ແມ່ນ​ວົງ​ຕະ​ກູນ​ທີ່​ມີ​ຜູ້​ເສັງ​ໄດ້​ຄະ​ແນນ​ດີຫຼາຍ​ຄົນ. ຢູ່​ແຂວງ​ເງະ​ອານ, ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ​ມີ​ນັກ​ປັນ​ຍາ​ຊົນ ຫງວຽນ​ດຶກ​ດາດ ກໍ​ຮຽບ​ຮຽງ​ປຶ້ມໄດ້ຫຼາຍ​ຫົວໃຫ້​ຄົນ​ລຸ່ນຫຼັງ. ນີ້​ແມ່ນ​ບັນ​ດາ​ກໍ​ລະ​ນີ​ພິ​ເສດ, ແຕ່​ສຳ​ລັບ​ສະ​ໄໝ​ກ່ອນນັ້ນ, ບັນ​ດາ​ຜູ້​ທີ່​ມີ​ເງື່ອນ​ໄຂ​ເພື່ອ​ພິມ​ຊຸດ​ປຶ້ມ​ໃຫຍ່ ແມ່ນ​ຫຍຸ້ງ​ຍາກຫຼາຍ ຍ້ອນ​ວ່າ​ເງື່ອນ​ໄຂ​ດ້ານ​ເສດ​ຖະ​ກິດ​ແມ່ນບໍ່​ພຽງ​ພໍ. ດັ່ງ​ນັ້ນ, ຊຸດ​ແມ່​ພິມເຈືອງ​ລິວ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງວົງ​ຕະ​ກູນ ຫງວຽນ​ຮຸຍ ແມ່ນ​ຫາ​ຍາກ​ທີ່​ສຸດ ”

     ປະ​ຈຸບ​ັນ, ຊຸດ​ແມ່​ພິມເຈືອງ​ລິວໄດ້​ຖືກ​ຈັດ​ພິມ ແລະ ເຮັດ​ເປັນ​ຊຸດ​ປຶ້ມ​ດີ​ຈີ​ຕອນ ປະ​ກອບ​ດ້ວ​ຍ 12 ເຫຼັ້ມ, ສົ່ງ​ເຖິງ​ບັນ​ດາ​ສູນ​ເກັບ​ຮັກ​ສາ, ບັນ​ດາ​ຫໍ​ສະ​ໝຸດ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ພາ​ສາ​ຈີນ, ຫວຽດ​ເດີມ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຄ້​ວາ. ຊຸດ​ແມ່​ພິມເຈືອງ​ລິວ ແມ່ນ​ສາງ​ປຶ້ມ​ກ່ຽວ​ກັບ​ການ​ສຶກ​ສາ​ຄວ​າມ​ຮູ້. ດັ່ງ​ນັ້ນ, ນີ້​ແມ່ນ​ແຫຼ່ງເອ​ກະ​ສານ​ອັນ​ລ້ຳ​ຄ່າຄວນ​ໄດ້​ຮັບ​ການ​ຕີ​ລາ​ຄາ, ຮັບ​ຮອງ​ຈາກ​ບັນ​ດາ​ອົງ​ການ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງແລະຄວນ​ມີ​ແຜນກ​ານ​ອະ​ນຸ​ລັກຮັກ​ສາ, ໂຄ​ສະ​ນາ​ໃນ​ໝູ່​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