Liên hoan dân ca Ví, Giặm xứ Nghệ 2012
(ພາບ: vanhoadoisong.com)
|
ຕາມການສະຖີຕິຂອງຄະນະຈັດຕັ້ງງານປະກວດຂັບລຳພື້ນເມືອງ -ຂັບຫວີ ແລະ ຂັບຢ້ຳ ແຂວງເງະອານ ປີ 2012 ຊຶ່ງໄດ້ຖືກຈັດຂຶ້ນໃນອາທິດແລ້ວນີ້, ຈຳນວນສະມາຊິກ ໄວໜຸ່ມທີ່ເຂົ້າຮ່ວມການສະແດງ ຂັບຫວີ ແລະ ຂັບຢ້ຳ ແມ່ນກວມເອົາ 50%, ໃນນັ້ນຜູ້ທີ່ມີ ອາຍຸໜຸ່ມນ້ອຍກ່ວາໝູ່ແມ່ນ 5 ປີ. ຕົວເລກດັ່ງກ່າວກໍເປັນການສະແດງໃຫ້ເຫັນຄວາມດູດດື່ມຂອງສຽງເພງພື້ນເມືອງເວົ້າລວມ ແລະ ຂັບຫວີແລະ ຂັບຢ້ຳເວົ້າເພາະ.
Le Thuy An ແມ່ນໜຶ່ງໃນບັນດານັກຮ້ອງທີ່ໜຸ່ມນ້ອຍໄດ້ຮັບຄວາມສົນໃຈ ຂະນະທີ່ລາຍການສະແດງຂັບຫວີຂອງນ້ອງໄດ້ຮັບລາງວັນທີ່ 2 ຊຶ່ງໄດ້ນຳຜົນງານມາສູ່ສະໂມສອນຂັບລຳທຳເພງພື້ນເມືອງ ໂຮງຮຽນປະຖົມເທດສະບານເມືອງ ນາມດານ. Le Thuy An ໄດ້ເລົ່າສູ່ຟັງວ່າ ນ້ອງຮູ້ ຂັບຫວີ ແລະ ຂັບຢ້ຳນັບແຕ່ຄາວຮຽນຫ້ອງ ປ1. ເວລາດຳເນີນຊີວິດ ຫຼືເວລາພັກຜ່ອນ ກໍແມ່ນເວລາເອື້ອຍຄູ່ສອນຂັບລຳທຳເພງ ພື້ນເມືອງໃຫ້ນັກຮຽນ ຂອງຕົນ. Le Thuy An ເວົ້າວ່າ
“ ເວລານ້ອງຟຶກແອບ ຂັບຫວີ ແລະ ຂັບຢ້ຳ ເທື່ອທຳອິດ, ນ້ອງເຫັນວ່າຍາກຫຼາຍ, ແຕ່ໄລຍະຕໍ່ມາ ນ້ອງກໍຄ່ອຍໆລຶ້ງເຄີຍກັບທຳນອງລຳພື້ນເມືອງນີ້. ນ້ອງໄດ້ສະຫງວນເວລາພັກຜ່ອນລະຫວ່າງຊົ່ວໂມງຮຽນເພື່ອຝຶກແອບຂັບຮ້ອງ ແລະ ຟ້ອນ. ຍ້ອນວ່າ ໃນຕອນຄ່ຳນ້ອງຕ້ອງເຮັດບົດຟຶກຫັດ. ນ້ອງຊົມຊອບສຽງເພງພື້ນເມືອງເພາະວ່າສຽງເພງອ່ອນຊອນ ແລະ ເຮັດໃຫ້ນ້ອງປະທັບໃຈຫຼາຍ. ນ້ອງສາມາດ ຂັບຫວີແລະ ຂັບຢ້ຳໄດ້ຫຼາຍທຳນອງ, ຈົນນັບບໍ່ຖ້ວນ ”
ຂັບຫວີ ແລະ ຂັບຢ້ຳ ແມ່ນປະເພດສິລະປະຂັບລຳທຳເພງພື້ນເມືອງ ຊຶ່ງໃນການສະແດງ ປະກອບດ້ວຍນັກຮ້ອງແຕ່ 2 ຫາ 3 ຄົນ ໂດຍຂັບບົດກາບກອນປະສານກັບດົນຕີ. ສຳລັບປະເພດສິລະປະນີ້, ແຕ່ດົນນານມາແລ້ວ, ຊາວແຂວງ ເງະອານ ແລະ ຮ່າຕິ້ງໄດ້ຮັກສາຄືດັ່ງມໍລະດົກອັນລ້ຳຄ່າໂດຍປູຍ່າຕາຍາຍປະໄວ້ໃຫ້. ບັນດາບົດເພງ ພື້ນເມືອງຫວີ,ຢ້ຳໄດ້ຖືກຮັກສາ ແລະ ສືບທອດຈາກຄົນລຸ່ນກ່ອນຫາຄົນລຸ່ນຫຼັງ
