ງານບຸນລົງທົ່ງຂອງຊາວເຜົ່າໄຕຢູ່ລ້າງເຊີນ


(vovworld) - ລ້າງ​ເຊີນ​ ແມ່ນ​ແຂວງ​ໜຶ່ງ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຫວຽດນາມ. ຢູ່​ທີ່​ນີ້​ໃນ​ແຕ່ລະ​ປີ​ເຄີຍ​ດຳ​ເນີນ​ງານ​ບຸນ​ລົງ​ທົ່ງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄຕ. ງານ​ບຸນ​ເລີ່​ມດຳ​ເນີນ​ແຕ່​ວັນ​ທີ 4 ຂອງ​ບຸນ​ເຕັດ​ເຖິງ​ວັນ​ທີ 30 ​ເດືອນ​ຈຽງ ​ເພື່ອ​ເປີດ​ສາກ​ໃຫ້​ລະດູ​ການ​ປູກຝັງ​ໃໝ່. ​ໃນ​ໄລຍະ​ເວລາ​ນີ້, ງານ​ບຸນ​ລົງ​ທົ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ແຕ່​ລະ​ບ້ານ, ຕາ​ແສງ​ຂອງ​ຊາວ​ເຜົ່າ​ໄຕ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ.

ງານບຸນລົງທົ່ງຂອງຊາວເຜົ່າໄຕຢູ່ລ້າງເຊີນ - ảnh 1

ງານບຸນລົງທົ່ງ

        ງານ​ບຸນ​ລົງ​ທົ່ງຫຼື​ເອີ້ນ​ວ່າ​ງານ​ບຸນ​ພາວະນາ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​​ແຂວງລ້າງ​ເຊີນ ​ແມ່ນ​ງານ​ບຸນ​ທີ່​ໄດ້​ຮັບ​ຄວາມ​ຄອຍ​ຖ້າ​ທີ່​ສຸດ​ໃນ​ປີ. ຜູ້​ໃດ​​ທີ່​ມີ​ໂອກາດ​ເຂົ້າ​ຮ່ວມ​ງານ​ບຸນ​ລົງ​ທົ່ງແລ້ວ​ ແມ່ນ​ບໍ່​ອາດ​ຫຼົງ​ລືມ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນຂອງ​ງານ​ບຸນ​ໄດ້. ຊາວບ້ານ​ນັບ​ແຕ່​ຜູ້​ເຖົ້າ, ຜູ້​ແກ່​ຕະຫຼອດ​ຮອດ​ເດັກນ້ອຍ​ລ້ວນ​ແຕ່​ນຸ່ງ​ຊຸດ​ອາພອນ​ສວຍ​ງາມ​ທີ່​ສຸດ​, ​ເຂົາ​ເຈົ້າ​ເຕົ້າ​ໂຮມ​ກັນ, ພ້ອມ​ກັນ​ລະ​ຫຼິ້ນ​ໃນ​ເດີນ​ທີ່​ກວ້າງຂວາງຂອງ​ບ້ານ. ທ່ານ ຮ່ວາງ​ມີ໋ລ່າ​ນ, ປະທານ​ຕາ​ແສງ​ແທງ​ຮ່ວາ, ​ເມືອງ​ອຽນ​ລ້າງ, ​ໃຫ້​ຮູ້​ວ່າ:

