ການອະນຸລັກ ແລະ ພັດທະນາວັດທະນະທຳເຜົ່າ ຜູ້ໄທ ຢູ່ ເມື່ອງເຕິກ

(VOVWORLD) -ເມື່ອງເຕິກ ແມ່ນຊື່ເອີ້ນຂອງໃຈກາງ ເມືອງ ຝູ໋ອຽນ ແຂວງ ເຊີນລາ. ວັດທະນະທຳເມື່ອງເຕິກໄດ້ເປັນຮູບປະທຳຈາກການປະສານລະຫວ່າງສອງເຜົ່າ ຜູ້ໄທແລະ ເຜົ່າເມື່ອງ. ພົ້ນເດັ່ນຂຶ້ນໃນວັດທະນະທຳເມື່ອງເຕິກແມ່ນບັນດາທຳນອງເພງພື້ນເມືອງ ວາດຟ້ອນຂອງເຜົ່າ ຜູ້ໄທ. ໂດຍປະເຊີນໜ້າກັບການພັດທະນາເສດຖະກິດສັງຄົມ ພໍ່ແມ່ພີ່ນ້ອງເຜົ່າ ຜູ້ໄທ ຢູ່ ເມື່ອງເຕິກພວມມານະພະຍາຍາມຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງເຜົ່າຕົນ.
 
ການອະນຸລັກ ແລະ ພັດທະນາວັດທະນະທຳເຜົ່າ ຜູ້ໄທ ຢູ່ ເມື່ອງເຕິກ - ảnh 1ສະໂມສອນສິລະປະກອນຜູ້ອາຍຸສູງເຜົ່າ ຜູ້ໄທຢູ່ ເມື່ອງເຕິກ
 

 ຢູ່ຮ່ອມພູ ຝູ໋ຮວາ ເຊິ່ງແມ່ນຊື່ເອີ້ນອື່ນຂອງຮ່ອມພູເມື່ອງເຕິກ ເມືອງ ຝູ໋ອຽນແຂວງ ເຊີນລາ ເຊິ່ງແມ່ນແຫ່ງເຕົ້າໂຮມບັນດາໝູ່ບ້ານຊາວເຜົ່າຜູ້ໄທ ຢູ່ອ້ອມແອ້ມທົ່ງນາ ເມື່ອງເຕິກ ແຫ່ງເທບນິຍາຍ, ແຕ່ລະຄ່ຳຄືນກໍ່ຍັງຄຶກຄື້ນມ່ວນຊື່ນດ້ວຍສຽງດົນຕີແອບຟ້ອນຂອງບັນດາສະໂມສອນ ສິລະປະວັນນະຄະດີຜູ້ອາຍຸສູງ.ລຸງ ບາກເກິ່ມໂຕ່ນຜູ້ຮັບຜິດຊອບກອງສິລະປະກອນຜູ້ອາຍຸສູງສັງກັດສະໂມສອນຜູ້ອາຍຸສູງ ຕາແສງ ກວາງຮຸຍ ໃຫ້ຮູ້ວ່າ:

    “ກອງສິລະປະກອນຂອງຕາແສງກວາງຮຸຍ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2014 ດ້ວຍການເຂົ້າຮ່ວມຂອງຫຼາຍກວ່າ 60 ຄົນ.ກອງສິລະປະກອນ ກວາງຮຸຍ ໄດ້ຊ່ວຍໃຫ້ຂະບວນການສິລະປະວັນນະຄະດີ ຂອງບັນດາຮາກຖານກໍ່ລ້ວນແຕ່ໄດ້ຝຶກແອບຢ່າງຟົດຟື້ນມ່ວນຊື່ນ. ປັດຈຸບັນບາງຮາກຖານກໍ່ລ້ວນແຕ່ຮຽນນຳກອງສິລະປະກອນກວາງຮຸຍ. ຈຸດປະສົງແມ່ນຮັບໃຊ້ ແລະສ້າງຄວາມເບີກບານມ່ວນຊື່ນໃນການດຳລົງຊີວິດ ເຮັດໃຫ້ຊີວິດຂອງເຮົາແຂງແຮງ ແລະ ມີຄວາມໝາຍ ທັງເປັນການຮັກສາມູນເຊື້ອຂອງກວາງຮຸຍ ໃຫ້ລຸ້ນຄົນໃນພາຍພາກໜ້າ”.

     ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນຄວາມຮັກຢ່າງແຮງກ້າກັບວັດທະນະທຳບັນດາເຜົ່າ, ພວກປ້າລຸງ ຍັງຖ່າຍທອດໃຫ້ໄວໜຸ່ມ ກ່ຽວກັບວາດຟ້ອນ, ສຽງຂັບລຳທຳເພງ, ບົດກອນລຳຂອງປູ່ຍ່າຕາຍາຍປະໄວ້ໃຫ້ ນັ້ນບໍ່ພຽງແຕ່ແມ່ນບົດເພງເທົ່ານັ້ນຫາກຍັງແມ່ນຄຳສັ່ງສອນ ໃຫ້ລູກຫຼານຮູ້ຈັກຫຼັກສິນທຳ ພ້ອມທັງມີຄວາມຫ້າວຫັນໃນການອອກແຮງງານເພື່ອສ້າງການດຳລົງຊີວິດ ໃຫ້ອີ່ມໜຳສຳລານແລະ ຜາສຸກ.ທ່ານ ຮວ່າງຊວນຮວ່າ ປະທານສະມາຄົມຜູ້ອາຍຸສູງຕາແສງ ກວາງຮຸຍ ໃຫ້ຮູ້ວ່າ:

      “ທາງດ້ານວັດທະນະທຳ ສິລະປະວັນນະຄະດີ, ພວກປ້າລຸງມີຄວາມເບີກບານໃຈເຂົ້າຮ່ວມການສະແດງສິລະປະວັນນະຄະດີ. ທາງດ້ານການຟ້ອນ ພວກປ້າລຸງສ່ວນຫຼາຍກໍ່ຟ້ອນວາດຟ້ອນບູຮານ. ສະໂມສອນຂັບລຳທຳເພງເຜົ່າ ຜູ້ໄທ ພວກຂ້າພະເຈົ້າກໍ່ເຄີຍພົບປະແລກປ່ຽນຖອດຖອນບົດຮຽນນຳກັນຢ່າງເປັນປະຈຳ. ສິ່ງນີ້ກໍ່ໄດ້ຊ່ວຍໃຫ້ພວກປ້າລຸງ ມີຄວາມມ່ວນຊື່ນພ້ອມທັງຮັກສາສີສັນຂອງເຜົ່າຕົນ ແລະ ສຶກສາອົບຮົມໃຫ້ລູກຫຼານຕ້ອງຮັກສາຮີດຄອງປະເພນີອັນດີງາມ”.

       ການເຄື່ອນໄຫວທີ່ຟົດຟື້ນຂອງສະໂມສອນຜູ້ອາຍຸສູງ ກໍ່ແມ່ນກຳລັງໜູນເພື່ອໃຫ້ຊາວໜຸ່ມໃນບ້ານຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການຂອງຕາແສງ.ອ້າຍ ຫງວຽນລິງຮວ່າງ ຊາວເຜົ່າ ຜູ້ໄທ ເຂລາຄະນະຊາວໜຸ່ມຕາແສງ ກວາງຮຸຍ ໃຫ້ຮູ້ວ່າ:

      “ແຕ່ລະເທື່ອເມື່ອພວກປ້າລຸງຈັດຕັ້ງ, ນ້ອງກໍ່ເຄີຍເຂົ້າຮ່ວມ, ນ້ອງກໍ່ຮູ້ສຶກເບີກບານໃຈທີ່ສຸດ.ຍົກຕົວຢ່າງຄື ການຂັບຮ້ອງຟ້ອນເຜົ່າ ຜູ້ໄທ,  ການຫຼິ້ນເກມພື້ນເມືອງອີກດ້ວຍ. ມ່ວນທີ່ສຸດ.ນອກຈາກບັນດາການເຄື່ອນໄຫວວັດທະນະທຳ ສິລະປະວັນນະຄະດີ, ບົດບາດຂອງພວກປ້າລຸງທີ່ມີຕໍ່ຊາວໜຸ່ມໄວໜຸ່ມ ແມ່ນສູງທີ່ສຸດ ຍ້ອນວ່າໃນຄອບຄົວຫຼື ໃນສັງຄົມ, ພວກປ້າລຸງຍາມໃດກໍ່ແມ່ນຕົ້ນໄຮ ຕົ້ນໂພ ເພື່ອໂຄສະນາໃຫ້ຊາວບ້ານປະຕິບັດຕາມແຜນນະໂຍບາຍນະໂຍບາຍຂອງພັກ ແລະ ລັດ ພ້ອມທັງຖ່າຍທອດໃຫ້ລູກຫຼານ ກ່ຽວກັບມູນເຊື້ອວັດທະນະທຳອັນດີງາມຂອງຕົນ”.

     ເພື່ອແນໃສ່ສົ່ງເສີມຂະບວນການຜູ້ອາຍຸສູງ, ຄະນະກຳມະການປະຊົນຕາແສງ ກວາງຮຸຍໄດ້ຂົນຂວາຍປະຊາຊົນແຜ່ບໍລິຈາກເງິນເພື່ອຮັກສາການເຄື່ອນໄຫວຂອງສະໂມສອນ. ພ້ອມກັນນັ້ນ ທາງຕາແສງກໍ່ສ້າງເງື່ອນໄຂໃຫ້ສະໂມສອນນຳໃຊ້ຫໍວັດທະນະທຳຕາແສງເປັນສະຖານທີ່ຝຶກແອບ ແລະ ພັກຜ່ອນ. ທ່ານ ເກິ່ມວັນອານປະທານຄະນະກຳມະການປະຊາຊົນຕາແສງ ກວາງຮຸຍ ໃຫ້ຮູ້ວ່າ:

      “ສຳລັບຜູ້ອາຍຸສູງຂອງຕາແສງນັ້ນ ເພື່ອຮັບປະກັນ ແລະຮັກສາບໍ່ໃຫ້ສີສັນວັດທະນະທຳສິລະປະວັນນະຄະດີຂອງຕາແສງ ກວາງຮຸຍ ຖືກສູນຫາຍໄປນັ້ນ, ຜູ້ອາຍຸສູງໃນຕາແສງກໍ່ຕ້ອງດຳເນີນການເຄື່ອນໄຫວພົບປະແລກປ່ຽນ ສະແດງສິລະປະວັນນະຄະດີຢ່າງເປັນປະຈຳ.ພວກປ້າລຸງໄດ້ສ້າງຊີວິດຢ່າງມ່ວນຊື່ນມີສຸຂະພາບແຂງແຮງ ແລະ ສຶກສາອົບຮົມລູກຫຼານເຊື່ອມຕໍ່ວັດທະນະທຳແຕ່ປາງກ່ອນ ແລະ ປັດຈຸບັນ”.  

        ພວກປ້າລຸງຢູ່ກວາງຮຸຍພວມແມ່ນບັນດາຜູ້ຖ່າຍທອດໃຫ້ລູກຫຼານ, ຊ່ວຍປຸກລຸກຄວາມຮັກບ້ານເມືອງ, ມີຄວາມຮັກຕໍ່ວັດທະນະທຳພື້ນເມືອງຂອງເຜົ່າຕົນ. ນີ້ກໍ່ແມ່ນແຫຼ່ງບັນດານໃຈເພື່ອຕັກເຕືອນໃຫ້ໄວໜຸ່ມ ຈົ່ງມີຄວາມເອກອ້າງທະນົງໃຈ ຕໍ່ຈຸດຄວາມງາມວັດທະນະທຳຂອງເຜົ່າຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