ຂັບສອງກໍ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາວເຜົ່າສານຈີ

(VOVWORLD) -ທ້າຍລະດູບານໃໝ່ ຂະນະທີ່ພໍ່ແມ່ພີ່ນ້ອງຊາວເຜົ່າສານຈີ ຢູ່ເມືອງ ບິ່ງລຽວ ແຂວງກວ໋າງນິງ ມີເວລາຫວ່າງບໍ່ຂ້ອງຄາກັບວຽກໄຮ່ການນາ ແລະ ພ້ອມກັນມ່ວນຊື່ນເຂົ້າຮ່ວມບຸນ ສະລາມ ຍາມເດືອນ 3 ຫຼື ເອີ້ນວ່າງານບຸນ ສອງກໍ. ວັນບຸນນີ້ໄດ້ມີມານັບ 100 ປີ  ແລະ ປັດຈຸບັນພວມໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍເພື່ອໃຫ້ສິລະປະຂັບສອງກໍ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ສືບຕໍ່ແຜ່ກະຈາຍບັນດາຄຸນຄ່າທາງດ້ານຈິດໃຈທີ່ເປັນເອກະລັກຢູ່ເຂດຊາຍແດນທາງທິດຕາເວັນອອກພາກເໜືອ. 
ຂັບສອງກໍ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາວເຜົ່າສານຈີ - ảnh 1ສິລະປະຂັບສອງກໍຂອງຊາວເຜົ່າສານຈີ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

    ສອງກໍ ຕາມພາສາເຜົ່າສານຈີ ມີຄວາມໝາຍວ່າ ຂັບກ້ຽວ. ນາງແຊນທິຮ່າ ຢູ່ຕາແສ ຮຸກດົ້ງ ແຫ່ງທີ່ມີກວ່າ 80% ຈຳນວນປະຊາກອນຂອງຊົນເຜົ່າສານຈີ ໃນເມືອງ ບິ່ງລຽວ ໄດ້ເລົ່າສູ່ຟັງວ່າ:

     “ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຮັບຟັງທຳນອງຂັບສອງກໍ. ເມື່ອເຂົ້າຮ່ວມງານດອງ, ງານບຸນຕ່າງໆ ຢູ່ບັນດາໝູ່ບ້ານຢູ່ໃກ້ຄຽງກໍ່ພ້ອມກັນຂັບຮ້ອງ, ພວກບ່າວສາວພ້ອມກັນຂັບກ້ຽວຈາກຕອນຄ່ຳຕະຫຼອດຮອດຂ້ອນແຈ້ງ”.

      ຢູ່ຕາມເນີນພູໃນທົ່ງໄຮ່ທົ່ງນາ ແຄມຫ້ວຍນ້ຳລຳເຊ, ທຳນອງເພງຂັບສອງກໍ ຂອງພວກບ່າວສາວ ນາງສາວເຜົ່າສານຈີ ກໍ່ດັງກ້ອງກັງວານຂຶ້ນຕາມສາຍລົມ. ບໍ່ມີດົນຕີ ແຕ່ທຳນອງເພງສອງກໍຍັງອ່ອນຫວານສະແດງຄວາມໃນໃຈຂອງຜູ້ຂັບຮອງ. ເມື່ອຂັບກ່ຽວລະຫວ່າງຄູ່ບ່າວສາວ, ເມື່ອມີຫຼາຍໝູ່ຄະນະຂັບຮ້ອງຕອບກັນ. ເນື້ອໃນບັນດາບົດເພງ ແມ່ນອຸດົມສົມບູນທີ່ສຸດ ມີຄວາມຫຼາຍຮູບຫຼາຍສີ ທັງສ່ອງແສງເຖິງການດຳລົງຊີວິດ ອອກແຮງງານທຳການຜະລິດ ທັງຍ້ອງຍໍສັນລະເສີມມະນຸດ ແລະ ຄວາມຮັກຂອງຄູ່ບ່າວສາວ

