ໂຄງການອະນຸລັກຮັກສາມໍລະດົກວັດທະນະທຳຢູ່ໝູ່ບ້ານເກົ່າແກ່ ເດືອງເລີມ


      ດ້ວຍ​ບັນດາ​ການ​ອຸທິດ​ສ່ວນ ​ແລະ ຜົນສຳ​ເລັດ​​ເປັນ​ໜ້າຈົດ​ຈຳ, ​ໂຄງການ​ອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ​ຢູ່ໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ໄດ້ຮັບການ ເຊີດຊູ ແລະ ມອບລາງວັນກິຕິມະສັກ ກ່ຽວກັບການ​ອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ​ປີ 2013 ພາກພື້ນ-ອາຊີປາຊີຝິກ ຈາກອົງການ ວັດທະນະທຳ, ວິທະຍາສາດ ແລະ ສຶກສາແຫ່ງສະຫະປະຊາຊາດ UNESCO. ນີ້​ແມ່ນ​ຄັ້ງ​ທີ 5 ຊຶ່ງ​ຫວຽດນາມ​ໄດ້​ລາງວັນ​ອັນ​ປະ​ເສີດ​ນີ້​ຂອງ UNESCO ນັບ​ຕັ້ງ​ແຕ່​ການ​ມອບ​ລາງວັນ​ນີ້​ຖືກ​ດຳ​ເນີນ​ແຕ່​ປີ 2000.

    ໂຄງການອະນຸລັກຮັກສາມໍລະດົກວັດທະນະທຳຢູ່ໝູ່ບ້ານເກົ່າແກ່ ເດືອງເລີມ - ảnh 1
ປະຕູໂຂງຂອງໝູ່ບ້ານ ເດືອງເລີມ   (ພາບ: Vnexpress.vn)


    ​ໂດຍ​ຖືກ​ຕັ້ງ​ຢູ່​ເທດສະບານ ​ເຊີນ​ໄຕ ຫ່າງ​ຈາກ​ນະຄອນຫຼວງຮ່າ​ໂນ້ຍປະມານ 50 ກິ​ໂລ​ແມດ, ​ເດືອ​ງ​ເລີມ​ແມ່ນໝູ່​ບ້ານ​ເກົ່າ​ແກ່​ແຫ່ງ​ທຳ​ອິດ​ຢູ່​ຫວຽດນາມ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ລັດ​ແມ່ນປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ​ລະດັບ​ຊາດ ປີ 2005. ​ໂດຍ​ຜ່ານ​ໄລຍະ​ນັບ​ຮ້ອຍ​ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ຍັງ​ຄົງ​ສາມາດ​ຮັກສາ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໝູ່​ບ້ານ​​ເຂດ​ບ້ານ​ນາ​ຂອງຊາວ​ຫວຽດນາມດ້ວຍ​ປະຕູ​ໂຂງ, ຕົ້ນ​ໄຮ, ທ່າ​ນ້ຳ, ສາລາ, ວັດວາອາ​ຮາມ,ນ້ຳ​ສ້າງ, ທົ່ງ​ໄຮ່​ທົ່ງ​ນາ....

   ກ່ວາ 10 ປີ​ທີ່​ຜ່ານ​ມາ, ​ໃນ​ຂະ​ບວນວິວັດ​ແຫ່ງການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ, ​ໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງ​ທຶນ​ຈາກ​ລັດຖະບານຫວຽດນາມ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ຍີ​ປຸ່ນ. ລະອຽດ​ແມ່ນ​ໃນ​ປະຈຸ​ບັນ, ​ມີ 17 ກິດຈະກຳປູຊະນີຍະ ສະຖານ ​ແລະ ໝູ່​ບ້ານ​ເກົ່າ​ແກ່​ໄດ້​ຮັບ​ການ​ບູລະນະ​ປະຕິສັງຂອນ. ຕາມ​ການ​ຕີ​ລາຄາ​ຈາກ UNESCO ​ແລະ ຜູ້​ຊ່ຽວຊານ​ຢີປຸນ​ແລ້ວ, ​ໂຄງການ​ອະນຸລັກ​ຮັກສາ​ເຮືອນ​ເກົ່າ​ແກ່ ​ເດືອ​ງ​ເລີມ ​ໄດ້​ກາຍ​ເປັນ​ຮູບ​ແບບ​ທີ່​ເປັນ​​ແບບຢ່າງ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ​ຢູ່​ບັນດາ​ເຂດ​ບ້ານນາ​ອື່ນ​ຢູ່​ຫວຽດນາມ​ໃນ​ອະນາຄົດ. ​ເພື່ອການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸ່ນມໍລະດົກ​ວັດທະນະທຳ​​ເປັນ​ຢ່າງ​ດີ​ກ່ວາ, ທ່ານ​ຝ້າ​ມຮຸ່ງ​ເຊີນ ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດປູຊະນີຍະສະຖານໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ​ໃຫ້​ຮູ້​ວ່າ : 

