ຂັບເຕີມ, ທຳນອງເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າກຶມມຸ

(vovworld) - ​ໃນ​ສາງ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ​ກຶມ​ມຸ, ທຳນອງ​ເພງ​ພື້ນ​ເມືອງ​ທີ່​​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ນັ້ນ​ແມ່ນ​ຂັບ​ເຕີມ. ຂັບ​ເຕີມ​​ມີ​ສີສັນ​ຂອງ​ບົດ​ກອນ, ​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ, ​ແລະ​ ຂັບ​ແບບ​ຕອບ​ກັນ, ທັງ​ມີ​ຫົວຄິດ​ປະດິດ​ສ້າງ, ທັງ​ອ່ອນ​ຫວານ ​ແລະ ​ເລິກ​ເຊິ່ງ.

ຂັບເຕີມ, ທຳນອງເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າກຶມມຸ - ảnh 1
(ພາບປະກອບ)

        ​ໂດຍ​ໄດ້​ຮັບ​ການ​ກຳ​ເນີ​ດຈາກ​ການ​ອອກ​ແຮງ​ງານ ທຳ​ການ​ຜະລິດ ​ແລະ ​ໃນ​ຊີວິດ​ປະຈຳ​ວັນ, ຂັບ​ເຕີມ ພ້ອມ​ກັບ​ສຽງ​ປີ່​​ເຕີມ (ທີ່​ເຮັດ​ດ້ວຍ​ໄມ້​ໄຜ່)  ​ແມ່ນ​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ, ​ເປັນ​ສັນຍາ​ລັກ​ທີ່​ສຸດ​ຂອງ​ຊາວ​ເຜົ່າ ກຶມ​ມຸ

        ​ເທບ​ສຽງ​ປະກອບ

        ຊາວ​ເຜົ່າ ກຶມ​ມຸ ສາມາດ​ຂັບ​ເຕີມ​ໃນ​ທຸກ​ເວລາ ​ແລະ ຢູ່​ທຸກ​ຫົນແຫ່ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂັບ​ເຕີມ​ຖືກ​ສະ​ແດງ​ຫຼາຍ​ທີ່​ສຸດ​ແມ່ນ​ໃນ​ໂອກາດ​ມ່ວນ​ຊື່ນ​ຂອງ​ຄອບຄົວ, ​ເພື່ອນ​ມິດ ​ແລະ ໝູ່​ບ້ານ. ​​ໃນ​ງານ​ດອງ, ຊາວ​ເຜົ່າ ກຶມ​ມຸມີ​ທຳນອງ​ເຕີມ “​ເດື່ອງ​ກະມຸນ“, ​ເມື່ອ​ປຸກ​ສ້າງ​ເຮືອນ​ກໍ່​ມີ​ທຳນອງ​ເຕີມ “​ເອີ​ກະຣາງມິ“. ​ໃນ​ງານ​ບຸນ​ຂອງ​ໝູ່​ບ້ານ, ບ່າວ​ສາວ​ຂັບ​ກ້ຽວ​ກັນດ້ວຍ​ທຳນອງ​ເຕີມ “ກູນ​ເຈິ“. ​ໃນ​ບຸນປີ​ໃໝ່​ເຂົາ​ເຈົ້າ​ຂັບ​ “​ເຕີມ​ມວນ“ (​ເຕີມ​ລະດູບານ​ໃໝ່).

        ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ບັນດາ​ທຳນອງ​ເຕີມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ວິນຍານ​ຂອງ​ຊາວ​ເຜົ່າ ກຶມ​ມຸ ​ແມ່ນ​ສະຫວາດສະ​ເຫວີຍ​ທີ່​ສຸດ. ຜູ້​ຂັບ​ສາມາດ​ຂັບ​ຜູ້​ດຽວ, ຂັບ​ຕອບ​ກັນ, ບາງ​ເທື່ອ​ຂັບ​ລວມໝູ່, ຂັບ​ໃນ​ເວລາ​ຫວ່າງ​ວຽກ, ຂັບ​ເມື່ອ​ໄປ​ເຮັດ​ໄຮ່​ເພື່ອ​ບັນ​ເທົາ​ຄວາມ​ອິດ​ເມື່ອຍ, ຂັບ​ເພື່ອ​ສະ​ແດງ​ອາລົມ​ຈິດ,… ​ໃນ​ຊີວິດ​ປະຈຳ​ວັນ, ຊາວ​ເຜົ່າ ກຶມ​ມຸ ​ເຄີຍ​ຂັບ​ຊື່ໆ​ໂດຍ​ບໍ່​ມີ​ສຽງ​ດົນຕີ​ປະສານ​ພ້ອມ, ຫຼື​ຂັບ​ພ້ອມ​ກັບ​ສຽງ​ປີ່​ເຕີມ, ນັ້ນແມ່ນ​ເຄື່ອງດ​ົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ກຶມ​ມຸ. ​ເອື້ອຍ ຮ່ວາງ​ຖາວ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ດົນຕີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໃຫ້​ຮູ້​ວ່າ:

        “ຈຸດ​ພິ​ເສດສະ​ເພາະ​ຂອງ​ຂັບ​ເຕີມ​ນັ້ນ​ແມ່ນ​ທຳນອງ ​ແລະ ​ເນື້ອ​ໃນ​ບົດ​ເພງ ​ບໍ່​ແມ່ນນັກ​ດົນຕີ​​ເປັນ​ຜູ້​ແຕ່ງ, ຫາກ​​ໂດຍຜູ້​ຂັບ​ແຕ່ງ​ເອງຕາມ​ສະພາບ​ຕົວ​ຈິງ​ເພື່ອ​ສະ​ແດງ​ອາລົມ​ຈິດ, ​ແນວ​ຄິດ​ຈິດ​ໃຈ, ຄວາມ​ເບີກບານ​ມ່ວນ​ຊື່ນ, ຄວາມ​ໂສກ​ເສົ້າ, ຄວາມ​ໄຝ່ຝັນ, ຄວາມ​ຫວັງ​ຂອງ​ຕົນ​.​ ຊ້ຳ​ບໍ່​ໜຳ, ​ເມື່ອ​ໂສກ​ເສົ້າ, ​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂົາ​ເຈົ້າ​ກໍ່​ຂັບ​ຮ້ອງ​ ເພື່ອບັນ​ເທົາ​ຄວາມ​ອິດ​ເມື່ອຍ“.

