ໄລຍະໜຶ່ງ, ຂັບເຫ້ວເຊື່ອມຈອດ 2 ຟາກສະໜາມຮົບພາກກາງ

ໄລຍະໜຶ່ງ, ຂັບເຫ້ວເຊື່ອມຈອດ 2 ຟາກສະໜາມຮົບພາກກາງ - ảnh 1
ສອງຜົວເມຍນັກ​ດົນຕີ ຟານ​ຟຸກ ອະດີດ​ຫົວໜ້າ​ກອງ​ສິລະ​ປະກອນ ຂອງວິທະຍຸກະ ຈາຍສຽງຫວຽດນາມ                 (ພາບ:baomoi.com)

     ດ້ວຍ​ທຳນອງ​ທີ່​ອ່ອນ​ຊອນ, ​ເປັນ​ໜ້າ​ຈັບ​ໃຈ, ຂັບ​ເຫ້ວໃນໄລຍະໜຶ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນ 3 ປະເພດ​ດົນຕີພື້ນເມືອງ, ມີບົດບາດແມ່ນອາວຸດທາງດ້ານຈິດໃຈ, ສົ່ງຜົນກະທົບ, ປຸກລຸກນ້ຳໃຈຮັກຊາດຂອງປະຊາຊົນ ຜ່ານລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງຫວຽດນາມ​ໃນ​ຊຸມ​ປີ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ. ​ໃນ​ໄລຍະ​ໜຶ່ງ, ບັນດາ​ນັກ​ສິລະ​ປີນ, ນັກ​ເສບ​ເຄື່ອງ​ດົນຕີ​ໄດ້ຜູກພັນກັບຂັບ​ເຫ້ວ, ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ນັກ​ສິລະ​ປີນ ​ເຈີ​ນຫງອກບີ​ກ, ມົ້ງອຶ້ງ, ຕົນ​ນື້ທິນີງ, ​ເຈົາລວາ​ນ, ຮົ່ງ​ເລ....ປະຈຸ​ບັນ​ມີ​ບາງ​ຄົນ​ກໍ​ໄດ້​ລວງ​ລັບ​ໄປ​ແລ້ວ, ​ແຕ່​ກຳລັງ​ແຮງ​ຂອງດົນຕີ​ປະ​ເພດ​ພື້ນ​ເມືອງນີ້​ຍັງ​ຄົງ​ຍືນ​ຍົງ​ຄົງ​ຕົວ​ຢູ່.    

       ພ້ອມ​ກັບ​ຂ່າວ​ຄາວ​ສະຖານະ​ການ​ທີ່​ຖືກ​ອອກ​ອາກາດຢ່າງ​ລຽນຕິດ ຜ່ານ ລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງຫວຽດນາມນັ້ນ, ລາຍການດົນຕີ ກໍມີບົດບາດສຳຄັນທີ່ສຸດ. ເມື່ອເຫັນໄດ້ເຖິງກຳລັງແຮງອັນໃຫຍ່ຫຼວງຂອງດົນຕີ, ພິເສດແມ່ນດົນຕີພື້ນເມືອງນັ້ນ, ກອງສິລະປະກອນຂັບ​ເຫ້ວຂອງວິທະຍຸ ກະຈາຍ ສຽງຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ແຕ່ຊຸມ​ມື້ທຳ​ອິດ​ທີ່​ທົ່ວ​ທັງ​ຊາດ​ຫວຽດນາມ​ພວມທຳ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເຂົ້າ​ມາ​ຮຸກ​ຮານ .

