ໂຄງການ “ພາບເຂົ້າສານ ແລະ ທິດພັດທະນາ” ທີ່ເປັນເອກະລັກຂອງນັກຮຽນຍິງຢູ່ ເກິ່ນເທີ

(VOVWORLD) -ສົກຮຽນ 2020 – 2021, ໂຄງການສິລະປະ “ພາບເຂົ້າສານ ແລະ ທິດພັດທະນາ” ໄດ້ຮັບລາງວັນທີໜຶ່ງ ໃນການປະກວດວິທະຍາສາດເຕັກນິກ ລະດັບນະຄອນນັກຮຽນມັດທະຍົມ ໂດຍພະແນກສຶກສາ ແລະ ກໍ່ສ້າງນະຄອນ ເກິ່ນເທີ ຈັດຕັ້ງຂຶ້ນ. ໂຄງການໄດ້ຮັບການຕີລາຄາສູງ ຍ້ອນມີລັກສະນະພຶດຕິກຳຕົວຈິງ ແລະ ພິເສດກຸ່ມຈິດຕະກອນທີ່ໄດ້ຮັບລາງວັນ ຍັງເປີດກວ້າງດ້ວຍການສ້າງພາບຈາກບັນດາວັດສະດຸເສດເຫຼືອອື່ນໆ
ໂຄງການ “ພາບເຂົ້າສານ ແລະ ທິດພັດທະນາ” ທີ່ເປັນເອກະລັກຂອງນັກຮຽນຍິງຢູ່ ເກິ່ນເທີ - ảnh 1ນັກຮຽນຍິງເຈິ່ນຫງວຽນແທັງທ໋າວ ແລະ ຫວໍທິເວິນແອັງ ສັງກັດໂຮງຮຽນ ມັດທະຍົມຕອນຕົ້ນ ເທື່ອງແທັ້ງ

    ເຈົ້າຂອງໂຄງການ “ພາບເຂົ້າສານ ແລະ ທິດພັດທະນາ” ແມ່ນນັກຮຽນຍິງສອງຄົນ ນັ້ນແມ່ນ ເຈິ່ນຫງວຽນແທັງທ໋າວ ແລະ ຫວໍທິເວິນແອັງ ສັງກັດໂຮງຮຽນ ມັດທະຍົມຕອນຕົ້ນ ເທື່ອງແທັ້ງ ນະຄອນ ເກິ່ນເທີ. ຜະລິດຕະພັນທີ່ ພວກນ້ອງນຳມາເຂົ້າຮ່ວມໃນງານປະກວດລວມມີ ພາບເຂົ້າສານ 20 ແຜ່ນ ດ້ວຍຫົວເລື່ອງຕ່າງໆ ເຊັ່ນ ທິວທັດທຳມະຊາດຢູ່ ຫວຽດນາມ, ຄວາມງາມຂອງແມ່ຍິງ ຫວຽດນາມ, ຕົວໜັງສືຫວຽດເດີມ, ດອກໄມ້ໃບຫຍ້າ, ສັດສາວາສິ່ງ... ພາບແຕ່ລະແຜ່ນກໍ່ແມ່ນກິດຈະກຳທີ່ລະອຽດລະອໍ ດ້ວຍສີມືອັນຄ່ອງແຄ້ວ ພວກນ້ອງໄດ້ນຳເຂົ້າສານນ້ອຍແຕ່ລະເມັດຕິດຕໍ່ໃສ່ກັນ ສ້າງເປັນເຂດມືດເຂດຮຸ່ງ ມີສີສັນຫາກຫຼາຍ ແລະ ມີຊີວິດຊີວາ. ນ້ອງ ຫວໍທິເວິນແອັງ ເວົ້າວ່າ:

     “ບັນດາດອກບົວທີ່ເປັນສັນຍາລັກໃຫ້ແກ່ປະເທດ ຫວຽດນາມ ໄດ້ສົ່ງເຖິງຮູບພາບບ້ານເກີດເມືອງນອນ ແລະ ປະເທດຊາດ. ສ່ວນສັດປະເພດຕ່າງໆ ກໍ່ແມ່ນສັດບັນດາປະເພດທີ່ລື້ງເຄີຍກັບມະນຸດ, ພວກລູກກໍ່ມີພາບບາງແຜນທີ່ເວົ້າເຖິງແມ່ຍິງ ຫວຽດນາມ ທີ່ນຸ່ງຊຸດເສື້ອຍາວສວຍງາມທີ່ສຸດ, ລູກກໍ່ມີຄວາມຫວັງຢາກໃຫ້ບັນດາຮູບພາບຂອງຕົນ ຖືກນຳໄປແນະນຳໃຫ້ແກ່ທຸກໆຄົນ”.

 ນ້ອງ ເຈິ່ນຫງວຽນແທັງທ໋າວ ແບ່ງປັນວ່າ ເມື່ອໄດ້ຮັບການຊີ້ບອກຈາກຄູອາຈານກ່ຽວກັບວິທີປະສົມສີ ຈາກເມັດເຂົ້າສານດ້ວຍວິທີຂົ້ວໃນໝໍ້, ແລ້ວກໍ່ຮອດວິທະແຕ້ມ ແລະ ນຳເຂົ້າສານແຕ່ລະເມັດເຂົ້າໃນຮູບພາບດ້ວຍການປະສົມສີທີ່ແທດເໝາະ, ນ້ອງກໍ່ມີຄວາມເມົາມົວກັບສິລະປະປະເພດນີ້. ນ້ອງ ທ໋າວ ເວົ້າວ່າ:

“ນ້ອງມີຄວາມເມົາມົວກັບພາບເຂົ້າສານທີ່ສຸດ. ນ້ອງມັກໃຊ້ເມັດເຂົ້າສານ ເພາະວ່າມັນເປັນສິ່ງທີ່ໃກ້ຊິດຕິດແທດພວກເຮົາ ສາມາດຊອກຫາໄດ້ງ່າຍ ພ້ອມກັນນັ້ນເຂົ້າສານກໍ່ແມ່ນອາຫານພິເສດ ຂອງນະຄອນ ເກິ່ນເທີ. ເຮັດພາບເຂົ້າສານຈະສົ່ງເສີມໃຫ້ພວກເຮົາມີຄວາມຊົມຊອບຫຼາຍກວ່າ ແລະ ມີຫົວຄິດປະດິດສ້າງໃນການສ້າງພາບ ແລະ ທຸກສິ່ງອື່ນໆອີກ”.

ໃນງານປະກວດປະດິດຄິດສ້າງຊາວໜຸ່ມ ເຍົາວະຊົນ ອະນຸຊົນທົ່ວປະເທດ, ນັກຮຽນຂອງໂຮງຮຽນ ມັດທະຍົມຕອນຕົ້ນ ເທື່ອງແທັ້ງ ນະຄອນ ເກິ່ນເທີ ແມ່ນ ເລທິຮວ່ຽນເຈິນ ພ້ອມກັບກຸ່ມນັກຮຽນເມືອງ ກ໊າຍລັງ ໄດ້ຮັບລາງວັນທີ່ສອງ ດ້ວຍຫົວເລື່ອງ “ຮູບພາບແຕ່ງດ້ວຍວັດສະດຸຫຼາຍຢ່າງ” ເຊິ່ງຖືກເຮັດຈາກຂີ້ອ້ອຍ ແລະ ຂີ້ກາເຟ. ເອື້ອຍຄູ ດັ້ງທິມິງຈຸກ ສອນວິຊາວິຈິດຕະກຳ ໃຫ້ຮູ້ວ່າ:

 “ເຮົາກໍ່ໄດ້ແນະນຳໃຫ້ນັກຮຽນຕ້ອງເຮັດດ້ວຍວັດສະດຸທີ່ເຄີຍພົບເຫັນໃນຊີວິດປະຈຳວັນ, ຍົກຕົວຢ່າງຄືເຮັດພາບຈາກເປືອກໄຂ່, ເປືອກຫອຍ... ເມື່ອໄດ້ສ້າງເປັນພາບແລ້ວ ເຮົາຈະໄດ້ສົ່ງໃຫ້ບັນດາເພື່ອນຂາຍເອົາເງິນ ເຊິ່ງຈະເປັນການສ້າງຄັງຊ່ວຍເຫຼືອ ພວກເພື່ອນທີ່ປະສົບກັນຄວາມຫຍຸ້ງຍາກ”.