      ຊາວເຜົ່າສານຈີ ຂັບສອງກໍ ຕະຫຼອດປີ. ວັນບຸນຂັບສອງກໍ ວັນທີ 16 ເດືອນ 3 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ ໄດ້ກາຍເປັນວັນບຸນສະເພາະຂອງຊາວເຜົ່າສານຈີ. ອ້າຍ ຈາກວັນຖິ່ນ ນັກຮ້ອງສອງກໍ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າເລີ່ມຂັບສອງກໍ ນັບແຕ່ຄາວເປັນບ່າວ. ນັບແຕ່ນັ້ນມາຮອດປັດຈຸບັນ ເບິ່ງຄືວ່າ ປີໃດທີ່ມີລາຍການສະແດງ, ມີງານບຸນ, ຂ້າພະເຈົ້າກໍ່ລ້ວນແຕ່ເຂົ້າຮ່ວມ. ຂ້າພະເຈົ້າພ້ອມກັບບັນດາສະມາຊິກໃນສະໂມສອນກໍ່ພະຍາຍາມຮຽນຮູ້ ເກັບຮັກສາ ແລະ ຖ່າຍທອດໃຫ້ພວກນ້ອງນັກຮຽນໃນພາຍພາກໜ້າ ເພື່ອອະນຸລັກຮັກສາທຳນອງເພງຂອງຊາວເຜົ່າສານຈີ”.

     ແຕ່ລະປີ ຂັບສອງກໍ ໄດ້ດຶງດູດແຂກທ່ອງທ່ຽວມາຢາມແຂວງ ກວ໋າງນິງ ຢ່າງຫຼວງຫຼາຍ. ວັນບຸນກໍ່ແມ່ນໂອກາດ ເພື່ອໃຫ້ຊາວທ້ອງຖິ່ນ ແນະນຳຄຸນຄ່າທາງ ດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າສານຈີ. ມາຮ່ວມງານບຸນ, ອ້າຍ ໂງຮຸຍຖາຍ ແຂກທ່ອງທ່ຽວມາຈາກແຂວງ ບັກນິງ ໃຫ້ຮູ້ວ່າ:

     “ນີ້ແມ່ນເທື່ອທີ່ສອງທີ່ຂ້າພະເຈົ້າມາຮ່ວມງານບຸນສອງກໍ ໃນເມືອງ ບິ່ງລຽວ. ງານບຸນໄດ້ວາດພາບຖິງຈຸດວັດທະນະທຳ ວິຖີຊີວິດ ແລະ ປະຊາຊົນບັນດາເຜົ່າຢູ່ແຫ່ງນີ້ ພ້ອມທັງຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈຄວາມຮັກແພງແຂກຄົນຂອງປະຊາຊົນຢູ່ແຫ່ງນີ້”

     ທ້າຍປີ 2023, ສິລະປະຂັບສອງກໍຂອງຊາວເຜົ່າສານຈີ ຢູ່ເມືອງ ບິ່ງລຽວ, ບາແຈ໊, ເດິ່ມຮ່າ, ຕຽນອຽນ ແລະ ນະຄອນໝອງກ໊າຍ ແຂວງ ກວ໋າງນິງ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ ໃນນັ້ນມີເມືອງ ບິ່ງລຽວ ສືບຕໍ່ອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ. ຂັບສອງກໍ ບໍ່ພຽງແຕ່ແມ່ນເຍື່ອງອາຫານທາງດ້ານຈິດໃຈຂອງຊາວເຜົ່າສານຈີ ຫາກຍັງໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນອີກດ້ວຍ ປະກອບສ່ວນສ້າງສີສັນສະເພາະຂອງເຂດພູຜາປ່າໄມ້ ຊາຍແດນຂອງທິດຕາເວັນອອກພາກເໜືອ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ເມືອງ ບິ່ງລຽວ ແຂວງ ກວ໋າງນິງສືບຕໍ່ອະນຸລັກຂຸດຄົ້ນຊ່ວຍໃຫ້ມໍລະດົກມີພະລັງຊີວິດ ຍືນຍົງໃນການດຳລົງຊີວິດຍຸກປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