(VOVWORLD) -ໂດຍນອນຢູ່ຫ່າງຈາກໃຈກາງເມືອງ ກວາງບິ່ງ ແຂວງ ຮ່າຢາງ ປະມານ 15 ກິໂລແມັດ, ຕາແສງ ຊວນຢາງ ແມ່ນແຫ່ງດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າໄຕ່. ບໍ່ພຽງແຕ່ພົ້ນເດັ່ນຂຶ້ນດ້ວຍຄວາມງາມທຳມະຊາດທີ່ເປັນໜ້າຈັບໃຈເທົ່ານັ້ນ, ຊວນຢາງ ຍັງເປັນທີ່ຮູ້ຈັກກັນດີ ດ້ວຍອາຊີບເຮັດກຸບຮາຍເມ ເຊິ່ງເປັນສັນຍາລັກທາງດ້ານວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ່ຢູ່ແຫ່ງນີ້
ກຸບຮາຍເມ ເຊິ່ງເປັນສັນຍາລັກທາງດ້ານວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ່ |
ກຸບຮາຍເມ ບໍ່ພຽງແຕ່ແມ່ນເຄື່ອງໃຊ້ທີ່ລື້ງເຄີຍໃນຊີວິດປະຈຳວັນເທົ່ານັ້ນ ຫາກຍັງເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳຂອງຊາວເຜົ່າໄຕ່ອີກດ້ວຍເພື່ອຜະລິດໄດ້ກຸບຮາຍເມໜ່ວຍໜຶ່ງໃຫ້ສຳເລັດ, ກ່ອນອື່ນໝົດແມ່ນຕ້ອງມີຄວາມລະອຽດລະອໍໃນການເລືອກເອົາໄມ້ພາງ ເພື່ອສານຂອບກຸບ. ນາງ ຮວ່າງທິດ໊ຽມ ຢູ່ບ້ານ ຈີ່ ຕາແສງ ຊວນຢາງ ໃຫ້ຮູ້ວ່າ:
“ເຮັດກຸບຕ້ອງກະກຽມຫຼາຍຂັ້ນຕອນ… ໄມ້ພາງຕ້ອງລອກເປືອກ, ແລ້ວຈັກຕອກ, ເຫຼົາ ແລະ ສານ. ເມື່ອເຮັດກຸບໜ່ວຍໜຶ່ງໃຫ້ສຳເລັດກໍ່ຕ້ອງມີໃບຕານຕື່ມອີກ. ໃບຕານເມື່ອເອົາມາຕ້ອງຢ້າງໄຟ ແລະ ຕາກໃຫ້ແຫ້ງ ແລ້ວຈຶ່ງເຮັດກຸບ. ກຸບຮາຍເມ ຕ້ອງຫຍິບໃບຕານສອງຊັ້ນໃຫ້ແໜ້ນ. ແລ້ວກໍ່ຕ້ອງຢ້າງໄຟ. ຮອດເວາໃດກຸບຫັນມາເປັນສີດຳຈຶ່ງຖືວ່າ ກຸບໜ່ວຍນັ້ນໄດ້ເຮັດສຳເລັດ”.
ກຸບແຕ່ລະໜ່ວຍກໍ່ເປັນການຢັ້ງຢືນຂອງໝາກຜົນຂອງໄລຍະອອກແຮງງານ ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ດ້ວຍຄວາມຄ່ອງແຄ້ວອີກ. ຈາກການເລືອກເອົາວັດຖຸດິບ, ສານຕອກໄມ້ພາງ ຕະຫຼອດຮອດການຫຍິບໃບຕານ, ທັງໝົດເຫຼົ່ານັ້ນກໍ່ລ້ວນແຕ່ສະແດງໃຫ້ເຫັນສິ່ງທີ່ຍອດຍິ່ງທາງດ້ານສິລະປະອາຊີບຫັດຖະກຳ. ນາງ ຮວ່າງທີອ໊ຽມ ນັກສິລະປະການເຮັດກຸບຮາຍເມ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຮັດກຸບ ນັບແຕ່ຄາວອາຍຸ 16 ປີ, ຮຽນນຳແມ່ ແລະ ພວກອາພວກປ້າ… ເຮົາຕ້ອງໄປເອົາໄມ້ພາງມາຈັກ ເພື່ອເຮັດກຸບ ແລະ ຮຽນຮູ້ວິທີເຮັດກຸບຕື່ມ. ຂ້າພະເຈົ້າຢາກໃຫ້ລູກຫຼານຮຽນຮູ້ຕື່ມ ເພື່ອເຮັດກຸບຮາຍເມ ທັງເປັນການຮັກສາອາຊີບຫັດຖະກຳຂອງເຜົ່າໄຕ່ໄວ້ໄດ້”.