    “ ພວກຂ້າພະເຈົ້າທັງວາງແຜນກຳນົດອະນຸລັກຮັກສາ, ທັງເສີມຂະຫຍາຍ ຄຸນຄ່າປູຊະນີຍະສະຖານໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມໃນໄລຍະ 8 ປີ. ວັນທີ 31/10/2013 ນະຄອນຮ່າໂນ້ຍໄດ້ເຊັນອະນຸມັດ. ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າປະກາດແຜນກຳນົດນີ້. ນີ້ແມ່ນໂຄງການສັງລວມ, ວາງແຜນ ກຳນົດສັງລວມ, ຍົກອອກແຜນຄຸ້ມຄອງ, ປະຕິສັງຂອນ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ໃນແຕ່ລະ ໄລຍະ ”

   ບົນພື້ນຖານໝາກຜົນແຫ່ງການຄົ້ນຄ້ວາ, ເກັບຮັກສາມໍລະດົກ​ວັດທະນະທຳ​ບໍ່ມີຮູບຮ່າງຢ່າງເປັນ ລະບົບຢູ່ໝູ່​ບ້ານ​ເດືອ​ງ​ເລີມເມືອ່ກ່ອນນີ້, ບັນດາອົງການ ສຳນັກງານທີ່ມີໜ້າທີ່ຮັບຜິດຊອບ ພວມຮີບເຮັ່ງຟື້ນຟູຊີວິດດ້ານວັດທະນະທຳ ແລະ ຈິດໃຈໃນຕະຫຼອດໄລຍະປະຫວັດສາດຢູ່ໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ພ້ອມກັບບັນດາຮີດຄອງປະເພນີ, ການຈັດຕັ້ງງານບຸນ, ບັນດາຮູບແບບ ດຳເນີນ ຊີວິດວັດທະນະທຳພື້ນເມືອງ, ວັດທະນະທຳດ້ານອາຫານການກິນ ທີ່ເປັນເອກະລັກສະ​ເພາະ​ຂອງໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ. ​ໃນ​ສະ​ເພາະ​ໜ້າ, ​ແມ່ນ​ຮຽບຮຽງ, ພິມ​ຈຳໜ່າຍ​ບັນດາ​ເອກະສານ​ກິດຈະກຳ​ຄົ້ນ​ຄ້ວາ, ​ເກັບ​ຮັກສາ, ຜະລິດ​ແຜ່ນ ວີຊີ​ດີ ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ, ​​​ເຮັດ​ເອກະສານ​ຄົ້ນຄ້ວາ​ເພື່ອ ອະນຸລັກຮັກສາຍາວ​ນານ. ພ້ອມ​ກັບ​ການອະນຸລັກຮັກສາວັດທະນະທຳ​ມີຮູບຮ່າງ ​ແລະ ວັດທະນະທຳ​ບໍ່ມີຮູບຮ່າງຢ່າງນັ້ນ, ໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ຍັງ​ຕັ້ງໜ້າ​ອະນຸລັກ​ຮັກສາ​ທັດສະນີ​ຍະ​ພາບ, ສິ່ງ​ແວດ​ລ້ອມ, ຊີວະ​ພາບ...ອີກ​ດ້ວຍ.