         ນັກ​ດົນຕີ ຟານ​ຟຸກ ອະດີດ​ຫົວໜ້າ​ກອງ​ສິລະ​ປະກອນຂອງວິທະຍຸກະ ຈາຍສຽງຫວຽດນາມ​ໃຫ້​ຮູ້​ວ່າ  ບໍ່ແມ່ນເລື່ອງບັງເອີນທີ່ ຂັບ​ເຫ້ວ ໄດ້ຮັບເລືອກຈາກ ວິທະຍຸ ກະຈາຍສຽງຫວຽດນາມແມ່ນໜຶ່ງໃນ 3 ປະເພດ​ດົນຕີພື້ນເມືອງໃນໄລຍະ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາກູ້ຊາດ. ເມື່ອປະເທດຫວຽດນາມຖືກແບ່ງແຍກ ເປັນ 2 ພາກ, ການ​ຢຶດ​ເອົາ​ດິນ​ດອນ​ຕອນ​ຫຍ້າ ​ແລະ ຈິດ​ວິນ​ຍານ​​ແຕ່ລະຄົນ​ແມ່ນ​ຮ້າຍ​ກາດ​ຢ່າງ​ແທ້​ຈິງ​ຢູ່​ເຂດ​ພາກ​ກາງ, ພິ​ເສດ​ແມ່ນ​ແຂວງ ກວາງ​ຈິ. ຈຳນວນ​ພົນທະຫານ​ຂອງ​ພວກ​ຫຸ່ນ​ໄຊ​ງ່ອນ​ໃນ​ຄາວ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ຊາວ​ກວາງ​ຈິ ຊຶ່ງ​ແມ່ນ​ບັນດາ​ຜູ້​ຄົນ​ນິຍົມ​ຟັງ​ຂັບ​ເຫ້ວ. ດັ່ງ​ນັ້ນ ການ​ສູ້​ຮົບ​ເພື່ອ​ຢຶດ​ເອົາ​ດິນ​ດອນ​ຕອນ​ຫຍ້າ ​ແລະ ຈິດ​ວິນ​ຍານ​​ມະນຸດ ​ແມ່ນ​ບໍ່​ອາດ​ຂາດ​ການ​ກະທົບ​ທາງ​ດ້ານ​ຈິດ​ໃຈ​ຈາກ​ສຽງ​ເພງ​ໄດ້. ມີ​ຫຼາຍ​ຄົນ​ຍັງ​ຈືດີຄາ​ວນັ້ນວ່າ : ບັນດາ​ບົດ​ເພງ​ເຫ້ວ​ເມື່ອ​ຖືກ​ດັ່ງ​ກ້ອງ​ກັງວານ​ຜ່ານ​ຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ​ໄດ້​ຊຶມ​ເລິກ​ເຂົ້າ​ໃນ​ດວງ​ໃຈ​ຂອງ​ຫຼາຍ​ຄົນ ​ແລະ ບໍ່​ວ່າ​ຜູ້​ໃດ​ຢູ່​ຟາກ​ສະໜາມຮົບ​ເບື້ອງ​ນັ້ນ ກໍ​ຢາກ​ປະ​ລະອາວຸດ. ນັກ​ດົນຕີ ຟານ​ຟຸກ ​ໃຫ້​ຮູ້​ວ່າ :

    “ ຄາວ​ນັ້ນ​ພຽງ​ແຕ່​ຟັງ​ວິທະຍຸກະຈາຍສຽງ ຈຶ່ງ​ໄດ້​ຟັງ​ເພງ​ເຫ້ວ, ທັງ​ບໍລິ​ເວນ​ເຫ້ວ, ພາກກາງ. ປະຊາຊົນ​ເຮົາ​ພຽງ​ແຕ່​ຟັງວິທະຍຸກະຈາຍສຽງຂອງ​ເຮົາ​ເພື່ອ​ກຳ​​ເອົາ​ສະຖານະ​ການ, ຫາກ​ບໍ່​ຟັງວິທະຍຸກະຈາຍສຽງຂອງ​ຝ່າຍ​ສັດຕູ. ​ເປັນ​ອັນວ່າ ຕ້ອງ​ມີ​ຂັບ​ເຫ້ວ ​ເພື່ອ​​ເປັນ​ອາຫານ​ທາງ​ດ້ານ​ຈິດ​ໃຈ ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ, ນັກຮົບ ”

