ຊາວຊົນເຜົ່າເວິນກ່ຽວຮຳ່ຮຽນຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ


(vovworld) – ຊາວ​ຊົນ​ເຜົ່າ​ເວິນ​ກ່ຽວ ຢູ່​ແຂວງ​ກວາງ​ຈີ້ ​ແມ່ນ​ຊົນ​ເຜົ່າ​ໜຶ່ງ​ດຽວ​ຢູ່​ຫວຽດນາມ​ ທີ່​​ຖືສະກຸນ ​ໂຮ່ ຂອງ​ປະທານ ​ໂຮ່ຈີ​ມິນ ​ເປັນສະກຸນ​ໃຫ້​ທັງ​ຊົນ​ເຜົ່າ​ຂອງ​ຕົນ. ​ເລື່ອງ​ຖື​ສະກຸນ ​ໂຮ່ ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄຸນຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ການປະຕິວັດ ​ແລະ ປະທານ ​ໂຮ່ຈີ​ມິນ, ຜູ້​ທີ່​ໄດ້ນຳ​ເອົາ​ຊີວິດ​ທີ່​ອີ່ມ​ໜຳ​ສຳ​ລານ ​ແລະ ຄວາມ​ຜາ​ສຸກ​ມາ​ໃຫ້​ຊາວ​ເວິນ​ກ່ຽວ. ປະຈຸ​ບັນ, ຊາວ​ເວິນ​ກ່ຽວ ພວມ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ຜ່ານວຽກ​ງານ​ທຳ​ມະ​ດາ​ສາມັນ​ ປະຈຳ​ວັນ.

ຊາວຊົນເຜົ່າເວິນກ່ຽວຮຳ່ຮຽນຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ - ảnh 1

ຊາວເຜົ່າເວິນກ່ຽວຢູ່ແຂວງກວາງຈີ້

        ​ເລື່ອງ​ລາວ​ກ່ຽວ​ກັບ​ລະດູ​ຮ້ອນ​ປີ 1964, ​ເຊິ່ງຊາວ​ເວິນ​ກ່ຽວ ຢູ່​ແຂວງ​ກວາງ​ຈີ້ ຜູ້​ໃດ​ກໍ່​ຮູ້ຈັກ​ເຖິງນັ້ນ​ແມ່ນ, ​ໃນ​ປີ​ນັ້ນ, ຢູ່​ເຂດ​ຕໍ່ຕ້ານ​ຫວຽດບັກ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຈັດ​ພະນັກງານໄປ​ຢື້​ນຢາມ​ຖາມ​ຂ່າວ​ຊາວ​ຊົນ​ເຜົ່າ​ເວິນ​ກ່ຽວ ຢູ່​ແຂວງ​ກວາງ​ຈີ້ ​ແລະ ຊາວ​ເຜົ່າ​ອື່ນໆ​ອີກ. ຄະນະ​ພະນັກງານ​ໄດ້​ນຳ​ເອົາ​ຮູບ​ພາບ​ປະທານ ​ໂຮ່ຈີ​ມິນ ຫຼາຍ​ແຜ່ນມາ​ມອບ​ໃຫ້​ຊາວ​ເຜົ່າ​ຢູ່​ບັນດາ​ໝູ່​ບ້ານ​ທີ່​ຫ່າງ​ໄກ​ສອກຫຼີກ, ມອບ​ເສື້ອ​ໃຫ້​ຜູ້​ທີ່​ມີ​ອາຍຸ​ຍື່ນ​ກວ່າ 90 ປີ. ປະຊາຊົນ​ເວີນ​ກ່ຽວ ​ໄດ້​ຈັດ​ໃຫ້​ເຈົ້າ​ບ້ານ​ລົງ​ຕີນ​ພູ ກອກ​ລາ​ປັງ​ຊອງ ​ເພື່ອຈັດ​ພິທີສາບານ​. ​​ເມື່ອ​ກອງໄຟ​ຖືກ​ດັງ​ຂຶ້ນ, ຊາວ​ເວີນ​ກ່ຽວ ​ກໍ່ປ່ຽນ​ມື​ກັນ​ຖ້ວຍ​ເຫຼົ້າ, ສາບານ​ກັບ​ຟ້າ, ກັບ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ວ່າ, ຊາວ​ເວິນ​ກ່ຽວ ​ແລະ​ ຊາວ​ເຜົ່າ​ອື່ນໆ ຈະ​ໄປ​ຕາມ​ການ​ປະຕິວັດ, ​ໄປ​ຕາມ​ປະ​ທານ​ ​ໂຮ່ຈີ​ມິນ ຕະຫຼອດ​ໄປ. ໃນ​ພິທີ​ຮ່ວມ​ສາບານ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ແລະ ປະຊາຊົນ​ທັງ​ບ້ານ​ລ້ວນ​ແຕ່​​ເຫັນ​ດີຖື​ສະກຸນ ​ໂຮ່ ​ເປັນ​ສະກຸນ​ລວມ​ໃຫ້​ວົງ​ຄະນາ​ຍາດ​ຊາວເຜົ່າ​ເວິນ​ກ່ຽວ. ຄຳ​ສາບານ​ທ່າມກາງ​ພູຜາ​ປ່າ​ໄມ້​ນັ້ນ ​ໄດ້​ກະຕຸກ​ຊຸກຍູ້​ລູກຫຼານຊົນ​ເຜົ່າ​ເວິນ​ກ່ຽວ​ ຫຼາຍ​ຄົນ​ໄປ​ຕາມ​ການ​ປະຕິວັດ.