ຕາມທ່ານ ຫງວຽນຫິວເຫງຍ ຮອງຫົວໜ້າຂະແໜງສຶກສາຂັ້ນມັດທະຍົມ ພະແນກສຶກສາ ແລະ ກໍ່ສ້າງນະຄອນ ເກິ່ນເທີ ແລ້ວ, ໂຄງການດັ່ງກ່າວ ມີຄຸນຄ່າທາງດ້ານພຶດຕິກຳຕົວຈິງ ເຊິ່ງເລີ່ມມາຈາກຄວາມຕ້ອງການໃນຊີວິດປະຈຳວັນ ຄືການຮ່ຳຮຽນ ອອກແຮງງານຜະລິດ... ຜ່ານໂຄງການນີ້ກໍ່ສະແດງໃຫ້ເຫັນວ່າ ນັກຮຽນໄດ້ໝູນໃຊ້ລະດັບຄວາມຮູ້ ທີ່ໄດ້ຮຽນມາເປັນຢ່າງດີ ພ້ອມທັງໄດ້ຊອກບັນດາແຫຼ່ງຂໍ້ມູນຂ່າວສານອື່ນໆ ເພື່ອສ້າງບັນດາຜະລິດຕະພັນ ສົ່ງມາຮ່ວມງານປະກວດຢ່າງອຸດົມສົມບູນ. ນີ້ກໍ່ແມ່ນສະພາບແວດລ້ອມ ເພື່ອໃຫ້ພວກນ້ອງປະຕິບັດຄວາມໃຝ່ຝັນຂອງຕົນສຳເລັດ. ທ່ານ ຫງວຽນຫິວເຫງຍ ເວົ້າວ່າ:

 “ໂຄງການໄດ້ເສີມຂະຫຍາຍພອນສະຫວັນຂອງພວກນ້ອງນັກຮຽນ, ກຳນົດທິດອາຊີບໃນອະນາຄົດ ຕິດພັນກັບທ້ອງຖິ່ນ ເຊິ່ງແມ່ນແຫ່ງທີ່ພວກນ້ອງ ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນ ອັນໄດ້ເປັນການສ້າງຄວາມຮັກບ້ານເກີດເມືອງນອນປະເທດຊາດ. ເມື່ອຜະລິດຕະພັນສາມາດນຳໄປຂາຍໄດ້ ໃນເບື້ອງຕົ້ນກໍ່ໄດ້ສ້າງລາຍຮັບ ເຊິ່ງເປັນການຊ່ວຍໃຫ້ພວກນ້ອງສາມາດເຂົ້າໃຈເຖິງຄຸນຄ່າຂອງການອອກແຮງງານ”.

ດ້ວຍການປະດິດຄິດສ້າງຂອງນັກຮຽນຍິງສອງຄົນດັ່ງກ່າວ, ໂຄງການສິລະປະຂອງພວກນ້ອງບໍ່ພຽງແຕ່ເປັນມິດກັບສິ່ງແວດລ້ອມເທົ່ານັ້ນ ຫາກຍັງແນະນຳໃຫ້ທຸກໆຄົນລື້ງເຄີຍນຳໃຊ້ພະລັງສະອາດ, ນຳໃຊ້ວັດສະດຸເສດເຫຼືອ ເພື່ອສ້າງບັນດາຜະລິດຕະພັນທີ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງແຕ່ລະທ້ອງຖິ່ນ ອັນໄດ້ເປັນການສ້າງສິ່ງແວດລ້ອມຂຽວໃຫ້ແກ່ຊຸມຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