ໂຮງລະຄອນຮ່າໂນ້ຍຢັ້ງຢືນຊື່ສຽງດ້ວຍບັນດາບົດລະຄອນສ່ອງແສງເຖິງການດຳລົງຊີວິດ


   (vovworld)-  ​​ໃນ 55 ປີຜ່ານມາ, ​ໂຮງ​ລະຄອນ​ຮ່າ​ໂນ້ຍ ​ໄດ້​ສະ​ແດງ​ບົດ​ລະຄອນ​ກ່ວາ 100 ​ບົດ​ຊື່​ງໄດ້​ຮັບ​ຄວາມ​ນິຍົມ​ຮັບ​ຊົມຢ່າງ​ກວ້າງຂວາງ, ປະກອບສ່ວນ​ສ້າງ​ເປັນ​ໄລຍະ​ຈະ​ເລີ​ນຮຸ່ງ​ເຮືອງໃຫ້​ແກ່​ເວທີສະ​ແດງລະຄອນ. ​ເຖິງ​ວ່າ​ບັນດາ​ບົດ​ລະຄອນ​ຂອງ​ໂຮງ​ລະຄອນ​ຮ່າ​ໂນ້ຍ ມີ​ຄວາມ​ອຸດົມ​ສົມບູນ​ຄື: ລະຄອນສັ້ນ, ລະຄອນ​ກາບກອນ, ລະຄອນ​ຕ່າງປະ​ເທດ, ລະຄອນ​ຕະຫຼົກ, ລະຄອນ​ພື້ນ​ເມືອງ….​ກໍ່ຕາມ​ແຕ່​ບັນດາບົດ​ລະຄອນທີ່​ໂຮງ​ລະຄອນ​ສະ​ແດງ​ຍັງ​ຄົງ​ແມ່ນ​ກະ​ດູດ​ສັນຫຼັງ, ​ແມ່ນ​ປັດ​ໄຈ​ຕົ້ນຕໍ ສ້າງ​​ເປັນຊື່​ສຽງ​ຂອງໂຮງ​ລະຄອນ.

  ໂຮງລະຄອນຮ່າໂນ້ຍຢັ້ງຢືນຊື່ສຽງດ້ວຍບັນດາບົດລະຄອນສ່ອງແສງເຖິງການດຳລົງຊີວິດ - ảnh 1
(ພາບ: nhahatkichvietnam.vn)

   ​ໃນ​ກວ່າ​ເຄິ່ງສັດຕະວັດ​ຜ່ານ​ມາ, ຍາມ​ໃດ​ໂຮງ​ລະຄອນ​ຮ່າ​ໂນ້ຍ ກໍ່​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບ​ຈາກ​ຜູ້​ຊົມ​ດ້ວຍ​​ບົດ​ລະຄອນຕ່າງໆ. ບັນດາ​ບົດ​ລະຄອນ​ທີ່​ມີ​ຊື່​ສຽງ​ຂອງ​ໂຮງ​ລະຄອນ​ຄື: “​ເຕົ້າ​ໂຮມ​ຢູ່​ລາມ​ເຊີນ“ “ຄ່ຳ​ຄືນ​ເດືອນ​ກໍລະກົດ“; “ຂ້ອຍ ​ແລະ ພວກ​ເຮົາ“; “ຮ່າມີ​ຂອງ​ຂ້ອຍ“; “ກິ​ນແໜງ“; “ຮ່າ​ໂນ້ຍອາກາດ​ປ່ຽນ​ແປງຍາມຄ່ຳ ​ຄືນ“; “​ໂທລະສັບ​ມື​ຖື“…. ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ຊົມ​ທີ່​ສຸດ​ຍ້ອນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ປະ​ເທດ​ຊາດ. ​ເຖິງ​ວ່າ​ໃນ​ໄລຍະ​ໃດກໍ່ຕາມ​ແຕ່ບັນດາ​ບົດ​ລະຄອນທີ່​ໂຮງ​ລະຄອນ​ໄດ້​ສະ​ແດງຍັງ​ຄົງດຶງ​ດູດ​ໃຈ​ຜູ້​ຊົມ​ຢູ່. ນັກ​ສິລະ​ປິນປະຊາຊົນ​ມິ​ງຮ່ວາ, ຮອງ​ຜູ້ອຳນວຍການ​ໂຮ​ງລະຄອນ​ຮ່​າໂນ້ຍ ​ໃຫ້​ຮູ້​ວ່າ:

   “​​​​​​​ໂຮງລະຄອນຮ່າໂນ້ຍ ດ້ວຍມູນເຊື້ອຂອງຕົນຍາມໃດກໍສະແດງບັນດາບົດລະຄອນຕິດພັນກັບບັນດາບັນຫາເຄັ່ງຮ້ອນໃນສັງຄົມ. ​ເພື່ອສະແດງຄວາມໃນໃຈ, ຄວາມມຸ້ງຫວັງຂອງປະຊາຊົນ. ​ໃນ 55 ປີຜ່ານມາ, ​ໂຮງລະຄອນຍັງໄດ້​​ເດີນຕາມມູນເຊື້ອຂອງຕົນແລະແບບ​​​ແຜນການເຄື່ອນໄຫວທີ່ຕົນໄດ້ສ້າງຂຶ້ນ“.