   ບັນດາ​ນັກ​ສິລະ​ປີນທີ່ໄດ້ຜູກພັນກັບຂັບ​ເຫ້ວຜ່ານລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງຫວຽດນາມ​ໃນ​ຊຸມ​ປີ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ , ໃນ​ນັ້ນຕ້ອງ​ເວົ້າ​ເຖິງ​ນັກ​ສິລະ​ປີນ​ເຈົາລວາ​ນ, ຮົ່ງ​ເລ..... ​ແລະ ​ໃນ​ຄາວ​ນັ້ນ​ສຽງ​ຂັບ​ຮ້ອງ​ຂອງນັກ​ສິລະ​ປີນ​ເຈົາລວາ​ນ​ແມ່ນ​ມີ​ຊື່​ສຽງ​ກວ່າ​ໝູ່. ນັກ​ສິລະ​ປະ​ດີ​ເດັ່ນ ດາວ​ກີ້ຢີ​ໃຫ້​ຮູ້​ວ່າ ນັບ​ແຕ່​ເວລາ​ຫາ​ກໍ​ສ້າງ​ຕັ້ງ​ກອງ​ສິລະ​ປະກອນ​ຂັບ​ເຫ້ວ​ເມື່ອ​ປີ 1955 ນັ້ນ, ສຽງ​ຂັບ​ຮ້ອງ​ຂອງນັກ​ສິລະ​ປີນ​ເຈົາລວາ​ນ ​ໄດ້​ເຮັດ​ໃຫ້​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄົນ​ຢູ່ 2 ຟາກ​ຝັ່ງຮ່ຽນ​ເລືອ​ງ, ທ່າ​​ເຮືອຕຸ່ງລວດ. ນັກ​ສິລະ​ປະ​ດີ​ເດັ່ນ ດາວ​ກີ້ຢີ​ໃຫ້​ຮູ້​ວ່າ:

   “ ຄາວ​ນັ້ນ, ຈາກ​ຂົວ​ຮ່ຽນ​ເລືອ​ງ​ໄປ​ທ່າ​ເຮືອ ຕຸ່ງລວດ ກໍ​ລ້ວນ​ແຕ່​ມີ​ພໍ່​ແມ່​ປະຊາຊົນ​ພາກ​ເໜືອ​ໄປ​ຊົມ. ​ໄປ​ຮອດ ຕຸ່ງລວດ ກໍ​ມີ​ປ້ອມ​ຕຳຫຼວດ​ຂອງ 2 ຝ່າຍ. ​ແຕ່​ລະອາ​ທິດ​ກໍ​ປ່ຽນ​ຜູ້​ເວນຍາມ. ມື້​ນັ້ນ, ຕຳຫຼວດ​ຝ່າຍ ສ. ພາກ​ໃຕ້​ໄປ​ເວນຍາມ​ຢູ່​ປ້ອມ ຕຸ່ງລວດ ກໍ​ກົງ​ກັບ​ເວລາ​ກອງ​ສິລະ​ປະກອນຂອງວິທະຍຸກະຈາຍສຽງ ຫວຽດນາມ​ມາສະ​ແດງ. ​ເພາະ​ບໍ່​ຢາກ​ໃຫ້​ພວກ​ພົນທະຫານ​ໄປ​ຊົມ​ຂັບ​ເຫ້ວ, ໝໍ​ນາຍ​ຕຳຫຼວດ​ປ້ອມ​ດ່ັງກ່າວ​ໄດ້​ປິດ​ປະຕູ, ຫ້າມ​ບໍ່​ໃຫ້​ພວກ​ພົນທະຫານ​ອອກ​ໄປ​ຊົມ. ​ແຕ່​ຫຼັງ​ຈາກ​ນັ້ນ, ດ້ວຍ​ຫຼາຍ​ວິ​ທີ, ພວກ​ພົນທະຫານ​ສັງກັດ​ປ້ອມ​ນັ້ນ ​ໄດ້​ໜີ​ອອກ​ໄປ​ນອກ​ເພື່ອ​ຊົມນັກ​ສິລະ​ປີນ​ເຈົາລວາ​ນພ້ອມ​ກັບ​ບັນດາ​ນັກ​ສິລະ​ປີນຄົນ​ອື່ນ​ສະ​ແດງ”