        ​ເມື່ອ​ໄດ້​ຮັບ​ສັນຕິພາບ, ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ອື່ນໆ, ຊາວ​ເວິນ​ກ່ຽວ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ປະ​ເທດ​ຄືນ​ໃໝ່. ​ໃນ​ເບື້ອງ​ຕົ້ນ​ເຂົາ​ເຈົ້າ​ຊິນ​ເຄີຍ​ກັບ​ການ​ຜະລິດ​ແບບ​ເຄື່ອນ​ທີ່, ​ແຕ່​ປະຈຸ​ບັນ, ຊາວ​ເວິນ​ກ່ຽວ ບໍ່​ພຽງ​ແຕ່​ຮູ້ຈັກ​ເຖິງ​ການ​​ເຮັດ​ເຂົ້ານາ​ທາມ​ເທົ່າ​ນັ້ນ, ຫາກ​ຍັງ​ຮູ້​ສ້າງ​ເສດຖະກິດ​ຟາ​ມ, ລ້ຽງສັດດ້ວຍ​ຂະໜາດ​ໃຫຍ່​ອີກ​ດ້ວຍ. ຄວາມທຸກ​ຍາກ​ຖືກ​ລົບ​ລ້າງ​ເທື່ອ​ລະ​ກ້າວ, ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ, ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ​ຄອບຄົວ. ທ່ານ ​ໂຮ່​ແທງ​ບິ່ງ, ​ເຈົ້າ​ກົກ​ບ້ານ​ກາ​ຕັງ, ​ເທດສະບານ​ລາ​ວບາ​ວ, ​ໃຫ້​ຮູ້​ວ່າ:

        “​ໂດຍ​ຮຳ່ຮຽນ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ, ​ເມື່ອ​ຮອດ​ເດືອນ 5 ຂອງ​ທຸກ​ປີ​, ພວກ​ເຮົາ​ກໍ່​ດຳ​ເນີນ​ການ​ໂຄສະນາ​ໃຫ້​ພໍ່​ແມ່​ປະຊາຊົນ. ພວກ​ເຮົາ​ເຮັດ​ໄຮ່, ປູກ​ກ້ວຍ, ປູກ​ຕົ້ນ​ໄມ້​ແມ່ນ​ຕາມ​ການ​ແນະນຳ​ຂອງ​ການປະຕິວັດ. ປະທານ ​ໂຮ່ຈິ​ມິນ​ ໄດ້​ເວົ້າ​ວ່າ, ຖ້າ​ບໍ່​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຊີວິດ​ຂອງ​ປະຊາຊົນ​ຈະ​ທຸກ​ຍາກ ​ແລະ ສັບສົນ​ກວ່າ​ອີກ. ​ເມື່ອ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະທານ ​ໂຮ່ຈີ​ມິນ ຊີວິດ​ຂອງ​ເຂົາ​ເຈົ້າ​ກໍ່​ດີ​ຂຶ້ນ, ກ່ອນ​ນີ້​ມີ​ແຕ່​ເຮືອນ​ມຸ່ງ​ຫຍ້າ, ​ແຕ່​ປະຈຸ​ບັນ​ລ້ວນ​ແຕ່​ແມ່ນ​ເຮືອນ​ຕຶກ. ​ແຕ່ລະ​ປີ​ເມື່ອ​ຈັດການ​ປະຊຸມ, ໂຄສະນາກ່ຽວ​ກັບ​ການ​ຮຳ່ຮຽນຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ເຂົ້າ​ເຈົ້າ​ກໍ່​ມາ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ“.

ຊາວຊົນເຜົ່າເວິນກ່ຽວຮຳ່ຮຽນຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ - ảnh 2

ຊາວເວິນກ່ຽວເຮັດເສດຖະກິດ

        ຊາວ​ເວິນ​ກ່ຽວ ​ຢູ່​ລາວ​ບາ​ວມີ​ຄວາມ​ຕັດສິນ​ໃຈ​ສູງ, ບໍ່​ມີ​ໃຜ​ຍອມ​ດຳລົງ​ຊີວິດ​ໃນ​ຄວາມທຸກ​ຍາກ, ​ເຂົາ​ເຈົ້າ​ຊ່ວຍ​ເຫຼືອ​ກັນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ລ້ຽງສັດ, ປູກຝັງ, ການ​ຄ້າ​ນຳ​ກັນ. ​ເອື້ອຍ ຫງວຽນ​ທິທູ​ຮ່ຽນ, ພະນັກງານ​ສະມາຄົມ​ແມ່ຍິງ​ເທດສະບານລາວ​ບາ​ວ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຜັນ​ຂະຫຍາຍ​ວຽກ​ງານ​ຜ່ານ​ການ​ປະຊຸມ ​ແລະ ຫັນ​ເປັນ​ລະອຽດ​ຜ່ານ​ຮູບ​ແບບ​ຕ່າງໆ​ ​ໂດຍອີງ​ໃສ່​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖີ່​ນ​ເພື່ອ​ນຳ​ໃຊ້​ໃຫ້​ເໝາະ​ສົມ. ປະຈຸ​ບັນ, ​ແມ່ຍິງ​ມີ​ການ​ເຄື່ອນ​​ໄຫວ​ຫຼາຍ​ຢ່າງ​ໃນ​ການ​ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ​ເຂົ້າ​ຮ່ວມການ​ປະຢັດ, ລ້ຽງ​ດູ​ສັ່ງສອນ​ລູກ​ເຕົ້າ, ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ ສຸກ. ຢູ່​ບ້ານ​ແຄ​ດ໋າ ມີ​ຮູບ​ແບບ​ແມ່ຍິງ​ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ຢູ່​ເງ້ຍຈຸ​ງ, ​ເຕິ​ນກິມ ມີ​ຮູບ​ແບບ​ປູກ​ຜັກ​ປອດ​ສານພິດ...