        ຂັບ​ເຕີມ​ຂອງ​ຊາວ​ເຜົ່າ ກຶມ​ມຸ ​ແມ່ນ​ຮູບ​ການ​​ເພງ​ພື້ນ​ເມືອງ​ທີ່​ຂັບ​ຍາກ​ພໍ​ສົມຄວນ, ຮຽກຮ້ອງ​ໃຫ້​ມີ​ຫຼາຍ​ປັດ​ໃຈ. ​ເພື່ອ​ສາມາດ​ຂັບ​ໃຫ້​ມ່ວນ, ຜູ້​ຂັບ​ບໍ່​ພຽງ​ແຕ່​ມີ​ນ້ຳ​ສຽງ​ທີ່ເຕັມ​ໄປ​ດ້ວຍ​ອາລົມ​ຈິດ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ສີສັນ​ສະ​ເພາະ​ຢ່າງ​ມີ​ສະ​ເໜອີກ​ດ້ວຍ. ​ເນື້ອ​ໃນ​ຂອງ​ບັນດາ​ບົດ​ຂັບ​ເຕີມ​ເຄີຍ​ຕິດ​ພັນ​ກັບ​ເລື່ອງ​ລາວ​ກ່ຽວ​ກັບ​ປະຫວັດສາດ, ຊີວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ ຫຼື​ ຄວາມທຸກ​ຍາກ​ໃນ​ປະຫວັດສາດ​ຂອງ​ຊົນ​ເຜົ່າ ກຶມ​ມຸ. ຂັບ​ເຕີມ ຍັງ​ເພື່ອ​ຍ້ອງຍໍ​ຄວາມ​ຮັກ​ທີ່​ມີ​ຕໍ່​ໝູ່​ບ້ານ, ຍ້ອງຍໍ​ສາຍ​ໃຈ​ອ້າຍ​ນ້ອງ, ຍາດຕິ​ພີ່ນ້ອງ ກໍ່​ຄື​ຄວາມ​ຮັກ​ລະຫວ່າງ​ບ່າວ​ສາວ. ​ເມື່ອ​ຜູ້​ບ່າວ​ຍາດ​ໄດ້​ຄວາມ​ຮັກ​ຜູ້​ສາວ​ແລ້ວ, ຜູ້​ບ່າວ​ສາມາດ​ຂັບ​ຕອບ​ກັນ​ ເພື່ອ​ສະ​ແດງ​ອາລົມ​ຈິດ​ຂອງ​ຕົນ. ​ໃນ​ງານ​ດອງ, ​ໃນ​ໂອກາດປຸກ​ສ້າງ​ເຮືອນ​ໃໝ່, ຫຼື​ ໃນ​ພິທີ​ອວຍພອນ​ເດັກນ້ອຍ​ມີ​ອາຍຸ 1 ​ເດືອນ​ເຕັມ, ບັນດາ​ຄູ່​ບ່າວ​ສາວ​ລ້ວນ​ແຕ່​ສາມາດ​ຂັບ​ຖາມຕອບ​ກັນ. ຈຸດ​ດີ​ຂອງ​ການ​ຂັບ​ຖາມ​ຕອບ​ກັນ​ໃນ​ຂັບ​ເຕີມ, ນັ້ນ​ແມ່ນ​ລັກສະນະ​ອັນອຸດົມສົມ​ບູນ​ຂອງ​ສຳນວນ​ບົດ​ເພງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ບັນດາ​ທຳນອງ​ຂັບ​ເຕີມ​ຍັງ​ມີ​ລະບຽບ, ຂໍ້​ກຳນົດ​ຢ່າງ​ແນ່ນອນ​ຢູ່. ປອ ວີ​ວັນ​ອານ ຢູ່​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ບັນດາ​ບົດ​ຂັບ​ເຕີມ​ມີ​ລັກສະນະ​ບູຮານ​ໃນ​ເມື່ອ​ກ່ອນ​ຍັງ​ມີ​ລັກ​ສະ​ເພາະ​ຂອງ​ມັນຢູ່. ອີງ​ຕາມ​ຄວາມ​ສາມາດ, ປະສົບ​ການ ກໍ່​ຄື​ຄວາມ​ເຂົ້າ​ໃຈ​ຂອງ​ແຕ່ລະຄົນ, ບົດ​ເຕີມ​ນັ້ນຈະ​ໄດ້​ຮັບ​ການ​ແກ່ຍາວ, ມີ​ການສຳ​ພັດ​ອັກສອນ, ມີ​ທຳນອງ, ມີ​ເນື້ອ​ໃນ ​ແລະ ມີ​ຄວາມ​ໝາຍ. ສ່ວນ​ຫຼາຍ​ໃນຂັບ​ເຕີມ, ​ເຂົາ​ເຈົ້າ​ນຳ​ໃຊ້​ຮູບ​ການ​ໂຕ້​ຄາລົມ​ໂດຍ​ກະທັນຫັນ​ ລະຫວ່າງ​ສອງ​ຝ່າຍ. ສ່ວນ​ບັນດາ​ບົດ​ຂັບ​ເກົ່າ​ແມ່ນ​ເຄີຍ​ເລົ່າ​ເລື່ອງ​ກ່ຽວ​ກັບ​ໄລຍະ​ແຫ່ງ​ການ​ດຳລົງ​ຊີວິດ​ຂອງ​ສະ​ໄໝ​ເກົ່າ, ກ່ຽວ​ກັບ​ບັນດາ​ວິລະ​ຊົນ, ວັດທະນະທຳ, ບຸນ​ຄຸນ​ຕໍ່​ຜູ້​ທີ່​ໄດ້​ບຸກ​ເບີກ​ທີ່​ດິນ, ສ້າງ​ໝູ່​ບ້ານ“.

​        ເຖິງ​ວ່າ​ຊີວິດ​ທາງ​ດ້ານ​ວັດຖຸ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກກໍ່ຕາມ, ​ແຕ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ຊາວ​ເຜົ່າ ກຶມ​ມຸ ຍັງ​ອຸດົມສົມ​ບູນ​ທີ່​ສຸດ, ​ເຊິ່ງ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ບັນດາ​ທຳນອງ​ຂັບ​ເຕີມ. ສິ່ງ​ພິ​ເສດແມ່ນ​ບັນດາ​ທຳນອງ​ຂັບ​ເຕີມ​ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ​ນັ້ນ ​​ໄດ້​ຮັບ​ການ​ ແຜ່ຜາຍ​ປາກ​ຕໍ່ປາກ, ແຕ່​ລຸ້ນນີ້​ໄປ​ສູ່​ລຸ້ນ​ອື່ນ. ຍ້ອນ​ເຫດ​ນັ້ນ, ບັນດາ​ທຳນອງ​ຂັບ​ເຕີມ​ຈຶ່ງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ.


ຕອບກັບ

ຂ່າວ/ບົດ​ອື່ນ