. ທຳນອງເພງພື້ນເມືອງຫວີ ແລະ ຂັບຢ້ຳຍາມໃດກໍຕິດພັນກັບຊີວິດປະຈຳວັນ, ການອອກແຮງງານ, ແນວຄິດຈິດໃຈຂອງຊາວແຂວງເງະອານ, ຜ່ານສຽງຂັບ, ສຽງກອມລູກຂອງຜູ້ເປັນແມ່ທີ່ໄດ້ຊຶມເລິກໃນມັນສະໝອງຂອງເດັກ, ຈາກນັ້ນກໍສົ່ງຜົນກະທົບເຖິງດ້ານຈິດວິນຍານຂອງມະນຸດ. ນ້ອງ Nguyen Thi Phuong ສັງກັດສະໂມສອນ ເກີມມີ້ - ເມືອງເກີມຊວຽນ ແຂວງຮ່າຕິ້ງ ໃຫ້ຮູ້ວ່າ :
“ ນ້ອງລຶ້ງເຄີຍກັບສຽງຂັບຫວີແລະ ຂັບຢ້ຳ ນັບແຕ່ຄາວຍັງນ້ອຍ ຜ່ານສຽງຂັບ, ສຽງກອມຂອງແມ່ເມືອ່ກອມນ້ອງນອນ ແລະ ຈາກນັ້ນ ມັນໄດ້ຊຶມເລິກໃນຄວາມຊົງຈຳຂອງ
ນ້ອງ. ຄາວເຍົາໄວ, ນ້ອງກໍໄດ້ເຂົ້າຮ່ວມກອງສິລະປະກອນຂອງບ້ານ, ຕາແສງ. ຄາວເປັນນັກຮຽນສາມັນ, ນ້ອງກໍເຄີຍຮັບຜິດຊອບດ້ານສິລະປະເວລາຮຽນຫ້ອງ ມ1 ຕະຫຼອດຮອດ ມ7. ປະຈຸບັນນ້ອງພວມຮຽນຂະແໜງສ້າງຄູ , ນ້ອງຈະເດີນ ຕາມອາຊີບເປັນເອື້ອຍຄູ, ແຕ່ສຳລັບຄວາມເມົາມົວກັບສິລະປະຂັບຫວີແລະ ຂັບຢ້ຳນັ້ນ ຈະບໍ່ມີວັນຈະຈືດຈາງ ”
ສະໂມສອນຂັບຫວີ,ຢ້ຳ ຕາແສງ ກີທື ເມືອງກີແອງ ແຂວງ ຮ່າຕິ້ງ ຂອງອ້າຍ Phan Dang Thuan ກໍ ແມ່ນກອງສິລະປະໄດ້ຮັບລາງວັນ A ໃນ ງານປະກວດສຽງເພງ ພື້ນເມືອງ - ຂັບຫວີ,ຢ້ຳ ແຂວງເງະອານ ປີ 2012. ອ້າຍ Phan Dang Thuan ຖືວ່າ ຂັບຫວີແລະ ຂັບຢ້ຳ ພິເສດແມ່ນບັນດາທຳນອງເພງເກົ່າ ໄດ້ກາຍເປັນປະເພດ ສິລະປະອັນລ້ຳຄ່າຢ່າງແທ້ຈິງ. ປະຈຸບັນຖ້າຫາກໄວໜຸ່ມໄດ້ຮູ້ໄດ້ຟັງບັນດາທຳນອງເພງເກົ່າ, ຈຶ່ງຈະສາມາດເຂົ້າໃຈໄດ້ເຖິງຄຸນຄ່າຂອງສິລະປະຂັບລຳ ທຳເພງພື້ນເມືອງເງະອານໄດ້. ເນື້ອໃນບັນດາບົດເພງພື້ນເມືອງຫວີແລະ ຂັບຢ້ຳ ແມ່ນມ່ວນ ແລະ ມີຄວາມໝາຍທີ່ສຸດ. ອ້າຍ Phan Dang Thuan ເວົ້າວ່າ :