   ​ໃນ​ຈຳນວນປູຊະນີຍະສະຖານ 5 ​ແຫ່ງ​ໃນໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ຊຶ່ງ​ຫາ​ກໍ​ໄດ້​ຮັບລາງວັນກິຕິມະສັກ ກ່ຽວກັບການ​ອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ​ປີ 2013 ຈາກອົງການວັດທະນະທຳ, ວິທະຍາສາດ ແລະ ສຶກສາແຫ່ງສະຫະ ປະຊາຊາດ UNESCO ນັ້ນ, ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ມີ​ປູຊະນີຍະສະຖານເຮືອນ​ເກົ່າ 2 ຫຼັງ. ລຸງ ຫງວຽນ​ວັນ​ຮຸ່ງ ​ເຈົ້າ​ຂອງເຮືອນ​ເກົ່າຫຼັງໜຶ່ງ​ໃນ​ຈຳນວນ 2 ຫຼັງດັ່ງກ່າວ​ໃຫ້​ຮູ້​ວ່າ : 

   “ ​ເຮືອນ​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ປຸກ​ສ້າງ​ນັບ​ຕັ້ງ​ແຕ່​ປີ 1649, ​ແມ່ນ​ເຮືອນ​ເກົ່າ​ທີ່​ມີ​ມາ​ແຕ່​ດົນ​ນານ​ທີ່​ສຸດ​ໃນໝູ່​ບ້ານ​ເດືອ​ງ​ເລີມ. ປີ 2008, ​ເຮືອນ​ຫຼັງ​ນີ້​​ແມ່ນ​ຫຼັງ​ທຳ​ອິດ​ໄດ້​ຮັບ​ການ ອະນຸລັກຮັກສາ, ບູລະນະ​ປະຕິສັງ​ຂອນ​ຈາກ​ອົງການ​ໄຈ​ກາ​ຂອງ​ຍີ​ປຸ່ນ ​ແລະ ​ໃນ​​ໄລຍະທີ່ຜ່ານ​ມາ​ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃບ​ຢັ້ງຢືນ​ກິ​ຕິ​ມະ​ສັກ​ຈາກ UNESCO ກ່ຽວ​ກັບ​ວຽກ​ງານ​ອະນຸລັກ​ເຮືອນ​ເກົ່າ ”

          ສ່ວນ​ທ່ານ ຝ້າ​ມຮຸ່ງ​ເຊີນ, ຫົວໜ້າຄະນະ​ຄຸ້ມ​ຄອງ​ເຂດປູຊະນີຍະສະຖານ ໝູ່​ບ້ານ​ ເກົ່າ​ແກ່ ​ເດືອ​ງ​ເລີມ ​ໃຫ້​ຮູ້​ວ່າ :

    “ ປູຊະນີຍະສະຖານໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ມີ​ຄຸນຄ່າ​ທາງ​ດ້ານ​​ສິລະ​ປະ ສະຖາປັດຕະຍະກຳ, ທິວ​ທັດ​ທຳ​ມະ​ຊາດ ​ແລະ ປະຫວັດ​ສາດ​ວັດທະນະທຳ, ບັນລຸມາດຖານປູຊະນີຍະສະຖານປະຫວັດສາດ ລະດັບຊາດ ພິເສດ. ບັນດາຜູ້ ຊ່ຽວຊານ ຍີປຸ່ນ ແລະ ຝະລັ່ງພວມຊ່ວຍພວກຂ້າພະເຈົ້າດ້ານລະບຽບການ ເພື່ອນຳສະ​ເໜີ UNESCO ຮັບຮອງ​ເປັນ​ມໍລະດົກ​ວັດທະນະທຳ​​ໂລກ ”

   ​ໃນ​ທຸກ​ວັນ​ນີ້, ໝູ່​ບ້ານ​ເກົ່າ​ແກ່ ​ເດືອ​ງ​ເລີມ ຍັງ​ຄົງ​ສາມາດ​ຮັກສາ​ຄວາມ​ງາມ​ແບບ​ລຽບ​ງາຍ​​ໂດຍ​ປະສານ​ເຂົ້າ​ກັບ​ການ​ດຳລົງ​ຊີ​ວິດ​ຍຸກ​ທັນ​ສະ​ໄໝ. ​ໂຄງການອະນຸລັກຮັກສາ ​ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ​ວັດທະນະທຳຢູ່ໝູ່​ບ້ານ​ ເດືອ​ງ​ເລີມ ​ໄດ້​ເປັນ​ການ​ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ 

ຕອບກັບ

ຂ່າວ/ບົດ​ອື່ນ