        “ສຳລັບ​ຊາວ​ເຜົ່າ​ໄຕ​ຢູ່​ລ້າງ​ເຊີນ​ ແລ້ວ, ງານ​ບຸນ​ລົງ​ທົ່ງແມ່ນ​ງານ​ບຸນ​ຖືກ​ຈັດ​ຂຶ້ນເພື່ອ​ແຈ້ງຜົນງານ​​ແຫ່ງ​ການ​ຜະລິດ​ໃນ​ປີຜ່ານມາ​ກັບ​ເທ​ວະ​ກະ​ສີ​ກຳ, ພ້ອມ​ທັງ​ຂໍ​ເທວະ​ກະ​ສີ​ກຳ​ບັນດາ​ນໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ດີ​ທີ່​ສຸດ​ແກ່​ຂະ​ແໜງ​ກະ​ສີ​ກຳ, ຂໍ​ໃຫ້​ດິນ​ຟ້າ​ອາກາດ​ໃນ​ປີ​ໃໝ່​ເອື້ອ​ອຳນວຍ​ຄວາມ​ສະດວກ, ສັດສາ​ວາ​ສິ່ງ​ຈະ​ເລີ​ນພັນ, ມະນຸດ​ມີ​ສຸຂະພາບ​ເຂັ້ມ​ແຂງ. ຜ່ານ​ງານ​ບຸນ ​ໄດ້​ຢືນຢັນ​ໃຫ້​ເຫັນ​ຈິດ​ໃຈ​ຂອງ​ຊາດ, ຄວາມ​ສາມັກຄີ​ຂອງ​ຊາວ​ເຜົ່າ“.

ງານບຸນລົງທົ່ງຂອງຊາວເຜົ່າໄຕຢູ່ລ້າງເຊີນ - ảnh 2

ງານບຸນຖືກຈັດຂຶ້ນຢູ່ເຂດທົ່ງນາທີ່ກວ້າງຂວາງ

        ​ໃນ​ວັນ​ບຸນ, ປະຊາຊົນ​ຕາ​ແສງ​ແທງ​ຮ່ວາ ຕ່າງ​ກໍ່​ເຂົ້າ​ຮ່ວມພິທີ. ຄອບຄົວ​ໃດ​ກໍ່​ຈັດ​ພາ​ເຂົ້າ​ບູຊາ​ເທວະ​ດາ​ທີ່​ດິນ, ​ເທວະ​ດາ​ພູ, ​ເທວະ​ກະ​ສີ​ກຳ ​ແລະ ອໍລະຫັນ. ​ເຄື່ອງ​ຂອງ​ບູຊາ​ມີ​ເຂົ້າໜຽວ, ​ເຫຼົ້າ​ຂາວ ​ແລະ ​ເຂົ້າໜົມ​ຫຼາຍ​ປະ​ເພດ… ​ແຕ່​ໄກ່​ຕອນລວກ, ຊີ້ນ​ໝູ​ປິ່ນ, ​ເຂົ້າໜຽວ, ​ເຂົ້າຕົ້ມ… ​ແມ່ນ​ຂາດ​ບໍ່​ໄດ້. ​ເຄື່ອງ​ຂອງ​ບູຊາ​ແຕ່ລະ​ຢ່າງ​ທີ່​ຖະຫວາຍ​ຂຶ້ນ​ເທວະ​ກາ ລ້ວນ​ແຕ່​ມີ​ຄວາມ​ໝາຍ​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ​ດິນ, ຟ້າ, ກໍ່​ຄື​ຜົນ​ງານ​ຂອງ​ປະຊາຊົນ ​ເພື່ອສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ເທວະ​ດາ​ຟ້າ​ແຖນ ທີ່​ຍາມ​ໃດ​ກໍ່​ດົນ​ບັນດານ, ປົກ​ປ້ອງ, ອຸ້ມ​ຊູ​ຊ່ວຍ​ເຫຼືອ, ສ້າງ​ຄວາມ​ສະດວກ​ເພື່ອ​ໃຫ້ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ປະຊາຊົນຢູ່​ເຢັນ​ເປັນ​ສຸກ. ງານ​ບຸນ​ລົງ​ທົ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ກາງ​ແຈ້ງ, ​ໃນ​ທົ່ງ​ນາຄັນ​ໃຫຍ່ທີ່​ມີ​ຄວາມ​ສະດວກ​ທຸກ​ຢ່າງ. ທ່ານ ຮ່ວາງ​ມີ໋ລ໋ານ, ​ໃຫ້​ຮູ້​ວ່າ:

        “​ໃນ​ວັນ​ບຸນ, ​ເຮົາ​ຕ້ອງ​ໄຖ​ນາ​ເປັນ​ສັນຍາ​ລັກ​ໃຫ້​ປີ​ໃໝ່, ຕ້ອງ​ເລືອກ​ເຟັ້ນຜູ້​​ເຮັດ​ວຽກ​ງານ​ກະ​ສີ​ກຳ​ໄດ້​ດີ​ໃນ​ປີຜ່ານມາ​ເປັນຜູ້​ໄຖ​. ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ກະ​ສີ​ກຳ​ໃນ​ປີ​ໃໝ່​ສະດວກ​ສະບາຍ ​ແລະ ຮັບ​ຜົນ​ດີ“.

ງານບຸນລົງທົ່ງຂອງຊາວເຜົ່າໄຕຢູ່ລ້າງເຊີນ - ảnh 3

ການໄຖນາເປີດສາກໃຫ້ງານບຸນ

        ພາຍຫຼັງ​​​ໄຂ​ງານ​ບຸນ​ດ້ວຍພິທີໄຖ​ນາ​ທີ່​ເປັນ​ສັນຍາ​ລັກ​ແລ້ວ ​ແມ່ນ​ການ​ລະ​ຫຼິ້ນ​​ໂຍນ​ໝາກ​ຄອນ. ບັນດາ​ໝາກ​ຄອນ​ນ້ອຍໆ​ເຕັມ​ໄປ​ດ້ວຍ​ສີສັນ​ຫຼາກ​ຫຼາຍ​ຖືກ​ໂຍນ​ຂຶ້ນ​ປາຍ​ຕົ້ນໄມ້​ໄຜ່. ບ່າວສາວ​ພ້ອມ​ກັນ​ໂຍນ​ໝາກ​ຄອນ ​ແລະ ລໍຖ້າ​​ຢາກຈັບ​ໄດ້ໝາກ​ຄອນ​ແຫ່ງ​ຄວາມ​ຮັກຈາກ​ແຟນຂອງ​ຕົນ. ຍ້ອນ​ເຫດ​ນັ້ນ​ວັນ​ບຸນ​ລົງ​ທົ່ງ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບ່າວ​ສາວ​ສະ​ແດງ​ຄວາມ​ຮັກ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ກັນ​ອີກ. ທ່ານ ​ເລືອ​ງກວົກຈິງ, ຕາ​ແສງ​ແທງ​ຮ່ວາ, ​ໃຫ້​ຮູ້​ວ່າ:

        “ຊາວ​ໜຸ່ມ​ຊົນ​ເຜົ່າລໍຖ້າ​ຮອດ​ງານ​ບຸນ​ເພື່ອ​ພົບ​ປະກັນ, ນັດ​ພົບ​ກັນ. ​ເຂົາ​ເຈົ້າ​ນຸ່ງ​ຊຸດ​ອາພອນ​ປະຈຳ​ເຜົ່າ, ທັງ​ຂັບ​ຮ້ອງ, ທັງ​ໂອ້​ລົມ​ກັນ​ຢ່າງ​ເບີກບານ​ມ່ວນ​ຊື່ນ. ສຳລັບຜູ້​ສ້າງ​ຄອບຄົວ​ແລ້ວນີ້​ກໍ່ແມ່ນ​ໂອກາດ​​ເພື່ອ​ໃຫ້​ເຂົາ​ເຈົ້າພົບ​ກັບ​​ແຟນ​ເກົ່າ“.