“ ຂ້າພະເຈົ້າໄດ້ເຂົ້າຮ່ວມສະໂມສອນ ພ້ອມທັງກໍເຂົ້າຮ່ວມບັນດາລາຍການ ສະແດງສິລະປະ, ເມຍຂອງຂ້າພະເຈົ້າກໍເຊັ່ນນັ້ນ. ລູກຂອງຂ້າພະເຈົ້າ, ຄາວມີອາຍຸ 4 ປີ ກໍໄດ້ເຂົ້າຮ່ວມລາຍການສະແດງຂັບຫວີ,ຢ້ຳທີ່ມີຫົວເລື່ຶອງ ກ່ຽວກັບໂພສະນາການ. ຄາວນັ້ນ 2 ພໍ່ລູກໄດ້ພ້ອມກັນສະແດງ. ປະຈຸບັນລູກຂ້າພະເຈົ້າເປັນນັກຮ້ອງສຽງດີ ”
ປະຈຸບັນຂະບວນການຂັບລຳທຳເພງພື້ນເມືອງຂອງພວກເພື່ອນໜຸ່ມພວມໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ 2 ແຂວງເງະອານ ແລະ ຮ່າຕິ້ງ. ໃນນັ້ນການນຳສິລະປະຂັບລຳທຳເພງພື້ນເມືອງເຂົ້າໃນຫຼັກສູດຂອງໂຮງຮຽນ ໄດ້ຮັບການຜັນຂະຫຍາຍແຕ່ 18 ປີມານີ້. ຈາກນັ້ນມີປະເພດສິລະປະສະແດງລະຄອນຂັບລຳ ທຳເພງພື້ນເມືອງ ໄດ້ຮັບການປະຕິບັດທົດລອງ, ຊຶ່ງມີຫຼັກສູດການສອນແທດເໝາະກັບແຕ່ລະເກັ່ນອາຍຸຈາກຂັ້ນປະຖົມຕະຫຼອດຮອດມັດທະ ຍົມຕອນປາຍ. ເອື້ອຍຄູ Phan Thi Thu Huyen ເລຂາຄະນະຊາວໜຸ່ມໂຮງຮຽນມັດທະຍົມຕອນປາຍ ຫງວຽນເຈືອງໂຕະ, ນະຄອນວິງ - ແຂວງເງະອານ ໃຫ້ຮູ້ວ່າ ໂຮງຮຽນຂອງນາງໄດ້ສ້າງຕັ້ງສະໂມສອນຂັບຫວີແລະ ຂັບຢ້ຳ. ນາງໃຫ້ຮູ້ວ່າ :
“ ເລື່ອງໃຫ້ນັກຮຽນເຂົ້າຮ່ວມສະໂມສອນຂັບລຳພື້ນເມືອງໃນໂຮງຮຽນ ແມ່ນໄດ້ຮັບຄວາມເອົາໃຈໃສ່ຈາກພວກຂ້າພະເຈົ້າທີ່ສຸດ. ພວກນ້ອງນັກຮຽນຈະໄດ້ແອບຂັບຮ້ອງບັນດາບົດເພງພື້ນເມືອງ ແລະ ມີການແນະນຳຂອງຄູສອນວິຊາວັນນະຄະດີ. ນອກຈາກນັ້ນ, ໃນແຕ່ລະປີ, ທາງໂຮງຮຽນກໍໄດ້ຈັດຕັ້ງການປະກວດສຽງເພງພື້ນເມືອງໃຫ້ແກ່ພວກນັກຮຽນ, ຈັດຕັ້ງການສະແດງສິລະປະເພື່ອດຶງດູດນັກຮຽນເຂົ້າຮ່ວມ, ຈັດຕັ້ງບັນດາຫົວເລື່ອງຄົ້ນຄ້ວາກ່ຽວກັບບັນດາບົດເພງພື້ນເມືອງ ຫວີແລະ ຂັບຢ້ຳ, ວັນນະຄະດີພື້ນເມືອງ..... ”
ອາດເວົ້າໄດ້ວ່າ ຢູ່ ແຂວງເງະອານ ແລະ ຮ່າຕິ້ງ, ສິລະປະຂັບລຳທຳເພງ ພື້ນເມືອງເວົ້າລວມ ແລະ ຂັບຫວີແລະ ຂັບຢ້ຳເວົ້າເພາະ ພວມໄດ້ຮັບການຮັກສາ ແລະ ພັດທະນາ, ສ່ວນໜຶ່ງກໍຍ້ອນມີຂະບວນການສິລະປະວັນນະຄະດີມະຫາຊົນ, ໃນນັ້ນກໍມີການປະກອບສ່ວນຢ່າງບໍ່ໜ້ອຍຂອງພວກເພື່ອນໜຸ່ມ.