     ນັກ​ສິລະ​ປີນ ຮົ່ງຢວຽນ ບໍ່​ມີໜ້າ​ໃນ​ກອງ​ສິລະປະກອນຂັບເຫ້ວນັບແຕ່ຊຸມວັນ ທຳອິດ​ເມື່ອ​ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ສຽງ​ຂັບ​ຮ້ອງ​ຂອງ​ລາວ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ທ່ານ​ຜູ້​ຟັງ​ໃນ​ໄລຍະ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ. ປີ 1965, ນາງ​​ໄດ້​ກັບ​ມາ​ເຮັດ​ວຽກ​ຢູ່​ວິທະຍຸກະຈາຍສຽງຫວຽດນາມ​. ດ້ວຍ​ຄວາມ​ຮັກ​ສິລະ​ປະ​ຂັບ​ເຫ້ວ, ນາງ​ໄດ້​ແຕ່ງງານ​ກັບ​ນັກ​ສິລະ​ປີນ​ຮ່ວມ​ກອງ​ສິລະ​ປະກອນ ນັ້ນ​ແມ່ນນັກ​ສິລະ​ປະ​ດີ​ເດັ່ນ ດາວ​ກີ້ຢີ. ​ເມື່ອ​ຫວນ​ຄືນ​ໄລຍະ​ອັນ​ດຸ​ເດືອດ​ຄາວ​ນັ້ນ, ນາງ​ເລົ່າ​ສູ່​ຟັງ​ວ່າ :  

    “ ​ເມື່ອ​ມາ​ເຮັດ​ວຽກ​ຢູ່​ວິທະຍຸກະຈາຍສຽງຫວຽດນາມ, ຂ້າພະ​ເຈົ້າ​ຖືກຊັບຊ້ອນ​ໄປ​ເຮັດ​ວຽກ​ຢູ່​ເຂດ 4 . ​ໄລຍະ​ເວລາ​ນັ້ນ ​ແມ່ນ​ດຸ​ເດືອ​ດທີ່​ສຸດ, ຕ້ອງ​ໄປສະ​ແດງ​ຮັບ​ໃຊ້​ທະຫານ​ຢູ່​ສະໜາມຮົບ. ​ໄລຍະ​ສົງຄາມ, ບໍ່​ວ່າຜູ້​ໃດ​ກໍ​ເຊັ່ນ​ດຽວ​ກັນ,​ ​ໃຜໆ​ກໍ​ຕ້ອງ​ເຮັດ​ວຽກ​ທັງ​ວັນ ​ແລະ ຄືນ​ເພື່ອ​ໃຫ້​ອອກ​ອາກາດລາຍການທັນ​ເວລາ.”

    ມີໄລຍະ​ໜຶ່ງ, ຂັບ​ເຫ້ວປະກອບສ່ວນ​​​ເຊື່ອມ​ຈອດ​ 2 ຟາກ​ສະໜາມຮົບພາກ​ກາງ ​ແລະ ມີ​ໄລຍະ​ໜຶ່ງ, ປະຊາຊົນ ​ແລະ ນັກຮົບຢູ່ 2 ຟາກ​ສະໜາມຮົບພ້ອມ​ກັນ​ໄດ້​ຮັບ​ຟັງ​ບັນດາ​ບົດ​ເພງ​ເຫ້ວຜ່ານ​ຄື້ນຂອງ​ວິທະຍຸກະຈາຍສຽງຫວຽດນາມ, ອັນ​ໄດ້​ສ້າງ​ຄວາມ​ເຫັນອົກ​ເຫັນ​ໃຈ​ຜ່ານ​ສຽງ​ເພງ, ມັນ​ໄດ້​ຊຶມ​ເລິກ​ເຂົ້າ​ຈິດ​ວິນ​ຍານ​ຂອງ​ແຕ່ລະຄົນ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຊື່ອມ​ຈອດ 2 ພາກ​ເໜືອ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