ງານບຸນລົງທົ່ງຂອງຊາວເຜົ່າໄຕຢູ່ລ້າງເຊີນ - ảnh 4


ໃນງານບຸນບ່າວສາວມັກໂຍນໝາກຄອນ

        ປະຊາຊົນ​ໃນ​ໝູ່​ບ້ານ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເມົາ​ມົວ​ກັບ​ການ​ລະ​ຫຼິ້ນ​ຫຼາຍ​ຢ່າງ​ເຊັ່ນ: ​ແຫ່​ຄັນ​ທຸງ, ຍ່າງ​ຂາ​ໂຢກ​ເຢກ, ຕີ​ໄກ່, ດຶງ​ເຊືອກ, ຫຼິ້ນ​ອົ່ນລົ່ນຊາ, ​ໃນ​ນັ້ນ​ຟົດ​ຟື້ນ​ກວ່າ​ໝູ່​ແມ່ນ​ການ​ຟ້ອນ​ສິງ​ໂຕ. ທ່ານ​ມີ໋ລ່ານ, ​ໃຫ້​ຮູ້​ວ່າ, ​ຖ້າ​ບໍ່​ມີ​ຟ້ອນ​ສິງ​ໂຕ​ຈະ​ບໍ່ແມ່ນ​​ບຸນ​ລົງ​ທົ່ງ,

        “​ໃນງານ​ບຸນ​ລົງ​ທົ່ງ​​ຕ້ອງ​ມີ​ການ​ຟ້ອນ​ສິງ​ໂຕ. ​ໂຕ​ສິງ​ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ຂອງ​ອະພິ​ທຳ​ມະ​ຊາດ. ​ຟ້ອນ​ສິງ​ໂຕ​ແມ່ນ​ເພື່ອ​ຂໍ​ໂຊກ​ຂໍ​ໄຊ, ຂໍ​ມີ​ສຸຂະພາບ​ເຂັ້ມ​ແຂງ, ຂ້າ​ສັດຕູ​ພືດ, ນຳ​ມາ​ເຊິ່ງສິ່ງ​ທີ່​ດີງາມ, ລົບ​ລ້າງ​ຄວາມ​ຊົ່ວ​ຮ້າຍ“.

ງານບຸນລົງທົ່ງຂອງຊາວເຜົ່າໄຕຢູ່ລ້າງເຊີນ - ảnh 5

ຟ້ອນສິງໂຕໃນງານບຸນລົງທົ່ງ

        ງານ​ບຸນ​ລົງ​ທົ່ງ ຖືກ​ຈັດ​ຂຶ້ນ​ໃນ​ຍາມ​ລະດູບານ​ໃໝ່, ລະດູ​ແຫ່ງ​ຄວາມ​ໄຝ່ຝັນ, ລໍຄອຍ. ລະດູບານ​ໃໝ່​ປີ​ນີ້, ​ເມື່ອ​ມາ​ຢ້ຽມຢາມ​ລ້າງ​ເຊີນ, ນັກ​ທອງ​ທ່ຽວ​ຈະ​ໄດ້​​ເຂົ້າ​ຮ່ວມ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ງານ​ບຸນ​ລົງ​ທົ່ງ ​ແລະ ​ໄດ້​ເຈືອ​ຈານ​ໃນ​ທີ​ວທັດ​ທຳ​ມະ​ຊາດ, ພູຜາ​ປ່າ​ໄມ້​ທີ່​ສວຍ​ງາມ, ບັນດາ​ໝູ່​ບ້ານ​ທີ່​ເຕັມ​ໄປ​ດ້ວຍ​ນຳ້ໝອກ, ​ເຊິ່ງ​ແມ່ນ​ບ່ອນ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​ແຂວງ​ລ້າງ​ເຊີນ. ງານ​ບຸນ​ລົງ​ທົ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈໃຫ້​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ ​ແລະ ຄິດ​ວ່າ​ຮອດ​ລະດູບານ​ໃໝ່​ປີໜ້າ, ​ເຂົາ​ເຈົ້າ​ກໍ່​ຈະ​ກັບ​ມາ​ເຂົ້າ​ຮ່ວມ​ງານ​ບຸນ​ລົງ​ທົ່ງ​ອີກ​.

ຕອບກັບ

ຂ່າວ/ບົດ​ອື່ນ