        ຍ້ອນ​ຕັ້ງໜ້າ​ຮຳ່ຮຽນ, ມີ​ຫຼາຍ​ຄອບຄົວ​ຊາວ​ເຜົ່າ​ເວິນ​ກ່ຽວ​ ຈຶ່ງ​ຮັບປະກັນ​ເສດຖະກິດ​ຄອບຄົວ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ໄດ້​ນັບ​ສິບ​ລ້ານ​ດົ່ງ. ພິ​ເສດ​ແມ່ນຄອບຄົວ​ເຈົ້າ​ກົກ ​ໂຮ່​ເມີ, ຢູ່​ຕາ​ແສງ​ອາ​ເຢີ​ຍ ພັດ​ທະນາ​ເສດຖະກິດ​ດ້ວຍ​ການປູກ​ປ່າ, ສົມທົບ​ກັບ​ການ​ລ້ຽງສັດ, ປູກ​ກາ​ເຟ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ໄດ້ 50 ລ້ານກວ່າດົ່ງ. ຫຼື​ຄອບຄົວ​ອ້າຍ ​ໂຮ່ບ໋າ​ນຸກ, ຄອບຄົວ​ເອື້ອຍ ​ໂຮ່ທິຮວາ ຢູ່​ເຮື໋ອງ​ໂລກ, ຍ້ອນ​ພັດທະນາ​ການ​ລ້ຽງສັດ, ປູກຝັງ, ​ແຕ່ລະ​ປີ​ສ້າງ​ກຳ​ໄລ​ໄດ້ 30 ລ້ານ​ກວ່າ​ດົ່ງ… ຄອບຄົວ​ທ່ານ ​ໂຮ່​ແທງ​ບິ່ງ, ກໍ່​ນຳ​ໜ້າ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ປູກ​ປ່າ, ​ເຮັດ​ເສດຖະກິດ​ຟາ​ມ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ໄດ້​ປະມານ 200 ລ້ານ​ກວ່າ​ດົ່ງ. ທ່ານ​ໃຫ້​ຮູ້​ວ່າ​ເສດຖະກິດ​ຂອງ​ປະຊາຊົນ​ໃນ​ບ້ານ​ໄດ້​ດີກ​ວ່າ​ເກົ່າ​ຫຼາຍ.

        “​ເມື່ອ​ຄິດ​ໄລ່​ບໍ່​ຖືກ, ​ການ​ອອກ​ແຮງ​ງານ​ຈະ​ບໍ່​ໄດ້​ຮັບ​ຜົນ. ປະຈຸ​ບັນ, ປະຊາຊົນ​ຫຼາຍ​ຄົນ​ໄດ້ເຮັດ​ຕາມ​ການ​ແນະນຳ​. ຂ້າພະ​ເຈົ້າກໍ່​ແບ່ງປັນ​ບົດຮຽນ​ໃນ​ການ​ປູກ​ເຂົ້າ​ໃຫ້​ແກ່​​ເຂົາ​ເຈົ້າ. ກ່ອນ​ນີ້​ປູກ​ເຂົ້າ​ໃນ​ເນື້ອ​ທີ່ 1 ​ເຮັກຕາ ​ມີ​ແຕ່​ເກັບ​ກ່ຽວ​ເຂົ້າ​​ໄດ້ພຽງ 500 ກິ​ໂລກຼາມ​ເທົ່າ​ນັ້ນ, ​ແຕ່ປະຈຸ​ບັນ​ຫັນ​ມາ​ປູກ​ກ້ວຍ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ໄດ້ 70 ລ້ານ​ກວ່າ​ດົ່ງ“.

        ປະຈຸ​ບັນ, ຊາວ​ເຜົ່າ​ເວິນ​ກ່ຽວ ບໍ່​ທຸກ​ຍາກ​ຄື​ແຕ່​ກ່ອນ​ອີກ, ຍ້ອນ​ຕັ້ງໜ້າ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ​ໂຮ່ຈີ​ມິນ, ປະຊາຊົນ​ໄດ້​ຮູ້ຈັກ​ເຖິງ​ການ​ປູ​ກນາທາມ, ຮູ້ນຳ​ໃຊ້​ອຸປະກອນ​ທຳ​ການ​ຜະລິດ ​ແລະ ປູກ​ຜັກ​ຊະນິດ​ຕ່າງໆ​ທີ່​ໃຫ້ສະມັດ​ຕະພາບ​ສູງ; ຮູ້ຂຸດ​ໜອງ​ລ້ຽງ​ປາ, ພັດທະນາ​ເສດຖະກິດ​ຄອບຄົວ ​ແລະ ສອນ​ລູກ​ເຕົ້າ​ໃຫ້​ກາຍ​ເປັນ​ຄົນ​ດີ​ອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