ໂຮງລະຄອນຮ່າໂນ້ຍຢັ້ງຢືນຊື່ສຽງດ້ວຍບັນດາບົດລະຄອນສ່ອງແສງເຖິງການດຳລົງຊີວິດ - ảnh 2

ນັກສິລະປິນປະຊາຊົນມິງຮ່ວາ

(ພາບ: giaoduc.net.vn)

  ນັກ​ສິລະ​ປິນປະຊາຊົນ​ມິ​ງຮ່ວາ ​ໃຫ້​ຮູ້​ວ່າ: ບັນດາ​ບົ​ດລະຄອນທີ່​ໂຮງ​ລະຄອນ​ຮ່າ​ໂນ້ຍ​ໄດ້​ສະ​ແດງ​ນັ້ນແມ່ນ​ບັນດາ​ບົດ​ລະຄອນຕິດ​ພັນ​ ​ແລະ ສ່ອງ​ແສງຊີວິດ​ການ​ເປັນ​ຢູ່, ມີໜ້າ​ທີ່​ສ່ອງ​ແສງ, ຕໍ່ສູ້​ກັບ​ສິ່ງ​ທີ່​ຫຍໍ້​ທໍ້ຢ່າງ​ແຮງ, ຍ້ອງ​ຍໍ​ສັນລະ​ເສີນ​ແບບຢ່າງດີ​ເດັ່ນ​ຂອງ​ປະ​ເທດ​ຊາດ. ບັນດາ​ຫົວ​ເລື່ອງ​ ຂອງ​ບົດ​ລະຄອນ​ຄິດ​ວ່າ​ຈະ​ບໍ່​ດຶດງດູດ​ຜູ້​ຊົມ​ແຕ່​ດ້ວຍ​ຄວາມ​ສາມາດ​ຂອງ​ຜູ້​ແຕ່າງ​ບົດ​ລະຄອນ ​ແລະ ນັກສະ​ແດງ​ນັ້ນ, ຍາມ​ໃດ​ໂຮງ​ລະຄອນ​ຮ່າ​ໂນ້ຍ ກໍ່​ມີ​ບົດ​ສະ​ແດງ​ລະຄອນ​ມ່ວນດຶງ​ດູດ​ຜູ້​ຊົມ​ຢ່າງ​ຫຼວງ​ຫຼາຍ. ນັກ​ສິລະ​ປິນປະຊາຊົນ​ມິ​ງຮ່ວາ ​ໃຫ້​ຮູ້​ວ່າ:

 “​​​ປະຈຸບັນ, ​ໂຮງລະຄອນກຳລັງສະແດງບົດລະຄອນບັນດາຜູ້ເປັນຊາວຮ່າໂນ້ຍ“ ​ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍແລະໄດ້ຮັບການຕີລາຄາສູງທີ່ສຸດຈາກຜູ້ຊົມ. ສ່ວນບັນດາອ້າຍເອື້ອຍນ້ອງນັກສິລະປິນ​​ໃນໂຮງລະຄອນຕ່າງກໍ່ມີຄວາມສຸດຈິດສຸດໃຈແລະເມົາມົວກັບຕົວລະຄອນທີ່ຕົນສວມບົດແລະສຸດທ້າຍກໍ່ໄດ້ຮັບຜົນສຳເລັດ“.