ອາຊີບເຮັດກຸບຮາຍເມ ຂອງຊາວເຜົ່າໄຕ່ຢູ່ ຊວນຢາງ ໄດ້ມີມາແຕ່ດົນນານ. ທົ່ວຕາແສງໃນປັດຈຸບັນມີມາປະມານ 60 ຄອບຄົວປະກອບອາຊີບເຮັດກຸບ. ກຸບຮາຍເມ ໄດ້ປາກົດຕົວນັບແຕ່ໃດໆມາ ເຊິ່ງບໍ່ພຽງແຕ່ແມ່ນເຄື່ອງໃຊ້ທີ່ມີຜົນປະໂຫຍດ ເພື່ອກັນຝົນກັນແດດໃນວຽກງານເຮັດໄຮ່ໄຖນາຂອງຊາວເຜົ່າໄຕ່ເທົ່ານັ້ນ ຫາກຍັງມີບົດບາດສຳຄັນໃນພິທີສູ່ຂໍງານດອງ. ນາງຫງວຽນທິຕຸກ ຫົວໜ້າວັດທະນະທຳເມືອງ ກວາງບິ່ງ ໃຫ້ຮູ້ວ່າ: ກຸບຖືກມອບໃຫ້ເຈົ້າສາວ ເມື່ອກັບໄປຢູ່ເຮືອນຜົວກໍ່ແມ່ນເຄື່ອງທີ່ລະນຶກຂອງພໍ່ແມ່ດ້ວຍຄວາມຫວັງຢາກໃຫ້ເຈົ້າສາວກາຍເປັນລູກທີີ່ຄວາມກະຕັນຍູ, ຮັກແພງຜົວ ແລະ ລູກ. ນາງ ຕຸກ ໃຫ້ຮູ້ວ່າ:
“ກຸບຮາຍເມ ຖືກພວກແມ່ປ້າ ຈັກສານ ແລະ ມອບໃຫ້ຜູ້ເປັນເຈົ້າສາວ ເມື່ອໄປຢູ່ເຮືອນຜົວ. ໃນຊີວິດປະຈຳວັນ ພໍ່ແມ່ພີ່ນ້ອງເຄີຍຖືກຸບ ເພື່ອກັນແດດກັນຝົນເມື່ອໄປທົ່ງໄຮ່ທົ່ງນາ ຫຼືໄປໂນນພູທຳການຜະລິດ”. ທ່ານ ຫງວຽນຮວ່າຍແທັງ ປະທານຄະນະກຳມະການປະຊາຊົນຕາແສງ ຊວນຢາງ ເປີດເຜິຍວ່າ:
“ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ໄດ້ຮັບຮອງອາຊີບເຮັດກຸບຮາຍເມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ຈາກຄວາມເປັນກຽດນີ້ພວກຂ້າພະເຈົ້າໄດ້ສ້າງຕັ້ງສະໂມສອນ ເພື່ອຮັກສາເສີມຂະຫຍາຍອາຊີບຫັດຖະກຳນີ້. ຈາກອາຊີບເຮັດກຸບຮາຍເມ, ພວກຂ້າພະເຈົ້າກໍ່ຕິດພັນກັບການພັດທະນາການທ່ອງທ່ຽວ. ແຂກທ່ອງທ່ຽວເມື່ອມາຢາມຕາແສງ ຊວນຢາງ ກໍ່ມີຜະລິດຕະພັນທ່ອງທ່ຽວຕື່ມອີກ ຈາກນັ້ນປະກອບສ່ວນເພີ່ມລາຍຮັບ ພັດທະນາເສດຖະກິດໃຫ້ແກ່ປະຊາຊົນ”.
ເພື່ອຮັກສາອາຊີບເຮັດກຸບຮາຍເມ, ຕາແສງ ຊວນຢາງ ໄດ້ເປີດຊຸດອົບຮົມຖ່າຍທອດເຕັກນິກເຮັດກຸບ, ຈາກນັ້ນກໍ່ປຸກລຸກຄວາມເມົາມົວ ແລະ ຄວາມຮັບຜິດຊອບໃນໄວໜຸ່ມ. ອາຊີບເຮັດກຸບກໍ່ຖືກຜູກມັດກັບບັນດາເຫດການວັດທະນະທຳຂອງທ້ອງຖິ່ນຄື ງານບຸນ, ຕະຫຼາດນັດ ແລະ ງານຕະຫຼາດນັດການຄ້າ ອັນໄດ້ຊ່ວຍຜະລິດຕະພັນຫັດຖະກຳຂອງທ້ອງຖິ່ນເພີ່ມຄວາມໃກ້ຊິດສະໜິດສະໜົມກັບຊຸມຊົນ ແລະ ແຂກທ່ອງທ່ຽວຫຼາຍຂຶ້ນ.