   ​ເລືອກ​ເຟັ້ນບັນດາ​ບົດລະຄອນ​ເພື່ອ​ສະ​ແດງ​ກໍ່​​ແມ່ນເພື່ອດຶງ​ດູດ​​ໃຈ​ຜູ້​ຊົມ, ນອກຈາກ​ຄວາມ​ໜັກ​ແໜ້ນ, ຄວາມ​ດຶງ​ດູດ​ຂອງ​ບົ​ດລະຄອນ, ຍັງ​ຕ້ອງ​ເຕຶ້ງ​ເຖິງ​ການສະ​ແດງ​ຂອງ​ນັກສະ​ແດງ. ປະຈຸ​ບັນ, ​ໂຮງ​ລະ​ຄອນ​ຮ່າ​ໂນ້ຍ ມີ​ບັນດາ​ນັກ​ສິລະ​ປິນ​ທີ່​ມີ​ຄວາມ​​ເກັ່ງ​ກ້າສາມາດ, ມີ​ຄວາມ​ງາມ, ມີ​ສະ​ເໜ່ທີ່​ຮັບ​ຄວາມ​ນິຍົມ, ສ້າງ​ຄວາມ​ລຶ້ງ​ເຄີຍ​ກັບ​ຜູ້​ຊົມ. ບົດລະຄອນທີ່​ສ່ອງ​ແສງ​ເຖິງການ​ດຳລົງ​ຊີວິດ​ແມ່ນ​ສິ່ງ​ທ້າ​ທາຍສຳລັບ​ນັກ​ສິລະ​ປິນ ​ແລະ ​ເມື່ອ​ນັກ​ສິລະ​ປິນໜຸ່ມ​ໄດ້​ສະ​ແດງ​ບັນດາ​ບົດ​ລະຄອນນີ້ ກໍ່ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດ​ເພື່ອຝຶກ​ຝົນ​ຫຼໍ່​ຫຼອມ​ດ້ານ​ວິຊາ​ຊີບ ​ແລະ ຄຸນ​ນະ​ທາດ​ຂອງ​ຕົນ​ບົນ​ເວທີ​ສະ​ແດງ. ນັກ​ສິລປະ​ປິນ​ເລ​ທ້ຽນ​ຕຸ່ງ​ໃຫ້​ຮູ້​ວ່າ:

  “ບັນດາບົດລະຄອນທີ່ສ່ອງແສງເຖິງການດຳລົງຊີວິດຂອງ ປຊຊ ແມ່ນບົດລະຄອນທີ່ມີຄວາມຫຍຸ້ງຍາກຢ່າງແທ້ຈິງສຳລັບນັກສິລະປິນຜູ້ທີ່ໄດ້ອອກແຮງງານຈົນສຸດຄວາມສາມາດ, ​ແມ່ນການອອກແຮງງານເພື່ອອາຊີບ, ​ແມ່ນການຝຶກແອບດ້ວຍຄວາມລຳບາກ, ຈາກຜູ້ແຕ່ງບົດລະຄອນຕະຫຼອດຮອດໜ່ວຍງານປະດິດສ້າງ. ​ເຂົາເຈົ້າໄດ້ຊອກຮູ້ແລະ ປະດິດສ້າງສິ່ງທີ່ມີພະລັງຊີວິດມາສະແດງຕໍ່ຜູ້ຊົມ“.

     ຮ່ວມ​ເດີນທາງ​ພ້ອມ​ກັບ​ການ​ພັດທະນາ​ຂອງ​ໂຮງ​ລະຄອນ​ຮ່າ​ໂນ້ຍ, ບັນດາ​ບົດລະຄອນທີ່​ໂຮງ​ລະຄອນ​ສະ​ແດງໄດ້, ພວມ ​ແລະ ຈະສືບ​ຕໍ່​ໄດ້​ຮັບ​ຄວາມ​ນິຍົມ ​ແລະ ສະໜັບສະໜູນ​ຈາກ​ຜູ້​ຟັງ​, ຜູ້​ຊົມ. ບັນດາ​ບົດ​ລະຄອນ​ສືບ​ຕໍ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ສາມາດສ້າງ​ໂອກາດ​ສະ​ແດງ​ໃຫ້​ແກ່​ບັນດາ​ນັກສະ​ແດງ​ໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ປະຈຸ​ບັນ, ​ໂຮງ​ລະຄອນ​ຮ່າ​ໂນ້ຍ ຍັງ​ສືບ​ຕໍ່​ສ້າງ, ສະ​ແດງ​ບັນດາ​ບົດ​ລະຄອນທີ່​ສ່ອງ​ແສງ​ເຖິງ​ການ​ດຳລົງ​ຊີວິດ ດ້ວຍ​ຫຼາຍ​ຫົວ​ເລື່ອງ​ແຕກ​ຕ່າງ​ກັນ. ຄຽງ​ຄູ່​ກັບ​ການ​ສຳ​ພັດ ​ແລະ ​ລົງ​ເລິກ​ບັນດາ​ບັນຫາ​ເຄັ່ງຮ້ອນ​​ໃນ​ການ​ດຳລົງຊີວິດ​ປະຈຸ​ບັນ, ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ມະນຸດ​ໃນ​ທຸກ​ວັນ​ນີ້, ຫົວ​ເລື່ອງ​ກ່ຽວ​ກັບສົງຄາມ​​​ປະຕິວັດ​ຍັງ​ຄົງໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ ​ແລະ ​ສ້າງ​​ແຫຼ່ງອາລົມໃຫ້​ແກ່​ບັນດາ​ນັກ​ສິລະ​ປິນຂອງ​ໂຮງ​ລະຄອນ​ຮ່າ​ໂນ້ຍ./.

ຕອບກັບ

ຂ່າວ/ບົດ​ອື່ນ